ຫວຽດນາມ ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 10

09:52 | 30/09/2020

ຍສໝ - ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 10 ໄດ້ຈັດຂື້ນໂດຍທາງຖ່າຍທອດສົດ ໂດຍການເປັນປະທານຮ່ວມຂອງທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ Kang Kyung Wha - ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ.

ເພີ່ມທະວີຄວາມສາມັກຄີລະຫວ່າງຊຸມຊົນຊາວຫວຽດນາມ ແລະ ລັດຖະບານເຊັກໂກ
ຫວຽດນາມ ແລະ ເວເນຊູເອລາ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ

ວັນທີ 28 ກັນຍາ, ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 10 ໄດ້ຈັດຂື້ນໂດຍທາງຖ່າຍທອດສົດ ໂດຍການເປັນປະທານຮ່ວມຂອງທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ Kang Kyung Wha - ລັດຖະມົນຕີການຕ່າງປະເທດ ສ. ເກົາຫຼີ.

ເຂົ້າຮ່ວມກອງປະຊຸມມີບັນດາລັດຖະມົນຕີຕ່າງປະເທດ ຈາກປະເທດກຳປູເຈຍ, ລາວ, ມຽນມາ ແລະ ໄທ. ກອງປະຊຸມໄດ້ສຸມໃສ່ທົບທວນການຈັດຕັ້ງປະຕິບັດການຮ່ວມມືລະຫວ່າງບັນດາປະເທດແມ່ນໍ້າຂອງ - ສ.ເກົາຫຼີ ໃນປີທີ່ຜ່ານມາ, ປຶກສາຫາລືທິດທາງການຮ່ວມມືໃນອະນາຄົດ, ແລກປ່ຽນບາງບັນຫາສາກົນ ແລະ ພາກພື້ນ.

ຫວຽດນາມ ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 10
ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 10. (ພາບ: vietnamplus)

ໃນກອງປະຊຸມ, ບັນດາລັດຖະມົນຕີ ໄດ້ຕີລາຄາສູງຕໍ່ໝາກຜົນທີ່ບັນລຸໄດ້ໃນປີທີ່ຜ່ານມາ, ໂດຍສະເພາະ ແມ່ນການຈັດຕັ້ງທີ່ປະສົບຜົນສຳເລັດຂອງກອງປະຊຸມສຸດຍອດແມ່ນ້ຳຂອງ - ສ.ເກົາຫຼີ ຄັ້ງທຳອິດ (ເດືອນພະຈິກ 2019 ທີ່ເມືອງ Busan, ສ.ເກົາຫຼີ); ຍົກລະດັບການຮ່ວມມືໃຫ້ເປັນຂັ້ນສູງຢ່າງເປັນທາງການ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຊົມເຊີຍການປະກອບສ່ວນຂອງການຮ່ວມມືແມ່ນ້ຳຂອງ - ສ.ເກົາຫຼີ ເຂົ້າໃນຂະບວນການກໍ່ສ້າງປະຊາຄົມອາຊຽນ ແລະ ຄວາມພະຍາຍາມເພື່ອຊຸກຍູ້ການເຊື່ອມຕໍ່ພາກພື້ນ, ການພັດທະນາແບບຍືນຍົງ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ກໍ່ໃຫ້ຮູ້ວ່າ: ໂດຍປະເຊີນ​​ໜ້າ ກັບການຜັນປ່ຽນຂອງສະພາບແວດລ້ອມເສດຖະກິດ - ການເມືອງສາກົນ, ການຮ່ວມມືແມ່ນ້ຳຂອງ - ສ.ເກົາຫຼີ ຕ້ອງໄດ້ສະໜັບສະໜູນບັນດາປະເທດສະມາຊິກ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ແລະ ຍຶດເອົາໂອກາດການພັດທະນາໃໝ່, ພ້ອມດຽວກັນນີ້, ເນັ້ນໜັກຫຼາຍຈຸດສຸມສຳຄັນ, ເຊັ່ນ: ສະໜັບສະໜູນການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ ໃຫ້ແກ່ຂະບວນການຫັນເປັນອຸດສາຫະກຳ; ເພີ່ມທະວີການຮ່ວມມືດ້ານສິ່ງແວດລ້ອມ, ການຄຸ້ມຄອງຊັບພະຍາກອນນ້ຳ, ກະສິກຳ ແລະ ການຮັບມືກັບການປ່ຽນແປງດິນຟ້າອາກາດ; ສົ່ງເສີມໃຫ້ທ້ອງຖິ່ນເຂົ້າຮ່ວມໃນກິດຈະກຳການຮ່ວມມື; ເພີ່ມທະວີຄວາມສາມັກຄີ ແລະ ສ້າງສາພັດທະນາປະຊາຄົມອາຊຽນ.

ໃນຕອນສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີ ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີແມ່ນ້ຳຂອງ - ສ.ເກົາຫຼີ ຄັ້ງທີ 10 ແລະ ເຫັນດີຈັດກອງປະຊຸມສຸດຍອດແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 2 ເນື່ອງໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ໃນເດືອນພະຈິກ.

ສື່ສານອິນໂດເນເຊຍ: ຫວຽດນາມ ໄດ້ປະສົບຜົນສຳເລັດໃນການຄວບຄຸມພະຍາດ COVID-19

ຍສໝ - ສື່ມວນຊົນອິນໂດເນເຊຍ ໄດ້ກ່າວວ່າ ເພື່ອຄວບຄຸມການລະບາດຂອງພະຍາດ COVID-19 ແລະ ຮັກສາການເຕີບໂຕຂອງເສດຖະກິດ, ຫວຽດນາມກໍ່ມີການເຄັດລັບທີ່ແຕກຕ່າງກັນກັບປະເທດອື່ນ.

ຫວຽດນາມ ພວມກາຍເປັນປະເທດດຶງດູດກະແສເງິນລົງທຶນໂດຍກົງຫັນທິດມາຈາກຕ່າງປະເທດ

ຍສໝ - ມາຮອດປັດຈຸບັນ, ທຶນ FDI ທີ່ຈົດທະບຽນລົງທຶນເຂົ້າຫວຽດນາມ ບັນລຸ 21,2 ຕື້ໂດລາສະຫະລັດ, ແຫຼ່ງທຶນດັ່ງກ່າວລວມມີທຶນ FDI ຈົດທະບຽນໃໝ່, ທຶນເພີ່ມເຕີມ ແລະການປະກອບທຶນຊື້ຫຸ້ນສ່ວນຂອງວິສາຫະກິດພາຍໃນປະເທດ.

ຫວຽດນາມ ໄດ້ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບກັບ Saudi Arabia

ຍສໝ - ທີ່ການໂອ້ລົມສົນທະນາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຊົມເຊີຍວັນຄົບຮອບ 90 ປີແຫ່ງວັນຊາດລາຊະອານາຈັກ Saudi Arabia (23 ກັນຍາ 2020).

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.