ຫວຽດນາມ ແລະ ເວເນຊູເອລາ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ

11:02 | 29/09/2020

ຍສໝ - ວັນທີ 27 ກັນຍາ, ສະຖານທູດຫວຽດນາມ ປະຈຳ ເວເນຊູເອລາ ໄດ້ດຳເນີນກອງປະຊຸມສຳມະນາທາງຖ່າຍທອດສົດດ້ວຍຫົວຂໍ້ວ່າ “ສົ່ງເສີມການຄ້າ, ການລົງທຶນ, ເຜີຍແພ່ຢ່າງທົ່ວເຖິງວັດທະນະທຳ ແລະ ການທ່ອງທ່ຽວລະຫວ່າງຫວຽດນາມ ແລະ ເວເນຊູເອລາ”.

ຫວຽດນາມ ແລະ ເວເນຊ ເອລາ ຊ ກຍ ການຮ ວມມ ດ ານການຄ າ ແລະ ການລ ງທ ນ ຫວຽດນາມ ແລະ ເວເນຊູເອລາ ຊຸກຍູ້ການຮ່ວມມືໃນຂົງເຂດສາທາລະນະສຸກເພື່ອຕ້ານ ໂລກລະບາດ COVID-19
ຫວຽດນາມ ແລະ ເວເນຊ ເອລາ ຊ ກຍ ການຮ ວມມ ດ ານການຄ າ ແລະ ການລ ງທ ນ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ມອບອຸປະກອນການແພດ ໃຫ້ ສປປ.ລາວ ປ້ອງກັນພະຍາດ COVID-19

ຕາມສຳນັກຂ່າວສານປະເທດຫວຽດນາມ ປະຈຳ ອາເມລິກາໃຕ້ ໃຫ້ຫູ້ວ່າ ໃນວັນທີ 26 ກັນຍາ, ສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ດຳເນີນກອງປະຊຸມສຳມະນາທາງຖ່າຍທອດສົດດ້ວຍຫົວຂໍ້ວ່າ “ສົ່ງເສີມການຄ້າ, ການລົງທຶນ, ເຜີຍແພ່ຢ່າງທົ່ວເຖິງວັດທະນະທຳ ແລະ ການທ່ອງທ່ຽວລະຫວ່າງຫວຽດນາມ ແລະ ເວເນຊູເອລາ” ດ້ວຍການເຂົ້າຮ່ວມຂອງບັນດານັກທຸລະກິດຫຼາຍກວ່າ 50 ຄົນທີ່ມາຈາກຫວຽດນາມ ແລະ ເວເນຊູເອລາ.

ກອງປະຊຸມສຳມະນາເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທືນ ແລະ ການທ່ອງທ່ຽວສອງຝ່າຍ; ແນະນໍາກ່ຽວກັບຄວາມສາມາດບົ່ມຊ້ອນດ້ານການຄ້າ, ການລົງທືນ ແລະ ການທ່ອງທ່ຽວຂອງຫວຽດນາມ; ແນະນໍາກ່ຽວກັບສະພາບເສດຖະກິດ - ສັງຄົມຂອງເວເນຊູເອລາ, ນະໂຍບາຍການລົງທຶນ, ການເຄົາລົບກົດໝາຍ ແລະ ການໃຫ້ບຸລິມະສິດຂອງເວເນຊູເອລາ, ກາລະໂອກາດໃຫ້ວິສາຫະກິດຫວຽດນາມ ໃນການເຂົ້າຮ່ວມຕະຫຼາດເວເນຊູເອລາ.

ຫວຽດນາມ ແລະ ເວເນຊ ເອລາ ຊ ກຍ ການຮ ວມມ ດ ານການຄ າ ແລະ ການລ ງທ ນ
ນະຄອນຫຼວງ Caracas ຂອງເວເນຊູເອລາ. (ພາບ: Winksmind)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ຢືນຢັນວ່າ ລັດຖະບານ ແລະ ປະຊາຊົນຫວຽດນາມຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືສອງຝ່າຍ, ແລະ ພ້ອມສະເໝີທີ່ແບ່ງປັນປະສົບການກັບເວເນຊູເອລາ ກ່ຽວກັບການກໍ່ສ້າງ ແລະ ການພັດທະນາປະເທດ. ຫວຽດນາມ ປະຈຳເວເນຊູເອລາ ໄດ້ມີຄວາມອົາໃຈໃສ່ເປັນພິເສດຕໍ່ການຮ່ວມມື ແລະ ການພັດທະນາໃນຂົງເຂດການຄ້າ, ການລົງທືນ ແລະ ການທ່ອງທ່ຽວລະຫວ່າງສອງປະເທດ, ໃນນັ້ນໂດຍສະເພາແມ່ນເສດຖະກິດ ແລະ ການຄ້າ.

ເວເນຊູເອລາ ແມ່ນຕະຫຼາດທີ່ມີທ່າແຮງສຳລັບຫວຽດນາມ, ເຊິ່ງສາມາດຕອບສະໜອງເປົ້າໝາຍໃນການຂະຫຍາຍ ແລະ ຫັນເປັນຫຼາຍຮູບຫຼາຍແບບການຕະຫຼາດຂອງຫວຽດນາມ. ຫວຽດນາມຍັງແມ່ນ ໜຶ່ງໃນບັນດາຜູ້ຜະລິດອັນດັບໜຶ່ງຂອງໂລກ, ສາມາດຕອບສະໜອງຄວາມຕ້ອງການດ້ານສິນຄ້າຫຼາຍຢ່າງຂອງເວເນຊູເອລາ.

ພ້ອມດຽວກັນນີ້, ຜູ້ຕາງໜ້າບັນດາກະຊວງເສດຖະກິດ, ກະຊວງການເງິນ ແລະ ການຄ້າຕ່າງປະເທດ - ກະຊວງທ່ອງທ່ຽວເວເນຊູເອລາ ໃຫ້ຮູ້ວ່າ: ໃນຂົງເຂດການຄ້າ ແລະ ການລົງທຶນ, ລັດຖະບານເວເນຊູເອລາ ຍິນດີຕ້ອນຮັບນັກລົງທຶນຕ່າງປະເທດ ແລະ ໂດຍສະເພາແມ່ນມີນະໂຍບາຍບຸລິມະສິດແກ່ນັກລົງທຶນຫວຽດນາມ. ປະຈຸບັນເວເນຊູເອລາ ມີຄວາມຕ້ອງການການນຳເຂົ້າເຄື່ອງນຸ່ງຫົ່ມ, ວັດສະດຸກໍ່ສ້າງ, ເຂົ້າສານ, ການແພດ...

ສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໃຫ້ຮູ້ວ່າ ນີ້ແມ່ນກາລະໂອກາດທີ່ດີເພື່ອເຊື່ອມຕໍ່ບັນດາວິສາຫະກິດຂອງສອງປະເທດ, ສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ກຳແໜ້ນຄວາມຮຽກຮ້ອງຕ້ອງການ ແລະ ກາລະໂອກາດເພື່ອພັດທະນາການຮ່ວມມືສອງຝ່າຍ. ສະຖານທູດຫວຽດນາມ ປະຈຳ ເວເນຊູເອລາ ຈະຄຽງບ່າຄຽງໄຫຼ່ກັບບັນດາວິສາຫະກິດຫວຽດນາມ ແລະ ເວເນຊູເອລາ, ພະຍາຍາມປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທືນ ແລະ ການທ່ອງທ່ຽວ, ສົມເປັນກັບການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ຫວຽດນາມ ແລະ ເວເນຊ ເອລາ ຊ ກຍ ການຮ ວມມ ດ ານການຄ າ ແລະ ການລ ງທ ນ ຫວຽດນາມ ແລະ ເວເນຊູເອລາ ຊຸກຍູ້ການຮ່ວມມືໃນຂົງເຂດສາທາລະນະສຸກເພື່ອຕ້ານ ໂລກລະບາດ COVID-19

ຍສໝ - ທ່ານເອກອັກຄະລັດຖະທູດ ເລວຽກຢຽນ ຢືນຢັນວ່າລັດຖະບານ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືສອງຝ່າຍ, ພິເສດແມ່ນໃນບັນດາຂົງເຂດເຊິ່ງສອງປະເທດມີຄວາມສາມາດບົ່ມຊ້ອນ.

ຫວຽດນາມ ແລະ ເວເນຊ ເອລາ ຊ ກຍ ການຮ ວມມ ດ ານການຄ າ ແລະ ການລ ງທ ນ ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ

ເມື່ອບໍ່ດົນມານີ້, ຢູ່ກະຊວງແຜນການ ແລະ ການລົງທຶນໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາຄະນະພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລະຫວ່າງ ທ່ານ ສຸພັນ ແກ້ວມີໄຊ ກໍາມະການສູນກາງພັກລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຜູ້ເກົ່າ ແລະ ທ່ານ ສອນໄຊ ສີພັນດອນ ກໍາມະການກົມ ການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງແຜນການ ແລະ ການລົງທຶນຜູ້ໃໝ່ ...

ຫວຽດນາມ ແລະ ເວເນຊ ເອລາ ຊ ກຍ ການຮ ວມມ ດ ານການຄ າ ແລະ ການລ ງທ ນ ມະຫາວິທະຍາໄລແຫ່ງຊາດ​ລາວ-ຫວຽດນາມ ຮ່ວມມືເປີດຫຼັກສູດປະລິນຍາ​ໂທ ສາຂາ ​ເສດຖະສາດ ​ແລະ ການລົງທຶນ ຮຸ່ນ​ທີ 1 ໃນສົກຮຽນ 2019-2020

ເປີດຫຼັກສູດປະລິນຍາ​ໂທ ສາຂາ ​ເສດຖະສາດ ​ແລະ ການລົງທຶນ ຮຸ່ນ​ທີ 1 ໃນສົກຮຽນ 2019-2020 ແລ້ວ ຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.