ບັນດາທ້ອງຖິ່ນ ຫວຽດນາມ - ລາວ ເສີມສ້າງການຮ່ວມມື

16:54 | 04/08/2026

ຍສໝ - ເມື່ອບໍ່ດົນມານີ້, ທີ່ແຂວງ ຫຼວງພະບາງ ທາງພາກເໜືອຂອງ ລາວ, ໄດ້ມີການຈັດກອງປະຊຸມຫາລືລະຫວ່າງຄະນະຜູ້ແທນແຂວງ ລາວກາຍ ຂອງ ຫວຽດນາມ ແລະ ແຂວງ ບໍ່ແກ້ວ ຂອງ ລາວ.

ສົ່ງເສີມການເຊື່ອມຕໍ່ການທ່ອງທ່ຽວ ຫວຽດນາມ - ລາວ - ກຳປູເຈຍ ຖະຫວາຍທູບທຽນລະນຶກເຖິງບັນດາວີລະຊົນພົນສະຫຼະ ຢູ່ສຸສານວີລະຊົນພົນສະຫຼະສາກົນ ຫວຽດນາມ - ລາວ
ບັນດາທ້ອງຖິ່ນ ຫວຽດນາມ - ລາວ ເສີມສ້າງການຮ່ວມມື
ການນຳຂອງສອງແຂວງ ບໍ່ແກ້ວ ແລະ ລາວກາຍ ແລກປ່ຽນບົດຕົກລົງຮ່ວມມືປີ 2026 ທີ່ຫາກໍ່ໄດ້ລົງນາມ. ພາບ: ຊວນຕູ້.

ຄະນະຜູ້ແທນແຂວງ ລາວກາຍ ນຳໂດຍສະຫາຍ ຮວ່າງຢາງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ລາວກາຍ, ເປັນຫົວໜ້າຄະນະ; ຄະນະຜູ້ແທນແຂວງ ບໍ່ແກ້ວ ນຳໂດຍທ່ານພົນຈັດຕະວາ ແປນຄຳ ບຸດຈັນແພງ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ບໍ່ແກ້ວ, ເປັນຫົວໜ້າຄະນະ. ເຂົ້າຮ່ວມກອງປະຊຸມຫາລືຍັງມີການນຳຂອງບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງຂອງສອງແຂວງ.

ໃນກອງປະຊຸມຫາລື, ການນຳຂອງສອງແຂວງໄດ້ແຈ້ງໃຫ້ກັນຊາບກ່ຽວກັບຜົນສຳເລັດໂດດເດັ່ນໃນການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະແຂວງ, ພ້ອມທັງປຶກສາຫາລືກ່ຽວກັບທິດທາງການຮ່ວມມືລະຫວ່າງສອງແຂວງໃນໄລຍະຕໍ່ໄປ.

ກ່າວໃນກອງປະຊຸມຫາລື, ສະຫາຍ ຮວ່າງຢາງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ລາວກາຍ ຢືນຢັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເຊື່ອມໂຍງຍຸດທະສາດ ຫວຽດນາມ - ລາວ ໄດ້ຖືກບັນດາການນຳ ແລະ ປະຊາຊົນສອງປະເທດຫຼາຍຮຸ່ນຄົນ ຮ່ວມກັນບຳລຸງສ້າງມາດ້ວຍຄວາມອຸດສາຫະພະຍາຍາມ. ບົນພື້ນຖານຂອງສາຍພົວພັນພິເສດ ຫວຽດນາມ - ລາວ, ການເສີມສ້າງການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ມີຄວາມໝາຍສຳຄັນຢ່າງຍິ່ງ, ປະກອບສ່ວນເຮັດໃຫ້ສາຍພົວພັນລະຫວ່າງສອງພັກ, ສອງລັດ ແໜ້ນແຟ້ນຍິ່ງຂຶ້ນ ແລະ ເປີດໂອກາດໃໝ່ໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທຳ ແລະ ການແລກປ່ຽນລະຫວ່າງປະຊາຊົນ.

ບັນດາທ້ອງຖິ່ນ ຫວຽດນາມ - ລາວ ເສີມສ້າງການຮ່ວມມື
ບັນດາຜູ້ແທນຂອງສອງແຂວງ ບໍ່ແກ້ວ ແລະ ລາວກາຍ ຖ່າຍຮູບເປັນທີ່ລະນຶກຮ່ວມກັນ ໃນກອງປະຊຸມຫາລື. ພາບ: ຊວນຕູ້.

ສະຫາຍ ຮວ່າງຢາງ ໄດ້ສະຫຼຸບສະພາບຂອງແຂວງ ລາວກາຍ ໃໝ່ ຫຼັງຈາກລວມກັບແຂວງ ອຽນບ໋າຍ ຕັ້ງແຕ່ວັນທີ 1 ກໍລະກົດ 2025. ແຂວງ ລາວກາຍ ໃໝ່ ມີເນື້ອທີ່ທຳມະຊາດກວ່າ 13.200 ກິໂລຕາແມັດ, ມີປະຊາກອນເກືອບ 1,8 ລ້ານຄົນ ປະກອບດ້ວຍ 34 ຊົນເຜົ່າ, ມີບົດບາດສຳຄັນເປັນຂົວເຊື່ອມ ຫວຽດນາມ ກັບເຂດພາກຕາເວັນຕົກສ່ຽງໃຕ້ຂອງ ຈີນ ຜ່ານແລວເສດຖະກິດ ຄຸນໝິງ - ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ - ກວາງນິງ. ໃນ 6 ເດືອນຕົ້ນປີ 2026, ຍອດຜະລິດຕະພັນລວມໃນແຂວງ (GRDP) ເຕີບໂຕ 9,01%; ລາຍຮັບງົບປະມານລັດ ຄາດວ່າຈະເກີນ 11.000 ຕື້ດົ່ງ. ປັດຈຸບັນ, ແຂວງ ລາວກາຍ ກຳລັງລະດົມແຫຼ່ງທຶນ ເພື່ອລົງທຶນກໍ່ສ້າງໂຄງການໂຄງລ່າງພື້ນຖານຍຸດທະສາດ ເຊັ່ນ ເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ, ຂະຫຍາຍທາງດ່ວນ ໂນ້ຍບ່າຍ - ລາວກາຍ, ສະໜາມບິນ ຊາປາ, ສະຖານີຂົນສົ່ງ ແລະ ອື່ນໆ ເພື່ອສ້າງແຮງຈູງໃຈໃຫ້ແກ່ການພັດທະນາ ແລະ ເພີ່ມທະວີການເຊື່ອມໂຍງສາກົນ.

ສ່ວນທ່ານພົນຈັດຕະວາ ແປນຄຳ ບຸດຈັນແພງ ໄດ້ເນັ້ນໜັກວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ແມ່ນຊັບສິນອັນລ້ຳຄ່າ ທີ່ບໍ່ມີສິ່ງໃດທຽບໄດ້ ແລະ ບໍ່ມີສິ່ງໃດສາມາດແບ່ງແຍກໄດ້. ຄວາມສຳພັນພິເສດ ຫວຽດນາມ - ລາວ ໄດ້ຖືກບຳລຸງສ້າງມາຕະຫຼອດ ແລະ ຝັງເລິກຢູ່ໃນສາຍເລືອດຂອງປະຊາຊົນສອງຊາດ, ຖືກເສີມສ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ຈົນກາຍເປັນສາຍພົວພັນອັນຍິ່ງໃຫຍ່, ສາມັກຄີພິເສດ, ຮ່ວມມືຮອບດ້ານ ແລະ ເຊື່ອມໂຍງຍຸດທະສາດຢ່າງເລິກເຊິ່ງ. ສະຫາຍ ເລຂາພັກແຂວງ ບໍ່ແກ້ວ ຍັງໄດ້ສະຫຼຸບສະພາບການພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ຄວາມສະຫງົບ ຂອງແຂວງ ບໍ່ແກ້ວ ແລະ ປະເມີນສູງຜົນສຳເລັດຂອງການຮ່ວມມືລະຫວ່າງບັນດາອົງການວິຊາສະເພາະຂອງສອງແຂວງ ໃນໄລຍະຜ່ານມາ ໂດຍສະເພາະໃນຂົງເຂດຄວາມສະຫງົບ, ການສຶກສາ ແລະ ການຝຶກອົບຮົມ.

ພ້ອມທັງປະເມີນສູງຜົນສຳເລັດດ້ານການພັດທະນາຂອງແຂວງ ບໍ່ແກ້ວ, ສະຫາຍ ຮວ່າງຢາງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ລາວກາຍ ໃຫ້ຂໍ້ສັງເກດວ່າ ແຂວງ ບໍ່ແກ້ວ ເປັນທ້ອງຖິ່ນທີ່ມີຈຸດແຂງດ້ານພູມສາດ-ເສດຖະກິດ ເປັນປະຕູທາງເໜືອຂອງ ລາວ ເຊື່ອມຕໍ່ກັບ ໄທ, ມຽນມາ ແລະ ຈີນ.

ດ້ວຍຈຸດແຂງໃນການພັດທະນາການຄ້າ, ການຂົນສົ່ງ, ກະສິກຳ, ການທ່ອງທ່ຽວ ແລະ ການຄ້າຊາຍແດນ, ແຂວງ ບໍ່ແກ້ວ ມີຫຼາຍຈຸດຄ້າຍຄືກັບແຂວງ ລາວກາຍ, ສ້າງເງື່ອນໄຂອັນສະດວກໃຫ້ສອງຝ່າຍສ້າງບັນດາໂຄງການຮ່ວມມືທີ່ເປັນຮູບປະທຳ ແລະ ສອດຄ່ອງກັບຄວາມຕ້ອງການພັດທະນາໃນໄລຍະໃໝ່.

ຈຸດເດັ່ນຂອງກອງປະຊຸມຫາລື ແມ່ນພິທີລົງນາມບົດຕົກລົງຮ່ວມມືປີ 2026 ລະຫວ່າງຄະນະປົກຄອງແຂວງ ລາວກາຍ ແລະ ຄະນະປົກຄອງແຂວງ ບໍ່ແກ້ວ. ຕາມບົດຕົກລົງ, ສອງຝ່າຍເຫັນດີສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນລະດັບແຂວງ ເພື່ອເພີ່ມທະວີຄວາມເຂົ້າໃຈ, ແລກປ່ຽນປະສົບການດ້ານການຄຸ້ມຄອງ ແລະ ຊຸກຍູ້ໂຄງການຮ່ວມມື.

ໃນຂົງເຂດເສດຖະກິດ, ແຂວງ ລາວກາຍ ຈະສະໜັບສະໜູນແຂວງ ບໍ່ແກ້ວ ຈຳນວນ 5 ຕື້ດົ່ງ ເພື່ອກໍ່ສ້າງໂຮງຮຽນມັດທະຍົມຕອນປາຍແຫ່ງໜຶ່ງ ຢູ່ເມືອງ ຫ້ວຍຊາຍ ດ້ວຍມູນຄ່າການລົງທຶນປະມານ 1 ລ້ານໂດລາສະຫະລັດ. ຫຼັງຈາກສຳເລັດ, ໂຄງການຈະມີຊື່ວ່າ “ໂຄງການຮ່ວມມືມິດຕະພາບ ລາວກາຍ - ບໍ່ແກ້ວ”, ກາຍເປັນສັນຍາລັກອັນຊັດເຈນຂອງຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງທ້ອງຖິ່ນ.

ໃນຂົງເຂດການສຶກສາ, ໃນສົກຮຽນ 2026-2027, ແຂວງ ລາວກາຍ ຈະຮັບນັກຮຽນ 15 ຄົນຈາກແຂວງ ບໍ່ແກ້ວ ມາຮຽນພາສາ ຫວຽດ ກ່ອນເຂົ້າສຶກສາຕໍ່ຢູ່ສະຖາບັນການສຶກສາຂອງແຂວງ. ພ້ອມກັນນັ້ນ ຍັງສືບຕໍ່ຈັດກິດຈະກຳພົບປະ ແລະ ຢ້ຽມຢາມນັກຮຽນ ລາວ ເນື່ອງໃນໂອກາດບຸນປີໃໝ່ປະເພນີຂອງ ຫວຽດນາມ ແລະ ລາວ.

ສອງຝ່າຍຍັງເຫັນດີສືບຕໍ່ເສີມສ້າງການຮ່ວມມືດ້ານປ້ອງກັນຊາດ ຜ່ານການພົບປະ ແລະ ແລກປ່ຽນປະສົບການລະຫວ່າງກອງບັນຊາການທະຫານຂອງສອງແຂວງ, ປະກອບສ່ວນຮັກສາຄວາມໝັ້ນຄົງ ແລະ ຄວາມສະຫງົບ ເພື່ອຮັບໃຊ້ການພັດທະນາ.

ນອກຈາກບົດຕົກລົງຮ່ວມມືທີ່ໄດ້ລົງນາມ, ການນຳຂອງສອງແຂວງຍັງເຫັນດີສືບຕໍ່ຂະຫຍາຍການຮ່ວມມືໃນຫຼາຍຂົງເຂດ ເຊັ່ນ ການປະຕິຮູບບໍລິຫານ, ການຫັນເປັນດິຈິຕອນ, ການສົ່ງເສີມການລົງທຶນ, ການຄ້າ, ການຂົນສົ່ງ, ກະສິກຳ, ການທ່ອງທ່ຽວ, ການພັດທະນາບຸກຄະລາກອນ, ສາທາລະນະສຸກ, ວັດທະນະທຳ ແລະ ການແລກປ່ຽນລະຫວ່າງຊາວໜຸ່ມ ແລະ ປະຊາຊົນຂອງສອງປະເທດ.

ສອງຝ່າຍຢືນຢັນວ່າ ຈະຮັກສາກົນໄກການແລກປ່ຽນຢ່າງສະໝ່ຳສະເໝີລະຫວ່າງບັນດາພະແນກຂອງສອງແຂວງ, ເພີ່ມທະວີການຮ່ວມມືລະຫວ່າງວິສາຫະກິດຂອງສອງແຂວງ ເພື່ອສ້າງແຮງຂັບເຄື່ອນໃໝ່ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະທ້ອງຖິ່ນ.

ພິທີລົງນາມບົດຕົກລົງຮ່ວມມືລະຫວ່າງແຂວງ ລາວກາຍ ຂອງ ຫວຽດນາມ ແລະ ແຂວງ ບໍ່ແກ້ວ ຂອງ ລາວ ໃນຄັ້ງນີ້ ໄດ້ຢືນຢັນຕໍ່ໄປອີກເຖິງປະເພນີມິດຕະພາບລະຫວ່າງສອງແຂວງ ພ້ອມທັງສະແດງເຖິງຄວາມຕັ້ງໃຈຂອງການນຳສອງທ້ອງຖິ່ນ ໃນການຜັນຂະຫຍາຍນະໂຍບາຍຮ່ວມມື ຫວຽດນາມ - ລາວ, ລາວ - ຫວຽດນາມ ໂດຍລວມ ແລະ ລະຫວ່າງແຂວງ ລາວກາຍ ກັບ ບໍ່ແກ້ວ ໂດຍສະເພາະ. ນີ້ຈະເປັນພື້ນຖານສຳຄັນ ໃຫ້ສອງແຂວງນຳໃຊ້ຈຸດແຂງຂອງແຕ່ລະຝ່າຍໄດ້ຢ່າງມີປະສິດທິຜົນ, ເພີ່ມທະວີການເຊື່ອມໂຍງ ແລະ ການພັດທະນາ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເຊື່ອມໂຍງຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃຫ້ນັບມື້ນັບເຂັ້ມແຂງ, ມີປະສິດທິຜົນ ແລະ ຍືນຍົງ.

ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື: ຂີດໝາຍອັນພິເສດ ໃນສາຍພົວພັນ ຫວຽດນາມ - ລາວ ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື: ຂີດໝາຍອັນພິເສດ ໃນສາຍພົວພັນ ຫວຽດນາມ - ລາວ
ຍສໝ - ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ໄດ້ເນັ້ນໜັກວ່າ ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ທີ່ໄດ້ລົງນາມກັນໃນປີ 1977 ແມ່ນໄດ້ຊ່ວຍໃຫ້ສອງປະເທດຜ່ານຜ່າທຸກສິ່ງທ້າທາຍ, ທັງເປັນການສ້າງພື້ນຖານອັນໜັກແໜ້ນ ເພື່ອນຳພາສາຍພົວພັນສອງຝ່າຍໃຫ້ໄດ້ຮັບການພັດທະນາເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ເສັ້ນທາງຮູ້ບຸນຄຸນ ຜູ້ທີ່ມີຄຸນງາມຄວາມດີ ຂອງ ສະມາຄົມມິດຕະພາບ ຫວຽດນາມ - ລາວ ເສັ້ນທາງຮູ້ບຸນຄຸນ ຜູ້ທີ່ມີຄຸນງາມຄວາມດີ ຂອງ ສະມາຄົມມິດຕະພາບ ຫວຽດນາມ - ລາວ
ຍສໝ - ວັນທີ 25/7, ສະມາຄົມມິດຕະພາບ ຫວຽດນາມ - ລາວ ພ້ອມດ້ວຍຄະນະປະຕິບັດງານ ໄດ້ເຂົ້າຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ ທະຫານເສຍອັງຄານ, ທະຫານເຈັບປ່ວຍ, ອະດີດເຍົາວະຊົນກອງອາສາສະໝັກ ແລະ ເລີ່ມດຳເນີນການກໍ່ສ້າງ “ເຮືອນແຫ່ງຄວາມຮັກແພງ” ໃຫ້ແກ່ຄອບຄົວເປົ້າໝາຍນໂຍບາຍ ຢູ່ທີ່ ແຂວງ ເຫງະອານ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ