ລາວ: ວາງ 3 ຄວາມຮັບຜິດຊອບໃຫ້ຄະນະສະເພາະກິດ ຂັບເຄື່ອນວຽກງານຕ້ານ COVID-19

17:42 | 08/04/2020

ໃນວັນທີ 8 ເມສາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ມີກອງປະຊຸມວ່າດ້ວຍການຮັບຜິດຊອບພາຍໃນຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ ພ້ອມດ້ວຍບັນດາຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.​

ລາວ ວາງ 3 ຄວາມຮ ບຜ ດຊອບໃຫ ຄະນະສະເພາະກ ດ ຂ ບເຄ ອນວຽກງານຕ ານ covid 19 ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດຢູ່ ລາວ ແລະ ກຳປູເຈຍ 21 ອັດຖິ
ລາວ ວາງ 3 ຄວາມຮ ບຜ ດຊອບໃຫ ຄະນະສະເພາະກ ດ ຂ ບເຄ ອນວຽກງານຕ ານ covid 19 ທະນາຄານໂລກ ອະນຸມັດເງິນກູ້ສຸກເສີນ 18 ລ້ານໂດລາ ໃຫ້ ສປປ.ລາວ ປະເຊີນໜ້າການລະບາດ COVID-19
ລາວ ວາງ 3 ຄວາມຮ ບຜ ດຊອບໃຫ ຄະນະສະເພາະກ ດ ຂ ບເຄ ອນວຽກງານຕ ານ covid 19
ກອງປະຊຸມວ່າດ້ວຍການຮັບຜິດຊອບພາຍໃນຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19.(ພາບ:v2.vientianemai.net)

ຈຸດປະສົງເພື່ອເປັນການຈັດສັນແບ່ງວຽກ ໜ້າທີ່ຄວາມຮັບຜິດຊອບໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ເພື່ອໃຫ້ໜ້າວຽກຂັບເຄື່ອນໄປໄດ້ຢ່າງວ່ອງໄວ ທັນສະພາບການ ແລະ ໄດ້ຮັບປະສິດທິພາບທີ່ສຸດ ຄະນະສະເພາະກິດຈຶ່ງໄດ້ຈັດກອງປະຊຸມເພື່ອຈັດແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນຢ່າງລະອຽດ.

ນອກນີ້ກໍໄດ້ແບ່ງຄວາມຮັບຜິດຊອບກອງເລຂາ ປະກອບມີ: ວຽກກອງເລຂາ ແລະ ປະສານງານກອງເລຂາຊ່ວຍວຽກ ວຽກພົວພັນຕ່າງປະເທດ ວຽກງານໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານ ແລະ ຕ້ານຂ່າວສານທີ່ບິດເບືອນຄວາມຈິງ ວຽກງົບປະມານ ແລະ ພະລາທິການ ວຽກງານກະກຽມສະຖານທີ່ຮອງຮັບການແຍກປ່ຽວ ແລະ ປິ່ນປົວ ວຽກງານຄຸ້ມຄອງການສັນຈອນ ແລະ ຈຳກັດບໍລິເວນ ວຽກງານການຄຸ້ມຄອງລາຄາສິນຄ້າ ແລະ ສົ່ງເສີມການຜະລິດພາຍໃນ ວຽກງານກວດກາ ແລະ ອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າພາຍໃນ ແລະ ສິນຄ້າເຂົ້າ-ອອກປະເທດ ວຽກງານປຸກລະດົມ ໂຄສະນາ ຂົນຂວາຍທົ່ວສັງຄົມ ມີວຽກງານຄຸ້ມຄອງແຮງງານ ແລະ ນັກສຶກສາມາຈາກຕ່າງປະເທດ ວຽກງານກະກຽມກຳລັງສະໜັບສະໜູນຮອບດ້ານ.

ໃນວັນທີ 7 ເມສາ 2020 ຢູ່ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມສ່ອງແສງລາຍງານຕໍ່ຄະນະເລຂາທິການສູນກາງພັກ ໂດຍຜ່ານລະບົບວີດີໂອທາງໄກ (video conference) ເພື່ອປຶກສາຫາລືກ່ຽວກັບສະພາບການແຜ່ລະບາດ ການປ້ອງກັນ ຄວບຄຸມ ແລະ ການກະກຽມຄວາມພ້ອມຮອບດ້ານໃນການຮັບມືຂອງການລະບາດພະຍາດໂຄວິດ-19 ການດຳເນີນກອງປະຊຸມສາມຂັ້ນ ແລະ ບັນຫາຕ່າງໆທີ່ບັນດາອົງການອ້ອມຂ້າງສູນກາງພັກ ແລະ ລັດຖະບານ ຢາກສ່ອງແສງເພື່ອໃຫ້ຄະນະເລຂາທິການສູນກາງພັກໄດ້ຮັບຊາບ ແລະ ຊອກຫາວິທີທາງແກ້ໄຂ. ພ້ອມກັນນີ້ກໍໄດ້ມີການລາຍງານຂອງແຕ່ລະແຂວງໃນການຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ກັນການລະບາດ ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານການລະບາດຂອງພະຍາດໂຄວິດ-19.

ລາວ ວາງ 3 ຄວາມຮ ບຜ ດຊອບໃຫ ຄະນະສະເພາະກ ດ ຂ ບເຄ ອນວຽກງານຕ ານ covid 19 ສປປ.ລາວ ຕີລາຄາສູງຕໍ່ການສະໜັບສະໜູນ ຂອງວິສາຫະກິດຫວຽດນາມ ໃນການສະກັດກັ້ນພະຍາດ Covid-19

ຍສໝ - ບັນດາວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ປະເທດລາວ ໄດ້ສະໜັບສະໜູນລັດຖະບານລາວ ຈຳນວນ ເງິນ 370.000 ໂດລາສະຫະລັດໃນການຕໍ່ສູ້ ແລະ ສະກັດກັ້ນ ພະຍາດ Covid-19.

ລາວ ວາງ 3 ຄວາມຮ ບຜ ດຊອບໃຫ ຄະນະສະເພາະກ ດ ຂ ບເຄ ອນວຽກງານຕ ານ covid 19 ສະຖານທູດຫວຽດນາມ ປະຈຳລາວ ໄດ້ຮຽກຮ້ອງໃຫ້ພົນລະເມືອງ ປະຕິບັດຄຳສັງກ່ຽວກັບການສະກັດກັ້ນພະຍາດ Covid-19

ຍສໝ - ໃນວັນທີ 6 ເມສາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ອອກຖະແຫຼງການສະເໜີ ໃຫ້ພົນລະເມືອງຫວຽດນາມ ທີ່ກຳລັງດຳລົງຊີວິດ ແລະ ຮໍ່າຮຽນຢູ່ ສປປ.ລາວ ຈົ່ງປະຕິບັດຕາມຄຳສັ່ງເລກທີ 06 ຂອງນາຍົກລັດຖະມົນຕີ ສປປ.ລາວ ແລະ ຂໍ້ກຳນົດຂອງລັດຖະບານ ກໍ່ຄືທ້ອງຖິ່ນຕ່າງໆ ຂອງລາວກ່ຽວກັບການປ້ອງກັນ ແລະ ຄວບຄຸມການຕິດເຊື້ອພະຍາດ COVID-19. ...

ລາວ ວາງ 3 ຄວາມຮ ບຜ ດຊອບໃຫ ຄະນະສະເພາະກ ດ ຂ ບເຄ ອນວຽກງານຕ ານ covid 19 ຫວຽດ​ນາມ ໜູນ​ຊ່ວຍ​ລາວ ​ອຸ​ປະກອນ​ການ​​ແພດ​ເພື່​ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid– 19

ຍສໝ - ໃນຕອນເຊົ້າວັນທີ 4 ເມສາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ສປປ. ລາວ ເພື່ອຮັບມືກັບການລະບາດຂອງ Covid-19.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.