ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານລັດຖະສະພາ, ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ

16:15 | 09/10/2026

ຍສໝ - ຕອນບ່າຍວັນທີ 8/10, ທີ່ຫໍສະພາແຫ່ງຊາດລາວ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຢ້ຽມຄຳນັບ ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວ. ສອງຝ່າຍເຫັນດີເພີ່ມທະວີການປະສານງານລະຫວ່າງອົງການນິຕິບັນຍັດຂອງສອງປະເທດ, ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງການຮ່ວມມື, ພ້ອມທັງຍູ້ແຮງການແລກປ່ຽນປະຊາຊົນ, ໂດຍສະເພາະລຸ້ນໜຸ່ມຫວຽດນາມ - ລາວ.

ຫວຽດນາມ - ລາວ ມຸ່ງໄປສູ່ການສ້າງບັນດາແລວເສດຖະກິດເຊື່ອມຕໍ່ສອງປະເທດ ທາດເມືອງລວນ - ສັນຍະລັກແຫ່ງມິດຕະພາບຫວຽດນາມ - ລາວ ຢູ່ເຂດຊາຍແດນ

ການເຂົ້າຢ້ຽມຄຳນັບຄັ້ງນີ້ດຳເນີນຂຶ້ນໃນຂອບເຂດການຢ້ຽມຢາມຢ່າງເປັນທາງການສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ.

ໃນການພົບປະ, ທ່ານ ເລ ມິງ ຮຶງ ສະແດງຄວາມດີໃຈທີ່ໄດ້ມາຢ້ຽມຢາມລາວໃນຕຳແໜ່ງໃໝ່ ແລະ ເປັນຜູ້ນຳຕ່າງປະເທດຄົນທຳອິດທີ່ມາຢ້ຽມຢາມລາວ ພາຍຫຼັງທີ່ລາວໄດ້ປັບປຸງບັນດາຕຳແໜ່ງການນຳ ແລະ ທ່ານ ສອນໄຊ ສີພັນດອນ ເຂົ້າຮັບຕຳແໜ່ງປະທານສະພາແຫ່ງຊາດ. ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມຊົມເຊີຍທ່ານ ສອນໄຊ ສີພັນດອນ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກສະພາແຫ່ງຊາດລາວ ຊຸດທີ X ເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານສະພາແຫ່ງຊາດ.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານລັດຖະສະພາ, ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີຫວຽດນາມ ໃນການເຂົ້າຢ້ຽມຄຳນັບທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີໄດ້ນຳສົ່ງຄຳອວຍພອນອັນດີງາມຈາກທ່ານ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ທ່ານ ເຈິ່ນ ແທັງ ເໝິ້ນ ປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາຜູ້ນຳຂັ້ນສູງຂອງພັກ ແລະ ລັດຫວຽດນາມ ເຖິງທ່ານປະທານສະພາແຫ່ງຊາດລາວ.

ໃນການແລກປ່ຽນກ່ຽວກັບສະພາບການຂອງຫວຽດນາມ, ທ່ານ ເລ ມິງ ຮຶງ ໄດ້ແຈ້ງໃຫ້ຊາບບາງຜົນສຳເລັດອັນໂດດເດັ່ນໃນການພັດທະນາເສດຖະກິດ - ສັງຄົມ, ພ້ອມທັງແບ່ງປັນບັນດາຄວາມພະຍາຍາມໃນການແກ້ໄຂຢ່າງຄົບຊຸດບັນດາບັນຫາກ່ຽວກັບລະບົບສະຖາບັນ, ການຈັດຕັ້ງກົງຈັກ, ແຫຼ່ງກຳລັງ, ຖັນແຖວພະນັກງານ ແລະ ວິທີການນຳພາ, ບໍລິຫານຄຸ້ມຄອງ.

ຫວຽດນາມຍັງພວມສືບຕໍ່ຊຸກຍູ້ນະວັດຕະກຳ, ການຫັນປ່ຽນດິຈິຕອນ, ຍົກສູງຄວາມສາມາດເພິ່ງພາຕົນເອງ ແລະ ຄວາມສາມາດຮັບມືຂອງເສດຖະກິດ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີຍັງໄດ້ແຈ້ງບາງເນື້ອໃນສຳຄັນຂອງກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ສະໄໝທີ XIV.

ທ່ານ ເລ ມິງ ຮຶງ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດສຳຄັນທີ່ພັກ, ລັດ ແລະ ປະຊາຊົນລາວຍາດມາໄດ້ໃນຂະບວນການສ້າງສາ ແລະ ພັດທະນາປະເທດ; ສະແດງຄວາມເຊື່ອໝັ້ນວ່າ ລາວຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ - ສັງຄົມ ໄລຍະ 2026 - 2031 ໃຫ້ປະສົບຜົນສຳເລັດ.

ໃນການແຈ້ງຜົນການເຈລະຈາກັບທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີລາວ ແລະ ການເຂົ້າຢ້ຽມຄຳນັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ທ່ານ ເລ ມິງ ຮຶງ ໃຫ້ຮູ້ວ່າ ການນຳສອງປະເທດໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບສູງກ່ຽວກັບບັນດາທິດທາງໃຫຍ່ ເພື່ອນຳພາສາຍພົວພັນຫວຽດນາມ - ລາວ ໃຫ້ສືບຕໍ່ພັດທະນາຢ່າງກວ້າງຂວາງ, ເລິກເຊິ່ງ, ເປັນຮູບປະທຳ ແລະ ມີປະສິດທິຜົນ.

ສອງຝ່າຍເຫັນດີເພີ່ມທະວີການຜັນຂະຫຍາຍບັນດາຄຳໝັ້ນສັນຍາ ແລະ ຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງປະເທດ, ມຸ່ງສູ່ການປ່ຽນແປງຢ່າງແຂງແຮງໃນດ້ານຄຸນນະພາບ, ຈາກ “ການຮ່ວມມືທີ່ດີ” ໄປສູ່ “ການຮ່ວມມືທີ່ມີປະສິດທິຜົນ”, ຈາກ “ຄຳໝັ້ນສັນຍາ” ໃຫ້ກາຍເປັນ “ຜົນສຳເລັດທີ່ເປັນຮູບປະທຳ”.

ໃນໂອກາດນີ້, ຫວຽດນາມ ແລະ ລາວ ໄດ້ລົງນາມໃນເອກະສານການຮ່ວມມື 11 ສະບັບໃນຫຼາຍຂົງເຂດ, ຈັດພິທີມອບ-ຮັບໂຄງການສູນຂໍ້ມູນ ແລະ ບັດປະຈຳຕົວພົນລະເມືອງ, ພ້ອມທັງເລີ່ມຕົ້ນໂຄງການມະຫາວິທະຍາໄລມິດຕະພາບລາວ - ຫວຽດ.

ຝ່າຍລາວ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ສະແດງຄວາມດີໃຈທີ່ໄດ້ພົບປະທ່ານ ເລ ມິງ ຮຶງ ອີກຄັ້ງ ໃນໂອກາດຢ້ຽມຢາມຢ່າງເປັນທາງການຄັ້ງທຳອິດໃນຖານະຜູ້ນຳລັດຖະບານຫວຽດນາມ. ທ່ານຕີລາຄາວ່າ ການຢ້ຽມຢາມຄັ້ງນີ້ສະແດງເຖິງຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນຂອງພັກ ແລະ ລັດຫວຽດນາມ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດລະຫວ່າງສອງປະເທດ.

ທ່ານປະທານສະພາແຫ່ງຊາດລາວໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດດ້ານການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ພາຍໃຕ້ການນຳພາຂອງພັກຄອມມູນິດຫວຽດນາມ ໂດຍມີທ່ານ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ເປັນຜູ້ນຳ. ທ່ານຍັງໄດ້ຝາກຄຳຢ້ຽມຢາມຖາມຂ່າວເຖິງທ່ານ ໂຕ ເລິມ, ທ່ານ ເຈິ່ນ ແທັງ ເໝິ້ນ ແລະ ບັນດາຜູ້ນຳພັກ, ລັດ ແລະ ສະພາແຫ່ງຊາດຫວຽດນາມ.

ເພີ່ມທະວີການປະສານງານລະຫວ່າງສອງສະພາແຫ່ງຊາດ

ໃນການເຂົ້າຢ້ຽມຄຳນັບ, ຜູ້ນຳທັງສອງທ່ານໄດ້ຕີລາຄາວ່າ ສາຍພົວພັນຫວຽດນາມ - ລາວ ສືບຕໍ່ຮັກສາທ່າອ່ຽງການພັດທະນາທີ່ດີໃນຫຼາຍຂົງເຂດ. ຄວາມຜູກພັນ ແລະ ຄວາມໄວ້ວາງໃຈທາງການເມືອງນັບມື້ນັບໄດ້ຮັບການເສີມສ້າງ; ການຮ່ວມມືດ້ານປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ ສືບຕໍ່ໄດ້ຮັບການເພີ່ມທະວີ, ໃນຂະນະທີ່ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ມີການປ່ຽນແປງໃນທາງບວກ.

ການຮ່ວມມືດ້ານການສຶກສາ - ຝຶກອົບຮົມ, ຄົມມະນາຄົມຂົນສົ່ງ, ພະລັງງານ, ວັດທະນະທຳ, ການແລກປ່ຽນປະຊາຊົນ ຕະຫຼອດຮອດການຮ່ວມມືລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ ນັບມື້ນັບລົງເລິກ.

ທ່ານ ເລ ມິງ ຮຶງ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນຂອງສະພາແຫ່ງຊາດລາວ ໃນຂະບວນການສ້າງ ແລະ ປັບປຸງລະບົບກົດໝາຍ, ການຕິດຕາມກວດກາການປະຕິບັດບັນດານະໂຍບາຍພັດທະນາເສດຖະກິດ - ສັງຄົມ, ງົບປະມານ ແລະ ນະໂຍບາຍເງິນຕາ.

ທ່ານນາຍົກລັດຖະມົນຕີຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍໃຫ້ການສະໜັບສະໜູນຢ່າງແຂງແຮງຕໍ່ພາລະກິດປ່ຽນແປງໃໝ່, ພັດທະນາປະເທດ ແລະ ເຊື່ອມໂຍງສາກົນຂອງລາວ; ພ້ອມທີ່ຈະສືບຕໍ່ປະສານງານ ແລະ ຊ່ວຍເຫຼືອລາວໃນການນຳໃຊ້ບັນດາໂອກາດ ເພື່ອຊຸກຍູ້ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.

ເພື່ອສ້າງການປ່ຽນແປງທີ່ເປັນຮູບປະທຳໃນການຮ່ວມມືສອງຝ່າຍ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ສະພາແຫ່ງຊາດລາວເອົາໃຈໃສ່ຊຸກຍູ້ການຄົ້ນຄວ້າ, ປະກາດໃຊ້ ແລະ ປະຕິບັດບັນດານະໂຍບາຍ ແລະ ລະບຽບການທີ່ເໝາະສົມ ເພື່ອແກ້ໄຂບັນດາຂໍ້ຈຳກັດທີ່ເປັນອຸປະສັກ, ຍົກສູງປະສິດທິຜົນການລະດົມແຫຼ່ງກຳລັງຈາກລັດ ແລະ ວິສາຫະກິດ.

ຜ່ານນັ້ນ, ສອງປະເທດຈະສາມາດເລັ່ງລັດຄວາມຄືບໜ້າໃນການຜັນຂະຫຍາຍບັນດາໂຄງການ ແລະ ຂົງເຂດຮ່ວມມືຈຸດສຸມ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຫຼາຍຂຶ້ນໃຫ້ແກ່ວິສາຫະກິດຫວຽດນາມ ແລະ ລາວ ໃນການລົງທຶນ ແລະ ດຳເນີນທຸລະກິດຢູ່ຕະຫຼາດຂອງກັນ ແລະ ກັນ, ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນ.

ໂດຍເນັ້ນໜັກບົດບາດຂອງອົງການນິຕິບັນຍັດໃນການເສີມສ້າງສາຍພົວພັນພິເສດຫວຽດນາມ - ລາວ, ທ່ານ ເລ ມິງ ຮຶງ ສະເໜີໃຫ້ສະພາແຫ່ງຊາດສອງປະເທດສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນດ້ານນິຕິບັນຍັດ, ການເຄື່ອນໄຫວຕິດຕາມກວດກາ ແລະ ການຕັດສິນໃຈບັນດາບັນຫາສຳຄັນຂອງແຕ່ລະປະເທດ.

ສະພາແຫ່ງຊາດສອງປະເທດຍັງຄວນເພີ່ມທະວີການປະສານງານຢູ່ບັນດາເວທີລັດຖະສະພາລະດັບພາກພື້ນ ແລະ ສາກົນ, ພ້ອມທັງສົ່ງເສີມບົດບາດໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການແລກປ່ຽນປະຊາຊົນ.

ໂດຍເຫັນດີກັບບັນດາທິດທາງດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ຢືນຢັນວ່າ ສະພາແຫ່ງຊາດລາວຈະສືບຕໍ່ປະສານງານຢ່າງໃກ້ຊິດກັບສະພາແຫ່ງຊາດຫວຽດນາມ ໃນການຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ ແລະ ສັນຍາການຮ່ວມມືທີ່ໄດ້ລົງນາມ, ໂດຍສະເພາະບັນດາໂຄງການເສດຖະກິດຈຸດສຸມ, ປະກອບສ່ວນຍົກສູງປະສິດທິຜົນການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດລະຫວ່າງສອງປະເທດ.

ຍູ້ແຮງການແລກປ່ຽນປະຊາຊົນ, ມຸ່ງສູ່ປີແຫ່ງຄວາມສາມັກຄີ ແລະ ມິດຕະພາບ 2027

ນອກຈາກການຮ່ວມມືດ້ານການເມືອງ, ເສດຖະກິດ ແລະ ລັດຖະສະພາແລ້ວ, ຜູ້ນຳທັງສອງທ່ານຍັງເຫັນດີສືບຕໍ່ຂະຫຍາຍບັນດາກິດຈະກຳແລກປ່ຽນປະຊາຊົນ, ໃນນັ້ນເອົາໃຈໃສ່ເປັນພິເສດຕໍ່ລຸ້ນໜຸ່ມຫວຽດນາມ ແລະ ລາວ.

ສອງຝ່າຍເນັ້ນໜັກຄວາມຈຳເປັນໃນການເພີ່ມທະວີການໃຫ້ຂໍ້ມູນ, ໂຄສະນາ ແລະ ສຶກສາອົບຮົມກ່ຽວກັບປະຫວັດສາດ ແລະ ມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດລະຫວ່າງສອງຊາດ, ຜ່ານນັ້ນຊ່ວຍໃຫ້ຊາວໜຸ່ມສອງປະເທດເຂົ້າໃຈຢ່າງເລິກເຊິ່ງເຖິງຄຸນຄ່າຂອງສາຍພົວພັນພິເສດ, ຍົກສູງຈິດສຳນຶກໃນການຮັກສາ, ສົ່ງເສີມ ແລະ ສືບທອດມູນເຊື້ອມິດຕະພາບ.

ຫວຽດນາມ ແລະ ລາວ ຍັງເຫັນດີປະສານງານກະກຽມບັນດາກິດຈະກຳຢ່າງຮອບຄອບ ໃນຂອບເຂດ “ປີແຫ່ງຄວາມສາມັກຄີ, ມິດຕະພາບ ແລະ ຄວາມຜູກພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ 2027”.

ປີ 2027 ເປັນປີທີ່ມີສອງເຫດການສຳຄັນໃນສາຍພົວພັນສອງຝ່າຍ ຄື ການລະນຶກຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ - ລາວ (5/9/1962 - 5/9/2027) ແລະ ຄົບຮອບ 50 ປີ ວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ (18/7/1977 - 18/7/2027).

ໃນຕອນທ້າຍຂອງການເຂົ້າຢ້ຽມຄຳນັບ, ສອງຝ່າຍຮ່ວມກັນຢືນຢັນວ່າ ໃນສະພາບການທີ່ພາກພື້ນ ແລະ ໂລກຍັງສືບຕໍ່ມີການຜັນແປຢ່າງສັບສົນ, ການຮັກສາ, ເສີມສ້າງ ແລະ ພັດທະນາສາຍພົວພັນຫວຽດນາມ - ລາວ ມີຄວາມໝາຍທາງຍຸດທະສາດໃນໄລຍະຍາວ, ຮັບໃຊ້ພາລະກິດສ້າງສາ ແລະ ພັດທະນາປະເທດຂອງແຕ່ລະຝ່າຍ.

ສັບປະດາຜະລິດຕະພັນຫວຽດນາມ - ລາວ ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ຕະຫຼາດ ສັບປະດາຜະລິດຕະພັນຫວຽດນາມ - ລາວ ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ຕະຫຼາດ
ຍສໝ - ຕອນບ່າຍວັນທີ 1/10/2026 ທີ່ ຮ່າໂນ້ຍ, ສັບປະດາຜະລິດຕະພັນຫວຽດນາມ - ລາວ ພາຍໃຕ້ຫົວຂໍ້ “ດອກຈຳປາງາມ” ໄດ້ຈັດຂຶ້ນໃນຂອບໂຄງການ “ພະລັງຊີວິດສິນຄ້າຫວຽດ” ຄັ້ງທີ 14, ສ້າງພື້ນທີ່ໂຄສະນາບັນດາຜະລິດຕະພັນທີ່ເປັນເອກະລັກ, ເຊື່ອມຕໍ່ວິສາຫະກິດ ແລະ ຂະຫຍາຍໂອກາດຮ່ວມມືການຄ້າລະຫວ່າງສອງປະເທດ.
ການຢ້ຽມຢາມລາວຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຊຸກຍູ້ການເຊື່ອມໂຍງທາງຍຸດທະສາດຫວຽດນາມ - ລາວ ການຢ້ຽມຢາມລາວຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຊຸກຍູ້ການເຊື່ອມໂຍງທາງຍຸດທະສາດຫວຽດນາມ - ລາວ
ຍສໝ - ໃນຂອບເຂດການຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການ ແຕ່ວັນທີ 8 - 10/10/2026, ການຢ້ຽມຢາມລາວຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ແຕ່ວັນທີ 8 - 9/10 ຖືກຄາດຫວັງວ່າຈະສ້າງແຮງຂັບເຄື່ອນເພີ່ມເຕີມ ເພື່ອຊຸກຍູ້ການເຊື່ອມໂຍງທາງຍຸດທະສາດ, ເປີດກວ້າງການຮ່ວມມືທາງເສດຖະກິດ ແລະ ປັບປຸງສາຍພົວພັນພິເສດລະຫວ່າງສອງປະເທດ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ