ກອງປະຊຸມທາງອອນລາຍລັດຖະມົນຕີກະຊວງການຕ່າງປະເທດ ປະຈຳປີ ລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ຄັ້ງທີ 2

16:30 | 06/11/2020

ຍ​ສ​ໝ - ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາກົນໄກ, ເວທີປາໄສພາກພື້ນ ແລະ ສາກົນເປັນຕົ້ນແມ່ນ ສປຊ, ອາຊຽນ/ EAS, ອະນຸພາກພື້ນແມ່ນ້ຳຂອງ…

ກອງປະຊ ມທາງອອນລາຍລ ດຖະມ ນຕ ກະຊວງການຕ າງປະເທດ ປະຈຳປ ລະຫວ າງ ຫວຽດນາມ ແລະ ອ ດສະຕາລ ຄ ງທ 2 ອົດສະຕາລີ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຈາກໄພທຳມະຊາດ
ກອງປະຊ ມທາງອອນລາຍລ ດຖະມ ນຕ ກະຊວງການຕ າງປະເທດ ປະຈຳປ ລະຫວ າງ ຫວຽດນາມ ແລະ ອ ດສະຕາລ ຄ ງທ 2 ນັກຮຽນຮູ້ອົດສະຕາລີ: ຫວຽດນາມ ມີນະໂຍບາຍຮັບປະກັນການເຕີບໂຕໄລຍະຍາວ
ກອງປະຊ ມທາງອອນລາຍລ ດຖະມ ນຕ ກະຊວງການຕ າງປະເທດ ປະຈຳປ ລະຫວ າງ ຫວຽດນາມ ແລະ ອ ດສະຕາລ ຄ ງທ 2
ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ພ້ອມກັບທ່ານນາງ ລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne ໄດ້ເປັນປະທານຮ່ວມກອງປະຊຸມ (ພາບ: TTXVN)

ວັນທີ 5 ພະຈິກ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ພ້ອມກັບທ່ານນາງ ລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne ໄດ້ເປັນປະທານຮ່ວມກອງປະຊຸມທາງອອນລາຍລັດຖະມົນຕີກະຊວງການຕ່າງປະເທດ ປະຈຳປີ ລະຫວ່າງ ຫວຽດນາມ ແລະ ອົດສະຕາລີຄັ້ງທີ 2. ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີຄວາມມານະພະຍາຍາມຮ່ວມມືໃນບັນດາຂົງເຂດສຳຄັນ ເພື່ອແນໃສ່ຟື້ນຟູເສດຖະກິດພາຍຫຼັງ ໂລກລະບາດ Covid – 19, ສອງຝ່າຍຢັ້ງຢືນວ່າ ຈະໜູນຊ່ວຍດ້ານເຕັກນິກໃນຂະແໜງກະສິກຳ, ສຳຜັດກັບຕະຫຼາດ ແລະ ຈະປຶກສາຫາລືບັນດາມາດຕະການ, ກົນໄກທີ່ເໝາະສົມ ເພື່ອສາມາດເຊື່ອມຕໍ່ບັນດາຖ້ຽວບິນໂດຍໄວເມື່ອ ສະພາບການກັບຄືນສູ່ເປັນປົກກະຕິ.

ກ່ຽວກັບຄວາມວິຕົກກັງວົນຢູ່ທະເລຕາເວັນອອກ, ສອງຝ່າຍໄດ້ຢັ້ງຢຶນເຖິງຄວາມສຳຄັນໃນການເພີ່ມທະວີການຮ່ວມມື, ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນ, ແກ້ໄຂການແຂດແຍ່ງດ້ວຍສັນຕິວິທີໂດຍອີງໃສ່ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາກົນໄກ, ເວທີປາໄສພາກພື້ນ ແລະ ສາກົນເປັນຕົ້ນແມ່ນ ສປຊ, ອາຊຽນ/EAS, ອະນຸພາກພື້ນແມ່ນ້ຳຂອງ…

ສິ້ນ​ສຸດ​ກອງ​ປ​ະ​ຊຸມ​ສຳ​ມະ​ນາ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ໂຄງ​ການ​ກະ​ທຳ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອົດ​ສະ​ຕາ​ລີ​ໄລ​ຍະ 2030 - 2023. ໂຄງ​ການ​ກະ​ທຳ​ໄດ້​ສຸມ​ໃສ່​ເຂົ້າ 3 ເສົາຫຼັກ​ແມ່ນ ເພີ່ມ​ທະ​ວີ​ການ​ສະ​ໜິດ​ຕິດ​ພັນ​ເສ​ດ​ຖະ​ກິດ, ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງ​ກ່​ວາ​ອີກ, ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ສ້າງ​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ພູມ​ປັນ​ຍາ ແລະ ປ່ຽນ​ແປງ​ໃໝ່, ຊ່ວຍ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ແຮງ, ນັບ​ມຶ້​ນັບ​ເລິກ​ເຊິ່ງ​ກ້​ວາງ ແຂວງ ແລະ ແທດ​ຈິງ.

ກອງປະຊ ມທາງອອນລາຍລ ດຖະມ ນຕ ກະຊວງການຕ າງປະເທດ ປະຈຳປ ລະຫວ າງ ຫວຽດນາມ ແລະ ອ ດສະຕາລ ຄ ງທ 2 ອົດສະຕາລີ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຈາກໄພທຳມະຊາດ

ຍສໝ - ທ່ານ Scott Morrison - ນາຍົກລັດຖະມົນຕີອົດສະຕາລີ ໄດ້ສົ່ງຈົດໝາຍຢ້ຽມຢາມຖາມຂ່າວ ກ່ຽວກັບສະພາບນໍ້າຖ້ວມທີ່ແກ່ຍາວຢູ່ໃນປະເທດຫວຽດນາມ ແລະ ໄດ້ຢືນຢັນວ່າ ອົດສະຕາລີພ້ອມແລ້ວທີ່ຈະເພີ່ມການຊ່ວຍເຫຼືອສຸກເສີນ ແລະ ການຊ່ວຍເຫຼືອໃນການຟື້ນຟູໄລຍະຍາວໃຫ້ແກ່ຫວຽດນາມ.

ກອງປະຊ ມທາງອອນລາຍລ ດຖະມ ນຕ ກະຊວງການຕ າງປະເທດ ປະຈຳປ ລະຫວ າງ ຫວຽດນາມ ແລະ ອ ດສະຕາລ ຄ ງທ 2 ນັກຮຽນຮູ້ອົດສະຕາລີ: ຫວຽດນາມ ມີນະໂຍບາຍຮັບປະກັນການເຕີບໂຕໄລຍະຍາວ

ຍສໝ​ - ຜູ້ຮອງສາດສະດາຈານ Suiwah Leung ໃຫ້ຮູ້ວ່າ ປະເທດຫວຽດນາມ ມີນະໂຍບາຍທີ່ດີ, ຈະສືບຕໍ່ມີບົດບາດສຳຄັນ ໃນການຮັບປະກັນການເຕີບໂຕຂອງເສດຖະກິດໄລຍະຍາວ ຂອງຫວຽດນາມ ພາຍຫຼັງ COVID-19.

ກອງປະຊ ມທາງອອນລາຍລ ດຖະມ ນຕ ກະຊວງການຕ າງປະເທດ ປະຈຳປ ລະຫວ າງ ຫວຽດນາມ ແລະ ອ ດສະຕາລ ຄ ງທ 2 ນຳສົ່ງພົນລະເມືອງຫວຽດນາມ ຈຳນວນເກືອບ 350 ຄົນຈາກອົດສະຕາລີ ແລະ ນິວຊີແລນ ກັບຄືນປະເທດຢ່າງປອດໄພ

ຍສໝ - ວັນທີ 9 ຕຸລາ 2020, ອົງການຜູ້ຕາງໜ້າຊາວຫວຽດນາມ, ສະຖານທູດຫວຽດນາມຢູ່ອົດສະຕາລີ ແລະ ນິວຊີແລນ, ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ຮ່ວມມືກັບອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳສົ່ງພົນລະເມືອງຈຳນວນເກືອບ 350 ຄົນຈາກອົດສະຕາລີ ແລະ ນິວຊີແລນກັບຄືນສູ່ປະເທດຢ່າງປອດໄພ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.