ແລກປ່ຽນຜ່ານລະບົບທາງໄກລະຫວ່າງແພດທະຫານຫວຽດນາມ ແລະອາຟະລິກາ ກ່ຽວກັບບົດຮຽນປ້ອງກັນ ແລະຕ້ານພະຍາດໂຄວິດ - 19

06:30 | 18/10/2020

ຍສໝ - ທີ່ການແລກປ່ຽນ, ບັນດາຊ່ຽວຊານແພດທະຫານສອງປະເທດໄດ້ແລກປ່ຽນເນື້ອໃນທີ່ມີຄວາມສົນໃຈ, ແບ່ງປັນບົດຮຽນໃນການຮັບມືກັບພະຍາດໂຄວິດ - 19.

ການລົງທືນໂດຍກົງຈາກຕ່າງປະເທດ (FDI) ໄດ້ບັນລຸລະດັບສະເລ່ຍຫຼາຍກ່ວາ 6% ຂອງ GDP ຫວຽດນາມ
ກະຕຸ້ນການທ່ອງທ່ຽວ ຫວຽດນາມ
ແລກປ່ຽນຜ່ານລະບົບທາງໄກລະຫວ່າງແພດທະຫານຫວຽດນາມ ແລະອາຟະລິກາ ກ່ຽວກັບບົດຮຽນປ້ອງກັນ ແລະຕ້ານພະຍາດໂຄວິດ - 19
ບັນຍາກາດທີ່ການແລກປ່ຽນ. ພາບ: qdnd.vn

ເມື່ອບໍ່ດົນມານີ້, ທີ່ວິທະຍາຄານການແພດກອງທັບ ສສ.ຫວຽດນາມ ໄດ້ດໍາເນີນການແລກປ່ຽນຜ່ານລະບົບທາງໄກລະຫວ່າງແພດທະຫານຫວຽດນາມ ແລະອາຟະລິກາ ກ່ຽວກັບບົດຮຽນປ້ອງກັນ ແລະຕ້ານພະຍາດໂຄວິດ - 19.ທີ່

ການແລກປ່ຽນ, ບັນດາຊ່ຽວຊານແພດທະຫານສອງປະເທດໄດ້ແລກປ່ຽນເນື້ອໃນທີ່ມີຄວາມສົນໃຈ, ແບ່ງປັນບົດຮຽນໃນການຮັບມືກັບພະຍາດໂຄວິດ - 19 ປະກອບມີການຈັດຕັ້ງກໍາລັງ; ມາດຕະການ ແລະຂັ້ນຕອນການວິເຄາະຫາເຊື້ອ; ຄົ້ນຫາຜູ້ຕິດເຊື້ອພະຍາດ, ແຍກປ່ຽວ, ຕິດຕາມກວດກາການປ້ອງກັນ ແລະຕ້ານພະຍາດໂຄວິດ - 19.

ທີ່ການແລກປ່ຽນ, ຝ່າຍອາຟະລິກາ ກໍ່ໄດ້ຕີລາຄາສູງຕໍ່ໝາກຜົນການຄວບຄຸມພະຍາດໂຄວິດ - 19 ຂອງຫວຽດນາມ ໃນໄລຍະຜ່ານມາ.

ປະຈຸບັນ ທົ່ວປະເທດ ຫວຽດນາມ ມີໂຮງໝໍ 1.400 ແຫ່ງໄດ້ຜັນຂະຫຍາຍມາດຖານໂຮງໝໍໄພ. ເລື່ອງຜັນຂະຫຍາຍກວດພະຍາດປອດໄພຕ້ານໂລກລະບາດໂຄວິດ-19 ແມ່ນ ເພື່ອປະຕິບັດ 5 ຫຼັກການຕ້ານໂລກລະບາດເປັນຢ່າງດີ ເຊິ່ງຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກຍົກອອກມາແມ່ນ: ສະກັດກັ້ນ, ກວດພົບ, ແຍກຕົວ, ຂີດແບ່ງເຂດ ແລະ ປິ່ນປົວຢ່າງມີປະສິດທິຜົນ.

ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ແລະ ນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດຫວຽດນາມ ແລະ ເຢຍລະມັນ

ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ມອບຫຼຽນໄຊແຮງງານຊັ້ນສອງ ໃຫ້ສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ, ເພື່ອເປັນການຮັບຮູ້ບັນດາຜົນງານດີເດັ່ນຂອງສະມາຄົມໃນວຽກງານ, ຕັ້ງໜ້າປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ.

ຫວຽດນາມ ໜູນຊ່ວຍມຽນມາ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຄັ້ງທີ 2

ຍສໝ - ມຽນມາ ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດຖະບານ ຫວຽດນາມ ທີ່ໄດ້ໜູນຊ່ວຍ ມຽນມາ ຢ່າງທັນການໃນເວລາປະສົບກັບຄວາມຫຍຸ້ງຍາກຍ້ອນຂາດເຂີນອຸປະກອນການແພດ.

ຫວຽດນາມ ຄັດຄ້ານຈີນ ສ້າງຕັ້ງວິສາຫະກິດຢູ່ຮວ່າງຊາຂອງຫວຽດນາມ

ຍສໝ - ຫຼັກໝ້ັນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຄັດຄ້ານຢ່າງແຮງກ່ຽວກັບການສ້າງຕັ້ງອັນທີ່ໄດ້ເອີ້ນວ່ານະຄອນຕາມຊາ ແລະບັນດາພຶດຕິກຳທີ່ມີສ່ວນກ່ຽວຂ້ອງ ຍ້ອນວ່າໄດ້ລະເມີດອະທິປະໄຕຂອງຫວຽດນາມຢ່າງຮ້າຍແຮງ.

ໄຊພອນ

ເຫດການ
302 Found

Found

The document has moved here.