ພາກລັດ ຈະໃຫ້ຜູ້ລົງທຶນ ຊ່ວຍຊຸກຍູ້ແນວພັນ ໃຫ້ຜູ້ຖືກກະທົບຈາກບົ້ງຝູງສາລີ

17:05 | 23/07/2019

ຫຼັງຈາກທີ່ມີເຫດການລະບາດຂອງບົ້ງຝູງສາລີທໍາລາຍຜົນລະປູກຂອງຊາວກະສິກອນ ໂດຍສະເພາະແມ່ນເຂດພາກເໜືອ ເຊິ່ງມີເນື້ອທີ່ເສຍຫາຍ 28 ພັນກວ່າເຮັກຕາ, ພາກລັດພວມເກັບກໍາຂໍ້ມູນເພື່ອສໍາຫຼວດຄືນຄວາມເສຍຫາຍ ເພື່ອຟື້ນຟູຄືນ ແລະ ຊ່ວຍເຫຼືອຕາມຄວາມຈໍາເປັນ ພ້ອມທັງຈະສົ່ງເສີມໃຫ້ຜູ້ປະກອບການຊຸກຍູ້ແນວພັນທີ່ເໝາະສົມໃຫ້ແກ່ຜູ້ຖືກກະທົບຈາກສັດຕູພືດດັ່ງກ່າວ.

ພາກລັດ ຈະໃຫ້ຜູ້ລົງທຶນ ຊ່ວຍຊຸກຍູ້ແນວພັນ ໃຫ້ຜູ້ຖືກກະທົບຈາກບົ້ງຝູງສາລີ

ບົ້ງຝູງສາລີລະບາດ.

ທ່ານ ວິໄລສຸກ ເຄນນະວົງ ຫົວໜ້າກົມປູກຝັງ ໃຫ້ສໍາພາດແກ່ທີມຂ່າວເສດຖະກິດ – ການຄ້າ ໃນວັນທີ 19 ກໍລະກົດ 2019 ທີ່ຜ່ານມາ ວ່າ: ໃນຕົ້ນປີ 2016 ໄດ້ຮັບການລາຍງານການລະບາດຂອງບົ້ງຝູງສາລີ ຢູ່ທະວີບອາຟຣິກາ ກວມເອົາ 30 ກວ່າປະເທດ. ຫຼັງຈາກນັ້ນ, ລະຫວ່າງປີ 2017 – 2018 ພົບການລະບາດຢູ່ປະເທດອິນເດຍ, ສີລັງກາ, ມຽນມາ, ໄທ ແລະ ແຜ່ລາມເຂົ້າສູ່ປະເທດລາວເຮົາ ເຊິ່ງໃນລະຫວ່າງເດືອນກຸມພາ ຫາ ມິຖຸນາ 2019 ໄດ້ພົບການລະບາດຢູ່ລາວ ຈໍານວນ 9 ແຂວງ 43 ເມືອງ, 138 ບ້ານ ແຕ່ມາຮອດເດືອນກໍລະກົດ ການລະບາດໄດ້ແຜ່ຂະຫຍາຍເພີ່ມເປັນ 12 ແຂວງ 53 ເມືອງ 316 ບ້ານ, ມີເນື້ອທີ່ແຜ່ລະບາດທັງໝົດ 94,3 ພັນເຮັກຕາ. ໃນນັ້ນ, ເນື້ອທີ່ທີ່ຖືກກະທົບ 28 ພັນກວ່າເຮັກຕາ.

ຕໍ່ກັບເຫດການດັ່ງກ່າວ ພາກລັດກໍຄືຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງກະສິກໍາ ແລະ ປ່າໄມ້ ກົມປູກຝັງ ກໍໄດ້ອອກແຈ້ງການໃນການເພີ່ມທະວີຄວາມຮັບຜິດຊອບຕໍ່ການເຝົ້າລະວັງ, ສະກັດກັ້ນ, ປ້ອງກັນ ແລະ ຄວບຄຸມການລະບາດຂອງບົ້ງຝູງສາລີ, ໃຫ້ຄໍາແນະນໍາ, ຄູ່ ມື – ບົດແນະນໍາ, ວິທີການຈໍາແນກ, ການຕິດຕາມ ແລະ ສັງເກດບົ້ງຝູງສາລີໃນພື້ນທີ່ປູກສາລີ, ການປ້ອງກັນ ແລະ ກໍາຈັດບົ້ງຝູງສາລີ. ພ້ອມນີ້, ກໍໄດ້ສະໜອງເຄື່ອງມື ແລະ ວັດຖຸອຸປະກອນຈໍານວນໜຶ່ງໃຫ້ແກ່ຊາວກະສິກອນ ເປັນຕົ້ນແມ່ນກັບດັກແມງໄມ້ດ້ວຍແສງໄຟ, ເຄື່ອງອຸຕຸກະເສດ, ບັ້ງສີດຢາ, ຊຸດປ້ອງກັນ, ໜ້າກາກ ແລະ ຢາຂ້າແມງໄມ້. ນອກຈາກນີ້, ກໍຈະຂົນຂວາຍຊອກຫາວິທີທາງສົ່ງເສີມໃຫ້ຜູ້ປະກອບການເຂົ້າມາມີສ່ວນຮ່ວມໃນການສະໜອງແນວພັນໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບທີ່ໜັກໜ່ວງ.


ພາກລັດ ຈະໃຫ້ຜູ້ລົງທຶນ ຊ່ວຍຊຸກຍູ້ແນວພັນ ໃຫ້ຜູ້ຖືກກະທົບຈາກບົ້ງຝູງສາລີ

ສະພາບສວນສາລີຂອງປະຊາຊົນຖືກທຳລາຍຈາກການລະບາດຂອງບົ້ງຝູງສາລີ.

ເຖິງຢ່າງໃດກໍຕາມ, ໃນຕໍ່ໜ້າກົມປູກຝັງເອງກໍຈະສືບຕໍ່ສໍາຫຼວດ, ເຝົ້າລະວັງ, ສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ກໍາຈັດບົ້ງຝູງສາລີ ໄປພ້ອມກັບການປະເມີນຜົນເສຍຫາຍ ເພື່ອສ້າງແຜນການຟື້ນຟູການຜະລິດໃຫ້ຖ່ວງທັນກັບລະດູການ, ສືບຕໍ່ສະໜອງຢາເຄມີປາບສັດຕູພືດ, ວັດຖຸອຸປະກອນ, ເຄື່ອງມືໃຫ້ແກ່ບັນດາເມືອງເປົ້າໝາຍ ພ້ອມທັງລົງຕິດຕາມກວດກາສະພາບຄວາມພ້ອມຂອງອຸປະກອນທີ່ມອບໃຫ້ແລ້ວນັ້ນ ເພື່ອຮັບປະກັນການປ້ອງກັນ, ຄວບຄຸມ ແລະ ກໍາຈັດໄດ້ທັນກັບສະພາບການ.

ພ້ອມດຽວກັນນີ້, ກໍຈະສືບຕໍ່ຝຶກອົບຮົມໃຫ້ແກ່ພະນັກງານ ແລະ ຊາວກະສິກອນ ທີ່ກ່ຽວຂ້ອງທຸກຂັ້ນໃຫ້ຄວາມຮູ້ກ່ຽວກັບສັດຕູພືດຊະນິດນີ້ ລວມທັງວິທີການນໍາໃຊ້ສານເຄມີທີ່ຖືກຕ້ອງ ແລະ ປອດໄພ; ສືບຕໍ່ສຶກສາລະບົບນິເວດວິທະຍາ, ສຶກສາພູມປັນຍາຊາວບ້ານ ແລະ ເຕັກນິກປ້ອງກັນກໍາຈັດບົ້ງຝູງສາລີ. ຄຽງຄູ່ກັນນັ້ນ, ກໍຈະສືບຕໍ່ປະສານສົມທົບ ແລະ ຮ່ວມມືກັບບັນດາອົງການຈັດຕັ້ງສາກົນ ທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນອົງການອາຫານ ແລະ ການກະເສດ ( FAO ), ໂຄງການ ADB, ບັນດາປະເທດສະມາຊິກທີ່ເປັນພາຄີຂອງອົງການປ້ອງກັນພືດສາກົນ ເພື່ອຂໍການສະໜັບສະໜູນດ້ານທຶນຮອນ ແລະ ເຕັກນິກວິຊາການ ທ່ານຫົວໜ້າກົມປູກຝັງ ກ່າວ.

ຄຽງຄູ່ກັນນັ້ນ, ດ້ານທະນາຄານປ່ອຍເງິນກູ້ກ່ຽວກັບວຽກງານປູກຝັງ ເປັນຕົ້ນແມ່ນທະນາຄານສົ່ງເສີມກະສິກໍາ, ທ່ານ ວິໄລສັກ ໝັ້ນພາວົງ ຫົວໜ້າໜ່ວຍງານບໍລິການປະຈໍາເມືອງຮຸນ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ທະນາຄານກໍມີບາງນະໂຍບາຍເພື່ອໂຍະຍານການຊໍາລະໜີ້ໃຫ້ແກ່່ຜູ້ທີ່ຖືກກະທົບຈາກການລະບາດຂອງບົ້ງຝູງສາລີດ້ວຍວິທີການຕໍ່ສັນຍາເລື່ອນການຊໍາລະໜີ້, ປ່ອຍເງິນກູ້ເພີ່ມເພື່ອໃຫ້ເຂົາເຈົ້າໄດ້ນໍາໄປທໍາການຜະລິດກັບພືດຊະນິດອື່ນເຫຼົ່ານີ້ເປັນຕົ້ນ.

ດ້ານວິຊາການທີ່ກ່ຽວຂ້ອງ ທ່ານ ພູເຂົາທອງ ສີໄກສອນ ຫົວໜ້າໜ່ວຍງານປ້ອງກັນພືດແບບປະສົມປະສານ ໃຫ້ຮູ້ເຖິງວິທີການໃນການປ້ອງກັນກໍາຈັດບົ້ງຝູງສາລີ ວ່າ: ຖ້າມັນລະບາດໃນພື້ນທີ່ໜ້ອຍ ແມ່ນຢາກໃຫ້ຫຼີກລຽງການນໍາໃຊ້ສານເຄມີ ເນື່ອງຈາກຈະມີຜົນກະທົບຕໍ່ຜູ້ນໍາໃຊ້ ໂດຍແນະນໍາໃຫ້ກໍາຈັດດ້ວຍການທໍາລາຍໄຂ່ ຫຼື ໂຕອ່ອນຂອງມັນ ໂດຍນໍາໃຊ້ຂີ້ເຖົ່າ, ຂີ້ຊາຍ ຫຼື ດິນໂຮຍໃສ່ບ່ອນທີ່ມີບົ້ງຢູ່ກໍຈະສາມາດກໍາຈັດໄດ້ ແຕ່ວິທີນີ້ຕ້ອງໃຊ້ແຮງງານເປັນຈໍານວນຫຼາຍ, ອີກວິທີໜຶ່ງແມ່ນນໍາໃຊ້ແສງໄຟເພື່ອກໍາຈັດໂຕແກ່ ໂດຍນໍາໃຊ້ດອກໄຟ 2 ດອກຕໍ່ 1 ໄລ່ ຫຼື 1 ເຮັກຕາ ໃຊ້ດອກໄຟ 12 ດອກ.

ນອກຈາກນີ້, ກໍສາມາດນໍາໃຊ້ກາກນໍ້າຕານປະສົມກັບນໍ້າໃນອັດຕາສ່ວນ 1 ຕໍ່ 1 ໃສ່ຕຸກນໍ້າແລ້ວຫ້ອຍໄວ້ໃນສວນສາລີ ວິທີນີ້ຈະເຮັດໃຫ້ໂຕແກ່ທີ່ອອກຫາກິນຕອນກາງຄືນບິນມາຕອມ ແລ້ວຕົກລົງໃນກະຕຸກ ແລະ ຕາຍໄດ້. ສ່ວນການນໍາໃຊ້ສານເຄມີ ຖ້າລະບາດໃນພື້ນທີ່ກວ້າງກໍປາສະຈາກບໍ່ໄດ້ທີ່ຕ້ອງປະຕິບັດມາດຕະການ ກໍຄືສີດພົ່ນສານເຄມີປະເພດ ອີມາເມັກຕິນ ເບນໂຊເອທ 5% ໃນອັດຕາສ່ວນ 5ກຣາມ ຫຼື 1 ຊອງຕໍ່ນໍ້າ 100 ລິດ, ໃນ 1 ເຮັກຕາ ໃຊ້ 3,5 ຫຼື 4 ຊອງ.

(ແຫຼ່ງ​ຂໍ້​ມູນ​: ABC LAOS NEWS)

ເຫດການ
302 Found

Found

The document has moved here.