ສະເຫຼີມສະຫຼອງກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນເປີດກວ້າງ ໄດ້ຄົບຮອບ 10 ປີ

17:13 | 11/12/2020

ຍສໝ - ໃນວັນທີ 10 ທັນວາ, ກະຊວງປ້ອງກັນປະເທດຫວຽດນາມ, ປະທານບັນດາກອງປະຊຸມປ້ອງກັນຊາດ - ທະຫານອາຊຽນໃນປີ 2020 ໄດ້ຈັດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນເປີດກວ້າງ (ADMM +) ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 10 ປີ ຢ່າງເປັນທາງການຖ່າຍທອດສົດ.

ສະເຫ ມສະຫ ອງກອງປະຊ ມລ ດຖະມ ນຕ ປ ອງກ ນປະເທດ ອາຊຽນເປ ດກວ າງ ໄດ ຄ ບຮອບ 10 ປ ຄະນະຜູ້ແທນຫວຽດນາມ ເປັນປະທານກອງປະຊຸມສະຫຼຸບ ຂອງຄະນະກຳມະການອາຊຽນທີ່ນິວຢອກ
ສະເຫ ມສະຫ ອງກອງປະຊ ມລ ດຖະມ ນຕ ປ ອງກ ນປະເທດ ອາຊຽນເປ ດກວ າງ ໄດ ຄ ບຮອບ 10 ປ ຫວຽດນາມ ໄດ້ປະຕິບັດບັນດາຂໍ້ລິເລີ່ມທີ່ສຳຄັນເພື່ອຊຸກຍູ້ການຮ່ວມມືໃນການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ ພາຍໃນພາກພື້ນ

ໃນຖານະເປັນປະທານອາຊຽນປີ 2020, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນເປີດກວ້າງ (ADMM +), ເຊິ່ງແມ່ນເຫດການສະແດງໃຫ້ເຫັນ ການເດີນທາງແຫ່ງການຮ່ວມມື, ປະກອບສ່ວນຢ່າງແທດຈິງ ໃນການຮັກສາສະພາບແວດລ້ອມພາກພື້ນທີ່ສະຫງົບສຸກ ແລະ ໝັ້ນຄົງພາຍໃຕ້ກົນໄກການຮ່ວມມືທີ່ນຳພາໂດຍອາຊຽນ.

ສະເຫ ມສະຫ ອງກອງປະຊ ມລ ດຖະມ ນຕ ປ ອງກ ນປະເທດ ອາຊຽນເປ ດກວ າງ ໄດ ຄ ບຮອບ 10 ປ
ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນເປີດກວ້າງ (ADMM +) ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 10 ປີ. (ພາບ: Vietnamplus)

ຕີລາຄາສູງບັນດາບາດກ້າວເຕີບໃຫຍ່ຂອງ ADMM + ໃນ 10 ປີຜ່ານມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ADMM + ແມ່ນກົນໄກທີ່ມີຄວາມແຂງແກ່ນສູງ, ຢືນຢັນວ່າ ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະຮ່ວມມືຢ່າງແໜ້ນແຟ້ນ, ເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບບັນດາປະເທດສະມາຊິກ ເພື່ອຮັບຮູ້ວິໄສທັດປະຊາຄົມອາຊຽນ 2025, ສ້າງປະຊາຄົມອາຊຽນທີ່ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື.

ດ້ວຍຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຫວັງວ່າ ກົນໄກຮ່ວມມື ADMM + ຈະພັດທະນານັບມື້ນັບຫຼາຍຢ່າງ, ສືບຕໍ່ສ້າງບາດກ້າວໃໝ່ ແລະ ສຳຄັນໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືທີ່ຈະເລີນຮຸ່ງເຮືອງ, ແລະ ບັນລຸຄາດໝາຍຄອງຫວັງຂອງປະຊາຊົນ.

ເນື່ອງໃນໂອກາດຄົບຮອບ 10 ປີຂອງ ADMM +, ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນເອກ ໂຫງຊວນລິກ - ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຊົມເຊີຍບັນດາກະຊວງປ້ອງກັນປະເທດສະມາຊິກ ADMM +.

ສະເຫ ມສະຫ ອງກອງປະຊ ມລ ດຖະມ ນຕ ປ ອງກ ນປະເທດ ອາຊຽນເປ ດກວ າງ ໄດ ຄ ບຮອບ 10 ປ
ທ່ານພົນເອກ ໂຫງຊວນລິກ - ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. (ພາບ: Vietnamplus)

ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີ ໂຫງຊວນລິກ ໄດ້ຢືນຢັນວ່າ, ດ້ວຍຖານະທີ່ເປັນປະເທດສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງອາຊຽນ ກໍ່ຄື ADMM +, ປະເທດຫວຽດນາມ ຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ຮ່ວມເດີນທາງກັບບັນດາປະເທດອາຊຽນ; ບັນດາປະເທດເພື່ອນມິດ ແລະ ບັນດາປະເທດຄູ່ຮ່ວມມື, ໂດຍສະເພາະແມ່ນບັນດາປະເທດ ADMM + ປະກອບສ່ວນໃຫ້ພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ.

ທ່ານລັດຖະມົນຕີ ໂຫງຊວນລິກ ໄດ້ຢືນຢັນວ່າ ເຫດການນີ້ແມ່ນກາລະໂອກາດ ເພື່ອໃຫ້ທຸກປະເທດເບິ່ງຄືນເສັ້ນທາງການພັດທະນາ ADMM + ໃນທົດສະວັດທີ່ຜ່ານມາ, ໂດຍສະເພາະກ່ຽວກັບບົດບາດຂອງ ADMM + ໃນພາກພື້ນ ແລະ ກຳນົດທິດທາງການຮ່ວມມືໃນພາຍພາກໜ້າ.

ສະເຫ ມສະຫ ອງກອງປະຊ ມລ ດຖະມ ນຕ ປ ອງກ ນປະເທດ ອາຊຽນເປ ດກວ າງ ໄດ ຄ ບຮອບ 10 ປ ຫວຽດນາມ ໄດ້ປະຕິບັດບັນດາຂໍ້ລິເລີ່ມທີ່ສຳຄັນເພື່ອຊຸກຍູ້ການຮ່ວມມືໃນການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ ພາຍໃນພາກພື້ນ

ຍສໝ - ຫວ່າງມໍ່ໆນີ້, ກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ (AMMTC 14) ຄັ້ງທີ 14 ໄດ້ຈັດຂື້ນເພື່ອປະຕິບັດພັນທະ ແລະຄວາມຮັບຜິດຊອບຂອງຫວຽດນາມໃນອາຊຽນ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງປີປະທານໝູນວຽນອາຊຽນ 2020 ຂອງຫວຽດນາມ; ຢັ້ງຢືນບົດບາດ ແລະຄວາມຮັບຜິດຊອບສາກົນ, ຄຳໝັ້ນສັນຍາດ້ານການເມືອງຢ່າງເຂັ້ມແຂງ ແລະ ເປັນເຈົ້າການ, ມີການເຄື່ອນໄຫວຢ່າງຕັ້ງໜ້າຂອງຫວຽດນາມໃນການຮ່ວມມືສາກົນກ່ຽວກັບການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ.

ສະເຫ ມສະຫ ອງກອງປະຊ ມລ ດຖະມ ນຕ ປ ອງກ ນປະເທດ ອາຊຽນເປ ດກວ າງ ໄດ ຄ ບຮອບ 10 ປ ອາຊຽນ-ອີຢູຍົກລະດັບການພົບພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ອາຊຽນ ແລະ ອີຢູ ໄດ້ຖະແຫຼງຢ່າງເປັນທາງການວ່າ ໄດ້ຍົກລະດັບການພົວພັນຄູ່ຮ່ວມເຈລະຈາອາຊຽນ-ອີຢູ ໃຫ້ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ.

ສະເຫ ມສະຫ ອງກອງປະຊ ມລ ດຖະມ ນຕ ປ ອງກ ນປະເທດ ອາຊຽນເປ ດກວ າງ ໄດ ຄ ບຮອບ 10 ປ ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 14 (AMMTC 14)

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍ​າ​ຂອງ ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ຈົດ​ສຸດ​ຄວາມ​ສາ​ມາດ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.