| ສືບຕໍ່ “ການເດີນທາງຫວ່ານເມັດພັນຂຽວແຫ່ງຄວາມຫວັງ” ໃຫ້ແກ່ເດັກພິການຢູ່ ດຽນບຽນ (Điện Biên) | |
| ໜັງສືພິມ La Nacion (ອາກຊັງຕິນ): ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າກະສິກຳຫຼັກແຫຼ່ງ |
ໃນການພົບປະ, ທ່ານ ຟ້າມ ຢາ ຕຸກ ໄດ້ຊີ້ໃຫ້ເຫັນວ່າ ບັນດາຂົງເຂດທີ່ Maersk ກຳລັງລົງທຶນ ແລະ ໃຫ້ຄວາມສົນໃຈ ລ້ວນແຕ່ສອດຄ່ອງກັບບຸລິມະສິດການພັດທະນາຂອງຫວຽດນາມ, ໂດຍສະເພາະທ່າເຮືອທະເລ, ໂລຈິສຕິກ, ການຂົນສົ່ງ ແລະ ການຫັນປ່ຽນສີຂຽວ.
![]() |
| ທ່ານ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ຟ້າມ ຢາ ຕຸກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ Robert Maersk Uggla, ປະທານກຸ່ມບໍລິສັດ A.P. Moller Holding (APM Holding) ທັງເປັນປະທານກຸ່ມບໍລິສັດ Maersk (ສະມາຊິກຂອງ APM Holding) |
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ເນັ້ນວ່າ ຫວຽດນາມກຳລັງມຸ່ງສູ່ເປົ້າໝາຍກາຍເປັນປະເທດທີ່ຮັ່ງມີ ແລະ ເຂັ້ມແຂງຈາກທະເລ. ຄຽງຄູ່ກັບການພັດທະນາລະບົບທ່າເຮືອ ແລະ ການຂົນສົ່ງທາງທະເລ, ປະເທດຍັງໃຫ້ຄວາມສຳຄັນເປັນພິເສດກັບພະລັງງານລົມນອກຝັ່ງ, ອຸດສາຫະກຳຕໍ່ເຮືອ, ບັນດາຂົງເຂດເສດຖະກິດທະເລ ແລະ ການຫັນປ່ຽນພະລັງງານ.
ຈາກບັນດາທິດທາງດັ່ງກ່າວ, ທ່ານ ຟ້າມ ຢາ ຕຸກ ສະແດງຄວາມຄາດຫວັງວ່າ Maersk ຈະສືບຕໍ່ຮ່ວມທາງກັບຫວຽດນາມ ໃນການຊຸກຍູ້ການຫັນປ່ຽນສີຂຽວ, ຂະຫຍາຍການນຳໃຊ້ພະລັງງານສະອາດ ແລະ ກໍ່ສ້າງລະບົບໂລຈິສຕິກທີ່ມີຄວາມຍືນຍົງ.
ກ່ຽວກັບການລົງທຶນ, ທ່ານໄດ້ສະເໜີໃຫ້ກຸ່ມບໍລິສັດ Maersk ເລັ່ງລັດການດຳເນີນບັນດາໂຄງການທີ່ມີຢູ່, ພ້ອມທັງສຶກສາ ແລະ ຂະຫຍາຍການລົງທຶນໃນລະບົບທ່າເຮືອທະເລຂອງຫວຽດນາມ. ນອກຈາກນັ້ນ, ທ່ານຍັງປາດຖະໜາໃຫ້ Maersk ມີບົດບາດໃນການແນະນຳ ແລະ ດຶງດູດບັນດານັກລົງທຶນສາກົນເຂົ້າມາຫວຽດນາມຫຼາຍຂຶ້ນ.
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ຢືນຢັນວ່າ ລັດຖະບານຫວຽດນາມຈະສ້າງທຸກເງື່ອນໄຂທີ່ເອື້ອອຳນວຍ ເພື່ອໃຫ້ບັນດານັກລົງທຶນສາມາດເຂົ້າມາດຳເນີນທຸລະກິດ ແລະ ຂະຫຍາຍການລົງທຶນຢູ່ຫວຽດນາມໄດ້ຢ່າງສະດວກ.
ທາງດ້ານທ່ານ Robert Maersk Uggla ໄດ້ຢືນຢັນວ່າ ຫວຽດນາມເປັນຄູ່ຮ່ວມມືທີ່ມີຄວາມສຳຄັນສຳລັບກຸ່ມບໍລິສັດ. ທ່ານເຫັນວ່າ ບັນດາບຸລິມະສິດຂອງຫວຽດນາມໃນການຫັນປ່ຽນສີຂຽວ, ການສົ່ງເສີມນະວັດຕະກຳ ແລະ ການເພີ່ມທະວີການເຊື່ອມໂຍງກັບຕ່ອງໂສ້ອຸປະທານທົ່ວໂລກ ແມ່ນສອດຄ່ອງກັບຍຸດທະສາດພັດທະນາ ແລະ ຄຳໝັ້ນໝາຍລົງທຶນໄລຍະຍາວຂອງ Maersk ຢູ່ຫວຽດນາມ.
| ຄະນະກຳມະການສັນຕິພາບຫວຽດນາມ ກວດກາຄືນການກຽມພ້ອມໃຫ້ແກ່ກອງປະຊຸມໃຫຍ່ ອາຍຸການ 2026-2031 ຍສໝ - ວັນທີ 24 ມິຖຸນາ, ຢູ່ທີ່ຮ່າໂນ້ຍ, ຄະນະກຳມະການສັນຕິພາບຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ 2026 ແລະ ກວດກາຄືນວຽກງານການກຽມພ້ອມໃຫ້ແກ່ກອງປະຊຸມໃຫຍ່ ອາຍຸການ 2026-2031. ກອງປະຊຸມໄດ້ສຸມໃສ່ຕີລາຄາໝາກຜົນແຫ່ງການເຄື່ອນໄຫວພາຍໃນໄລຍະຜ່ານມາ, ໃນຂະນະດຽວກັນກໍປຶກສາຫາລືບັນດາເນື້ອໃນຮັບໃຊ້ໃຫ້ແກ່ວຽກງານການກຽມພ້ອມກອງປະຊຸມໃຫຍ່ທີ່ພວມຈະມາເຖິງ. |
| ວິງລອງ ແລະ Niigata ຂະຫຍາຍການຮ່ວມມືໄປສູ່ເສດຖະກິດຂຽວ, Logistics ຍສໝ - ພາຍໃນຂອບເຂດການເດີນທາງໄປປະຕິບັດງານເພື່ອເລັ່ງລັດການລົງທຶນຢູ່ ຍີ່ປຸ່ນ (Japan), ຄະນະປະຕິບັດງານຈັງຫວັດ ວິງລອງ ໂດຍມີທ່ານປະທານຄະນະກຳມະການປະຊາຊົນຈັງຫວັດ ເຈີນຈີກວາງ ເປັນຜູ້ນຳໜ້າ ໄດ້ເຂົ້າຢ້ຽມຄຳນັບການນຳຈັງຫວັດ Niigata. ທັງສອງຝ່າຍໄດ້ມີຄວາມເປັນເອກະພາບກັນທີ່ຈະສືບຕໍ່ເຮັດໃຫ້ສາຍພົວພັນການຮ່ວມມືພາຍໃນຫຼາຍຂົງເຂດມີຄວາມເລິກເຊິ່ງຍິ່ງໆຂຶ້ນ, ໃນຂະນະດຽວກັນກໍຂະຫຍາຍໄປສູ່ເສດຖະກິດຂຽວ, logistics, ອຸດສາຫະກຳປຸງແຕ່ງ ແລະ ການພັດທະນາແບບຍືນຍົງ. |
ແທັງຮັ່ງ
