ອາຊຽນ - ນິວຊີແລນ ສຸມໃສ່ປະຕິບັດແຜນດຳເນີນງານໄລຍະ 2021-2025

16:51 | 25/03/2021

ຍສໝ - ດ້ວຍແຜນປະຕິບັດງານໄລຍະໃໝ່ 2021-2025, ອາຊຽນ - ນິວຊີແລນ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງສຸມໃສ່ແຫຼ່ງກຳລັງ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດບຸລິມະສິດ, ເຊັ່ນ: ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທືນ ແລະ ການຕ້ານການກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ, ການສຶກສາ, ປົກປັກຮັກສາສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ, ການຄຸ້ມຄອງໄພພິບັດ, ການຮ່ວມມືພັດທະນາອະນຸພາກພື້ນ ແລະ ຫຼຸດຊ່ອງຫວ່າງໃນການພັດທະນາ.

ອາຊຽນ ນ ວຊ ແລນ ສ ມໃສ ປະຕ ບ ດແຜນດຳເນ ນງານໄລຍະ 2021 2025 ກະຊວງການຕ່າງປະເທດຫວຽດນາມ ແລະ ນິວຊີແລນ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ
ອາຊຽນ ນ ວຊ ແລນ ສ ມໃສ ປະຕ ບ ດແຜນດຳເນ ນງານໄລຍະ 2021 2025 ເພີ່ມທະວີບົດບາດຂອງກະຊວງການຕ່າງປະເທດ 2 ປະເທດໃນການຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ນິວຊີແລນ

ໃນວັນທີ 23 ມີນາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢູງ, ຫົວໜ້າ SOM ASEAN ຂອງຫວຽດນາມ ໄດ້ເຂົ້າຮ່ວມພ້ອມດ້ວຍກັບຫົວໜ້າ SOM ຂອງບັນດາປະເທດອາຊຽນ ແລະ ປະເທດນິວຊີແລນ ເຂົ້າຮ່ວມກອງປະຊຸມສົນທະນາອາຊຽນ - ນິວຊີແລນຄັ້ງທີ 28 ດ້ວຍຮູບການຖ່າຍທອດສົດ.

ກ່າວຄຳເຫັນທີ່ການເຈລະຈາ, ຫົວໜ້າ SOM ປະເທດນິວຊີແລນ ທ່ານ Alison Mann ໄດ້ຢືນຢັນຄວາມສຳຄັນຂອງການພົວພັນກັບອາຊຽນ, ໃຫ້ຄຳໝັ້ນສັນຍາສືບຕໍ່ເປັນຄູ່ຮ່ວມມືທີ່ຕັ້ງໜ້າຂອງອາຊຽນໃນຂອບ ແລະ ຂະບວນການເຈລະຈາ, ສະໜັບສະໜູນອາຊຽນ ໃນການສ້າງປະຊາຄົມ ແລະ ປະຕິບັດການເຊື່ອມໂຍງໃນພາກພື້ນ, ແລະ ສະໜັບສະໜູນບົດບາດເປັນໃຈກາງຂອງອາຊຽນ ໃນສະຖາປັດຕະຍະກຳຂອງພາກພື້ນ.

ອາຊຽນ ນ ວຊ ແລນ ສ ມໃສ ປະຕ ບ ດແຜນດຳເນ ນງານໄລຍະ 2021 2025
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢູງ, ຫົວໜ້າ SOM ASEAN ຂອງຫວຽດນາມ. (ພາບ: baoquocte)

ນິວຊີແລນ ກໍ່ໄດ້ຢືນຢັນສືບຕໍ່ສະໜັບສະໜູນອາຊຽນ ເພື່ອຍົກສູງຄວາມສາມາດຂອງຕົນ ໃນການຕອບໂຕ້ຢ່າງມີປະສິດທິຜົນ ຕໍ່ການລະບາດຂອງພະຍາດ COVID-19 ແລະ ສົ່ງເສີມການຟື້ນຟູທີ່ຍືນຍົງ; ສະເຫຼີມສະຫຼອງຄົບຮອບ 45 ປີແຫ່ງການພົວພັນການສົນທະນາສອງຝ່າຍໃນເດືອນພະຈິກປີ 2020, ລວມທັງການຊ່ວຍເຫລືອມູນຄ່າ 1 ລ້ານໂດລາໃຫ້ແກ່ກອງທຶນຮັບມືກັບພະຍາດ COVID-19 ຂອງອາຊຽນ ແລະ 23,5 ລ້ານໂດລາ ໃນການສະໜັບສະໜູນອາຊຽນເພື່ອຮັບມື ແລະ ແກ້ໄຂຜົນກະທົບຂອງການລະບາດ.

ສອງຝ່າຍເຫັນດີຈະເຮັດວຽກຢ່າງໃກ້ຊິດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດຖະແຫຼງການວິໄສທັດສາມັນອາຊຽນ - ນິວຊີແລນ ທີ່ໄດ້ຮັບຮອງເອົາໂດຍບັນດາຜູ້ນຳໃນກອງປະຊຸມສຸດຍອດໄດ້ສະຫລຸບ ໃນທ້າຍປີ 2020 ເພື່ອເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ອາຊຽນ - ນິວຊີແລນ ຢ່າງເລິກເຊິ່ງກວ່າອີກ.

ຕາງໜ້າບັນດາປະເທດອາຊຽນ, ກ່າວຄຳເຫັນກ່ຽວກັບການຮ່ວມມືທາງທະເລ, ທ່ານຮອງລັດຖະມົນຕີຫວຽດນາມ ຫງວຽນກວກຢູງ ໄດ້ຢືນຢັນຄວາມສຳຄັນຂອງການຮ່ວມມືທາງທະເລ ຕໍ່ສະພາບແວດລ້ອມຄວາມໝັ້ນຄົງ ແລະ ການພັດທະນາເສດຖະກິດຂອງບັນດາປະເທດ ກໍ່ຄື ຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນ.

ອາຊຽນ ນ ວຊ ແລນ ສ ມໃສ ປະຕ ບ ດແຜນດຳເນ ນງານໄລຍະ 2021 2025
ກອງປະຊຸມສົນທະນາອາຊຽນ - ນິວຊີແລນຄັ້ງທີ 28 ດ້ວຍຮູບການຖ່າຍທອດສົດ. (ພາບ: baoquocte)

ທ່ານຮອງລັດຖະມົນຕີຫວຽດນາມ ຫງວຽນກວກຢູງ ກໍ່ເນັ້ນໜັກວ່າ, ຍ້ອນວ່າບັນດາປະເທດທີ່ຕັ້ງຢູ່ໃນພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ, ເຊິ່ງມີເສັ້ນທາງເດີນທະເລທີ່ສຳຄັນ ແລະ ກຳລັງປະເຊີນ​​ໜ້າກັບສິ່ງທ້າທາຍຫຼາຍຢ່າງ, ອາຊຽນ ແລະ ນິວຊີແລນ ຈຳເປັນຕ້ອງໄດ້ເພີ່ມທະວີການປະສານງານຢ່າງໃກ້ຊິດໃນກອບ EAS, ARF, ADMM + ແລະ EAMF ເພື່ອແນໃສ່ຊຸກຍູ້ການເຈລະຈາ ແລະ ການຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບກົດໝາຍສາກົນ, ລວມທັງ UNCLOS 1982, ແລະ ສະໜັບສະໜູນຄວາມພະຍາຍາມໃນການສ້າງ ແລະ ຮັກສາມາດຕະຖານທີ່ຮັບຜິດຊອບ, ເຊັ່ນ: ຖະແຫຼງການ DOC ແລະ COC, ເພີ່ມທະວີການຮ່ວມມືທາງທະເລແບບຍືນຍົງ, ແລະ ປະສານງານເພື່ອສ້າງ ແລະ ປັບປຸງປະສິດທິພາບການດຳເນີນງານຂອງກົນໄກ ແລະ ກອບການຮ່ວມມືທາງທະເລໃນພາກພື້ນ.

ອາຊຽນ ນ ວຊ ແລນ ສ ມໃສ ປະຕ ບ ດແຜນດຳເນ ນງານໄລຍະ 2021 2025 ທະນາຄານພັດທະນາອາຊີ ສ້າ​ງ​ແຜນຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໄລ​ຍະ 2021 – 2025 ກັບ​ຫວຽດ​ນາມ

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ສະ​ເໜີ​ໃຫ້ ADB ສືບ​ຕໍ່​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ເພື່ອ​ກະ​ກຽມ​ໃຫ້ດີ​ທີ່​ສຸດ​ບັນ​ດາ​ໂຄງ​ການ​ທີ່​ມີ​ຄຸນ​ນະ​ພາບ​ມີ​ປະ​ສິດ​ມິ​ຜົນ, ຈຳ​ເປັນ​ຕ້ອງ​ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ລົງ​ທຶນ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ.

ອາຊຽນ ນ ວຊ ແລນ ສ ມໃສ ປະຕ ບ ດແຜນດຳເນ ນງານໄລຍະ 2021 2025 ນາຍົກລັດຖະມົນຕີ ຫວຽດນາມ: ປະຕິບັດວິໄສທັດປະຊາຄົມ ອາຊຽນ 2025

ໃນປະຫວັດສາດ 53 ປີທີ່ຍືນຍົງຄົງຕົວ ແລະ ພັດທະນາຂອງ ອາຊຽນ, ເປັນຄັ້ງທຳອິດທີ່ ອາຊຽນ ຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍຢ່າງຮ້າຍແຮງຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ. ເຖິງຢ່າງໃດກໍ່ຕາມ, ໃນຄວາມຫຍຸ້ງຍາກນັ້ນ ຫວຽດນາມ ອີກຄັ້ງໜຶ່ງໄດ້ຢັ້ງຢືນບົດບາດນຳໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງປະເທດປະທານໝູນວຽນໃນປີ 2020 ນີ້.

ອາຊຽນ ນ ວຊ ແລນ ສ ມໃສ ປະຕ ບ ດແຜນດຳເນ ນງານໄລຍະ 2021 2025 ຫວຽດນາມ - ນິວຊີແລນ ແນໃສ່ຊຸກຍູ້ວົງເງິນການຄ້າໄດ້ບັນລຸ 1,7 ຕື້ USD

ຍສໝ - ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 16 ຂອງນິວຊີແລນ, ໃນນັ້ນຫວຽດນາມແມ່ນປະເທດສົ່ງອອກໃຫຍ່ອັນດັບທີ 15 ເຂົ້າທ້ອງຕະຫລາດນີ້ ແລະ ເປັນປະເທດນຳເຂົ້າໃຫຍ່ອັນດັບທີ 18 ຂອງນິວຊີແລນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.