ງານມິດຕະພາບຫວຽດນາມ - ອິນໂດເນເຊຍ: ສີລະປະ ໄດ້ສ່ວນປະກອບເຮັດໃຫ້ເພີ່ມທະວີການເຂົ້າໃຈກັນ ລະຫວ່າງສອງປະເທດ

09:40 | 20/11/2020

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ (ປີ 1955-2020), ຕອນແລງວັນທີ 17 ພະຈິກ, ທີ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບສະຖານທູດອິນໂດເນເຊຍ ປະຈຳຫວຽດນາມ ໄດ້ຈັດງານມິດຕະພາບຫວຽດນາມ ແລະ ອິນໂດເນເຊຍ.

ກອງປະຊຸມສຳມະນາ “ຫວນຄືນ 65 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ ແລະ ເສັ້ນທາງໃນອະ​ນາ​ຄົດ”
ສື່ສານອິນໂດເນເຊຍ: ຫວຽດນາມ ໄດ້ປະສົບຜົນສຳເລັດໃນການຄວບຄຸມພະຍາດ COVID-19

ກ່າວຄຳເຫັນໃນພິທີ, ທ່ານ Ibnu Hadi - ເອກອັກຄະລັດຖະທຸດອີນໂດເນເຊຍ ປະຈຳຢູ່ຫວຽດນາມ ໄດ້ເໜັ້ນໜັກວ່າ ໃນບັນດາປະເທດອາຊຽນ, ອີນໂດເນເຊຍ ເປັນປະເທດທຳອິດທີ່ສ້າງຕັ້ງສາຍພົວພັນມິດຕະພາບກັບຫວຽດນາມ, ແລະ ເປັນປະເທດທີ່ 11 ຮັບຮອງຫວຽດນາມເປັນປະເທດເອກະລາດ.

ງານມິດຕະພາບຫວຽດນາມ - ອິນໂດເນເຊຍ: ສີລະປະ ໄດ້ສ່ວນປະກອບເຮັດໃຫ້ເພີ່ມທະວີການເຂົ້າໃຈກັນ ລະຫວ່າງສອງປະເທດ
ທ່ານ Ibnu Hadi - ເອກອັກຄະລັດຖະທຸດອີນໂດເນເຊຍ ປະຈຳຢູ່ຫວຽດນາມ. (ພາບ: baoquocte)

ການຢ້ຽມຢາມອີນໂດເນເຊຍ ຂອງປະທານ ໂຮຈີ່ມີງ ແລະ ການຢ້ຽມຢາມຫວຽດນາມ ໃນປີ 1959 ຂອງທ່ານປະທານາທີບໍດີ Soe Karno ໄດ້ຕັ້ງພື້ນຖານຢ່າງເຂັ້ມແຂງໃຫ້ສາຍພົວພັນລະຫ່ວາງສອງປະເທດ, ພ້ອມກັນນັ້ນກໍ່ຮ່າງສ້າງຕົວຂື້ນນໍ້າໃຈເປັນອ້າຍນ້ອງ, ມິດຕະພາບລະຫວ່າງຫວຽດນາມ ແລະ ອີນໂດເນເຊຍ.

ທ່ານ Ibnu Hadi - ເອກອັກຄະລັດຖະທຸດອີນໂດເນເຊຍ ປະຈຳຢູ່ຫວຽດນາມ ໄດ້ສະແດງຄວາມເຊື້ອວ່າ ງານມິດຕະພາບຄັ້ງນີ້ຈະປະກອບສ່ວນຍົກສູງຮູບພາບຂອງສອງປະເທດ ແລະ ຊຸກຍຸ້ຢ່າງຫຼາຍກ່ວາການຮ່ວມມືໃນຫຼາຍທາງດ້ານ.

ແບ່ງປັ່ນໃນງານມິດຕະພາບ, ທ່ານຕ້າກ່ວາງໂດງ - ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ, ອີໂດເນເຊຍ ແມ່ນໜື່ງໃນບັນດາປະເທດທີ່ມີທີຕັ້ງ ແລະ ບົດບາດສຳຄັນໃນພາກພື້ນ. ປະຊາຊົນອີນໂດເນເຊຍ ມີມູນເຊືອຮັກຫອມຄວາມສັນຕິພາບ ແລະ ຍາມໃດກໍ່ຈົ່ງນໍ້າໃຈອັນດີງາມໃຫ້ປະຊາຊົນຫວຽດນາມ.

ງານມິດຕະພາບຫວຽດນາມ - ອິນໂດເນເຊຍ: ສີລະປະ ໄດ້ສ່ວນປະກອບເຮັດໃຫ້ເພີ່ມທະວີການເຂົ້າໃຈກັນ ລະຫວ່າງສອງປະເທດ
ທ່ານຕ້າກ່ວາງໂດງ - ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ

ທ່ານຕ້າກ່ວາງໂດງ ໄດ້ຢັງຢືນວ່າ ເຫດການ “ງານມິດຕະພາບຫວຽດນາມ - ອີນໂດເນເຊຍ” ເປັນເຫດການວັດທະນະທຳ, ສີລະປະ ເພື່ອໂຄສະນາພື້ນຖານວັດທະນະທຳທີຫຼາຍຮູບຫຼາຍແບບອາຊຽນ, ປະກອບສ່ວນເຂົ້າການເພີ່ມທະວີຄວາມສາມັກຄີ ລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ອີນໂດເນເຊຍ.

ເອກອັກຄະລັດຖະທູດ ອິນໂດເນເຊຍ ເນັ້ນໜັກເຖິງບົດບາດຂອງຫວຽດນາມໃນການຮັກສາວິວັດການຮ່ວມມືຂອງອາຊຽນໃນສະພາບການໂລກລະບາດ Covid - 19

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດອິນ​ໂດ​ເນ​ເຊຍ Ibnu Hadi ເນັ້ນໜັກເຖິງຄວາມມານະພະຍາຍາມ ແລະຂໍ້ລິເລີ່ມຕ່າງໆຂອງຫວຽດນາມໃນການຮັກສາວິ​ວັດການຮ່ວມມືຂອງອາຊຽນໃນສະພາບການລະບາດຂອງພະຍາດ Covid -19, ເຊິ່ງກໍ່ໃຫ້ເກີດຄວາມວຸ້ນວາຍຫຼາຍໃນໂລກ.

ສະຫະລັດອາເມລິກາ ແລະ ອິນໂດເນເຊຍ ໄດ້ຮຽກຮ້ອງຕ້ອງການຮັບປະກັນການປະຕິບັດຕາມກົດໝາຍສາກົນ ໃນທະເລຕາເວັນອອກ

ຍສໝ - ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການພົວພັນດ້ານປ້ອງກັນຊາດ ລະຫວ່າງສອງປະເທດ, ກໍ່ຄືສະພາບການເຄັ່ງຕຶງໃນພາກພື້ນ ທີ່ກ່ຽວຂ້ອງກັບການຮຽກຮ້ອງອະທິປະໄຕທີ່ບໍ່ສົມເຫດສົມຜົນຂອງຈີນ ໃນທະເລຕາເວັນອອກ.

ທ່ານເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳອາຊຽນ ໄດ້ຕີລາຄາສູງການນຳພາຂອງຫວຽດນາມ

ຍສໝ - ທ່ານ Ade Padmo Sarwono - ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳອາຊຽນ ໃຫ້ຮູ້ວ່າ, ຫວຽດນາມ - ປະທານອາຊຽນ 2020 ບໍ່ພຽງແຕ່ໄດ້ສົ່ງເສີມຜົນປະໂຫຍດຂອງບັນດາປະເທດສະມາຊິກເທົ່ານັ້ນ, ຫາກຍັງເພີ່ມທະວີ ແລະ ຊຸກຍູ້ບັນດາອຸດົມຄະຕິການຂອງອາຊຽນເພື່ອສ້າງພາກພື້ນທີ່ຈະເລີນຮຸ່ງເຮືອງກວ່າອີກ.

ຄຳຮຸ່ງ

302 Found

Found

The document has moved here.