ການພົວພັນ ລະຫວ່າງສອງປະເທດ ຫວຽດນາມ - ໂຊວຽດ/ສະຫະພັນລັດເຊຍ: ການພົວພັນ ລະຫວ່າງສອງປະເທດ ສືບຕໍ່ພັດທະນາຢ່າງແຮງ

16:29 | 01/02/2021

ຍສໝ - ໃນຕະຫຼອດໄລຍະກວ່າ 70 ປີຜ່ານມາ, ເຖິງວ່າມີການຜັນແປດ້ານປະຫວັດສາດກໍ່ຕາມ, ແຕ່ສາຍພົວພັນສອງປະເທດຍັງພັດທະນາຢ່າງແຮງເພື່ອຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ.

ການພ ວພ ນ ລະຫວ າງສອງປະເທດ ຫວຽດນາມ ໂຊວຽດ ສະຫະພ ນລ ດເຊຍ ການພ ວພ ນ ລະຫວ າງສອງປະເທດ ສ ບຕ ພ ດທະນາຢ າງແຮງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ດີເດັ່ນ, ມີພູມປັນຍາ ຈັນຍາບັນ
ການພ ວພ ນ ລະຫວ າງສອງປະເທດ ຫວຽດນາມ ໂຊວຽດ ສະຫະພ ນລ ດເຊຍ ການພ ວພ ນ ລະຫວ າງສອງປະເທດ ສ ບຕ ພ ດທະນາຢ າງແຮງ ນາຍົກລັດຖະມົນຕີ ຫວຽດນາມ: ສະເໜີໃຫ້ບັນດາຂະແໜງການ, ທ້ອງຖິ່ນຕ້ານໂລກລະບາດຢ່າງທັນການ, ມີປະສິດທິຜົນ
ການພ ວພ ນ ລະຫວ າງສອງປະເທດ ຫວຽດນາມ ໂຊວຽດ ສະຫະພ ນລ ດເຊຍ ການພ ວພ ນ ລະຫວ າງສອງປະເທດ ສ ບຕ ພ ດທະນາຢ າງແຮງ
ພາບປະກອບ

ວັນທີ 30 ມັງກອນ 1950, ຫວຽດນາມ ແລະໂຊວຽດ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. ໃນໄລຍະ 70 ປີຜ່ານມາ, ການພົວພັນລະຫວ່າງສອງປະເທດຫວຽດນາມ ແລະໂຊວຽດ/ສະຫະພັນລັດເຊຍ ສືບຕໍ່ພັດທະນາຢ່າງແຮງ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສົມກັບມູນເຊື້ອມິດຕະພາບ, ຄວາມສະໜິດຕິດພັນທີ່ມີມາແຕ່ດົນນານລະຫວ່າງສອງປະເທດ.

ໃນຕະຫຼອດໄລຍະກວ່າ 70 ປີຜ່ານມາ, ເຖິງວ່າມີການຜັນແປດ້ານປະຫວັດສາດກໍ່ຕາມ, ແຕ່ສາຍພົວພັນສອງປະເທດຍັງພັດທະນາຢ່າງແຮງເພື່ອຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ. ສອງປະເທດໄດ້ຮ່ວມມືກັນຢ່າງເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ, ເປັນຕົ້ນແມ່ນດ້ານການເມືອງ, ເສດຖະກິດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວັດທະນະທໍາ, ການສຶກສາ, ວິທະຍາສາດ-ເຕັກໂນໂລຢີ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດໄດ້ເປີດເສັ້ນທາງໃຫ້ແກ່ການພົວພັນ, ການຮ່ວມມືອື່ນ, ໃນນັ້ນການພັດທະນາຮ່ວມມືດ້ານເສດຖະກິດແມ່ນໜຶ່ງໃນບັນດາຫຼັກຖານທີ່ພິສູດໃຫ້ເຫັນຢ່າງຈະແຈ້ງທີ່ສຸດ.

ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ ສສ.ຫວຽດນາມ, ກົມພົວພັນຕ່າງປະເທດ/ກະຊວງປ້ອງກັນປະເທດ, ສະຖາບັນປະຫວັດສາດການທະຫານຫວຽດນາມ, ກົມໃຫຍ່ການຮ່ວມມືດ້ານການທະຫານສາກົນ/ກະຊວງປ້ອງກັນປະເທດສະຫະພັນລັດເຊຍ ແລະສະຖາບັນປະຫວັດສາດການທະຫານ/ວິທະຍາຄານກົມໃຫຍ່ເສນາທິການກໍາລັງປະກອບອາວຸດສະຫະພັນລັດເຊຍ ເປັນປະທານຮ່ວມການແລກປ່ຽນທາງໄກກ່ຽວກັບການສົມທົບກັນສ້າງຊຸດສໍາເນົາເອກະສານ 70 ປີແຫ່ງການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ໂຊວຽດ/ສະຫະພັນລັດເຊຍ.

ກ້າວເຂົ້າສູ່ປີ 2021, ຫວຽດນາມ ແລະສະຫະພັນລັດເຊຍ ເລີ່ມກ້າວເຂົ້າສູ່ໄລຍະຮ່ວມມືໃໝ່ພາຍຫຼັງ 70 ແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ໃນສະພາບພະຍາດໂຄວິດ-19 ຜັນແປຢ່າງສັບສົນ, ສິ່ງສໍາຄັນແມ່ນຫວຽດນາມ ແລະສະຫະພັນລັດເຊຍ ຕ້ອງສືບຕໍ່ຮັກສາ, ສ້າງກໍາລັງໜູນໃນໄລຍະຮ່ວມມືໃໝ່, ພິເສດແມ່ນຊຸກຍູ້ການຮ່ວມມືດ້ານການຄ້າສອງຝ່າຍ, ສົມທົບກັນຢ່າງແໜ້ນແຟ້ນກ່ຽວກັບທ່າແຮງຂອງສອງຝ່າຍເພື່ອສ້າງຜົນປະໂຫຍດໃຫ້ໄດ້ຫຼາຍກວ່ານີ້ອີກ, ປະກອບສ່ວນນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ ແລະສະຫະພັນລັດເຊຍ ພັດທະນາແບບຍືນຍົງ, ມີປະສິດທິຜົນ, ເພື່ອຕອບສະໜອງຜົນປະໂຫຍດ ແລະຄວາມປາດຖະໜາຂອງການນໍາ ແລະປະຊາຊົນສອງປະເທດ ຫວຽດນາມ - ສະຫະພັນລັດເຊຍ.

ການພ ວພ ນ ລະຫວ າງສອງປະເທດ ຫວຽດນາມ ໂຊວຽດ ສະຫະພ ນລ ດເຊຍ ການພ ວພ ນ ລະຫວ າງສອງປະເທດ ສ ບຕ ພ ດທະນາຢ າງແຮງ ນັກຊ່ຽວຊານ ອິນເດຍ ຢັ້ງຢືນວ່າຫວຽດນາມ ສວມບົດບາດສາກົນສຳຄັນຢູ່ບັນດາເວທີປາໄສທົ່ວໂລກ

ຕາມທະນາຄານໂລກ, ຍອດຜະລິດຕະພັນພາຍໃນປະເທດ (GDP) ສະເລ່ຍໃສ່ຫົວຄົນຂອງ ຫວຽດນາມ ໃນປີ 2018 ໄດ້ທົບ 2,7 ເທົ່າເມື່ອທຽບໃສ່ປີ 2002. GDP ສະເລ່ຍໃສ່ຫົວຄົນປີ 2019 ແມ່ນ 2.700 USD.

ການພ ວພ ນ ລະຫວ າງສອງປະເທດ ຫວຽດນາມ ໂຊວຽດ ສະຫະພ ນລ ດເຊຍ ການພ ວພ ນ ລະຫວ າງສອງປະເທດ ສ ບຕ ພ ດທະນາຢ າງແຮງ ນັກຂ່າວສານກົນຕີລາຄາສູງຜົນງານຂອງຫວຽດນາມ ໃນກິດຈະການປ່ຽນແປງໃໝ່

ຢູ່ນອກກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ບັນດານັກຂ່າວສາກົນໄດ້ຕີລາຄາສູງບັນດາຜົນງານຂອງ ຫວຽດນາມ ທີ່ບັນລຸໄດ້ໃນໄລຍະ 35 ປີແຫ່ງການປ່ຽນແປງໃໝ່, ພ້ອມທັງຢັ້ງຢືນວ່າ ບົດບາດອັນຍິ່ງໃຫຍ່ຂອງພັກກອມມູນິດ ຫວຽດນາມ ທີ່ມີຕໍ່ພາລະກິດພັດທະນາປະເທດຊາດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

ການພ ວພ ນ ລະຫວ າງສອງປະເທດ ຫວຽດນາມ ໂຊວຽດ ສະຫະພ ນລ ດເຊຍ ການພ ວພ ນ ລະຫວ າງສອງປະເທດ ສ ບຕ ພ ດທະນາຢ າງແຮງ ນັກຊ່ຽວຊານ ລັດເຊຍ ເຊື່ອໝັ້ນວ່າ ຫວຽດນາມ ຈະປະຕິບັດສຳເລັດນະໂຍລາຍການຕ່າງປະເທດ

ການແກ້ໄຂການພົວພັນກັບບັນດາຄູ່ຮ່ວມມືຢ່າງກົມກຽວແມ່ນສິ່ງທ້າທາຍໃຫຍ່ສຳລັບ ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.