ເພີ່ມທະວີຄວາມສາມັກຄີລະຫວ່າງຊຸມຊົນຊາວຫວຽດນາມ ແລະ ລັດຖະບານເຊັກໂກ

16:30 | 29/09/2020

ຍສໝ - ປະຊາຄົມຊາວຫວຽດນາມຢູ່ເຂດ Morava ເໜືອ ມີຄວາມສະໜິດຕິດພັນກັບປະຊາຊົນທ້ອງຖິ່ນ, ປະກອບສ່ວນຫຼາຍຢ່າງເຂົ້າໃນຂົງເຂດທຸລະກິດ.

ເພ ມທະວ ຄວາມສາມ ກຄ ລະຫວ າງຊ ມຊ ນຊາວຫວຽດນາມ ແລະ ລ ດຖະບານເຊ ກໂກ ທ່ານ ເອກອັກຄະລັດຖະທູດໄທ Tanee Sangrat ຮູ້ສຶກປະທັບໃຈຕໍ່ຄວາມຮັກແພງຂອງຊາວຫວຽດນາມອາໃສຢູ່ໄທທີ່ສະຫງວນໃຫ້ແກ່ປະເທດໄທ
ເພ ມທະວ ຄວາມສາມ ກຄ ລະຫວ າງຊ ມຊ ນຊາວຫວຽດນາມ ແລະ ລ ດຖະບານເຊ ກໂກ ຊາວຫວຽດນາມ ອາໄສຢູ່ລາວ ຜູ້ທໍາອິດໄດ້ຮັບຫຼຽນກາອາຍຸພັກ 70 ປີ

ຕາມສຳນັກຂ່າວສານຫວຽດນາມ ປະຈຳສາທາລະນະລັດເຊັກ, ວັນທີ 27 ກັນຍາ, ສະມາຄົມຊາວຫວຽດນາມ ຢູ່ພາກເໜືອ Morava ແລະ ນະຄອນ Ostrava ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ດຳເນີນກອງປະຊຸມແລກປ່ຽນໃນຫຼາຍເຫດການ ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີໃນສັງຄົມ ເນື່ອງໃນໂອກາດປີມິດຕະພາບສະເຫຼີມສະຫຼອງ 70 ປີແຫ່ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ສາທາລະນະລັດເຊັກ (1950-2020).

ນີ້ກໍ່ແມ່ນໂອກາດເພື່ອແນະນຳປະເທດຫວຽດນາມທີ່ສວຍງາມ ໃນວິທີການແຫ່ງການພັດທະນາ, ຂະບວນການປະຫວັດສາດຂອງການພົວພັນລະຫວ່າງຫວຽດນາມ ແລະ ສາທາລະນະລັດເຊັກ ໃຫ້ແກ່ບັນດາຜູ້ນຳຂອງສູນກາງ, ລັດຖະບານທ້ອງຖິ່ນ ແລະ ປະຊາຊົນຢູ່ເຂດ Morava ເໜືອ ແລະ ນະຄອນ Ostrava.

ເພ ມທະວ ຄວາມສາມ ກຄ ລະຫວ າງຊ ມຊ ນຊາວຫວຽດນາມ ແລະ ລ ດຖະບານເຊ ກໂກ
ເພີ່ມທະວີຄວາມສາມັກຄີລະຫວ່າງຊາວຫວຽດນາມ ແລະ ສັງຄົມໃນສາທາລະນະລັດເຊັກ. (ພາບ: vietnamplus)

ກ່າວຄຳເຫັນທີ່ກອງປະຊຸມນີ້, ທ່ານ Ivo Vondrak - ຜູ້ວ່າການເຂດ Morava ເໜືອ ໃຫ້ຮູ້ວ່າ ປະຊາຄົມຊາວຫວຽດນາມຢູ່ Morava ເໜືອມີຄວາມສະໜິດຕິດພັນກັບປະຊາຊົນທ້ອງຖິ່ນ, ປະກອບສ່ວນຫຼາຍຢ່າງເຂົ້າໃນຂົງເຂດທຸລະກິດ.

ໃນໄລຍະການລະບາດຂອງພະຍາດ COVID-19, ສະມາຄົມຊາວຫວຽດນາມ ຢູ່ພາກເໜືອ Morava ແລະ ນະຄອນ Ostrava ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ທ້ອງຖິ່ນ, ເຊັ່ນ: ການສະໜັບສະໜູນຂົນຂວາຍຊ່ວຍເຫຼືອ ແລະ ບໍລິຈາກຜ້າປິດປາກຫຼາຍພັນແຜ່ນໂດຍບໍ່ເສຍຄ່າໃຫ້ແກ່ໂຮງໝໍ, ເຮືອນພະຍາບານ ແລະ ເມືອງ Ostrava, ການບໍລິຈາກດ້ານການເງິນ ເພື່ອສະໜັບສະໜູນທ້ອງຖິ່ນ...

ທ່ານ ຈິ້ງເຕີນ - ປະທານສະມາຄົມຊາວຫວຽດນາມຢູ່ພາກເໜືອ Morava ແລະ ເມືອງ Ostrava ໄດ້ຕາງໜ້າປະຊາຊົນໃນຊຸມຊົນ ສະແດງຄວາມຂອບອົກຂອບໃຈ ສຳຫຼັບອຳນາດການປົກຄອງທ້ອງຖິ່ນ ທີ່ໄດ້ອຳນວຍຄວາມສະດວກໃຫ້ປະຊາຄົມຊາວຫວຽດນາມ, ໂດຍສະເພາະໃນຂະບວນການເຊື່ອມໂຍງເຂົ້າກັບສັງຄົມທ້ອງຖິ່ນ.

ທ່ານ ຈິ້ງເຕີນ ກໍ່ສະເໜີວ່າໃນໄລຍະຈະມາເຖິງ, ອຳນາດການປົກຄອງທ້ອງຖິ່ນສະໜັບສະໜູນ, ຊ່ວຍເຫຼືອປະຊາຄົມຊາວຫວຽດນາມຢູ່ທີ່ນີ້ ເພື່ອສ້າງເປັນພື້ນຖານດ້ານວັດທະນະທຳ ແລະ ເບິ່ງແຍງດູແລຜູ້ອາຍຸສູງ, ບໍ່ພຽງແຕ່ຊາວຫວຽດນາມເທົ່ານັ້ນ ຫາກຍັງແມ່ນຊາວເຊັກໂກອີກດ້ວຍ. ໃນຂະນະດຽວກັນ, ທ່ານ ຈິ້ງເຕີນ ໄດ້ສະເໜີແຜນການສະພາບໍລິຫານເຂດຕ້ອງການເຊື່ອມຕໍ່ເສັ້ນທາງການບິນຈາກນະຄອນ Ostrava - ເມືອງເອກຂອງພາກເໜືອ Morava ກັບນະຄອນຫຼວງ Prague ແລະໃນອະນາຄົດທີ່ອາດຈະເຊື່ອມຕໍ່ເສັ້ນທາງການບິນກັບຫວຽດນາມ.

ເພ ມທະວ ຄວາມສາມ ກຄ ລະຫວ າງຊ ມຊ ນຊາວຫວຽດນາມ ແລະ ລ ດຖະບານເຊ ກໂກ ແລກປ່ຽນແລະໂຄສະນາບັນດາ ອາຫານການ​ກິນ​ທີ່​ເປັນວັດທະນະທຳ ຫວຽດນາມຢູ່ເຊັກ​ໂກ

ຍ​ສ​ໝ - ຈຸດເດັ່ນຕົ້ນຕໍໃນກິດຈະກຳນີ້ແມ່ນບັນດາເລື່ອງລາວ ທີ່ໜ້າສົນໃຈກ່ຽວກັບກາເຟແລະວັດທະນະທຳ ຫວຽດ ນາມ. ຄວາມງາມຂອງບັນດາເຍື່ອງອາຫານພື້ນເມືອງແລະວັດທະນະ ທຳ ຫວຽດນາມໄດ້ຖືກຖ່າຍທອດ ໃຫ້ລຸ້ນ ໜຸ່ມ ແລະຜູ້ຕາງ ໜ້າອຳນາດການປົກຄອງທ້ອງຖິ່ນຜ່ານບັນດາເລື່ອງລາວຕົວຈິງໃນເວລາຢ້ຽມຢາມຫວຽດນາມ.

ເພ ມທະວ ຄວາມສາມ ກຄ ລະຫວ າງຊ ມຊ ນຊາວຫວຽດນາມ ແລະ ລ ດຖະບານເຊ ກໂກ ມອບ​ຜ້າ​ອັດ​ປາກ 10.000 ອັນ​ໃຫ້​ແກ່​ແຮງ​ງານ​ຫວຽດ​ນາມ ຢູ່​ ສ.ເກົາຫຼີ

ຍ​ສ​ໝ - ທີ່​ພິ​ທີ​ຕ້ອນ​ຮັບ, ທ່ານ ຕະ​ທິ​ແທງ​ທຸຍ, ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ແຮງ​ງານ​ຫວຽດ​ນາມ ປະ​ຈຳ ສ.ເກົາຫຼີ ​ໄດ້​ຕາງ​ໜ້າ​ໃຫ້​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ສ.ເກົາຫຼີ​ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ເອົາ​ໃຈ​ໃສ່ ແລະ ໜູນ​ຊ່ວຍ​ຂອງ​ບໍ​ລິ​ສັດ​ສຳ​ລັບ​ຜູ້​ອອກ​ແຮງ​ງານ ຫວຽດ​ນາມ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສົ່ງ​ຈຳ​ນວນ​ຜ້າ​ອັດ​ປາກ​ນີ້ ໄປ​ຍັງ ສູນ​ໜູນ​ຊ່ວຍ​ແຮງ​ງານ​ຕ່າງ ປະ​ເທດ 11 ແຫ່ງ​ເພື່ອ​ສົ່ງ​ໄປ​ຍັງ​ຜູ້​ອອກ​ແຮງ​ງານ.

ເພ ມທະວ ຄວາມສາມ ກຄ ລະຫວ າງຊ ມຊ ນຊາວຫວຽດນາມ ແລະ ລ ດຖະບານເຊ ກໂກ ປະທານຄະນະກຳມະການຊົນເຜົ່າສ່ວນໜ້ອຍນະຄອນ Prague (ເຊັກ): ປະຊາຄົມຊາວຫວຽດນາມສະໜັບສະໜູນ ປະເທດ ເຊັກ ຢ່າງແທດຈິງ ໃນການຕໍ່ສູ້ຕ້ານກັບ ໂລກລະບາດ COVID-19

ຍສໝ - ທ່ານ Jiří Koubek ເຈົ້າຄອງນະຄອນ Prague-Libuš ໃຫ້ຮູ້ວ່າການເຄື່ອນໄຫວຂອງປະຊາຄົມຊາວຫວຽດນາມໃນ 4 ເດືອນຜ່ານມາໄດ້ຮັບການຕີລາຄາສູງຈາກປະທານາທິບໍດີເຊັກ.

ຄຳຮຸ່ງ

302 Found

Found

The document has moved here.