ທາດເມືອງລວນ - ສັນຍະລັກແຫ່ງມິດຕະພາບຫວຽດນາມ - ລາວ ຢູ່ເຂດຊາຍແດນ

15:43 | 09/10/2026

ຍສໝ - ຕະຫຼອດເກືອບ 500 ປີທີ່ຕັ້ງຢູ່ຕີນພູຫົວຕາ, ທາດເມືອງລວນ (ແຂວງດ້ຽນບຽນ) ບໍ່ພຽງແຕ່ຮັກສາຮ່ອງຮອຍດ້ານສະຖາປັດຕະຍະກຳ ແລະ ຄວາມເຊື່ອທາງສາສະໜາຂອງຊຸມຊົນຊົນເຜົ່າລາວເທົ່ານັ້ນ, ແຕ່ຍັງຜູກພັນກັບເລື່ອງລາວແຫ່ງການເອື້ອເຟື້ອ, ຊ່ວຍເຫຼືອ ແລະ ແບ່ງປັນລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ.

ການຢ້ຽມຢາມລາວຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ຊຸກຍູ້ການເຊື່ອມໂຍງທາງຍຸດທະສາດຫວຽດນາມ - ລາວ ຫວຽດນາມ - ລາວ ມຸ່ງໄປສູ່ການສ້າງບັນດາແລວເສດຖະກິດເຊື່ອມຕໍ່ສອງປະເທດ

ສະຖາປັດຕະຍະກຳບູຮານກາງຮ່ອມພູເມືອງລວນ

ທາດເມືອງລວນຕັ້ງຢູ່ບ້ານເມືອງລວນ 1, ຕາແສງເມືອງລວນ, ແຂວງດ້ຽນບຽນ, ຢູ່ຕີນພູຫົວຕາ ແຄມສາຍນ້ຳມ້າ. ໃນພາສາໄທ, ຫົວຕາ ມີຄວາມໝາຍວ່າ “ພູຕົ້ນນ້ຳ”. ທ່າມກາງພື້ນທີ່ຮ່ອມພູ, ສິ່ງກໍ່ສ້າງບູຮານແຫ່ງນີ້ມີລັກສະນະສະຖາປັດຕະຍະກຳອັນເປັນເອກະລັກ, ຜູກພັນກັບຊີວິດວັດທະນະທຳ ແລະ ຄວາມເຊື່ອຂອງຊຸມຊົນຊົນເຜົ່າລາວໃນເຂດຕາເວັນຕົກສ່ຽງເໜືອ.

ທາດແຫ່ງນີ້ຖືກສ້າງຂຶ້ນປະມານສະຕະວັດທີ XVI, ໂດຍນຳໃຊ້ວັດສະດຸພື້ນເມືອງ ປະກອບມີ ດິນຈີ່, ປູນຂາວ, ປູນກໍ່, ຊາຍ ແລະ ນ້ຳອ້ອຍເຄື່ອງ. ຜ່ານການເວລາຫຼາຍສະຕະວັດ, ສິ່ງກໍ່ສ້າງແຫ່ງນີ້ຍັງຄົງຮັກສາບັນດາລັກສະນະສະຖາປັດຕະຍະກຳ ແລະ ສິລະປະການປັ້ນແຕ່ງຮູບຊົງຂອງຄົນບູຮານໄວ້ໄດ້.

ທາດເມືອງລວນ - ສັນຍະລັກແຫ່ງມິດຕະພາບຫວຽດນາມ - ລາວ ຢູ່ເຂດຊາຍແດນ
ສິ່ງກໍ່ສ້າງແຫ່ງນີ້ຖືກສ້າງຂຶ້ນປະມານສະຕະວັດທີ XVI ໂດຍນຳໃຊ້ວັດສະດຸພື້ນເມືອງ ເຊັ່ນ ດິນຈີ່, ປູນຂາວ, ປູນກໍ່, ຊາຍ ແລະ ນ້ຳອ້ອຍເຄື່ອງ.

ທາດມີຄວາມສູງປະມານ 15,5 ແມັດ, ອອກແບບເປັນສາມສ່ວນ. ສ່ວນລຸ່ມເປັນຖານຮູບສີ່ຫຼ່ຽມຈະຕຸລັດທີ່ໝັ້ນຄົງ; ສ່ວນລຳຕົວປະກອບດ້ວຍຊັ້ນຕ່າງໆຊ້ອນກັນ ແລະ ຄ່ອຍໆຮຽວນ້ອຍລົງຕາມຄວາມສູງ; ສ່ວນເທິງສຸດເປັນຍອດທາດແຫຼມ, ສ້າງຮູບຊົງອ່ອນຊ້ອຍ ແຕ່ຍັງຄົງຄວາມສະຫງ່າງາມ ແລະ ຂຶງຂັງ.

ຈຸດທີ່ໜ້າສົນໃຈຢູ່ລຳຕົວທາດແມ່ນລະບົບລວດລາຍນູນທີ່ມີຮູບພາບຫຼາກຫຼາຍ. ຕາມບົດຄົ້ນຄວ້າກ່ຽວກັບພຸດທະສາສະໜາໃນຊີວິດຄວາມເຊື່ອຂອງບັນດາຊົນເຜົ່າສ່ວນໜ້ອຍຢູ່ດ້ຽນບຽນ ທີ່ເຜີຍແຜ່ໃນວາລະສານຄົ້ນຄວ້າພຸດທະສາສະໜາ, ລວດລາຍປະດັບປະດາປະກອບມີ ຮູບນົກ, ມັງກອນຂົດຕົວ, ຮູບສີ່ຫຼ່ຽມຂ້າວຫຼາມຕັດ, ກີບດອກບົວ, ປາຍຫອກ, ດວງອາທິດ ແລະ ຊິ້ນກະຈົກທີ່ສາມາດສະທ້ອນແສງໄດ້. ລາຍລະອຽດເຫຼົ່ານີ້ສະແດງໃຫ້ເຫັນເຕັກນິກການສ້າງຮູບຊົງ ແລະ ແນວຄິດດ້ານຄວາມງາມອັນເປັນເອກະລັກຂອງຊາວບ້ານໃນຍຸກທີ່ກໍ່ສ້າງທາດ.

ໃນຜົນງານຄົ້ນຄວ້າ “ຄຸນຄ່າຂອງວັດ ແລະ ທາດບູຮານຂອງຊາວໄທ ແລະ ຊາວລາວໃນເຂດຕາເວັນຕົກສ່ຽງເໜືອ”, ຜູ້ຂຽນ ຈູຖຸ່ຍລຽນ ໄດ້ກຳນົດວ່າ ທາດເມືອງລວນເປັນສ່ວນໜຶ່ງຂອງລະບົບມໍລະດົກພຸດທະສາສະໜາ ທີ່ຜູກພັນກັບຂະບວນການແລກປ່ຽນວັດທະນະທຳໄທ - ລາວ ໃນເຂດຊາຍແດນ.

ຕາມພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງດ້ຽນບຽນ, ສິ່ງກໍ່ສ້າງແຫ່ງນີ້ມີລັກສະນະວັດທະນະທຳ ແລະ ສາສະໜາຂອງຊົນເຜົ່າລາວໃນເຂດຕາເວັນຕົກສ່ຽງເໜືອ, ພ້ອມທັງບັນຈຸຄຸນຄ່າແຫ່ງຄວາມສາມັກຄີ ແລະ ມິດຕະພາບລະຫວ່າງຫວຽດນາມ ແລະ ລາວ.

ບັນດາເອກະສານຄົ້ນຄວ້າຍັງບັນທຶກວ່າ ໃນອະດີດ, ຂ້າງທາດເມືອງລວນເຄີຍມີວັດແຫ່ງໜຶ່ງ, ປະກອບເປັນສະຖານທີ່ບູຊາ ແລະ ດຳເນີນກິດຈະກຳຮ່ວມກັນຂອງປະຊາຊົນ. ທີ່ນີ້ເຄີຍມີການຈັດພິທີແຫ່ພະພຸດທະຮູບ, ສົງນ້ຳພະ ເພື່ອອະທິຖານຂໍໃຫ້ມີສຸຂະພາບແຂງແຮງ, ຜົນລະປູກອຸດົມສົມບູນ ແລະ ຊີວິດສະຫງົບສຸກ.

ຮ່ອງຮອຍຂອງການເວລາປາກົດຢ່າງຊັດເຈນຢູ່ຕາມຊັ້ນດິນຈີ່ທີ່ປົກຄຸມດ້ວຍຂີ້ໄຄ, ປະກອບສ່ວນສ້າງຄວາມເກົ່າແກ່ໃຫ້ແກ່ສິ່ງກໍ່ສ້າງທີ່ມີປະຫວັດສາດເກືອບເຄິ່ງສະຫັດສະວັດ. ດ້ວຍຄຸນຄ່າທາງປະຫວັດສາດ ແລະ ວັດທະນະທຳອັນໂດດເດັ່ນ, ໃນປີ 1981, ທາດເມືອງລວນໄດ້ຮັບການຈັດອັນດັບເປັນໂບຮານສະຖານປະຫວັດສາດ - ວັດທະນະທຳລະດັບຊາດ.

ທາດບູຮານທີ່ຮັກສາເລື່ອງລາວແຫ່ງຄວາມສາມັກຄີຫວຽດນາມ - ລາວ

ທາດເມືອງລວນບໍ່ພຽງແຕ່ເປັນໂບຮານສະຖານທາງສະຖາປັດຕະຍະກຳເທົ່ານັ້ນ, ແຕ່ຍັງຜູກພັນກັບເລື່ອງລາວທີ່ປະຊາຊົນທ້ອງຖິ່ນເລົ່າສືບຕໍ່ກັນມາຫຼາຍລຸ້ນຄົນ ກ່ຽວກັບນ້ຳໃຈໄມຕີລະຫວ່າງຊຸມຊົນຊາວລາວ ແລະ ຊາວທ້ອງຖິ່ນ.

ໃນການສົນທະນາກັບພວກເຮົາ, ທ່ານ ລໍ່ວັນແອັງ, ຜູ້ສູງອາຍຸຄົນໜຶ່ງຢູ່ບ້ານເມືອງລວນ ເລົ່າວ່າ ປະມານສະຕະວັດທີ XVI, ຊາວລາວກຸ່ມໜຶ່ງໄດ້ເດີນທາງມາຍັງດິນແດນແຫ່ງນີ້ເພື່ອຫຼົບໄພສົງຄາມ. ໂດຍໄດ້ຮັບການເອື້ອເຟື້ອຈາກຊາວທ້ອງຖິ່ນ, ຊ່ວຍເຫຼືອສ້າງເຮືອນ ແລະ ບຸກເບີກໄຮ່ນາ, ພວກເຂົາຈຶ່ງຄ່ອຍໆຖືວ່າເມືອງລວນເປັນບ້ານເກີດເມືອງນອນແຫ່ງທີສອງ.

ຕາມຄຳບອກເລົ່າຂອງທ່ານ ແອັງ ແລ້ວ, ເພື່ອສະແດງຄວາມກະຕັນຍູຕໍ່ຟ້າດິນ ແລະ ອະທິຖານຂໍໃຫ້ຊີວິດມີຄວາມສະຫງົບສຸກ, ບັນດາຊຸມຊົນໄດ້ຮ່ວມແຮງຮ່ວມໃຈກັນກໍ່ສ້າງທາດດ້ວຍວັດສະດຸພື້ນເມືອງ, ໃນນັ້ນມີສ່ວນປະສົມຂອງປູນຂາວ, ປູນກໍ່ ແລະ ນ້ຳອ້ອຍເຄື່ອງ. ສຳລັບປະຊາຊົນເມືອງລວນ, ສິ່ງກໍ່ສ້າງແຫ່ງນີ້ບໍ່ພຽງແຕ່ເປັນສະຖານທີ່ດຳເນີນກິດຈະກຳທາງຄວາມເຊື່ອເທົ່ານັ້ນ, ແຕ່ຍັງເປັນສັນຍະລັກຂອງຄວາມຜູກພັນດຸດອ້າຍນ້ອງລະຫວ່າງປະຊາຊົນຫວຽດນາມ ແລະ ລາວ.

ເລື່ອງລາວນີ້ຍັງໄດ້ຮັບການກ່າວເຖິງໃນວາລະສານຄົ້ນຄວ້າພຸດທະສາສະໜາ. ຕາມບັນທຶກກ່ຽວກັບຕຳນານທ້ອງຖິ່ນ, ໃນໄລຍະປີ 1569 - 1594, ຊາວລາວຈຳນວນໜຶ່ງໄດ້ເດີນທາງມາເມືອງລວນເພື່ອຫຼົບໄພສົງຄາມ ແລະ ໄດ້ຮັບການຊ່ວຍເຫຼືອຈາກຊາວທ້ອງຖິ່ນ. ຫຼັງຈາກນັ້ນ, ສອງຊຸມຊົນໄດ້ຮ່ວມກັນກໍ່ສ້າງທາດ ແລະ ວັດທີ່ຢູ່ຂ້າງກັນເພື່ອບູຊາພະພຸດທະເຈົ້າ, ຈັດພິທີແຫ່ພະພຸດທະຮູບ ແລະ ສົງນ້ຳພະ ດ້ວຍຄວາມປາຖະໜາໃຫ້ຝົນຕົກຕາມລະດູການ ແລະ ພືດພັນທັນຍາຫານອຸດົມສົມບູນ.

ປັດຈຸບັນ, ເຂດທາດບູຮານຍັງຄົງມີບົດບາດສຳຄັນໃນຊີວິດວັດທະນະທຳຂອງຊຸມຊົນ. ໃນແຕ່ລະໂອກາດບຸນປະເພນີ, ປະຊາຊົນຈະມາເຕົ້າໂຮມກັນຢູ່ບໍລິເວນອ້ອມຮອບທາດ ເພື່ອເຂົ້າຮ່ວມບັນດາກິດຈະກຳປະເພນີ.

ສິ່ງທີ່ໜ້າສົນໃຈແມ່ນ ໃນເດືອນເມສາຂອງທຸກໆປີ, ບຸນຫົດນ້ຳຂອງຊຸມຊົນຊົນເຜົ່າລາວ ໄດ້ຮັບການຟື້ນຟູ ແລະ ຈັດຂຶ້ນເປັນປະຈຳຢູ່ເມືອງລວນ. ບັນດາພິທີກຳເຊັ່ນ ສົງນ້ຳພະ, ພິທີບາສີສູ່ຂວັນ, ຫົດນ້ຳ, ພ້ອມກັບການຟ້ອນລຳວົງ, ລຳເຕີ້ຍ ແລະ ການຫຼິ້ນພື້ນບ້ານ ໄດ້ດຶງດູດຊາວໄທ ແລະ ຊາວລາວຈຳນວນຫຼວງຫຼາຍເຂົ້າຮ່ວມ, ປະກອບສ່ວນຮັກສາຄວາມຜູກພັນລະຫວ່າງບັນດາຊຸມຊົນ.

ຄຽງຄູ່ກັບການອະນຸລັກສິ່ງກໍ່ສ້າງທາງສະຖາປັດຕະຍະກຳ, ອຳນາດການປົກຄອງທ້ອງຖິ່ນຍັງໃຫ້ຄວາມສົນໃຈຕໍ່ການນຳໃຊ້ຄຸນຄ່າທາງວັດທະນະທຳທີ່ຜູກພັນກັບທາດເມືອງລວນ.

ທ່ານ ຫງວຽນຈ້ອງເຮວ້, ປະທານຄະນະກຳມະການປະຊາຊົນຕາແສງເມືອງລວນ ໃຫ້ຮູ້ວ່າ ທ້ອງຖິ່ນໄດ້ປະສານສົມທົບກັບປະຊາຊົນຢ່າງສະໝ່ຳສະເໝີໃນວຽກງານປົກປ້ອງໂບຮານສະຖານ ແລະ ຮັກສາພູມທັດບໍລິເວນອ້ອມຮອບ.

ຕາມທ່ານ ຫງວຽນຈ້ອງເຮວ້ ແລ້ວ, ຕາແສງມີທິດທາງສົມທົບການທ່ຽວຊົມທາດບູຮານກັບການສຳຜັດວັດທະນະທຳທ້ອງຖິ່ນ, ລວມມີ ການທ່ອງທ່ຽວຊຸມຊົນ, ການຄົ້ນຫາອາຫານພື້ນເມືອງ ແລະ ການຮຽນຮູ້ຊີວິດວັດທະນະທຳຂອງຊາວໄທ ແລະ ຊາວລາວ.

ເຖິງຢ່າງໃດກໍຕາມ, ສະພາບການຄົມມະນາຄົມ ແລະ ບັນດາການບໍລິການສະໜັບສະໜູນການທ່ອງທ່ຽວຢູ່ທ້ອງຖິ່ນຍັງມີຂໍ້ຈຳກັດ. ອຳນາດການປົກຄອງຕາແສງປາຖະໜາຢາກໄດ້ຮັບການເພີ່ມເຕີມແຫຼ່ງຊັບພະຍາກອນ ເພື່ອອະນຸລັກສິ່ງກໍ່ສ້າງ, ສົ່ງເສີມຄຸນຄ່າວັດທະນະທຳປະເພນີ, ພ້ອມທັງຂະຫຍາຍໂອກາດການດຳລົງຊີວິດໃຫ້ແກ່ປະຊາຊົນ.

ທິດທາງການອະນຸລັກຄຽງຄູ່ກັບການພັດທະນາການທ່ອງທ່ຽວ ກໍໄດ້ຖືກບັນຈຸເຂົ້າໃນແຜນຜັງຂອງທ້ອງຖິ່ນ. ຕາມຂໍ້ຕົກລົງເລກທີ 325/QĐ-UBND ລົງວັນທີ 13/2/2026 ຂອງຄະນະກຳມະການປະຊາຊົນແຂວງດ້ຽນບຽນ ວ່າດ້ວຍການອະນຸມັດໜ້າທີ່ວາງແຜນຜັງລວມຕາແສງເມືອງລວນຮອດປີ 2045, ທ້ອງຖິ່ນແຫ່ງນີ້ໄດ້ຖືກກຳນົດໃຫ້ເປັນພື້ນທີ່ອະນຸລັກ ແລະ ສົ່ງເສີມຄຸນຄ່າວັດທະນະທຳຂອງບັນດາຊົນເຜົ່າ.

ໃນນັ້ນ, ທາດເມືອງລວນ ພ້ອມກັບແມ່ນ້ຳມ້າ ໄດ້ຖືກເຊື່ອມໂຍງກັບທິດທາງການພັດທະນາການທ່ອງທ່ຽວເຊີງນິເວດ, ການທ່ອງທ່ຽວຊຸມຊົນ, ອາຊີບຕ່ຳແຜ່ນແພລາຍດອກ ແລະ ບັນດາບຸນປະເພນີ.

ຈາກສິ່ງກໍ່ສ້າງທາງຄວາມເຊື່ອທີ່ຖືກສ້າງຂຶ້ນເມື່ອເກືອບ 500 ປີກ່ອນ, ທາດເມືອງລວນຍັງຄົງດຳລົງຢູ່ໃນຊີວິດວັດທະນະທຳຂອງປະຊາຊົນທ້ອງຖິ່ນ, ຮັກສາເລື່ອງລາວແຫ່ງຄວາມສາມັກຄີ, ການແບ່ງປັນ ແລະ ມິດຕະພາບລະຫວ່າງສອງຊາດຫວຽດນາມ - ລາວ.

ຜະລິດຕະພັນຫວຽດນາມ - ລາວ ຫຼາຍກວ່າ 100 ລາຍການ ມາລວມຕົວກັນທີ່ ຮ່າໂນ້ຍ ຜະລິດຕະພັນຫວຽດນາມ - ລາວ ຫຼາຍກວ່າ 100 ລາຍການ ມາລວມຕົວກັນທີ່ ຮ່າໂນ້ຍ
ຍສໝ - ແຕ່ວັນທີ 1-4/10/2026, ຜະລິດຕະພັນອັນເປັນເອກະລັກຂອງຫວຽດນາມ ແລະ ລາວ ຫຼາຍກວ່າ 100 ລາຍການ ໄດ້ຮັບການແນະນຳ, ວາງສະແດງ ແລະ ຈຳໜ່າຍໂດຍກົງ ຢູ່ເລກທີ 93 ຖະໜົນ ດິງຕຽນຮວ່າງ, ຮ່າໂນ້ຍ ໃນຂອບ “ສັບປະດາຜະລິດຕະພັນຫວຽດນາມ - ລາວ”.
ສັບປະດາຜະລິດຕະພັນຫວຽດນາມ - ລາວ ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ຕະຫຼາດ ສັບປະດາຜະລິດຕະພັນຫວຽດນາມ - ລາວ ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ຕະຫຼາດ
ຍສໝ - ຕອນບ່າຍວັນທີ 1/10/2026 ທີ່ ຮ່າໂນ້ຍ, ສັບປະດາຜະລິດຕະພັນຫວຽດນາມ - ລາວ ພາຍໃຕ້ຫົວຂໍ້ “ດອກຈຳປາງາມ” ໄດ້ຈັດຂຶ້ນໃນຂອບໂຄງການ “ພະລັງຊີວິດສິນຄ້າຫວຽດ” ຄັ້ງທີ 14, ສ້າງພື້ນທີ່ໂຄສະນາບັນດາຜະລິດຕະພັນທີ່ເປັນເອກະລັກ, ເຊື່ອມຕໍ່ວິສາຫະກິດ ແລະ ຂະຫຍາຍໂອກາດຮ່ວມມືການຄ້າລະຫວ່າງສອງປະເທດ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ