ສະຫະລັດອາເມລິກາ ໄດ້ພິຈາລະນາ ຈະນຳເຂົ້າອຸປະກອນການແພດຈາກປະເທດ ຫວຽດນາມ ເພື່ອຕ້ານພະຍາດ Covid-19

17:00 | 24/03/2020

ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຮ່າກິມຫງອກ ໄດ້ກ່າວຄືແນວນັ້ນ ໃນຖະແຫຼງການຕໍ່ໜັງສືພິມກ່ຽວກັບນະໂຍບາຍການນຳເຂົ້າຂອງ ສະຫະລັດອາເມລິກາ ກັບ ຫວຽດນາມ ແລະ ການຮ່ວມມືລະຫວ່າງສອງປະເທດ ໃນການປ້ອງກັນການລະບາດຂອງ Covid-19.

ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ຖືວ່າ, ການຮ່ວມມືດ້ານສາທາລະນະສຸກ ຫວຽດນາມ - ອາເມລິກາ ເວົ້າລວມ ແລະ ໃນການຮັບມືກັບໂລກລະບາດໂຄວິດ-19 ໃນປະຈຸບັນພວມບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງ. ນັບແຕ່ທ້າຍເດືອນມັງກອນປີ 2020, ບັນດາອົງການ ແລະ ຜູ້ຊ່ຽວຊານດ້ານສາທາລະນະສຸກຂອງສອງປະເທດ ມີຫຼາຍຮູບແບບການແລກປ່ຽນຂໍ້ມູນຂ່າວສານເພື່ອຮັບມືກັບການລະບາດຂອງພະຍາດດັ່ງກ່າວ. ສະຖານທູດຫວຽດນາມ ປະຈຳອາເມລິກາ ຍັງໄດ້ສ້າງຊ່ອງທາງແລກປ່ຽນປະຈຳ ກັບກະຊວງສາທາລະນະສຸກ ແລະ ສູນຄວບຄຸມ ແລະ ປ້ອງກັນພະຍາດາເມລິກາ (CDC).

ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໃຫ້ຮູ້ວ່າ: “ຂ້າພະເຈົ້າຫວັງວ່າ ສິ່ງນີ້ຈະສ້າງກາລະໂອກາດຫຼາຍກວ່າອີກ ໃຫ້ບັນດາວິສາຫະກິດ ຫວຽດນາມ ໃນການເຂົ້າເຖິງ ແລະ ຍູ້ແຮງການສົ່ງອອກໄປຍັງຕະຫລາດອາເມລິກາ”.

ສະຫະລັດອາເມລິກາ ໄດ້ພິຈາລະນາ ຈະນຳເຂົ້າອຸປະກອນການແພດຈາກປະເທດ ຫວຽດນາມ ເພື່ອຕ້ານພະຍາດ Covid-19

ຖະຫນົນຫົນທາງໃນ ນິວຢອກ - ອາເມລິກາ ບໍ່ຄ່ອຍມີຄົນ ໂດຍຜົນກະທົບຂອງການລະບາດຂອງ Covid -19. (ພາບ: laodong.vn)

ຝ່າຍອາເມລິກາ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມໃນການປ້ອງກັນ, ຄວບຄຸມໂລກລະບາດຢ່າງຂ້ຽວຂາດ, ກະຈາງແຈ້ງ ແລະ ມີປະສິດທິຜົນຂອງລັດຖະບານຫວຽດນາມ. ໃນໄລຍະຜ່ານມາ, ລັດຖະບານອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ຈະຫັກບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 37 ລ້ານ USD ເພື່ອໜູນຊ່ວຍບັນດາປະເທດຢູ່ພາກພື້ນ, ໃນນັ້ນມີຫວຽດນາມ ເພື່ອຮັບມືກັບການແຜ່ລະບາດຂອງໂລກລະບາດໂຄວິດ-19. ໃນແງ່ມູມຫຼາຍຝ່າຍ, ຝ່າຍອາເມລິກາ ກໍ່ຕີລາຄາສູງບົດບາດຂອງຫວຽດນາມ ດ້ວຍຖານະເປັນປະທານອາຊຽນ ປີ 2020 ແລະ ພວມແລກປ່ຽນກັບຫວຽດນາມ ແລະ ບັນດາປະເທດສະມາຊິກອາຊຽນ ອື່ນໆ ເພື່ອແນໃສ່ຍູ້ແຮງການຮ່ວມມືລະຫວ່າງອາຊຽນ - ອາເມລິກາ ກ່ຽວກັບດ້ານສາທາລະນະສຸກ ແລະ ໃນການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19. ປະຈຸບັນ, ຝ່າຍອາເມລິກາ ກໍ່ພວມຊັ່ງຊາຄວາມອາດສາມາດທີ່ຈະນຳເຂົ້າບັນດາອຸປະກອນການແພດຈາກຫວຽດນາມ ເພື່ອຮັບໃຊ້ໃນການປ້ອງກັນ, ຄວບຄຸມໂລກລະບາດຢູ່ອາເມລິກາ.

ກ່ຽວກັບຂໍ້ມູນຂ່າວທີ່ຖືວ່າ, ລັດຖະບານອາເມລິກາ ພວມຈັດວາງນະໂຍບາຍຢຸດຕິນຳເຂົ້າບັນດາຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ ເຂົ້າຕະຫຼາດອາເມລິກາ ໂດຍຊົ່ວຄາວນັ້ນ, ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ຢືນຢັນວ່າ, ນີ້ແມ່ນຂໍ້ມູນຂ່າວບໍ່ຖືກຕ້ອງ. ອາເມລິກາ ບໍ່ມີແຜນນະໂຍບາຍຢຸດຕິການນຳເຂົ້າບັນດາຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.