ເພີ່ມທະວີການແລກປ່ຽນດ້ານການຄ້າລະຫວ່າງ ຫວຽດນາມ - ເອີຣົບ ໃນສະພາບການລະບາດ COVID-19

06:35 | 12/04/2020

ຍສໝ - ທ່ານ ເຈິນຕວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ແລະ ທ່ານ Phil Hogan, ເຈົ້າໜ້າທີ່ອາວຸໂສ ຂອງອົງກອນການຄ້າ EU ໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບການພົວພັນການຄ້າສອງຝ່າຍ. ສອງຝ່າຍຫວັງວ່າ ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ຈະມີຜົນບັງຄັບໃຊ້ຢ່າງເປັນທາງການ ໃນເດືອນກໍລະກົດຈະມາເຖິງ.

ເພ ມທະວ ການແລກປ ຽນດ ານການຄ າລະຫວ າງ ຫວຽດນາມ ເອ ຣ ບ ໃນສະພາບການລະບາດ covid 19 ສ.ເກົາຫຼີ ໄດ້ຕີລາຄາສູງ ຫວຽດນາມ ທີ່ໄດ້ຄວບຄຸມການລະບາດຂອງພະຍາດ Covid-19 ເປັນຢ່າງດີ
ເພ ມທະວ ການແລກປ ຽນດ ານການຄ າລະຫວ າງ ຫວຽດນາມ ເອ ຣ ບ ໃນສະພາບການລະບາດ covid 19 ຫວຽດນາມ ໄດ້ຮັດແໜ້ນການຄຸ້ມຄອງກັບຜູ້ໂດຍສານຈາກ ເອີຣົບ ແລະ ອາເມລິກາ ເພື່ອຄວບຄຸມການລະບາດຂອງ Covid-19

ໃນວັນທີ 10 ເມສາ, ທ່ານ ເຈິນຕວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ມີການສົນທະນາກັບ ທ່ານ Phil Hogan, ເຈົ້າໜ້າທີ່ອາວຸໂສ ຂອງອົງກອນການຄ້າ EU ກ່ຽວກັບ ບາງບັນຫາທີ່ກ່ຽວຂ້ອງກັບສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແລະການຮ່ວມມືດ້ານການຄ້າ ລະຫວ່າງ ຫວຽດນາມ ແລະ ອີຢູ ໃນສະພາບການລະບາດ ຂອງພະຍາດ COVID-19.

ເພ ມທະວ ການແລກປ ຽນດ ານການຄ າລະຫວ າງ ຫວຽດນາມ ເອ ຣ ບ ໃນສະພາບການລະບາດ covid 19
ທ່ານ ເຈິນຕວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ. (ພາບ: baolaodong)

ກ່ຽວກັບສັນຍາ EVFTA, ທ່ານ Phil Hogan ໃຫ້ຮູ້ວ່າ, ວັນທີ 30 ມີນາ, ສະພາເອີຣົບ ໄດ້ຮັບຮອງເອົາສັນຍາ EVFTA ແລະ ດັ່ງນັ້ນ, ອີຢູ ຈຶ່ງໄດ້ປະຕິບັດສຳເລັດຜົນລະບຽບການພາຍໃນຢ່າງເປັນທາງການ ເພື່ອໃຫ້ສັນຍາມີຜົນສັກສິດ.

ສ່ວນຝ່າຍຫວຽດນາມ, ທ່ານ ເຈິນຕວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ກ່າວວ່າ, ເອກະສານດັ່ງກ່າວ ໄດ້ລັດຖະບານ ລາຍງານຕໍ່ປະທານປະເທດ ຫວຽດນາມ ເພື່ອໄດ້ມີການຮັບການພິຈາລະນາ ແລະ ຮັບຮອງຜ່ານ ໃນວາລະກອງປະຊຸມຂອງສະພາແຫ່ງຊາດຫວຽດນາມ ຈະໄດ້ຈັດຂຶ້ນໃນເດືອນພຶດສະພາ. ທັງສອງຝ່າຍກໍ່ຫວັງວ່າ ສັນຍາ EVFTA ຈະມີຜົນບັງຄັບໃຊ້ຢ່າງເປັນທາງການ ໃນເດືອນກໍລະກົດນີ້.

ພາຍຫລັງທີ່ສະພາແຫ່ງຊາດຫວຽດນາມ ໃຫ້ເຊັນອະນຸມັດສັນຍາດັ່ງກ່າວແລ້ວ, ຮ່າງແຜນການສະບັບນີ້ ຈະໄດ້ຮັບການປັບປຸງ ແລະ ສົມບູນແບບ ເພື່ອໃຫ້ນາຍົກລັດຖະມົນຕີ ສາມາດລົງນາມຢ່າງເປັນທາງການ ເພື່ອປະກາດໃຊ້ຢ່າງເປັນທາງການ.

ເພ ມທະວ ການແລກປ ຽນດ ານການຄ າລະຫວ າງ ຫວຽດນາມ ເອ ຣ ບ ໃນສະພາບການລະບາດ covid 19 ຫວຽດນາມ ຝຶກອົບຮົມ ຍົກສູງຄວາມສາມາດໃນການປ້ອງກັນພະຍາດ Covid-19 ໃຫ້ແກ່ບັນດາແພດໝໍ ລາວ

ຍສໝ - ເຂົ້າຮ່ວມຊຸດອົບຮົມ ມີບັນດາແພດໝໍຈຳນວນ 130 ກວ່າຄົນ ຂອງບັນດາໂຮງໝໍໃຫຍ່ຫຼາຍແຫ່ງໃນປະເທດລາວເຊັ່ນ: ໂຮງໝໍທະຫານສູນກາງ 103, ໂຮງໝໍ ມິດຕະພາບ, ໂຮງໝໍ ມະໂຫສົດ…

ເພ ມທະວ ການແລກປ ຽນດ ານການຄ າລະຫວ າງ ຫວຽດນາມ ເອ ຣ ບ ໃນສະພາບການລະບາດ covid 19 ຫວຽດນາມ ໄດ້ປະດິດສ້າງ ໂຣບົດ ເພື່ອຂົນສົ່ງເຄື່ອງ ຢ່າງສຳເລັດຜົນ ເພື່ອຮັບໃຊ້ຢູ່ເຂດແຍກຕົວ

ຍສໝ - ໃນວັນທີ 7 ເມສາ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ຄົ້ນຄວ້າ ແລະ ປະດິດສ້າງຢ່າງສຳເລັດຜົນ ໂຣບົດຂົນສົ່ງເຄື່ອງເພື່ອຮັບໃຊ້ໃນການປິ່ນປົວໃຫ້ຜູ້ຕິດເຊື້ອ Covid-19 ຢູ່ເຂດແຍກຕົວ.

ເພ ມທະວ ການແລກປ ຽນດ ານການຄ າລະຫວ າງ ຫວຽດນາມ ເອ ຣ ບ ໃນສະພາບການລະບາດ covid 19 ໜັງສືພິມລັດເຊຍ ຖືຫວຽດນາມແມ່ນແບບຢ່າງໃນການຄວບຄຸມໂລກລະບາດພະຍາດ COVID-19

ຍສໝ - ບົດຂຽນທີ່ລົງໃນເວບ zen.yandex.ru ຂອງລັດເຊຍ, ເຊິ່ງໄດ້ຕີລາຄາວ່າ ຫວຽດນາມ ເປັນ“ ແບບຢ່າງ” ກ່ຽວກັບວິທີການປ້ອງກັນ ແລະ ຕ້ານການຕິດເຊື້ອພະຍາດ COVID-19 ເຖິງວ່າເງື່ອນໄຂຍັງມີຄວາມຈໍາກັດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.