ຫວຽດນາມ ສາມາດຄວບຄຸມພະຍາດໂຄວິດ-19 ໄດ້ເປັນຢ່າງດີ

08:46 | 31/07/2020

ຍສໝ -  ເມື່ອບໍ່ດົນມານີ້, ບົດຂຽນທີ່ໄດ້ເອົາລົງໃນເວັບໄຊ The Diplomat ກໍ່ໃຫ້ຂໍ້ສັງເກດວ່າມີຫຼາຍປັດໄຈທີ່ສະແດງໃຫ້ເຫັນວ່າຫວຽດນາມ ສາມາດຄວບຄຸມສະພາບການໄດ້ເປັນຢ່າງດີ.

ຫວຽດນາມ ສາມາດຄວບຄ ມສະພາບການໄດ ເປ ນຢ າງດ ນາຍົກລັດຖະມົນຕີ ເນັ້ນໃຫ້ສະມາຊິກລັດຖະບານ ສຸມໃສ່ແກ້ໄຂບັນຫາຫຍໍ້ທໍ້ໃນສັງຄົມ
ຫວຽດນາມ ສາມາດຄວບຄ ມສະພາບການໄດ ເປ ນຢ າງດ

ຄະນະພົວພັນຕ່າງປະເທດສູນກາງພັກ ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

ຫວຽດນາມ ສາມາດຄວບຄ ມສະພາບການໄດ ເປ ນຢ າງດ

ພາບປະກອບ

ເວັບໄຊ Bloomberg News ໄດ້ລົງບົດຂຽນໂດຍໃຫ້ຮູ້ວ່າພາຍຫຼັງຄົ້ນພົບບັນດາກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນຢູ່ນະຄອນດ່ານັ້ງ, ລັດຖະບານຫວຽດນາມ ໄດ້ຜັນຂະຫຍາຍບັນດາມາດຕະການເວັ້ນໄລຍະຫ່າງທາງສັງຄົມ ແລະປະກາດໃຊ້ບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ໂດຍໄວ, ໃນນັ້ນມີຂໍ້ກຳນົດໃຫ້ໃສ່ຜ້າອັດປາກຢູ່ສະຖານທີ່ສາທາລະນະ.

ເວັບໄຊ Nikkei ຂອງຍີ່ປຸ່ນ ກໍໄດ້ໃຫ້ຂ່າວວ່າ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງບັນດາທ້ອງຖິ່ນຄວບຄຸມຢ່າງແໜ້ນແຟ້ນກວ່າຕໍ່ບັນດາກໍລະນີຄົນຕ່າງປະເທດເຂົ້າເມືອງຫວຽດນາມ ຜິດກົດໝາຍເພື່ອແນໃສ່ສະກັດກັ້ນຄວາມສ່ຽງແຜ່ລາມຂອງໂລກລະບາດ.

ວັນທີ 29 ກໍລະກົດ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມທາງໄກຂອງຄະນະປະຈຳລັດຖະບານກັບບັນດາທ້ອງຖິ່ນ, ກະຊວງ, ຂະແໜງການກ່ຽວກັບວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ ພະຍາດໂຄວິດ-19 ຄັ້ງນີ້ມີການແຜ່ລາມໃນວົງກວ້າງ ແລະຍັງບໍ່ທັນຊອກໄດ້ຜູ້ແຜ່ເຊື້ອ (F0) ເທື່ອ, ເຊື້ອພະຍາດມີການປ່ຽນພັນ, ດັ່ງນັ້ນສະພາບການ ຈຶ່ງມີການຜັນແປຢ່າງສັນສົນ, ມີຄວາມສ່ຽງແຜ່ລາມອອກສູ່ວົງກວ້າງຢູ່ຫຼາຍທ້ອງຖິ່ນ. ເພາະສະນັ້ນ, ຕ້ອງຍົກສູງສະຕິລະວັງຕົວ, ຍົກສູງຈິດໃຈຮັບຜິດຊອບຕໍ່ປະຊາຊົນ, ບໍ່ຄວນປະໝາດ ແລະບໍ່ປະໃຫ້ເກີດສະພາບການບໍ່ສາມາດຄວບຄຸມໄດ້.

ທ່ານ ຫງວຽນຊວນຟຸກ ຊີ້ນຳບັນດາກະຊວງ, ຂະແໜງການທ້ອງຖິ່ນປະຕິບັດການຊີ້ນຳຂອງສູນກາງໃນການປ້ອງກັນ ແລະຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ. ການນຳບັນດາທ້ອງຖິ່ນຕ້ອງຂ້ຽວຂາດ, ລະດົມລະບົບການເມືອງ, ໂດຍສະເພາະແມ່ນທົ່ວປວງຊົນເຂົ້າຮ່ວມຕ້ານໂລກລະບາດ. ຕ້ອງເພີ່ມທະວີການກວດຫາເຊື້ອພະຍາດຢູ່ບັນດາທ້ອງຖິ່ນ, ໂດຍສະເພາະແມ່ນບັນດາຜູ້ທີ່ໄດ້ສຳຜັດໂດຍກົງກັບບັນດາຜູ້ຕິດພະຍາດ, ຮັບປະກັນສຸຂະພາບຂອງປະຊາຊົນ, ພະນັກງານເຮັດວຽກງານເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນ.

ໄລ່ຮອດຈຸດເວລານີ້, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ສະສົມ 464 ຄົນ, ໃນນັ້ນມີຜູູ້ຕິດເຊື້ອຈໍານວນ 276 ຄົນ ແມ່ນກັບມາຈາກຕ່າງປະເທດ ແລະ ຖືກແຍກຕົວເມື່ອເຂົ້າເມືອງຫວຽດນາມ ໃນທັນທີ. ຈໍານວນຜູ້ຕິດເຊື້ອໃໝ່ພາຍໃນປະເທດ ແຕ່ວັນທີ 25 ກໍລະກົດ ຮອດວັນທີ 30 ກໍລະກົດ ແມ່ນ 48 ກໍລະນີ, ແຕ່ຍັງບໍ່ທັນມີຜູ້ໃດເສຍຊີວິດເທື່ອ.

ຫວຽດນາມ ສາມາດຄວບຄ ມສະພາບການໄດ ເປ ນຢ າງດ ສ້າງຕັ້ງສະມາຄົມນັກສຶກສາຫວຽດນາມ ຢູ່ອົດສະຕາລີ

ຍສໝ - ທ່ານ ໂງເຮື໊ອງນາມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາອົດສະຕາລີ ຢັ້ງຢືນວ່າ ນັກສຶກສາຫວຽດນາມ ແມ່ນໜຶ່ງໃນບັນດາພາກສ່ວນທີ່ສໍາຄັນໃນການພົວພັນສອງປະເທດ ແລະແມ່ນປັດໄຈຊຸກຍູ້ການພົບປະແລກປ່ຽນປະຊາຊົນ.

ຫວຽດນາມ ສາມາດຄວບຄ ມສະພາບການໄດ ເປ ນຢ າງດ ເສດຖະກິດຫວຽດນາມ ຍັງຄົງຮັກສາໄດ້ສະພາບການທີ່ຕັ້ງໜ້າໃນສະເພາະໜ້າ ແລະ ໃນໄລຍະກາງ

ຍສໝ - ໃນເມື່ອສະພາບການໂລກໄດ້ຮັບການປົວແປງເທື່ອລະກ້າວ, ບັນດາການເຄື່ອນໄຫວເສດຖະກິດ ຈະໄດ້ຮັບການຟື້ນຕົວໃນເຄິ່ງທ້າຍຂອງປີ 2020, ພື້ນຖານເສດຖະກິດຫວຽດນາມ ຈະເຕີບໂຕປະມານ 2,8% ໃນປີ 2020 ແລະ 6,8% ໃນປີ 2021.

ຫວຽດນາມ ສາມາດຄວບຄ ມສະພາບການໄດ ເປ ນຢ າງດ ນັກສິລະປິນ 30 ກວ່າຄົນ ຢູ່ ຝຣັ່ງ ໄດ້ເຂົ້າຮ່ວມໃນການຮຽກຮ້ອງ "ວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ"

ຍສໝ - ເກືອບ 20 ປີທີ່ຜ່ານມາ, ສະມາຄົມຫວຽດນາມດີໂອຊີນ ແລະ ຫລາຍສະມາຄົມ ຝະລັ່ງ - ຫວຽດນາມ ແລະ ຫວຽດນາມ - ຝລັ່ງຢູ່ຝລັ່ງໄດ້ຈັດຕັ້ງບັນດາການເຄື່ອນໄຫວມະນຸດສະທຳ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.