ການແລກປ່ຽນປະຊາຊົນ ຮັດແໜ້ນມິດຕະພາບຫວຽດນາມ - ໄທ

11:05 | 05/08/2026

ຍສໝ - ວັນທີ 4 ສິງຫາ, ສະຫະພັນບັນດາອົງການມິດຕະພາບນະຄອນເກີນເທີ ແລະ ສະມາຄົມມິດຕະພາບຫວຽດນາມ - ໄທ ນະຄອນເກີນເທີ ໄດ້ປະສານງານກັບສະຖານກົງສຸນໃຫຍ່ແຫ່ງລາຊະອານາຈັກໄທ ປະຈຳນະຄອນໂຮ່ຈີມິນ ຈັດງານພົບປະສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ - ໄທ (1976-2026). ໃນໂອກາດນີ້, ກົງສຸນໃຫຍ່ໄທໄດ້ເນັ້ນວ່າ ການແລກປ່ຽນດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ອາຫານ, ສິລະປະ ແລະ ຊາວໜຸ່ມ ໄດ້ມີບົດບາດສຳຄັນໃນການເສີມສ້າງຄວາມໃກ້ຊິດ ແລະ ຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ.

ນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ໃຫ້ຂະຫຍາຍຕົວຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ ການພົບປະແລກປ່ຽນລະຫວ່າງປະຊາຊົນ - ພື້ນຖານແຫ່ງການເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ໄທ

ກ່າວຄຳປາໄສໃນງານພົບປະ, ທ່ານ ຫງວຽນ ວັນ ເຂີຍ, ຮອງປະທານຄະນະປະຊາຊົນນະຄອນເກີນເທີ, ໃຫ້ຮູ້ວ່າ ຕະຫຼອດໄລຍະກວ່າເຄິ່ງສະຕະວັດແຫ່ງການຮ່ວມກັນສ້າງສາ ແລະ ທະນຸບຳລຸງ, ສາຍພົວພັນຫວຽດນາມ - ໄທ ໄດ້ພັດທະນາຢ່າງໝັ້ນຄົງ ແລະ ຮອບດ້ານ, ກາຍເປັນໜຶ່ງໃນສາຍພົວພັນຄູ່ຮ່ວມມືທີ່ມີພະລັງຂັບເຄື່ອນຢູ່ໃນພາກພື້ນອາຊຽນ. ພິເສດ, ການຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2025 ໄດ້ເປີດໂອກາດໃໝ່ໃຫ້ແກ່ການຮ່ວມມືໃນຫຼາຍຂົງເຂດ, ນັບແຕ່ການເມືອງ, ເສດຖະກິດ, ວັດທະນະທຳ ໄປຈົນເຖິງການແລກປ່ຽນປະຊາຊົນ.

ການແລກປ່ຽນປະຊາຊົນ ຮັດແໜ້ນມິດຕະພາບຫວຽດນາມ - ໄທ
ບັນດາຜູ້ແທນເຂົ້າຊົມງານວາງສະແດງ.

ຕາມທ່ານ ຫງວຽນ ວັນ ເຂີຍ ແລ້ວ, ການຕ່າງປະເທດປະຊາຊົນໄດ້ເຮັດໜ້າທີ່ເປັນຂົວເຊື່ອມອັນສຳຄັນ, ຊ່ວຍເພີ່ມພູນຄວາມເຂົ້າໃຈ, ຄວາມໄວ້ວາງໃຈ ແລະ ຄວາມຜູກພັນລະຫວ່າງປະຊາຊົນຫວຽດນາມ ແລະ ໄທ. ບັນດາກິດຈະກຳພົບປະທາງວັດທະນະທຳ, ການຮ່ວມມືດ້ານການສຶກສາ, ການເຊື່ອມໂຍງວິສາຫະກິດ, ການສົ່ງເສີມການຄ້າ ແລະ ການລົງທຶນ, ການຮ່ວມມືລະຫວ່າງທ້ອງຖິ່ນ ພ້ອມທັງບັນດາໂຄງການມະນຸດສະທຳ ລ້ວນແຕ່ໄດ້ປະກອບສ່ວນວາງຮາກຖານທາງສັງຄົມທີ່ແໜ້ນແຟ້ນໃຫ້ແກ່ສາຍພົວພັນສອງປະເທດ.

ທ່ານຢືນຢັນວ່າ ນະຄອນເກີນເທີພວມສືບຕໍ່ສົ່ງເສີມຖານະເປັນສູນກາງຂອງເຂດສາມຫຼ່ຽມປາກແມ່ນ້ຳຂອງ ແລະ ເປີດກວ້າງການຮ່ວມມືກັບສາກົນຢ່າງຕໍ່ເນື່ອງ. ນະຄອນມີຄວາມປາດຖະໜາຢາກຮັດແໜ້ນການປະສານງານກັບບັນດາຄູ່ຮ່ວມມືຂອງໄທໃນຂົງເຂດການລົງທຶນ, ການຄ້າ, ການທ່ອງທ່ຽວ, ການສຶກສາ, ວັດທະນະທຳ ແລະ ການແລກປ່ຽນປະຊາຊົນ, ຜ່ານນັ້ນປະກອບສ່ວນນຳສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ໄທ ໃຫ້ພັດທະນາຢ່າງເລິກເຊິ່ງຍິ່ງຂຶ້ນ.

ການແລກປ່ຽນປະຊາຊົນ ຮັດແໜ້ນມິດຕະພາບຫວຽດນາມ - ໄທ
ທ່ານນາງ Wiraka Moodhitaporn, ກົງສຸນໃຫຍ່ ລາຊະອານາຈັກ ໄທ ປະຈຳນະຄອນ ໂຮ່ຈີມິນ ກ່າວຄຳປາໄສ.

ໃນຄຳປາໄສຂອງຕົນ, ທ່ານນາງ Wiraka Moodhitaporn, ກົງສຸນໃຫຍ່ແຫ່ງລາຊະອານາຈັກໄທ ປະຈຳນະຄອນໂຮ່ຈີມິນ, ໄດ້ໃຫ້ຂໍ້ສັງເກດວ່າ ການຍົກລະດັບສາຍພົວພັນຫວຽດນາມ - ໄທ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແມ່ນຂີດໝາຍສຳຄັນ, ສະທ້ອນຄວາມໄວ້ວາງໃຈ ແລະ ຄວາມມຸ່ງໝັ້ນຂອງສອງປະເທດທີ່ຈະພັດທະນາສາຍພົວພັນສອງຝ່າຍໄປສູ່ລະດັບໃໝ່.

ຕາມທ່ານນາງ Wiraka Moodhitaporn ແລ້ວ, ຫວຽດນາມເປັນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງໄທໃນອາຊຽນ. ການຮ່ວມມືຂອງສອງປະເທດພວມຂະຫຍາຍຕົວຢ່າງກວ້າງຂວາງໃນຫຼາຍດ້ານ ທັງການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ວັດທະນະທຳ ແລະ ການແລກປ່ຽນປະຊາຊົນ. ໃນນັ້ນ, ການຮ່ວມມືລະຫວ່າງທ້ອງຖິ່ນມີຄວາມສຳຄັນໃນການວາງພື້ນຖານໃຫ້ແກ່ມິດຕະພາບອັນໝັ້ນຄົງ ແລະ ຍືນຍົງຂອງສອງຊາດ.

ທ່ານນາງກົງສຸນໃຫຍ່ໄທ ຕີລາຄາວ່າ ນະຄອນເກີນເທີເປັນຄູ່ຮ່ວມມືທ້ອງຖິ່ນທີ່ສຳຄັນຂອງໄທ. ສາຍພົວພັນເມືອງມິດຕະພາບລະຫວ່າງນະຄອນເກີນເທີ ແລະ ແຂວງ Chachoengsao ໄດ້ກາຍເປັນກົນໄກທີ່ມີປະສິດທິຜົນໃນການຊຸກຍູ້ການຮ່ວມມື ແລະ ເປີດກວ້າງການແລກປ່ຽນລະຫວ່າງອົງການປົກຄອງ, ວິສາຫະກິດ ແລະ ປະຊາຊົນຂອງສອງທ້ອງຖິ່ນ.

ການແລກປ່ຽນປະຊາຊົນ ຮັດແໜ້ນມິດຕະພາບຫວຽດນາມ - ໄທ
ຄະນະຈັດຕັ້ງມອບດອກໄມ້ ແລະ ຂອງທີ່ລະນຶກ ເພື່ອຍ້ອງຍໍການປະກອບສ່ວນຂອງຄະນະບໍລິຫານສະມາຄົມມິດຕະພາບ ຫວຽດນາມ - ໄທ ນະຄອນ ເກີນເທີ ໃນວຽກງານການທູດປະຊາຊົນ.

ການນຳນະຄອນເກີນເທີໄດ້ຍ້ອງຍໍບົດບາດຂອງສະຖານກົງສຸນໃຫຍ່ແຫ່ງລາຊະອານາຈັກໄທ ປະຈຳນະຄອນໂຮ່ຈີມິນ, ພ້ອມທັງຮັບຮູ້ ແລະ ຕີລາຄາສູງການປະກອບສ່ວນຂອງທ່ານນາງ Wiraka Moodhitaporn ໃນການສົ່ງເສີມການຮ່ວມມືລະຫວ່າງທ້ອງຖິ່ນ, ການເຊື່ອມຕໍ່ລະຫວ່າງວິສາຫະກິດ ແລະ ການພົບປະແລກປ່ຽນຂອງປະຊາຊົນຫວຽດນາມ - ໄທ.

ສຳລັບການຮ່ວມມືດ້ານເສດຖະກິດ, ຮອດປີ 2025, ມູນຄ່າການລົງທຶນຂອງໄທໃນນະຄອນເກີນເທີບັນລຸປະມານ 119,25 ລ້ານ USD. ຂະນະທີ່ມູນຄ່າການສົ່ງອອກຂອງເກີນເທີໄປໄທຢູ່ທີ່ 28,8 ລ້ານ USD, ມູນຄ່າການນຳເຂົ້າຈາກໄທບັນລຸ 10,7 ລ້ານ USD. ຕາມທ່ານນາງ Wiraka Moodhitaporn ແລ້ວ, ຕົວເລກເຫຼົ່ານີ້ບໍ່ພຽງແຕ່ສະທ້ອນຜົນການຮ່ວມມືທີ່ບັນລຸໄດ້ ແຕ່ຍັງຊີ້ໃຫ້ເຫັນທ່າແຮງອັນກວ້າງຂວາງໃນການຂະຫຍາຍການຄ້າ, ການລົງທຶນ ແລະ ການທ່ອງທ່ຽວລະຫວ່າງສອງຝ່າຍ.

ທ່ານນາງຍັງເຫັນວ່າ ການທ່ອງທ່ຽວຕະຫຼາດນ້ຳເປັນຂົງເຂດທີ່ເກີນເທີ ແລະ ໄທ ມີທ່າແຮງຮ່ວມມືຢ່າງຫຼາຍ. ການເພີ່ມທະວີການແລກປ່ຽນປະສົບການໃນຂົງເຂດນີ້ຈະຊ່ວຍທັງຮັກສາ ແລະ ແນະນຳຄຸນຄ່າວັດທະນະທຳດັ້ງເດີມ, ຄຽງຄູ່ກັບການສ້າງວຽກເຮັດງານທຳ ແລະ ແຫຼ່ງລາຍຮັບທີ່ຍືນຍົງໃຫ້ປະຊາຊົນທ້ອງຖິ່ນ.

ໂດຍເນັ້ນເຖິງຄຸນຄ່າຂອງການແລກປ່ຽນປະຊາຊົນ, ທ່ານນາງ Wiraka Moodhitaporn ກ່າວວ່າ ການພົບປະທາງວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ອາຫານ, ສິລະປະ ແລະ ຊາວໜຸ່ມ ໄດ້ຊ່ວຍໃຫ້ຄວາມສຳພັນໄທ - ຫວຽດນາມ ໃກ້ຊິດ ແລະ ແໜ້ນແຟ້ນຂຶ້ນເປັນລຳດັບ. ທ່ານນາງຫວັງວ່າ ບັນດາອົງການມິດຕະພາບ, ອຳນາດການປົກຄອງທ້ອງຖິ່ນ, ຊຸມຊົນວິສາຫະກິດ ແລະ ປະຊາຊົນຂອງທັງສອງປະເທດ ຈະສືບຕໍ່ຮ່ວມແຮງຮ່ວມໃຈກັນເພື່ອພັດທະນາມິດຕະພາບ ແລະ ການຮ່ວມມືໃນໄລຍະໃໝ່.

ໃນຂອບງານພົບປະຄັ້ງນີ້, ສະຖານກົງສຸນໃຫຍ່ແຫ່ງລາຊະອານາຈັກໄທ ປະຈຳນະຄອນໂຮ່ຈີມິນ ໄດ້ນຳສະເໜີການສະແດງມວຍໄທ ແລະ ການຟ້ອນລຳພື້ນເມືອງຂອງໄທໃຫ້ປະຊາຊົນນະຄອນເກີນເທີໄດ້ຊົມ. ບັນດາລາຍການສະແດງດັ່ງກ່າວດຳເນີນໂດຍນັກສິລະປິນ ແລະ ນັກສຶກສາຫວຽດນາມ, ປະກອບສ່ວນເຜີຍແຜ່ເອກະລັກວັດທະນະທຳໄທ ແລະ ສົ່ງເສີມການພົບປະແລກປ່ຽນລະຫວ່າງປະຊາຊົນສອງປະເທດ.

ການແລກປ່ຽນປະຊາຊົນ ຮັດແໜ້ນມິດຕະພາບຫວຽດນາມ - ໄທ
ການສະແດງສິລະປະຫຼາຍລາຍການທີ່ໂດດເດັ່ນ ແລະ ປະທັບໃຈ ໄດ້ຖືກນຳສະເໜີໃນງານພົບປະ.
ກຳນົດບາດກ້າວໃໝ່ໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ກຳນົດບາດກ້າວໃໝ່ໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ
ຍສໝ - ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກໄທ Anuthin Sanvirakorn ແລະ ພັນລະຍາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງໄປຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ນັບຕັ້ງແຕ່ວັນທີ 27 ຫາ ວັນທີ 29 ພຶດສະພາ 2026.
ເປີດກວ້າງຂົວຕໍ່ແຫ່ງການຮ່ວມມື ຫວຽດນາມ - ໄທ ຢູ່ແຂວງ ຮ້ອຍເອັດ (Roi Et) ເປີດກວ້າງຂົວຕໍ່ແຫ່ງການຮ່ວມມື ຫວຽດນາມ - ໄທ ຢູ່ແຂວງ ຮ້ອຍເອັດ (Roi Et)
ຍສໝ - ພາຍໃຕ້ຂອບເຂດໂຄງການເພີ່ມທະວີການເຊື່ອມຕໍ່ທ້ອງຖິ່ນ ຫວຽດນາມ - ໄທ, ແຕ່ວັນທີ 5-6/6/2026, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ຂອນແກ່ນ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບການນຳແຂວງ ຮ້ອຍເອັດ, ພ້ອມທັງເຂົ້າຮ່ວມບັນດາກິດຈະກຳທາງດ້ານວັດທະນະທຳຢູ່ພາຍໃດທ້ອງຖິ່ນ.

ມິງດຶກ