| ດັດແກ້, ເພີ່ມເຕີມກົດລະບຽບຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ທ່ານ ຟານແອັງເຊີນ ໄດ້ຮັບເລືອກເປັນປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2026-2031 |
ນຳສະເໜີບົດລາຍງານການເມືອງ ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ (ຈັດຂຶ້ນໃນວັນທີ 14/9 ຢູ່ຮ່າໂນ້ຍ), ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃຫ້ຮູ້ວ່າ, ອາຍຸການ 2019-2026 ໄດ້ບັນທຶກບັນດາການປ່ຽນແປງໃນດ້ານແນວຄິດ, ເນື້ອໃນ ແລະ ຮູບແບບການເຄື່ອນໄຫວ.
![]() |
| ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ນຳສະເໜີບົດລາຍງານການເມືອງສະບັບຫຍໍ້ຂອງກອງປະຊຸມໃຫຍ່. |
ໃນກິດຈະກຳມິດຕະພາບ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຫັນຈາກ “ການແລກປ່ຽນມິດຕະພາບແບບທຳມະດາ” ໄປສູ່ “ການສ້າງສັນຄຸນຄ່າການພັດທະນາ”; ສ້າງບັນດາກົນໄກຮ່ວມມືເປັນປະຈຳ, ກໍ່ຮູບຫຼາຍກິດຈະກຳທີ່ມີຄວາມເລິກເຊິ່ງກັບແຕ່ລະຄູ່ຮ່ວມ.
ໃນວຽກງານ NGO ຕ່າງປະເທດ, ແນວຄິດໄດ້ຫັນຈາກການຮັບການຊ່ວຍເຫຼືອ ໄປສູ່ການເປັນເຈົ້າການເຊື່ອມໂຍງ, ກຳນົດທິດ ແລະ ສ້າງສັນການຮ່ວມມືເພື່ອການພັດທະນາ ຕາມຮູບແບບ “ຮ່ວມກັນສ້າງສັນ” (ຮ່ວມກັນອອກແບບ, ຮ່ວມກັນປະຕິບັດ ແລະ ຮ່ວມກັນໄດ້ຮັບຜົນປະໂຫຍດ). ແຫຼ່ງການຊ່ວຍເຫຼືອ ໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ, ເຊື່ອມໂຍງກັບບັນດາໂຄງການ ແລະ ຂະບວນການໃຫຍ່.
ການຕ່າງປະເທດປະຊາຊົນຫຼາຍຝ່າຍ ໄດ້ເລີ່ມຫັນຈາກການເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ໄປສູ່ການເປັນເຈົ້າການປະກອບສ່ວນ, ກຳນົດຮູບແບບ ແລະ ນຳພາໃນບັນດາກົນໄກຫຼາຍຝ່າຍ. ວຽກງານຄົ້ນຄວ້າ, ສະເໜີແນະ ໄດ້ຮັບການເພີ່ມທະວີ. ຂໍ້ມູນຂ່າວສານຕ່າງປະເທດ ໄດ້ຫັນຈາກການສະໜອງຂໍ້ມູນທາງດຽວ ໄປສູ່ການຮ່ວມສ້າງເນື້ອໃນກັບຊ່ຽວຊານ, ນັກວິຊາການ ແລະ ຊາວຫວຽດນາມຢູ່ຕ່າງປະເທດ; ຫຼາກຫຼາຍຮູບແບບຜະລິດຕະພັນສື່ສານ, ນຳໃຊ້ປັນຍາປະດິດ.
ບາງຕົວເລກທີ່ໂດດເດັ່ນໃນໄລຍະ 2019-202689 ອົງການສະມາຊິກ, ໃນນັ້ນ ມີ 59 ອົງການຢູ່ສູນກາງ ແລະ 30 ອົງການຢູ່ທ້ອງຖິ່ນ. ຮັກສາສາຍພົວພັນກັບຫຼາຍກວ່າ 1.500 ຄູ່ຮ່ວມ, ພັດທະນາສາຍພົວພັນກັບຄູ່ຮ່ວມໃໝ່ຫຼາຍກວ່າ 300 ຄູ່ ຢູ່ບັນດາທະວີບ. ຍອດມູນຄ່າການຊ່ວຍເຫຼືອຈາກອົງການ NGO ຕ່າງປະເທດ ນັບແຕ່ທ້າຍປີ 2019 ຫາປີ 2026 ບັນລຸ 1,33 ຕື້ USD; ມູນຄ່າການຊ່ວຍເຫຼືອ ຮັກສາຢູ່ປະມານ 220-230 ລ້ານ USD/ປີ. 1.393 ຫຼັງຄາເຮືອນ ໄດ້ຖືກກໍ່ສ້າງໃນຂອບເຂດໂຄງການ “ລຶບລ້າງເຮືອນຊົ່ວຄາວ, ເຮືອນຊຸດໂຊມ”; ລະດົມໄດ້ຫຼາຍກວ່າ 465 ຕື້ດົ່ງ ເພື່ອແກ້ໄຂຜົນເສຍຫາຍຈາກໄພທຳມະຊາດ. |
ຫັນຈຸດສຸມໄປສູ່ປະສິດທິຜົນຕົວຈິງ
ໃນອາຍຸການ 2026-2031, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ກຳນົດຄຳຂວັນວ່າ “ເປັນເຈົ້າການປັບຕົວ, ບຸກທະລຸດ້ານນະວັດຕະກຳ, ເປັນຮູບປະທຳ, ມີປະສິດທິຜົນ”.
ເປົ້າໝາຍລວມ ແມ່ນສ້າງສະຫະພັນບັນດາອົງການມິດຕະພາບຫວຽດນາມ ຕັ້ງແຕ່ສູນກາງຮອດທ້ອງຖິ່ນ ໃຫ້ເຂັ້ມແຂງຮອບດ້ານດ້ານກົງຈັກການຈັດຕັ້ງ; ພັດທະນາຖັນແຖວພະນັກງານທີ່ມີຈຸດຢືນການເມືອງໜັກແໜ້ນ, ຊຳນານພາສາຕ່າງປະເທດ, ເກັ່ງດ້ານວິຊາສະເພາະ ແລະ ທັກສະ; ມີເຄືອຂ່າຍຄູ່ຮ່ວມສາກົນທີ່ເຂັ້ມແຂງ, ມີອິດທິພົນເລິກ ແລະ ກວ້າງຂວາງ. ປ່ຽນໃໝ່ຢ່າງແຮງໃນເນື້ອໃນ ແລະ ຮູບແບບກິດຈະກຳການຕ່າງປະເທດປະຊາຊົນ, ວຽກງານຂົນຂວາຍການຊ່ວຍເຫຼືອຈາກອົງການ NGO ຕ່າງປະເທດ, ຂໍ້ມູນຂ່າວສານຕ່າງປະເທດ ແລະ ການຄົ້ນຄວ້າ, ສະເໜີແນະ ຕາມທິດຫັນຈຸດສຸມໄປສູ່ປະສິດທິຜົນຕົວຈິງ, ມີຜະລິດຕະຜົນ ແລະ ຜົນສຳເລັດສະເພາະທີ່ສາມາດວັດແທກໄດ້, ຮັບໃຊ້ຢ່າງເປັນຮູບປະທຳຕໍ່ບັນດາເປົ້າໝາຍພັດທະນາຂອງປະເທດ ແລະ ທ້ອງຖິ່ນ. ຢືນຢັນຢ່າງໜັກແໜ້ນ ແລະ ສົ່ງເສີມສູງສຸດບົດບາດເປັນແກນຫຼັກໃນເສົາຄ້ຳການຕ່າງປະເທດປະຊາຊົນ; ເປັນເຈົ້າການປະສານສົມທົບກັບບັນດາອົງການສະມາຊິກຂອງແນວໂຮມແຫ່ງຊາດຫວຽດນາມ; ປະສານງານຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ ກັບການຕ່າງປະເທດຂອງພັກ ແລະ ການທູດຂອງລັດ ເພື່ອປະຕິບັດໜ້າທີ່ “ສຳຄັນຍິ່ງ, ເປັນປະຈຳ” ໃຫ້ສຳເລັດ; ສົ່ງເສີມບົດບາດນຳໜ້າຂອງວຽກງານຕ່າງປະເທດ ໃນການສ້າງ ແລະ ຮັກສາສະພາບແວດລ້ອມສັນຕິພາບ, ໝັ້ນຄົງ, ປົກປ້ອງປິຕຸພູມຢ່າງໜັກແໜ້ນແຕ່ຫົວທີ, ແຕ່ໄກ, ນຳພາປະເທດກ້າວເຂົ້າສູ່ຍຸກແຫ່ງການກ້າວຂຶ້ນຂອງຊາດຢ່າງໜັກແໜ້ນ.
![]() |
| ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ. |
6 ໜ້າທີ່, 3 ຂອດບຸກທະລຸ
ບົດລາຍງານໄດ້ກຳນົດ 6 ໜ້າທີ່ ແລະ ວິທີແກ້ໄຂຈຸດສຸມ ໃນອາຍຸການ 2026-2031.
ໜຶ່ງ, ຍົກສູງຄວາມຮັບຮູ້ກ່ຽວກັບບົດບາດຂອງການຕ່າງປະເທດປະຊາຊົນ ແລະ ໜ້າທີ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ.
ສອງ, ປັບປຸງ, ຂະຫຍາຍ, ເຮັດໃຫ້ສາຍພົວພັນກັບມິດສະຫາຍ ແລະ ຄູ່ຮ່ວມສາກົນ ເລິກເຊິ່ງ ແລະ ເປັນຮູບປະທຳຍິ່ງຂຶ້ນ; ຂະຫຍາຍພື້ນທີ່, ຂົງເຂດ ແລະ ຮູບແບບການເຄື່ອນໄຫວ; ເຂົ້າຮ່ວມບັນດາກົນໄກຫຼາຍຝ່າຍຢ່າງຕັ້ງໜ້າ, ຊຸກຍູ້ ແລະ ປົກປ້ອງຜົນປະໂຫຍດຂອງປະເທດຊາດ - ຂອງຊາດ.
ສາມ, ຊຸກຍູ້ການຂົນຂວາຍ, ຫຼາກຫຼາຍແຫຼ່ງກຳລັງ ແລະ ຍົກສູງປະສິດທິຜົນການຄຸ້ມຄອງ, ນຳໃຊ້ແຫຼ່ງກຳລັງສາກົນ ເພື່ອຮັບໃຊ້ບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ.
ສີ່, ສົ່ງເສີມບົດບາດເປັນຂົວເຊື່ອມຂອງຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ, ເຊື່ອມແໜ້ນມະຫາສາມັກຄີທົ່ວຊາດ ທັງຢູ່ພາຍໃນ ແລະ ນອກປະເທດ.
ຫ້າ, ປ່ຽນໃໝ່ແນວຄິດ, ຍົກສູງຄຸນນະພາບ ແລະ ປະສິດທິຜົນວຽກງານຂໍ້ມູນຂ່າວສານຕ່າງປະເທດ; ເປັນເຈົ້າການສ້າງ ແລະ ໂຄສະນາຮູບພາບ ແລະ ຍີ່ຫໍ້ແຫ່ງຊາດ.
ຫົກ, ຍົກລະດັບວຽກງານຄົ້ນຄວ້າ, ສະເໜີແນະ ກ່ຽວກັບສະຖານະການໂລກ, ພາກພື້ນ, ຂະບວນການປະຊາຊົນໂລກ ແລະ ບັນດາພື້ນທີ່ການຕ່າງປະເທດ, ການຮ່ວມມືຫຼາຍຝ່າຍ.
3 ຂອດບຸກທະລຸຍຸດທະສາດ ປະກອບມີ: ບຸກທະລຸດ້ານແນວຄິດ, ເນື້ອໃນ ແລະ ຮູບແບບຜັນຂະຫຍາຍກິດຈະກຳການຕ່າງປະເທດປະຊາຊົນ; ບຸກທະລຸດ້ານວຽກງານພະນັກງານ; ບຸກທະລຸດ້ານການທູດດິຈິຕອນ ແລະ ການບໍລິຫານຂໍ້ມູນອັດສະລິຍະ.
| ທ່ານ ຟານແອັງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ: ໃນອາຍຸການ 2026-2031, ລະບົບສະຫະພັນບັນດາອົງການມິດຕະພາບຫວຽດນາມ ຕ້ອງຫັນປ່ຽນຕົນເອງຢ່າງແຮງຍິ່ງຂຶ້ນຢ່າງແທ້ຈິງ; ປ່ຽນແນວຄິດໄປຕາມທິດ “ມິດຕະພາບ, ສາມັກຄີ ປະກອບສ່ວນສ້າງສັນຄຸນຄ່າຕົວຈິງ”; ຖືເອົາປະສິດທິຜົນຕົວຈິງ, ການປະກອບສ່ວນເຂົ້າໃນຜົນປະໂຫຍດຂອງປະເທດຊາດ - ຂອງຊາດ ແລະ ຜົນປະໂຫຍດຂອງປະຊາຊົນ ເປັນມາດຕະຖານສູງສຸດສຳລັບທຸກການກະທຳ. |
ຍສໝ - ໃນກະແສແຫ່ງການປ່ຽນໃໝ່ ແລະ ການກ້າວຂຶ້ນຂອງປະເທດ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ (ສະຫະພັນ) ໄດ້ເປີດຂຶ້ນໄລຍະໃໝ່ສຳລັບສະຫະພັນ ໃນການປະຕິບັດວຽກງານການຕ່າງປະເທດປະຊາຊົນ. ກ່ອນກອງປະຊຸມໃຫຍ່ຈະໄຂຂຶ້ນ, ມິດສະຫາຍ ແລະ ຄູ່ຮ່ວມສາກົນຈາກຫຼາຍພາກພື້ນ ໄດ້ສົ່ງສານ, ໂທລະເລກອວຍພອນ, ຕີລາຄາບັນດາການປະກອບສ່ວນຂອງສະຫະພັນ ແລະ ສະແດງຄວາມປາຖະໜາທີ່ຈະສືບຕໍ່ຮ່ວມເດີນທາງໃນໄລຍະຕໍ່ໄປ. |
ຍສໝ - ວັນທີ 14/9 ຢູ່ຮ່າໂນ້ຍ ຈັດຂຶ້ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ. ກອງປະຊຸມໃຫຍ່ຈະຕີລາຄາຜົນການດຳເນີນວຽກງານໄລຍະ 2019-2026, ກຳນົດທິດທາງ ແລະ ໜ້າທີ່ສຳລັບອາຍຸການໃໝ່ ໃນສະພາບການທີ່ປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່. |
ມິງດຶກ

