ກອງປະຊຸມລັດຖະມົນຕີການຄ້າ APEC ທາງ​ອອນ​ລາຍ (VMRT) ກ່ຽວກັບ COVID-19

17:00 | 25/07/2020

ຍ​ສໝ - ຫວຽດນາມເຊື່ອໝັ້ນວ່າ APEC ຈະສືບຕໍ່ສົ່ງເສີມເຈັດ​ຈຳ​ນົງແລະ ກຳລັງແຮງຂອງສະມາຊິກແຕ່ລະຄົນ, ກໍ​ຄື​ຈິດ​ໃຈສາມັກຄີ, ຮ່ວມມືສາກົນຢ່າງ​ແຮງເພື່ອຮ່ວມກັນສ້າງອະນາຄົດທີ່​ສົດ​ໃສໃຫ້ແກ່ພາກພື້ນແລະປະຊາຊົນທຸກຄົນ.

ກອງປະຊ ມລ ດຖະມ ນຕ ການຄ າ apec ທາງ ອອນ ລາຍ vmrt ກ ຽວກ ບ covid 19 APEC: ໃຫ້ຄຳໝັ້ນສັນຍາສະໜັບສະໜູນການຄ້າເສລີ
ກອງປະຊ ມລ ດຖະມ ນຕ ການຄ າ apec ທາງ ອອນ ລາຍ vmrt ກ ຽວກ ບ covid 19 APEC 2018: ບັນດາການນຳສຸມໃສ່ປຶກສາຫາລືການຄ້າເສລີ
ກອງປະຊ ມລ ດຖະມ ນຕ ການຄ າ apec ທາງ ອອນ ລາຍ vmrt ກ ຽວກ ບ covid 19

ທ່ານ ເຈິ່ນ​ກ໊ວກ​ແຄັ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດ​ນາມນຳ​ໜ້າ​ຄະ​ນ​ະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມ ກອງປະຊຸມ (ພາບ: ອຸດສາຫະກຳ ແລະ ການຄ້າ ຫວຽດ​ນາມ)

ກອງປະຊຸມລັດຖະມົນຕີການຄ້າເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດອາຊີ (APEC) ທາງອອ​ນ​ລາຍ (VMRT) ກ່ຽວກັບ COVID-19 ໄດ້ຈັດຂຶ້ນໃນວັນທີ 25 ກໍ​ລະ​ກົດ, ໂດຍການເປັນປະທານຂອງທ່ານ Mohamed Azmin Ali ລັດຖະມົນຕີກະຊວງການຄ້າຕ່າງ​ປະ​ເທດ ມາເລເຊຍ.

ກ່າວຄຳເຫັນທີ່ກອງປະຊຸມ, ບັນດາສະມາຊິກ APEC ໄດ້ເຫັນດີເປັນເອກະສັນວ່າທຸກໆລັດຖະບານແລະປະຊາຊົນໃນພາກພື້ນແລະທົ່ວໂລກຕ້ອງຮ່ວມ​ແຮງ​ຮ່ວມ​ໃຈ, ສະ​ມັກ​ຄີ​ກັນ, ເພີ່ມທະວີການຮ່ວມມືໃນທຸກຂັ້ນດ້ວຍຄວາມຕັດສິນໃຈແລະມີຄວາມຮັບຜິດຊອບສູງເພື່ອຄວບຄຸມໂລກພະຍາດໂດຍ​ໄວ ແລະ ການແກ້ໄຂຜົນສະທ້ອນທາງເສດຖະກິດ - ສັງຄົມທີ່ເກີດຈາກການລະບາດໂລກບະບາດ Covid-19ຢ່າງມີປະສິດທິຜົນ.

APEC ຄວນສືບຕໍ່ລະດົມບັນດາແຫຼ່ງກຳລັງ ເພື່ອຊ່ວຍບັນດາສະມາຊິກໃນ​ການ​ແກ້​ໄຂ ຜົນຮ້າຍຂອງໂລກ​ລະ​ບາດ Covid - 19, ຟື້ນຟູເສດຖະກິດຢ່າງວ່ອງໄວ; ເສີມ​ຂະ​ຫຍາຍບົດບາດ​ແມ່ນເວທີປາໄສແຖວ​ໜ້າກ່ຽວ​ກັບການເຊື່ອມໂຍງເສດຖະກິດໃນພາກພື້ນ, ຮັກສາທ່າຮ່ວມມືແລະການເຊື່ອມໂຍງ APEC; ຢັ້ງຢືນລັກ​ສະ​ນະໄຫວ​ພິບ, ຄວາມ​ສາ​ມາດ​ໃນ​ການປັບຕົວເຂົ້າ​ກັບ​ສະ​ພາບ​ການ​ໃໝ່.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນ​ກ໊ວກ​ແຄັ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດ​ນາມ ເນັ້ນໜັກ ວ່າ ໃນຖານະເປັນປະທານອາຊຽນ 2020, ຫວຽດນາມໄດ້ເປັນປະເທດ​ຈັດ​ຕັ້ງ ແລະ ເຂົ້າຮ່ວມການປຶກ​ສາ​ຫາ​ລື​ຕ່າງໆ, ມາ​ນະພະຍາຍາມຊອກຫາສຽງເວົ້າລວມ, ມີຂໍ້ລິເລີ່ມເພື່ອຊຸກ​ຍູ້ການປະຕິບັດຮ່ວມໃນການປ້ອງກັນ, ຕ້ານ ໂລ​ກ​ລະ​ບາດ, ໜູນ​ຊ່ວຍ​ປະ​ຊາ​ຊົນ, ຟື້ນຟູພື້ນ​ຖານເສດຖະກິດໃນໄລຍະຫຼັງ COVID-19.

ຫວຽດນາມເຊື່ອໝັ້ນວ່າ APEC ຈະສືບຕໍ່ສົ່ງເສີມເຈັດ​ຈຳ​ນົງແລະ ກຳລັງແຮງຂອງສະມາຊິກແຕ່ລະຄົນ, ກໍ​ຄື​ຈິດ​ໃຈສາມັກຄີ, ຮ່ວມມືສາກົນຢ່າງ​ແຮງເພື່ອຮ່ວມກັນສ້າງອະນາຄົດທີ່​ສົດ​ໃສໃຫ້ແກ່ພາກພື້ນແລະປະຊາຊົນທຸກຄົນ.

ກອງປະຊ ມລ ດຖະມ ນຕ ການຄ າ apec ທາງ ອອນ ລາຍ vmrt ກ ຽວກ ບ covid 19 APEC: ໃຫ້ຄຳໝັ້ນສັນຍາສະໜັບສະໜູນການຄ້າເສລີ

ຍສໝ - ບັນດາພື້ນຖານເສດຖະກິດສະມາຊິກຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໄດ້ສະແດງການສະໜັບສະໜູນຢ່າງແຮງ ສຳລັບການຄ້າເສລີໃນສະພາບການພື້ນຖານເສດຖະກິດໂລກພວມຖືກຜັນແປຫລາຍຢ່າງ.

ກອງປະຊ ມລ ດຖະມ ນຕ ການຄ າ apec ທາງ ອອນ ລາຍ vmrt ກ ຽວກ ບ covid 19 APEC 2018: ບັນດາການນຳສຸມໃສ່ປຶກສາຫາລືການຄ້າເສລີ

ວັນທີ 18 ພະຈິກ, ບັນດາການນຳ 21 ພື້ນຖານເສດຖະກິດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໄດ້ເລີ່ມຕົ້ນການປຶກສາຫາລືຢູ່ນະຄອນຫລວງ Port Moresby ຂອງປະເທດ ປາປົວນິວກີເນ

ກອງປະຊ ມລ ດຖະມ ນຕ ການຄ າ apec ທາງ ອອນ ລາຍ vmrt ກ ຽວກ ບ covid 19 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມຕົ້ນການເຄື່ອນໄຫວຢູ່ APEC 26

ຕອນບ່າຍວັນທີ 17 ພະຈິກ, ທ່ານນາຍົກລັດຖະມົນຕີ ປາປົວນິວກີເນ Peter O’Neill ໄດ້ເປັນເຈົ້າພາບພິທີຕ້ອນຮັບບັນດາການນຳພື້ນຖານເສດຖະກິດເຂົ້າຮ່ວມສັບປະດາຂັ້ນສູງຄັ້ງທີ 26 ຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ທີ່ດຳເນີນຢູ່ນະຄອນຫລວງ Port Moresby ປະເທດ ປາປົວນິວກີເນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.