| ຂະຫຍາຍຂອບເຂດການຮ່ວມມື, ນຳເອົາສາຍພົວພັນ ຫວຽດນາມ - ການາດາ ຂະຫຍາຍຕົວຂຶ້ນສູ່ລະດັບສູງໃໝ່ |
ວັນທີ 22 ມິຖຸນາ, ຢູ່ສຳນັກງານກົມຮັກສາສັນຕິພາບຫວຽດນາມ ສັງກັດກະຊວງປ້ອງກັນປະເທດ, ໄດ້ຈັດພິທີເປີດຊຸດຝຶກອົບຮົມນາຍທະຫານເສນາທິການສະຫະປະຊາຊາດ (UNSOC) ໂດຍການປະສານງານຂອງຫວຽດນາມ ແລະ ການາດາ. ການຈັດຊຸດອົບຮົມຄັ້ງນີ້ ເປັນຂີດໝາຍສຳຄັນຂອງວຽກງານກໍ່ສ້າງ ແລະ ບຳລຸງສ້າງກຳລັງທີ່ຈະເຂົ້າຮ່ວມພາລະກິດຮັກສາສັນຕິພາບ ຫຼັງຈາກໂຄງການ UNSOC ຂອງຫວຽດນາມໄດ້ຮັບການຮັບຮອງມາດຕະຖານຈາກສະຫະປະຊາຊາດໃນເດືອນມີນາ 2026.
![]() |
| ຫ້ອງຮຽນດຳເນີນໄປຢ່າງຄຶກຄື້ນ ໂດຍຜ່ານການສົນທະນາ, ແລກປ່ຽນຄຳຄິດເຫັນ ແລະ ແບ່ງປັນປະສົບການ. |
ຊຸດຝຶກອົບຮົມມີສຳມະນາກອນ 37 ທ່ານ ຈາກ 9 ປະເທດຄູ່ຮ່ວມມືພາຍໃຕ້ແຜນງານຝຶກອົບຮົມ ແລະ ຮ່ວມມືທາງທະຫານຂອງການາດາ (MTCP), ປະກອບມີ ບັງກະລາເທດ, ກຳປູເຈຍ, ຟິຈິ, ອິນໂດເນເຊຍ, ມາເລເຊຍ, ມົງໂກລີ, ຟີລິບປິນ, ຕິມໍແລັດສະເຕ ແລະ ຫວຽດນາມ. ນອກຈາກນັ້ນ, ກະຊວງປ້ອງກັນປະເທດຫວຽດນາມຍັງໄດ້ເຊີນນາຍທະຫານລາວ 5 ທ່ານ ເຂົ້າຮ່ວມຊຸດຝຶກອົບຮົມນີ້.
ຕາມກຳນົດການ, ຊຸດຝຶກອົບຮົມຈະດຳເນີນໄປຈົນເຖິງວັນທີ 12 ກໍລະກົດ, ໂດຍມີຄູຝຶກຫວຽດນາມ 5 ທ່ານ, ຄູຝຶກການາດາ 2 ທ່ານ ແລະ ຄະນະປະສານງານຈາກສອງປະເທດຮ່ວມດຳເນີນການ. ບັນດາຄູຝຶກລ້ວນແຕ່ເປັນຜູ້ມີປະສົບການຫຼາຍໃນວຽກງານຮັກສາສັນຕິພາບຂອງສະຫະປະຊາຊາດ, ເຄີຍປະຕິບັດໜ້າທີ່ຢູ່ສຳນັກງານໃຫຍ່ສະຫະປະຊາຊາດ ທີ່ນິວຢອກ ຫຼື ເຄີຍປະຈຳການໂດຍກົງຢູ່ບັນດາພາລະກິດຮັກສາສັນຕິພາບ.
ກ່າວໃນພິທີເປີດ, ພົນຈັດຕະວາ ຟ້າມແມ້ງທັງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໃຫ້ຮູ້ວ່າ ຊຸດຝຶກອົບຮົມ UNSOC ທີ່ກົມຮັກສາສັນຕິພາບຫວຽດນາມຈັດຂຶ້ນດ້ວຍການສະໜັບສະໜູນຂອງການາດາ ໄດ້ຮັບການຢັ້ງຢືນຢ່າງເປັນທາງການຈາກສະຫະປະຊາຊາດວ່າບັນລຸມາດຕະຖານ. ການສືບຕໍ່ຈັດຊຸດອົບຮົມໃນປີນີ້ ສະທ້ອນຜົນສຳເລັດຂອງການຮ່ວມມືລະຫວ່າງຫວຽດນາມ ແລະ ການາດາ ທີ່ນັບມື້ນັບກວ້າງຂວາງ ແລະ ເລິກເຊິ່ງຂຶ້ນໃນຂົງເຂດຮັກສາສັນຕິພາບ.
ຕາມພົນຈັດຕະວາ ຟ້າມແມ້ງທັງ ແລ້ວ, ການໄດ້ຮັບຮອງມາດຕະຖານຈາກສະຫະປະຊາຊາດ ບໍ່ພຽງແຕ່ຢືນຢັນຄຸນນະພາບວຽກງານຝຶກອົບຮົມຂອງຫວຽດນາມ, ແຕ່ຍັງເປີດໂອກາດໃຫ້ຍົກສູງຄວາມສາມາດໃນການຈັດຝຶກອົບຮົມ, ພ້ອມທັງກະກຽມບຸກຄະລາກອນທີ່ມີຄຸນນະພາບສູງໃຫ້ແກ່ການປະຕິບັດພາລະກິດຮັກສາສັນຕິພາບສາກົນ.
ໃນທັດສະນະດຽວກັນ, ພັນໂທ Paul Payne, ທູດທະຫານການາດາ ປະຈຳຫວຽດນາມ ເຫັນວ່າ ການຢັ້ງຢືນຂອງສະຫະປະຊາຊາດເປັນຫຼັກຖານສະແດງເຖິງຄວາມເປັນມືອາຊີບ, ຄວາມໜ້າເຊື່ອຖື ແລະ ຄຸນນະພາບການຝຶກອົບຮົມຂອງກົມຮັກສາສັນຕິພາບຫວຽດນາມ.
ທ່ານ Paul Payne ເນັ້ນວ່າ ຜົນສຳເລັດນີ້ເປັນບາດກ້າວສຳຄັນໃນຂະບວນການທີ່ຫວຽດນາມມຸ່ງສູ່ການສາມາດຈັດຕັ້ງ ແລະ ປະສານງານບັນດາຊຸດຝຶກອົບຮົມຕາມມາດຕະຖານຂອງສະຫະປະຊາຊາດໄດ້ດ້ວຍຕົນເອງຢ່າງຄົບຖ້ວນ, ພ້ອມທັງມຸ່ງໝັ້ນກ້າວຂຶ້ນເປັນໜຶ່ງໃນສູນຝຶກອົບຮົມຊັ້ນນຳຂອງພາກພື້ນໃນຂົງເຂດຮັກສາສັນຕິພາບ.
ຕະຫຼອດໄລຍະຝຶກອົບຮົມເກືອບ 3 ອາທິດ, ບັນດາສຳມະນາກອນຈະໄດ້ຮຽນຮູ້ຢ່າງຮອບດ້ານກ່ຽວກັບວຽກງານຮັກສາສັນຕິພາບຂອງສະຫະປະຊາຊາດ, ນັບແຕ່ພື້ນຖານທາງກົດໝາຍ, ຫຼັກການດຳເນີນງານ ແລະ ໂຄງສ້າງອົງການຂອງບັນດາພາລະກິດ ໄປຈົນເຖິງເນື້ອໃນວິຊາສະເພາະ ເຊັ່ນ ການປົກປ້ອງເດັກນ້ອຍ, ການປ້ອງກັນ ແລະ ຕ້ານຄວາມຮຸນແຮງທາງເພດໃນສະພາບການຂັດແຍ່ງ, ຈັນຍາບັນວິຊາຊີບ, ລະບຽບວິໄນ ແລະ ມາດຕະຖານການປະພຶດຂອງບຸກຄະລາກອນສະຫະປະຊາຊາດ.
ນອກຈາກການຮຽນພາກທິດສະດີ, ໂຄງການຍັງເນັ້ນການຝຶກພາກປະຕິບັດ, ການສົນທະນາເປັນກຸ່ມ ແລະ ການຝຶກແກ້ໄຂສະຖານະການ. ກິດຈະກຳສຳຄັນຂອງຊຸດຝຶກອົບຮົມແມ່ນການຝຶກຊ້ອມປະສົມປະສານທ້າຍຫຼັກສູດ (INSTEX), ໂດຍຈຳລອງສະພາບການປະຕິບັດງານຈິງຂອງບັນດາພາລະກິດຮັກສາສັນຕິພາບສະຫະປະຊາຊາດ.
ຜ່ານສະຖານະການຈຳລອງຕ່າງໆ, ສຳມະນາກອນຈະໄດ້ຝຶກທັກສະການປະສານງານລະຫວ່າງບັນດາພາກສ່ວນພາຍໃນກອງບັນຊາການພາລະກິດ, ກອງບັນຊາການບັນດາເຂດຍ່ອຍ ແລະ ພາກສ່ວນຄູ່ຮ່ວມມືທີ່ກ່ຽວຂ້ອງ, ເພື່ອປະຕິບັດໜ້າທີ່ເສນາທິການໃນສະພາບແວດລ້ອມການດຳເນີນງານແບບຫຼາຍມິຕິ ແລະ ປະສົມປະສານຂອງສະຫະປະຊາຊາດ.
ຕາມພັນເອກສາມດາວ ຫງວຽນຟຸກດົງ, ຫົວໜ້າຄະນະຄູຝຶກແລ້ວ, ໂຄງການຝຶກອົບຮົມໄດ້ຮັບການອອກແບບໃຫ້ສຳມະນາກອນເຂົ້າໃຈວຽກງານຮັກສາສັນຕິພາບຢ່າງເລິກເຊິ່ງໃນ 3 ລະດັບ ຄື ລະດັບຍຸດທະສາດ, ລະດັບການປະຕິບັດການ ແລະ ລະດັບຍຸດທະວິທີ. ນີ້ເປັນພື້ນຖານສຳຄັນໃຫ້ນາຍທະຫານສາມາດຕອບສະໜອງຄວາມຕ້ອງການຂອງໜ້າທີ່ໄດ້ດີ ເມື່ອຖືກຈັດສົ່ງໄປປະຕິບັດງານຢູ່ບັນດາພາລະກິດຂອງສະຫະປະຊາຊາດໃນອະນາຄົດ.
| ສະເຫຼີມສະຫຼອງວັນສ້າງຕັ້ງເຄືອຂ່າຍການສອນພາສາຫວຽດ ແລະ ວັດທະນະທຳຫວຽດນາມທົ່ວໂລກ ຄົບຮອບ 5 ປີ ຍສໝ - ອີງຕາມນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ຝຣັ່ງ, ຄູອາຈານ, ນັກຄົ້ນຄວ້າ, ຜູ້ຕາງໜ້າສະມາຄົມ ແລະ ບັນດາຜູ້ທີ່ມີຄວາມຈິງໃຈ ຕໍກັບວຽກງານການສອນພາສາຫວຽດ ຫຼາຍຮ້ອຍຄົນ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື “ການປົກປັກຮັກສາພາສາຫວຽດ ແລະ ວັດທະນະທຳຫວຽດ ຢູ່ຕ່າງປະເທດ”, ຊຶ່ງໄດ້ຈັດຂຶ້ນໃນວັນທີ 21 ມິຖຸນາ ຢູ່ທີ່ສູນວັດທະນະທຳຫວຽດນາມ ປະຈຳ ຝຣັ່ງ. |
| ຂະແໜງກະສິກຳ ຍົກສູງຄຸນຄ່າການນຳໃຊ້ທີ່ດິນ, ເປົ້າໝາຍມຸ່ງສູ່ການສົ່ງອອກໃຫ້ໄດ້ 74 ຕື້ USD ຍສໝ - ດ້ວຍບັນດາຜົນສຳເລັດອັນປະທັບໃຈພາຍໃດໄລຍະເຄິ່ງຕົ້ນປີ 2026, ທົ່ວຂະແໜງກະສິກຳ ພວມເລັ່ງຄວາມໄວເພື່ອມຸ່ງໄປສູ່ເປົ້າໝາຍມູນຄ່າການສົ່ງອອກເປັນປະຫວັດສາດທີ່ 74 ຕື້ USD, ອັນເປັນການສ້າງຮາກຖານໃຫ້ແກ່ວິໄສທັດ 100 ຕື້ USD ພາຍໃດປີ 2030. |
ມີງດຶກ
