ຫວຽດນາມ-ລາວ ຫຼຸດຜ່ອນຜົນສະທ້ອນຈາກພະຍາດໂຄວິດ-19 ເຖິງຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນ ລະຫວ່າງສອງປະເທດ

08:13 | 23/03/2021

ຍສໝ - ໃນໄລຍະຜ່ານມາ, ທະຫານຊາຍແດນແຂວງກວ້າງນາມ ສສ.ຫວຽດນາມ ໄດ້ສົມທົບກັບອໍານາດການປົກຄອງ, ກໍາລັງປະກອບອາວຸດແຂວງເຊກອງ ສປປ.ລາວ ເພື່ອໂຄສະນາໃຫ້ຄົນຫວຽດນາມ ກໍາລັງທໍາມາຫາກິນ, ດໍາລົງຊີວິດຢູ່ລາວ ມີຄວາມອຸ່ນອ່ຽນໃຈ; ປະຕິບັດວຽກງານປ້ອງກັນ, ຕ້ານພະຍາດຂອງອໍານາດການປົກຄອງປະເທດປະຈໍາຖີ່ນຢ່າງເຂັ້ມງວດ.

ຫວຽດນາມ ລາວ ຫ ດຜ ອນຜ ນສະທ ອນຈາກພະຍາດໂຄວ ດ 19 ເຖ ງຊ ວ ດການເປ ນຢ ຂອງປະຊາຊ ນເຂດຊາຍແດນ ລະຫວ າງສອງປະເທດ ການພົວພັນ ລະຫວ່າງສອງປະເທດ ຫວຽດນາມ - ໂຊວຽດ/ສະຫະພັນລັດເຊຍ: ການພົວພັນ ລະຫວ່າງສອງປະເທດ ສືບຕໍ່ພັດທະນາຢ່າງແຮງ
ຫວຽດນາມ ລາວ ຫ ດຜ ອນຜ ນສະທ ອນຈາກພະຍາດໂຄວ ດ 19 ເຖ ງຊ ວ ດການເປ ນຢ ຂອງປະຊາຊ ນເຂດຊາຍແດນ ລະຫວ າງສອງປະເທດ ງານມິດຕະພາບຫວຽດນາມ - ອິນໂດເນເຊຍ: ສີລະປະ ໄດ້ສ່ວນປະກອບເຮັດໃຫ້ເພີ່ມທະວີການເຂົ້າໃຈກັນ ລະຫວ່າງສອງປະເທດ
ຫວຽດນາມ ລາວ ຫ ດຜ ອນຜ ນສະທ ອນຈາກພະຍາດໂຄວ ດ 19 ເຖ ງຊ ວ ດການເປ ນຢ ຂອງປະຊາຊ ນເຂດຊາຍແດນ ລະຫວ າງສອງປະເທດ
ຫວຽດນາມ-ລາວ ຫຼຸດຜ່ອນຜົນສະທ້ອນຈາກພະຍາດໂຄວິດ-19 ເຖິງຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນ ລະຫວ່າງສອງປະເທດ. ພາບປະກອບ

ໂດຍປະຕິບັດຕາມຂໍ້ກໍານົດຂອງລັດຖະບານສອງປະເທດຫວຽດນາມ ແລະລາວ ກ່ຽວກັບວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ນັບແຕ່ວັນທີ 1 ເມສາ 2020 ມາຮອດປະຈຸບັນ, ບັນດາກໍາລັງເຈົ້າໜ້າທີ່ແຂວງກວ້າງນາມ ສສ.ຫວຽດນາມ ໄດ້ເຮັດລະບຽບການອະນຸຍາດໃຫ້ນັກສຶກສາລາວ 355 ຄົນເຂົ້າເມືອງມາຮຽນຢູ່ບັນດາຮາກຖານສຶກສາຂອງແຂວງ, ຈັດສູນກັກຕົວໃຫ້ຖືກຕ້ອງຕາມການກຳນົດກ່ຽວກັບການປ້ອງກັນ, ຕ້ານພະຍາດ.

ນອກຈາກນັ້ນ, ທະຫານຊາຍແດນແຂວງກວ້າງນາມ ສສ.ຫວຽດນາມ ໄດ້ໜູນຊ່ວຍເຂົ້າສານ, ທັນຍາຫານ ແລະສະບຽງອາຫານ, ວັດຖຸອຸປະກອນການແພດ ແລະອຸປະກອນຕ່າງໆ ເພື່ອຮັບໃຊ້ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ດ້ວຍມູນຄ່າກວ່າ 450 ລ້ານດົ່ງ ໃຫ້ອໍານາດການປົກຄອງ, ກໍາລັງປະກອບອາວຸດ ກໍ່ຄືປະຊາຊົນແຂວງເຊກອງ ສປປ.ລາວ.

ຄຽງຂ້າງນັ້ນ, ທະຫານຊາຍແດນແຂວງກວ້າງນາມ ສສ.ຫວຽດນາມ ໄດ້ສົມທົບກັບອໍານາດການປົກຄອງ, ກໍາລັງປະກອບອາວຸດແຂວງເຊກອງ ສປປ.ລາວ ເພື່ອໂຄສະນາໃຫ້ຄົນຫວຽດນາມ ກໍາລັງທໍາມາຫາກິນ, ດໍາລົງຊີວິດຢູ່ລາວ ມີຄວາມອຸ່ນອ່ຽນໃຈ; ປະຕິບັດວຽກງານປ້ອງກັນ, ຕ້ານພະຍາດຂອງອໍານາດການປົກຄອງປະເທດປະຈໍາຖີ່ນຢ່າງເຂັ້ມງວດ. ຜ່ານບັນດາມາດຕະການສົມທົບກັນປ້ອງກັນ, ຕ້ານພະຍາດໂຄວິດ-19, ກໍາລັງເຈົ້າໜ້າທີ່ສອງປະເທດຫວຽດນາມ ແລະ ລາວ ໄດ້ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ, ຄວາມສະໜິດຕິດແໜ້ນລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ.

ໃນທ້າຍປີ 2020 ຜ່ານມາ, ຢູ່ນະຄອນຫຼວງວຽງຈັນ ສປປ.ລາວ ໄດ້ດໍາເນີນກອງປະຊຸມສາມັນປະຈຳປີ ຄັ້ງທີ 30 ລະຫວ່າງຄະນະຜູ້ແທນຊາຍແດນສອງປະເທດຫວຽດນາມ ແລະລາວ. ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ສະເໜີລັດຖະບານສອງປະເທດອະນຸຍາດໃຫ້ເຊື່ອມຕໍ່ການນຳເຂົ້າສົ່ງອອກສິນຄ້າຜ່ານດ່ານຊາຍແດນສອງປະເທດ, ແນໃສ່ຫຼຸດຜ່ອນຜົນສະທ້ອນຈາກພະຍາດໂຄວິດ-19 ເຖິງຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນ ກໍ່ຄືບັນດາການເຄື່ອນໄຫວແລກປ່ຽນການຄ້າຂອງປະຊາຄົມວິສາຫະກິດລະຫວ່າງສອງປະເທດ. ສອງຝ່າຍເຫັນດີເປັນເອກະພາບຕໍ່ທິດທາງຮ່ວມມືໃນໄລຍະຈະມາເຖິງ, ສືບຕໍ່ເພີ່ມທະວີສົມທົບກັນຜັນຂະຫຍາຍເອກະສານນິຕິກຳ 2 ສະບັບວ່າດ້ວຍຊາຍແດນເຊິ່ງໄດ້ລົງນາມໃນວັນທີ 16 ມີນາ 2016 ພ້ອມກັບບັນດາສັນຍາ ແລະຂໍ້ຕົກລົງທີ່ກ່ຽວຂ້ອງອື່ນ; ສືບຕໍ່ຊອກຫາ, ປະດິດສ້າງບັນດາຮູບການ ແລະມາດຕະການຮ່ວມມືແນໃສ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຕິດພັນກັບການຮັບປະກັນປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນສອງປະເທດ.

ຫວຽດນາມ ລາວ ຫ ດຜ ອນຜ ນສະທ ອນຈາກພະຍາດໂຄວ ດ 19 ເຖ ງຊ ວ ດການເປ ນຢ ຂອງປະຊາຊ ນເຂດຊາຍແດນ ລະຫວ າງສອງປະເທດ ຫວຽດນາມ ແລະ ລາວ ຮ່ວມຈິດຮ່ວມໃຈກັນເພື່ອຕໍ່ສູ້ກັບການລະບາດຂອງພະຍາດ COVID – 19

ຍສໝ - ໃນຕອນບ່າຍຂອງວັນທີ 21 ເມສາ, ຄະນະຜູ້ແທນ ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ນໍາໂດຍທ່ານ ຫງວຽນແມັ້ງຫູ່ງ, ຮອງປະທານສະມາຄົມ ໄດ້ມາຢ້ຽມຢາມ ແລະ ມອບອຸະປະກອນການແພດລວມມີ: ຊຸດປ້ອງກັນລະບາດ ແລະ ຜ້າບັງປາກ ໃຫ້ແກ່ສະຖານທູດ ສປປ.ລາວ ປະຈໍາ ຫວຽດນາມ ເພື່ອສະໜັບສະໜູນ ປະຊາຊົນລາວ ...

ຫວຽດນາມ ລາວ ຫ ດຜ ອນຜ ນສະທ ອນຈາກພະຍາດໂຄວ ດ 19 ເຖ ງຊ ວ ດການເປ ນຢ ຂອງປະຊາຊ ນເຂດຊາຍແດນ ລະຫວ າງສອງປະເທດ ແຂວງຮ່າຕີ້ງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ແຂວງບໍລິຄໍາໄຊ ສປປ.ລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ -19

ຍສໝ - ຫວ່າງແລ້ວນີ້, ແຂວງຮ່າຕີ໋ງ ໄດ້ມອບອຸປະກອນການແພດ ລວມຍອດມູນຄ່າ 1,5 ຕື້ດົ່ງໃຫ້ແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ (ລາວ) ແນໃສ່ຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ຫວຽດນາມ ລາວ ຫ ດຜ ອນຜ ນສະທ ອນຈາກພະຍາດໂຄວ ດ 19 ເຖ ງຊ ວ ດການເປ ນຢ ຂອງປະຊາຊ ນເຂດຊາຍແດນ ລະຫວ າງສອງປະເທດ ແຂວງກວາງນາມ ໄດ້ປິດທັງໝົດປະຕູຊາຍແດນ ຫວຽດນາມ - ລາວ ຍ້ອນການລະບາດຂອງພະຍາດ Covid 19

ຍສໝ - ເພື່ອຄວບຄຸມສະພາບພະຍາດ COVID-19, ແຂວງກວາງນາມ ໄດ້ຕັ້ງ ປ້ອມ 15 ປ້ອມ ເພື່ອກວດກາ, ຄວບຄຸມຊາຍແດນຫວຽດນາມ - ລາວ.

ໄຊພອນ

ເຫດການ
302 Found

Found

The document has moved here.