ລາວ: 6 ມື້ຕິດຕໍ່ກັນບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, 2 ກໍລະນີໄດ້ປິ່ນປົວຫາຍດີ

17:25 | 18/04/2020

ຍສໝ - ໃນວັນທີ 18 ເມສາ, ກະຊວງສາທາລະນະສຸກຂອງ ສປປ.ລາວ ໄດ້ຢືນຢັນວ່າ ປະເທດລາວ ບໍ່ພົບຜູ່ຕິດເຊື້ອພະຍາດ Covid-19 ເພີ່ມຂຶ້ນ ເປັນເວລາ 6 ວັນຕິ​ດຕໍ່​ກັນ, ແລະ ມີ 2  ກໍລະນີໄດ້ປິ່ນປົວດີ.

ລາວ 6 ມ ຕ ດຕ ກ ນບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ 2 ກ ລະນ ໄດ ປ ນປ ວຫາຍດ ກອງບັນຊາການທະຫານ ຫວຽດນາມ ໄດ້ມອບອຸປະກອນການແພດ ໃຫ້ແກ່ ລາວ ເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດ Covid-19
ລາວ 6 ມ ຕ ດຕ ກ ນບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ 2 ກ ລະນ ໄດ ປ ນປ ວຫາຍດ ຄະນະແພດຊ່ຽວຊານ ຫວຽດນາມ ໄດ້ສຳເລັດຊຸດເຝິກອົບຮົມການແພດ ເພື່ອສະກັດກັ້ນພະຍາດ Covid-19 ໃຫ້ປະເທດລາວ

ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດໄດ້ໃຫ້ຮູ້ວ່າ ໃນວັນທີ 17 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 27 ຄົນ, ໃນນີ້ ຢູ່ນະຄອນຫລວງວຽງຈັນ 23 ຄົນ, ຫລວງພະບາງ 1 ຄົນ, ສະຫວັນນະເຂດ 3 ຄົນ (ທັງ 3 ຄົນແມ່ນແຮງງານລາວ ທີ່ກັບມາແຕ່ໄທ), ຜົນກວດທັງໝົດ 27 ກໍລະນີ ແມ່ນບໍ່ພົບເຊື້ອ, ໝາຍວ່າໃນວັນທີ 17 ເມສາ ນີ້, ບໍ່ມີກໍລະນີໃໝ່ເພີ່ມຂຶ້ນ.

ລາວ 6 ມ ຕ ດຕ ກ ນບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ 2 ກ ລະນ ໄດ ປ ນປ ວຫາຍດ

ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຕິດຕໍ່ກັນ 6 ວັນ. (ພາບ: Laotholakhong)

ມາຮອດປັດຈຸບັນ, ປະເທດລາວ ໄດ້ດຳເນີນການທົດສອບວິເຄາະ ທັງ ໝົດ 1,318 ກໍລະນີທີ່ສົງໃສວ່າຕິດເຊື້ອ Covid-19, ໃນນັ້ນມີ 19 ກໍລະນີໃນທາງບວກ ໄດ້ຮັບການປິ່ນປົວ ຢູ່ໂຮງໝໍມິດຕະພາບ, 2 ກໍລະນີໄດ້ຮັບການປິ່ນປົວຫາຍດີ ແລະ ໄດ້ອອກຈາກໂຮງໝໍແລ້ວ.

ໃນວັນທີ 17 ເມສາ, ລັດຖະບານ ສປປ.ລາວ ກໍ່ໄດ້ປະກາດສືບຕໍ່ການປິດສະຖາບັນການສຶກສາທັງໝົດ ໃນທົ່ວປະເທດ ຈົນຮອດວັນທີ 3 ພຶດສະພາ.

ອີງຕາມການແຈ້ງການ ຂອງກະຊວງສຶກສາທິການແລະກິລາ ສປປ.ລາວ ໃຫ້ຮູ້ວ່າ ສະພາບການລະບາດຂອງ ພະຍາດ Covid-19 ຢູ່ສປປ.ລາວ ຍັງມີຄວາມສັບສົນ, ຈຳນວນຜູ້ຕິດເຊື້ອ ແລະ ຈຳນວນຄົນທີ່ໄດ້ຕິດຕໍ່ສຳຜັດກັບຄົນເຈັບ, ແລະ ແຮງງານລາວ ທີ່ກັບຈາກຕ່າງປະເທດ ຈະເປັນກຸ່ມທີ່ມີຄວາມສ່ຽງສູງໃນການຕິດເຊື້ອພະຍາດ. ເພາະສະນັ້ນ, ປະເທດລາວ ຍັງຕ້ອງໄດ້ສືບຕໍ່ສົ່ງເສີມມາດຕະການປ້ອງກັນ ເພື່ອບໍ່ໃຫ້ການລະບາດໄປເຂດກວ້າງ.

ໃນເວລາ 3 ມື້ແຕ່ວັນທີ 15 ຮອດ 18 ເມສາ, ມີຜູ້ເດີນທາງ ຜ່ານດ່ານລາວ - ໄທ ທັງໝົດ 395 ຄົນ, ໃນນັັ້ນມີແຮງງານລາວ ທີ່ກັບມາແຕ່ໄທ 5 ຄົນ, ເຫຼືອນັ້ນແມ່ນ ພະນັກງານຂັບລົດບັນທຸກຂົນສົ່ງສິນຄ້າ, ຜູ້ເດີນທາງ ຜ່ານດ່ານ ລາວ - ຈີນ ທັງໝົດ 240 ຄົນ, ທັງໝົດ ແມ່ນພະນັກງານຂັບລົດບັນທຸກຂົນສົ່ງສິນຄ້າ, ຜູ້ເດີນທາງຜ່ານດ່ານ ລາວ - ຫວຽດນາມ ທັງໝົດ 475 ຄົນ, ທັງໝົດແມ່ນພະນັກງານຂັບລົດບັນທຸກຂົນສົ່ງສິນຄ້າ.

ລາວ 6 ມ ຕ ດຕ ກ ນບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ 2 ກ ລະນ ໄດ ປ ນປ ວຫາຍດ ຫວຽດນາມ ພ້ອມແລ້ວທີ່ຈະສະໜອງບັນດາເຄື່ອງອຸປະກອນການແພດ ທີ່ຜະລິດຢູ່ປະເທດຫວຽດນາມ, ເພື່ອຮ່ວມມືກັບທົ່ວໂລກ ໃນການປ້ອງກັນການລະບາດພະຍາດ COVID-19

ຍສໝ - ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນວ່າ, ໃນຄວາມສາມາດຂອງຕົນ, ຫວຽດນາມ ຈະປະກອບສ່ວນເຂົ້າໃນຄວາມພະຍາຍາມ ແລະ ພ້ອມແລ້ວທີ່ຈະສະໜອງບັນດາເຄື່ອງອຸປະກອນການແພດ ທີ່ຜະລິດຢູ່ປະເທດຫວຽດນາມ, ເພື່ອຮ່ວມມືກັບທົ່ວໂລກ ໃນການປ້ອງກັນການລະບາດພະຍາດ COVID-19.

ລາວ 6 ມ ຕ ດຕ ກ ນບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ 2 ກ ລະນ ໄດ ປ ນປ ວຫາຍດ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຫັນດີສືບຕໍ່ປະຕິບັດການແຍກຫ່າງໃນສັງຄົມຢູ່ບາງທ້ອງຖິ່ນ

ຍສໝ - ໃນກອງປະຊຸມລັດຖະບານເປັນປະຈຳ ກ່ຽວກັບການປ້ອງກັນການລະບາດຂອງພະຍາດ Covid-19, ໃນວັນທີ 15 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຫັນດີ ແກ່ຍາວເວລາແຍກຫ່າງ ໃນສັງຄົມຢູ່ບາງທ້ອງຖິ່ນ, ໃນນັ້ນມີ ນະຄອນໂຮ່ຈີມິນ ແລະ ນະຄອນຫຼວງຮ່າໂນ້ຍ.

ລາວ 6 ມ ຕ ດຕ ກ ນບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມ 2 ກ ລະນ ໄດ ປ ນປ ວຫາຍດ ແຂວງແທງຮວາ ແລະ ແຂວງຫົວພັນ ເພີ່ມທະວີແລກປ່ຽນປະສົບການ ໃນການປ້ອງກັນ Covid-19

ຍສໝ - ໃນວັນທີ 13 ເມສາ, ທີ່ດ່ານຊາຍແດນ ນາແມວ, ບັນດາຜູ້ນຳຂອງ ແຂວງແທງຮວາ ແລະ ແຂວງ ຫົວພັນ (ສປປ.ລາວ) ໄດ້ຈັດກອງປະຊຸມແລກປ່ຽນປະສົບການກ່ຽວກັບການປ້ອງກັນ ແລະ ຄວບຄຸມ ພະຍາດ Covid-19 ຢູ່ ເຂດຊາຍແດນຂອງສອງປະເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.