ຫວຽດນາມ ໄດ້ມອບເຄື່ອງອຸປະກອນການແພດສະໜັບສະໜູນບັນດາປະເທດອາຟຣິກາ ເພື່ອປ້ອງກັນ ແລະ ຄວບຄຸມ Covid-19

10:29 | 31/07/2020

ຍສໝ - ຕອນບ່າຍວັນທີ 30 ກໍລະກົດ, ຢູ່ ສຳນັກງານໃຫຍ່ກະຊວງການຕ່າງປະເທດ, ທ່ານ ໂຕແອງຢູ້ງ ຮອງລັດຖະມົນຕີການຕ່າງປະເທດ ໄດ້ມອບເຄື່ອງອຸປະກອນການແພດທີ່ເປັນສັນຍາລັກເພື່ອຕ້ານໂລກລະບາດ Covid-19 ຂອງລັດຖະບານຫວຽດນາມໃຫ້ 5 ປະເທດອາຟຼິກາ.    

ຫວຽດນາມ ໄດ ມອບເຄ ອງອ ປະກອນການແພດສະໜ ບສະໜ ນບ ນດາປະເທດອາຟຣ ກາ ເພ ອປ ອງກ ນ ແລະ ຄວບຄ ມ covid 19 ຫວຽດນາມ ສາມາດຄວບຄຸມພະຍາດໂຄວິດ-19 ໄດ້ເປັນຢ່າງດີ
ຫວຽດນາມ ໄດ ມອບເຄ ອງອ ປະກອນການແພດສະໜ ບສະໜ ນບ ນດາປະເທດອາຟຣ ກາ ເພ ອປ ອງກ ນ ແລະ ຄວບຄ ມ covid 19 ສ້າງຕັ້ງສະມາຄົມນັກສຶກສາຫວຽດນາມ ຢູ່ອົດສະຕາລີ
ຫວຽດນາມ ໄດ ມອບເຄ ອງອ ປະກອນການແພດສະໜ ບສະໜ ນບ ນດາປະເທດອາຟຣ ກາ ເພ ອປ ອງກ ນ ແລະ ຄວບຄ ມ covid 19
ທ່ານ ໂຕແອງຢູ້ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ.(ພາບ:baoquocte.vn)

ເຄື່ອງຊ່ວຍເຫຼືອລວມທັງຜ້າອັດປາກຜ້າຕ້ານເຊື້ອແບັກທີເຣຍ, ຜ້າອັດປາກດ້ານການແພດ ແລະ ຊີວະວິທະຍາທີ່ທົດສອບເຊື້ອໄວຣັດ SARS-CoV-2 ທີ່ຜະລິດໂດຍປະເທດຫວຽດນາມເອງດ້ວຍມູນຄ່າທັງໝົດ 250.000 ໂດລາສະຫະລັດ ສຳລັບລັດຖະບານ ແລະ ປະຊາຊົນບັນດາປະເທດອາຟຣິກາລວມມີ: ອານເຊຣີ, ອັງໂກລາ, ໂມຊຳບິກ, ນີເຊຣີ ແລະ ອາຟຣິກາໃຕ້.

ເຂົ້າຮ່ວມພິທີມີເອກອັກຄະລັດຖະທູດຂອງ 5 ປະເທດອາຟະລິກາ ແລະ ຜູ້ຕາງໜ້າຄະນະພົວພັນຕ່າງປະເທດສູນກາງ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ບັນດາກະຊວງອຸດສາຫະກຳ ແລະ ການຄ້າ, ສາທາລະນະສຸກ, ຂົນສົ່ງ ແລະ ບາງຫົວໜ່ວຍ ທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ.

ກ່າວຄຳ ເຫັນທີ່ພິທີໄຂ, ທ່ານ ໂຕແອງຢູ້ງ ຮອງລັດຖະມົນຕີການຕ່າງປະເທດ ໄດ້ເນັ້ນໜັກວ່າ, ໂລກລະບາດ ໂຄວິດ-19 ໄດ້ ແລະ ພວມແຜ່ລະບາດທີ່ສັບສົນ ແລະ ບໍ່ສາມາດຄາດເດົາໄດ້, ກໍ່ໃຫ້ເກີດວິກິດການດ້ານສາທາລະນະສຸກ, ເສດຖະກິດ, ສັງຄົມໃນຂອບເຂດທົ່ວໂລກ, ສົ່ງຜົນກະທົບຕໍ່ທຸກປະເທດ, ໃນນັ້ນມີຫວຽດນາມ ແລະ ອາຟຼິກກາ.

ຫວຽດນາມ ໄດ ມອບເຄ ອງອ ປະກອນການແພດສະໜ ບສະໜ ນບ ນດາປະເທດອາຟຣ ກາ ເພ ອປ ອງກ ນ ແລະ ຄວບຄ ມ covid 19
ບັນດາຜູ້ແທນຖ່າຍຮູບທີ່ລະນຶກ.(ພາບ:baoquocte.vn)

ທ່ານຮອງລັດຖະມົນຕີການຕ່າງປະເທດ ກໍ່ຕີລາຄາສູງບັນດາມາດຕະການຢ່າງຂ້ຽວຂາດ, ປະສິດທິຜົນຂອງລັດຖະບານ ແລະ ຄວາມຕັດສິນໃຈຂອງປະຊາຊົນບັນດາປະເທດອາຟຼິກາໃນການຕອບໂຕ້ຕໍ່ການແຜ່ລະບາດ, ພ້ອມທັງຢືນຢັນວ່າຫວຽດນາມພ້ອມແລ້ວທີ່ຈະແບ່ງປັນປະສົບການໃນການປ້ອງກັນ ແລະ ຕ້ານໂລກລະບາດກັບບັນດາປະເທດອາຟຣິກາ ກໍ່ຄືເພື່ອນມິດສາກົນ.

ທ່ານເອກອັກຄະລັດຖະທູດບັນດາປະເທດໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມ, ເນັ້ນໜັກວ່າບັນດາເຄື່ອງອຸປະກອນການແພດເຫຼົ່ານີ້ບໍ່ພຽງແຕ່ແມ່ນການໜູນຊ່ວຍດ້ານວັດຖຸທີ່ມີຄຸນຄ່າເທົ່ານັ້ນ, ຫາກຍັງແມ່ນປະຈັກພະຍານທີ່ມີຊີວິດຊີວາຕໍ່ສາຍພົວພັນມິດຕະພາບເປັນມູນເຊື້ອ ລະຫວ່າງ ຫວຽດນາມ - ອາຟຣິກາ.

ໃນໂອກາດນີ້, ບັນດາເອກອັກຄະລັດຖະທູດກໍ່ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງຫວຽດນາມໃນການຕອບໂຕ້ພະຍາດໃນໄລຍະທີ່ຜ່ານມາ, ຖືວ່າຫວຽດນາມແມ່ນແບບ ໃນການປ້ອງກັນການລະບາດຂອງ Covid-19 ແລະຢືນຢັນວ່າຈະຮ່ວມມືກັນຢ່າງໃກ້ຊິດ ແລະ ເພີ່ມທະວີການຮ່ວມມືກັບຫວຽດນາມໃນບັນດາຄວາມມານະພະຍາຍາມ ເພື່ອຫຼຸດຜ່ອນຜົນກະທົບດ້ານເສດຖະກິດ - ສັງຄົມ ຍ້ອນ Covid-19 ກໍ່ຄືການຟື້ນຟູປະເທດພາຍຫຼັງໂລກລະບາດ.

ຫວຽດນາມ ໄດ ມອບເຄ ອງອ ປະກອນການແພດສະໜ ບສະໜ ນບ ນດາປະເທດອາຟຣ ກາ ເພ ອປ ອງກ ນ ແລະ ຄວບຄ ມ covid 19 ຫວຽດນາມ ສາມາດຄວບຄຸມພະຍາດໂຄວິດ-19 ໄດ້ເປັນຢ່າງດີ

ຍສໝ - ເມື່ອບໍ່ດົນມານີ້, ບົດຂຽນທີ່ໄດ້ເອົາລົງໃນເວັບໄຊ The Diplomat ກໍ່ໃຫ້ຂໍ້ສັງເກດວ່າມີຫຼາຍປັດໄຈທີ່ສະແດງໃຫ້ເຫັນວ່າຫວຽດນາມ ສາມາດຄວບຄຸມສະພາບການໄດ້ເປັນຢ່າງດີ.

ຫວຽດນາມ ໄດ ມອບເຄ ອງອ ປະກອນການແພດສະໜ ບສະໜ ນບ ນດາປະເທດອາຟຣ ກາ ເພ ອປ ອງກ ນ ແລະ ຄວບຄ ມ covid 19 ສ້າງຕັ້ງສະມາຄົມນັກສຶກສາຫວຽດນາມ ຢູ່ອົດສະຕາລີ

ຍສໝ - ທ່ານ ໂງເຮື໊ອງນາມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາອົດສະຕາລີ ຢັ້ງຢືນວ່າ ນັກສຶກສາຫວຽດນາມ ແມ່ນໜຶ່ງໃນບັນດາພາກສ່ວນທີ່ສໍາຄັນໃນການພົວພັນສອງປະເທດ ແລະແມ່ນປັດໄຈຊຸກຍູ້ການພົບປະແລກປ່ຽນປະຊາຊົນ.

ຫວຽດນາມ ໄດ ມອບເຄ ອງອ ປະກອນການແພດສະໜ ບສະໜ ນບ ນດາປະເທດອາຟຣ ກາ ເພ ອປ ອງກ ນ ແລະ ຄວບຄ ມ covid 19 ເສດຖະກິດຫວຽດນາມ ຍັງຄົງຮັກສາໄດ້ສະພາບການທີ່ຕັ້ງໜ້າໃນສະເພາະໜ້າ ແລະ ໃນໄລຍະກາງ

ຍສໝ - ໃນເມື່ອສະພາບການໂລກໄດ້ຮັບການປົວແປງເທື່ອລະກ້າວ, ບັນດາການເຄື່ອນໄຫວເສດຖະກິດ ຈະໄດ້ຮັບການຟື້ນຕົວໃນເຄິ່ງທ້າຍຂອງປີ 2020, ພື້ນຖານເສດຖະກິດຫວຽດນາມ ຈະເຕີບໂຕປະມານ 2,8% ໃນປີ 2020 ແລະ 6,8% ໃນປີ 2021.

ໄຊພອນ

ເຫດການ
302 Found

Found

The document has moved here.