ADB: ພື້ນຖານເສດຖະກິດຫວຽດນາມ ໄດ້ຄາດວ່າຈະເຕີບໂຕ 1,8% ໃນປີ 2020 ແລະ ເພີ່ມຂື້ນ 6,3% ໃນປີ 2021 | |
ຫວຽດນາມ ແລະ ADB ເພີ່ມທະວີການຮ່ວມມື |
![]() |
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕ້ອນຮັບທ່ານ Andriu Jep-fri ຜູ້ອຳນວຍການແຫ່ງຊາດທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ (ພາບ: TTXVN) |
ຕອນບ່າຍວັນທີ 17 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕ້ອນຮັບທ່ານ Andriu Jep-fri ຜູ້ອຳນວຍການແຫ່ງຊາດທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ: ຫວຽດນາມ ໄດ້ປະຕິບັດເປົ້າໝາຍຄວບຄູ່, ປ້ອງກັນສະກັດກັ້ນໂລກລະບາດພ້ອມທັງຍູ້ແຮງການຜະລິດ, ດຳເນີນທຸລະກິດ. ຫວຽດນາມສະໜັບສະໜູນທັດສະນະຂອງ ADB ເມື່ອທີ່ຕີລາຄາການຄາດຄະເນລະດັບການເຕີບໂຕ ຂອງຫວຽດນາມ ໃນປີນີ້. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ADB ໜູນຊ່ວຍສ້າງແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດສັງຄົມໄລຍະ 2021 – 2025 ແລະ ສົມທົບກັນຢ່າງແໜ້ນແຟ້ນໃນວິວັດການສ້າງແລະ ຜັນຂະຫຍາຍຍຸດທະສາດຄູ່ຮ່ວມມືແຫ່ງຊາດໃຫ້ແກ່ໄລຍະໃໝ່ (2021 - 2025). ສົມທົບກັນຍູ້ໄວຄວາມຄື້ບໜ້າການປ່ອຍເງິນລົງທຶນບັນດາໂຄງການທີ່ໄດ້ຮັບການເຈລະຈາ.
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ADB ສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອກະກຽມໃຫ້ດີທີ່ສຸດບັນດາໂຄງການທີ່ມີຄຸນນະພາບມີປະສິດທິຜົນ, ຈຳເປັນຕ້ອງເພື່ອແນໃສ່ຕອບສະໜອງຄວາມຕ້ອງການແຫຼ່ງຊັບພະຍາກອນລົງທຶນພັດທະນາຂອງຫວຽດນາມ.
ສ່ວນທ່ານ Andriu Jep-fri. ຜູ້ອຳນວຍການ ADB ປະຈຳຫວຽດນາມ ກໍ່ຕີລາຄາສູງຕໍ່ເລື່ອງລັດຖະບານຫວຽດນາມໄດ້ຮ່ວມມືກັບ ADB ຢ່າງມີປະສິດທິຜົນໃນຕະຫຼອດໄລຍະຜ່ານມາ. ບົນພື້ນຖານທີ່ລັດຖະບານຫວຽດນາມພວມສ້າງແຜນຍຸດທະສາດພັດທະນາເສດຖະກິດ ສັງຄົມ 2021 – 2025 ແລະ ໃນ 10 ປີຈະມາເຖິງ, ADB ກໍ່ພວມສ້າງແຜນຍຸດທະສາດຄູ່ຮ່ວມມືແຫ່ງຊາດໃນໄລຍະ 5 – 10 ປີຈະມາເຖິງ. ທ່ານຫວັງວ່າ ສອງແຜນຍຸດທະສາດສາມາດຮ່ວມມືກັນເພື່ອຊຸກຍູ້ຫວຽດນາມພັດທະນາກ່ວາອີກ. ADB ພວມເອົາໃຈໃສ່ໜູນຊ່ວຍທັງກຸ່ມວິສາຫະກິດ ເອກະຊົນ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການດຶງດູດການລົງທຶນພາກເອກະຊົນໄດ້ຫຼາຍກ່ວາໃນວິວັດການພັດທະນາ.
![]() | ADB: ພື້ນຖານເສດຖະກິດຫວຽດນາມ ໄດ້ຄາດວ່າຈະເຕີບໂຕ 1,8% ໃນປີ 2020 ແລະ ເພີ່ມຂື້ນ 6,3% ໃນປີ 2021 ຍສໝ - ຫວຽດນາມ ມີຄວາມສາມາດທີ່ຈະໄດ້ຮັບຜົນປະໂຫຍດຈາກທ່າອຽງການຄ້າ, ການລົງທືນ ແລະ ການຜະລິດທົ່ວໂລກໃນປະຈຸບັນ. |
![]() | ຫວຽດນາມ ແລະ ADB ເພີ່ມທະວີການຮ່ວມມື ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານລັດຖະບານຫວຽດນາມ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Eric Sidgwick - ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ. |
![]() | ADB ຄາດຄະເນເສດຖະກິດຫວຽດນາມຈະເຕີບໂຕສູງກ່ວາ 4% ໃນປີນີ້ ຍສໝ - ທ່ານ Eric Sidgwick ໄດ້ຢັ້ງຢືນວ່າ ຫວຽດນາມໄດ້ນຳໃຊ້ແຫຼ່ງກຳລັງແຈກຢາຍຂອງ ADB ຢ່າງມີປະສິດທິຜົນ, ທ່ານກໍ່ຕີລາຄາສູງ ຫວຽດນາມເມື່ອປະສົບຜົນສຳເລັດໃນການຄວບຄຸມໂລກລະບາດ Covid – 19 ແລະ ຟື້ນຟູເສດຖະກິດ. |
ບຸນຄົງ
ຂ່າວທີ່ກ່ຽວຂ້ອງ

ເຊື່ອມຕໍ່ຊຸມຊົນ, ເຜີຍແຜ່ນ້ຳໃຈມິດຕະພາບຫວຽດນາມ - ລາວ ຢູ່ແຂວງອຸດົມໄຊ

ເຊີດຊູລຸ້ນຜູ້ອອກແຮງງານຫວຽດນາມ ມີຄຸນນະທາດ, ເປັນມືອາຊີບ, ມີຄວາມຮັບຜິດຊອບ, ປ່ຽນແປງໃໝ່

ເຕັກໂນໂລຢີ: ຂົວຕໍ່ສຳຄັນເພື່ອໃຫ້ວັດທະນະທຳ ຫວຽດນາມ ໄປສູ່ໂລກ
ທ່ານອາດຈະມັກ

ທ່ານນາງເລຂາຄະນະພັກແຂວງຕວຽນກວາງ ຮ່າທິງາ ໄດ້ຮັບການເຄື່ອນໄຫວເຂົ້າຮ່ວມຄະນະພັກແນວໂຮມປະເທດຊາດຫວຽດນາມ, ບັນດາອົງຄະນະສູນກາງ.

ຄະນະ, ຫົວໜ່ວຍ 19 ແຫ່ງຂອງອົງການຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເລີ່ມດຳເນີນການເຄື່ອນໄຫວຕາມຮູບແບບໃໝ່.

ອົງຄະນະພັກສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2025 - 2030: ສືບຕໍ່ນະວັດຕະກໍາ, ຫັນເປັນມືອາຊີບ, ສ້າງພື້ນຖານການທູດປະຊາຊົນມີຄວາມກ້າຫານ, ທັນສະໄຫມ ແລະ ມີປະສິດຕິພາບ

ມີພະນັກງານ, ນັກຮົບກວ່າ 7.000 ຄົນເຂົ້າຮ່ວມການຝຶກຊ້ອມເດີນສວນສະໜາມກ້ອນກຳລັງ, ເດີນຂະບວນ

ຜະລິດຕະພັນ ຫວຽດນາມ ດຶງດູດຄວາມສົນໃຈຢູ່ງານຕະຫຼາດນັດສາກົນ ອານເຊຣີ 2025
