ເພື່ມທະວີການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອົດສະຕາລີ

17:22 | 07/01/2021

ຍສໝ - ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດໃກ້ຄຽງ,  ປະເທດເພື່ອນມິດທີ່ເປັນມູນເຊື້ອ ແລະປະເທດຄູ່ຮ່ວມມື, ໃນນັ້ນມີອົດສະຕາລີ ນັບມື້ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ.

ເພ ມທະວ ການພ ວພ ນຮ ວມມ ລະຫວ າງ ຫວຽດນາມ ແລະ ອ ດສະຕາລ ກອງປະຊຸມທາງອອນລາຍລັດຖະມົນຕີກະຊວງການຕ່າງປະເທດ ປະຈຳປີ ລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ຄັ້ງທີ 2
ເພ ມທະວ ການພ ວພ ນຮ ວມມ ລະຫວ າງ ຫວຽດນາມ ແລະ ອ ດສະຕາລ ທ່ານໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ
ເພ ມທະວ ການພ ວພ ນຮ ວມມ ລະຫວ າງ ຫວຽດນາມ ແລະ ອ ດສະຕາລ
ທ່ານພົນຈັດຕະວາ ເລວັນຟຸກ, ຮອງຜູ້ບັນຊາການທະຫານຊາຍແດນ ແລະ ທ່ານ Anthony Kneipp. ພາບ: www.bienphong.com.vn.

ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ສສ.ຫວຽດນາມ, ທ່ານພົນຈັດຕະວາ ເລວັນຟຸກ, ຮອງຜູ້ບັນຊາການທະຫານຊາຍແດນ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ Anthony Kneipp ເລຂາຜູ້ທີໜຶ່ງ, ສະຖານທູດອົດສະຕາລີ ປະຈໍາ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ເລວັນຟຸກ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການພົວພັນຕ່າງປະເທດ, ການຮ່ວມມືແລກປ່ຽນ, ຕ້ານການກໍ່ການຮ້າຍໃຫ້ຫຼາຍກວ່າອີກ; ສືບຕໍ່ສົມທົບກັນຍູ້ແຮງວຽກງານສື່ຂ່າວໃຫ້ວົງຄະນະຍາດເພື່ອປ້ອງກັນ, ຕ້ານການອົບພະຍົບຢ່າງຜິດກົດໝາຍ, ຍົກສູງຄວາມຮັບຮູ້ ແລະຄວາມເຂົ້າໃຈໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນກ່ຽວກັບຄວາມສ່ຽງ ແລະຜົນຕາມມາຂອງການອົບພະຍົບຜິດກົດໝາຍ.

ທີ່ການຕ້ອນຮັບ, ທ່ານ Anthony Kneipp ເລຂາຜູ້ທີໜຶ່ງ, ສະຖານທູດອົດສະຕາລີ ປະຈໍາ ຫວຽດນາມ ໄດ້ກ່າວຄໍາຂອບໃຈຕໍ່ການນໍາກອງບັນຊາການທະຫານຊາຍແດນ ທີ່ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ຕົນເອງປະຕິບັດສໍາເລັດໜ້າທີ່ໃນອາຍຸການປະຕິບັດໜ້າທີ່ການທູດຂອງຕົນ, ພ້ອມທັງສະແດງຄວາມເຫັນດີເຫັນພ້ອມຕໍ່ບັນດາມາດຕະການສົມທົບກັນລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ.

ເມື່ອບໍ່ດົນມານີ້, ທ່ານພົນໂທ ຮ່ວາງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Peter Tesch, ຮອງເລຂາທິການໃຫຍ່ປ້ອງກັນຊາດອົດສະຕາລີ ເປັນປະທານຮ່ວມການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ອົດສະຕາລີ ຄັ້ງທີ 4 ຜ່ານລະບົບທາງໄກ. ສອງຝ່າຍໄດ້ຕີລາຄາໝາກຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ ແລະທິດທາງໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບຖືວ່າ ເຖິງວ່າພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງແນ່ນອນກໍ່ຕາມ, ແຕ່ກະຊວງປ້ອງກັນປະເທດສອງປະເທດ ຍາມໃດກໍ່ຢັ້ງຢືນຄໍາໝັ້ນສັນຍາຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດໃນຂອບເຂດຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດກວ່າອີກ. ກ່ຽວກັບການຮ່ວມມືສອງຝ່າຍ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ໄດ້ແບ່ງປັນກັບຝ່າຍອົດສະຕາລີ ກ່ຽວກັບໝາກຜົນການເຄື່ອນໄຫວດ້ານປ້ອງກັນຊາດໂດຍຫວຽດນາມເປັນປະທານ, ຜ່ານນັ້ນຢັ້ງຢືນຄວາມມານະພະຍາຍາມຂອງຫວຽດນາມ ໃນການຮັກສາ, ຊຸກຍູ້ທ່າຮ່ວມມືໃນ ADMM/ADMM+, ເພື່ອຜົນປະໂຫຍດລວມຂອງອາຊຽນ ກໍ່ຄືບັນດາຄູ່ຮ່ວມມື.

ເພ ມທະວ ການພ ວພ ນຮ ວມມ ລະຫວ າງ ຫວຽດນາມ ແລະ ອ ດສະຕາລ ສຳນັກຂ່າວສານ ABC ຂອງປະເທດ ອົດສະຕາລີ: ຫວຽດນາມ ສະກັດກັ້ນໂລກລະບາດໂຄວິດ-19 ຄັ້ງທີ 2 ຢ່າງວ່ອງໄວ, ມີປະສິດທິຜົນ ແລະ ບໍ່ສິ້ນເປືອງ

ຍສໝ - ABC ຖືວ່າໂລກລະບາດໂຄວິດ-19 ຄັ້ງທີ 2 ແຜ່ລະບາດຢູ່ນະຄອນ ດ່າໜັງ ນັບແຕ່ທ້າຍເດືອນ ກໍລະກົດ ແຕ່ຍ້ອນການປິກເມືອງໂດຍໄວ ພ້ອມກັບການຄວບຄຸມການໄປມາເຂົ້ານະຄອນນີ້ຢ່າງເຄັ່ງຄັດ ໄດ້ຈຳກັດການຕິດແປດຂອງໂລກລະບາດ.

ເພ ມທະວ ການພ ວພ ນຮ ວມມ ລະຫວ າງ ຫວຽດນາມ ແລະ ອ ດສະຕາລ ສືບຕໍ່ນຳສົ່ງພົນລະເມືອງ ຫວຽດນາມ ຈາກ ອົດສະຕາລີ ກັບຄືນປະເທດ

ຍສໝ - ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ໄດ້ສົມທົບກັບສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Sydney, Perth ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ຈະຈັດຖ້ຽວບິນຈາກ Sydney ກັບມາປະເທດໃນຕົ້ນເດືອນ ສິງຫາ 2020.

ເພ ມທະວ ການພ ວພ ນຮ ວມມ ລະຫວ າງ ຫວຽດນາມ ແລະ ອ ດສະຕາລ ຫວຽດນາມ - ອົດສະຕາລີ: ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານພະຍາດໂຄວິດ-19

ຍສໝ - ເມື່ອບໍ່ດົນມານີ້, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາງ Marise Payne ລັດຖະມົນຕີການຕ່າງປະເທດ ອົດສະຕາລີ ເພື່ອສືບຕໍ່ເພີ່ມທະວີການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ ແລະ ປະສົບການກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ໄຊພອນ

ເຫດການ
302 Found

Found

The document has moved here.