ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຫັນດີສືບຕໍ່ປະຕິບັດການແຍກຫ່າງໃນສັງຄົມຢູ່ບາງທ້ອງຖິ່ນ

06:35 | 17/04/2020

ຍສໝ - ໃນກອງປະຊຸມລັດຖະບານເປັນປະຈຳ ກ່ຽວກັບການປ້ອງກັນການລະບາດຂອງພະຍາດ Covid-19, ໃນວັນທີ 15 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຫັນດີ ແກ່ຍາວເວລາແຍກຫ່າງ ໃນສັງຄົມຢູ່ບາງທ້ອງຖິ່ນ, ໃນນັ້ນມີ ນະຄອນໂຮ່ຈີມິນ ແລະ ນະຄອນຫຼວງຮ່າໂນ້ຍ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ເຫ ນດ ສ ບຕ ປະຕ ບ ດການແຍກຫ າງໃນສ ງຄ ມຢ ບາງທ ອງຖ ນ ຫາງສຽງສື່ມວນຊົນ ສາກົນ ຕີລາຄາສູງເລື່ອງຫວຽດນາມຊຸກຍູ້ການຮ່ວມມືປ້ອງກັນ,ຕ້ານໂລກລະບາດໂຄວິດ-19
ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ເຫ ນດ ສ ບຕ ປະຕ ບ ດການແຍກຫ າງໃນສ ງຄ ມຢ ບາງທ ອງຖ ນ ຫວຽດນາມ ຮຽກຮ້ອງໃຫ້ ສປ.ຈີນ ຕ້ອງການຖອນກຸ່ມກຳປັ່ນທັງໝົດ ໄປອອກຈາກເຂດທະເລຂອງຫວຽດນາມ

ໃນກອງປະຊຸມລັດຖະບານເປັນປະຈຳ ກ່ຽວກັບການປ້ອງກັນການລະບາດຂອງພະຍາດ Covid-19 ໃນວັນທີ 15 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕົກລົງຈັດແບ່ງປະເພດກຸ່ມທ້ອງຖິ່ນທີ່ມີຄວາມສ່ຽງຕາມລະດັບຄື: ມີຄວາມສ່ຽງລະດັບສູງ, ມີຄວາມສ່ຽງ ແລະ ມີຄວາມສ່ຽງລະດັບຕໍ່າ.

ຕາມນັ້ນ, ກຸ່ມບັນດາແຂວງມີຄວາມສ່ຽງລະດັບສູງ ລວມມີ 12 ແຂວງຄື: ນະຄອນໂຮ່ຈີມິນ, ນະຄອນຫຼວງຮ່າໂນ້ຍ, ລາວກາຍ, ລ້າງເຊີນ , ບັກນິງ, ນິງບິງ, ກວາງນິງ, ດານັງ, ບິງທ້ວນ, ແຄັງຫ່ວາ, ໄຕ່ນິງ ແລະ ຮ່າຕິງ. ກຸ່ມບັນດາແຂວງມີຄວາມສ່ຽງລະດັບສູງ ດັ່ງກ່າວ ຈະສືບຕໍ່ປະຕິບັດຕາມຄຳສັ່ງເລກທີ 16 ທີ່ກ່ຽວຂ້ອງ ການແຍກຫ່າງໃນສັງຄົມຮອດວັນທີ 22 ເດືອນເມສາ ຢ່າງເຂັ້ມງວດ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ເຫ ນດ ສ ບຕ ປະຕ ບ ດການແຍກຫ າງໃນສ ງຄ ມຢ ບາງທ ອງຖ ນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຫັນດີສືບຕໍ່ປະຕິບັດການແຍກຫ່າງໃນສັງຄົມຢູ່ບາງທ້ອງຖິ່ນ. (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ກ່າວວ່າ: "ພວກເຮົາຍັງບໍ່ສາມາດກັບຄືນໃນຊີວິດເປັນປົກກະຕິ ຄືແຕ່ກ່ອນໄດ້, ຕ້ອງປະຕິບັດຕາມຂັ້ນຕອນທາງການແພດຢ່າງເຂັ້ມງວດ ແລະ ບໍ່ຄວນລະເລີງ". ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຮຽກຮ້ອງໃຫ້ບັນດາກະຊວງ ປະຕິບັດຈຳກັດການບິນພາຍໃນປະເທດ, ນັບແຕ່ປະຈຸບັນຈົ່ນເຖິງວັນທີ 30 ເມສາ, ຢຸດການອອກວີຊາ ສຳລັບຄົນຕ່າງປະເທດ ລວມທັງທາງບົກ, ທາງອາກາດ ແລະ ທະເລ. ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຕ້ອງໄດ້ປະສານສົມທົບກັບ 63 ແຂວງ, ນະຄອນ ເພື່ອຈັດຕັ້ງປະຕິບັດ ນະໂຍບາຍສະຫວັດດິການສັງຄົມ ໂດຍໄວວາ ແລະ ດ້ວຍຈິດໃຈ “ຊ່ວຍຊູໄພອຶດຫິວ ຄື ກູ້ຊີບອັກຄີໄພ”.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຫັນດີເປັນເອກະພາບຕໍ່ ຄະນະຊີ້ນຳລະດັບຊາດ ວ່າດ້ວຍການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ Covid-19, ກ່ຽວກັບການຈັດແບ່ງປະເພດຂອງກຸ່ມທ້ອງຖິ່ນ ຕາມມາດຖານເຊັ່ນ ສະຖານທີ່ມີສູນຕິດຕໍ່ຄົມມະນາຄົມ, ການເຄື່ອນໄຫວສູງ; ສະຖານທີ່ມີຊາຍແດນ, ປະຊາຊົນເຂົ້າເມືອງຈໍານວນຫຼາຍ; ບັນດາສະຖານທີ່ ເມື່ອກ່ອນໜ້ານີ້ ມີການພົວພັນກັບຄົນຕ່າງປະເທດຫຼາຍຄົນ; ມີຄວາມໜາແໜ້ນຂອງພົນລະເມືອງ, ຂອງໂຮງງານ ແລະ ເຂດອຸດສາຫະກຳ ໄດ້ເຕົ້າໂຮມຢ່າງສູງ...

ສິ້ນສຸດກອງປະຊຸມ, ຄະນະຊີ້ນຳ ໄດ້ອີງໃສ່ການວິເຄາະສະຖານະການຂອງການລະບາດພະຍາດ Covid-19 ໃນປະເທດ ແລະ ໃນໂລກ, ໄດ້ປະເມີນວ່າ ດ້ວຍການປະຕິບັດມາດຕະການແຍກຫ່າງໃນສັງຄົມ ພາຍໃຕ້ຄຳສັ່ງເລກທີ 16 ຂອງທ່ານນາຍົກລັດຖະມົນຕີ, ພະຍາດ Covid-19 ຍັງໄດ້ຄວບຄຸມໄດ້ຢ່າງດີ. ແຕ່ວ່າ, ການລະບາດຂອງພະຍາດ Covid-19 ໃນໂລກທີ່ຍາກຈະຄາດຄະເນໄດ້. ຢູ່ພາຍໃນປະເທດ, ການລະບາດຂອງພະຍາດ Covid-19 ຢູ່ບັນດາທ້ອງຖິ່ນ ກໍ່ແຕກຕ່າງກັນ, ເພາະສະນັ້ນ ພວກເຮົາບໍ່ຄວນລະເລີງປະຕິບັດບັນດາມາດຕະການຮີບດ່ວນໃນການປ້ອງກັນ,ຕ້ານໂລກລະບາດ, ຕ້ອງການສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນພະຍາດຢ່າງເຂັ້ມງວດ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ເຫ ນດ ສ ບຕ ປະຕ ບ ດການແຍກຫ າງໃນສ ງຄ ມຢ ບາງທ ອງຖ ນ ບັນດາປະເທດ ອາຊຽນ ສະໜັບສະໜູນຂໍ້ລິເລີ່ມ ຂອງຫວຽດນາມ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19

ຍສໝ - ການນໍາບັນດາປະເທດ ອາຊຽນ ໄດ້ຢັ້ງຢືນວ່າ ບຸລິມະສິດແຖວໜ້າຂອງ ອາຊຽນ ໃນປັດຈຸບັນ ແມ່ນຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງໂລກລະບາດ, ໂດຍສະເພາະແມ່ນການແຜ່ລະບາດຂ້າມຊາຍແດນ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ເຫ ນດ ສ ບຕ ປະຕ ບ ດການແຍກຫ າງໃນສ ງຄ ມຢ ບາງທ ອງຖ ນ ກອງປະຊຸມສຸດຍອດພິເສດອາຊຽນ: ຫວຽດນາມ ໄດ້ນຳສະເໜີຂໍ້ລິເລີ່ມເພື່ອສະກັດກັ້ນ ພະຍາດ COVID-19

ຍສໝ - ວັນທີ 14 ເມສາ, ທີ່ກອງປະຊຸມອອນລາຍຖ່າຍທອດສົດ,ໃນຖານະເປັນປະທານອາຊຽນ 2020, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມສຸດຍອດພິເສດອາຊຽນ ແລະ ກອງປະຊຸມສຸດຍອດພິເສດອາຊຽນ +3 (ຈີນ, ຍີ່ປຸ່ນ ແລະ ເກົາຫຼີໃຕ້), ໄດ້ສົນທະນາກ່ຽວກັບການຮັບມືພະຍາດ COVID-19.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ເຫ ນດ ສ ບຕ ປະຕ ບ ດການແຍກຫ າງໃນສ ງຄ ມຢ ບາງທ ອງຖ ນ ຍີ່ປຸ່ນ ຕີລາຄາສູງບົດບາດເປັນປະທານອາຊຽນ 2020 ຂອງ ຫວຽດນາມ

ຍສໝ - ທ່ານ Motegi Toshimitsu ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ໄດ້ກ່າວວ່າ: "ຍີ່ປຸ່ນຕີລາຄາສູງບົດບາດການນຳຂອງ ຫວຽດນາມ ໃນຖານະເປັນປະທານອາຊຽນ 2020 ເຊິ່ງໄດ້ເປັນເຈົ້າການໃນການຮຽກຮ້ອງ ແລະ ຈັດຕັ້ງກອງປະຊຸມອາຊຽນຄັ້ງນີ້."

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.