ເວທີປາໄສທາງອອນລາຍອາຊຽນ - ນິວຊີແລນ ຄັ້ງທີ 28

08:09 | 25/03/2021

ອາຊຽນ ແລະ ນິວຊີແລນ ເນັ້ນໜັກວ່າ ຄວນສຸມແຫຼ່ງກຳລັງ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດບຸລິມະສິດຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ.

ສະຫະພາບເອີຣົບໃຫ້ການຊ່ວຍເຫຼືອແກ່ສປປ.ລາວ 2,8 ລ້ານເອີໂຣ ເພື່ອປະເຊີນໜ້າກັບ COVID-19
ກະຊວງການຕ່າງປະເທດຫວຽດນາມ ແລະ ນິວຊີແລນ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ
ເວທີປາໄສທາງອອນລາຍອາຊຽນ - ນິວຊີແລນ ຄັ້ງທີ 28

ການເຈລະຈາອາຊຽນ - ນິວຊີແລນ ຄັ້ງທີ 28 ທາງອອນລາຍ (ພາບ: TTXVN)

ຕອນເຊົ້າວັນທີ 23 ມີນາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໊ວກຢຸງ, ຫົວໜ້າຄະນະຜູ້ແທນເຈົ້າໜ້າທີ່ຂັ້ນສູງຂອງຫວຽດນາມ (SOM) ຢູ່ອາຊຽນ, ພ້ອມກັບຫົວໜ້າ SOM ຂອງບັນດາປະເທດອາຊຽນ ແລະ ນິວຊີແລນ ໄດ້ເຂົ້າຮ່ວມການເຈລະຈາອາຊຽນ - ນິວຊີແລນ ຄັ້ງທີ 28 ທາງອອນລາຍ.

ດ້ວຍແຜນການກະທຳໄລຍະໃໝ່ 2021 - 2025, ອາຊຽນ ແລະ ນິວຊີແລນ ເນັ້ນໜັກວ່າ ຄວນສຸມແຫຼ່ງກຳລັງ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດບຸລິມະສິດຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ຕ້ານການກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ, ການສຶກສາ, ການປ່ຽນແປງຂອງດິນຟ້າອາກາດ… ອາຊຽນ ແລະ ນິວຊີແລນ ຢືນຢັນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອປະກອບສ່ວນໃຫ້ແກ່ການຮັກສາ ແລະ ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ, ໃນນັ້ນມີຄວາມໝັ້ນຄົງໃນການເດີນເຮືອຢູ່ທະເລຕາເວັນອອກ.

ໂດຍຕາງໜ້າໃຫ້ບັນດາປະເທດອາຊຽນ, ກ່າວຄຳເຫັນກ່ຽວກັບການຮ່ວມມືຢູ່ ທະເລ, ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ຢືນຢັນວ່າ: ອາຊຽນ ແລະ ນິວຊີແລນ ຄວນເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນບັນດາຂອບເຂດການຮ່ວມມື ເພື່ອແນໃສ່ຊຸກຍູ້ການເຈລະຈາ ແລະ ການຮ່ວມມື, ເຄົາລົບກົດໝາຍສາກົນ, ເພີ່ມທະວີການຮ່ວມມືຢູ່ທະເລຢ່າງໝັ້ນຄົງ ແລະ ສົມທົບກັນປັບປຸງ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາກົນໄກ, ຂອບເຂດການຮ່ວມມືຢູ່ທະເລ, ຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ສ້າງຄວາມສະດວກໃຫ້ແກ່ການຟື້ນຟູ ແລະ ການເຕີບໂຕແບບຍືນຍົງ.

ສະຫະພາບເອີຣົບໃຫ້ການຊ່ວຍເຫຼືອແກ່ສປປ.ລາວ 2,8 ລ້ານເອີໂຣ ເພື່ອປະເຊີນໜ້າກັບ COVID-19

ຍສໝ - ຫວ່າງແລ້ວນີ້, ລັດຖະບານສປປ.ລາວ ໄດ້ປະກາດວ່າ ສະຫະພາບເອີຣົບ (ອີຢູ) ໃຫ້ຄຳໝັ້ນສັນຍາສະໜັບສະໜູນປະເທດລາວ 2,8 ລ້ານເອີໂຣ (ປະມານ 32 ຕື້ກີບ) ໂດຍຜ່ານອົງການອະນາໄມໂລກ (WHO) ເພື່ອຊ່ວຍເຫຼືອປະເທດລາວຮັບມືກັບການລະບາດຂອງ COVID-19.

ກະຊວງການຕ່າງປະເທດຫວຽດນາມ ແລະ ນິວຊີແລນ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ

ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະ ທ່ານນາງ Nanaia Mahuta - ລັດຖະມົນຕີການຕ່າງປະເທດນິວຊີແລນ ໄດ້ເຫັນດີເພີ່ມທະວີບົດບາດ ຂອງສອງກະຊວງການຕ່າງປະເທດໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ.

ເພີ່ມທະວີບົດບາດຂອງກະຊວງການຕ່າງປະເທດ 2 ປະເທດໃນການຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ນິວຊີແລນ

ການເຈລະຈາ, 2 ຝ່າຍໄດ້ເຫັນດີເພີ່ມທະວີບົດບາດຂອງກະຊວງການຕ່າງປະເທດ 2 ປະເທດ ໃນການຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ

vovworld.vn

ເຫດການ
302 Found

Found

The document has moved here.