ຜູ້ອໍານວຍການແຫ່ງຊາດ ADB ປະຈໍາ ຫວຽດນາມ: “ພວກຂ້າພະເຈົ້າຕີລາຄາສູງບັນດາການເຄື່ອນໄຫວຮັບມືກັບພະຍາດໂຄວິດ-19 ຢ່າງວ່ອງໄວຂອງລັັດຖະບານຫວຽດນາມ"

06:30 | 12/12/2020

ຍສໝ - ຕາມຂໍ້ມູນໂດຍທະນາຄານພັດທະນາອາຊີ ປະກາດໃນວັນທີ 11 ທັນວາ 2020 ແລ້ວ, ທະນາຄານພັດທະນາອາຊີ (ADB) ໄດ້ໜູນຊ່ວຍວັດຖຸທີ່ມີມູນຄ່າ 600.000 ໂດລາສະຫະລັດໃຫ້ລັດຖະບານຫວຽດນາມ ເພື່ອຕ້ານພະຍາດໂຄວິດ-19. 

ຜ ອ ານວຍການແຫ ງຊາດ adb ປະຈ າ ຫວຽດນາມ ພວກຂ າພະເຈ າຕ ລາຄາສ ງບ ນດາການເຄ ອນໄຫວຮ ບມ ກ ບພະຍາດໂຄວ ດ 19 ຢ າງວ ອງໄວຂອງລ ດຖະບານຫວຽດນາມ ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ໃຫ້​ຂໍ້​ສັງ​ເກດ​ວ່າ ຫວຽດນາມ ນຳພາອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື
ຜ ອ ານວຍການແຫ ງຊາດ adb ປະຈ າ ຫວຽດນາມ ພວກຂ າພະເຈ າຕ ລາຄາສ ງບ ນດາການເຄ ອນໄຫວຮ ບມ ກ ບພະຍາດໂຄວ ດ 19 ຢ າງວ ອງໄວຂອງລ ດຖະບານຫວຽດນາມ ບັນດາທະນາຄານການຄ້າຂອງຫວຽດນາມຢູ່ກຳປູເຈຍປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງກຳປູເຈຍ
ຜ ອ ານວຍການແຫ ງຊາດ adb ປະຈ າ ຫວຽດນາມ ພວກຂ າພະເຈ າຕ ລາຄາສ ງບ ນດາການເຄ ອນໄຫວຮ ບມ ກ ບພະຍາດໂຄວ ດ 19 ຢ າງວ ອງໄວຂອງລ ດຖະບານຫວຽດນາມ
ພາບປະກອບ

ບ້ວງເງິນຊ່ວຍເຫຼືອລ້າຄັ້ງນີ້ມາຈາກສອງບ້ວງເງິນໜູນຊ່ວຍດ້ານເຕັກນິກຂອງກອງທຶນໜູນຊ່ວຍເຕັກນິກພິເສດຂອງ ADB. ບ້ວງທີໜຶ່ງແມ່ນສະໜອງຊຸດກັນພະຍາດທີ່ມີມູນຄ່າ 500.000 ໂດລາສະຫະລັດໃຫ້ໂຮງໝໍປອດສູນກາງສັງກັດກະຊວງສາທາລະນະສຸກ. ບ້ວງທີສອງແມ່ນຊ່ວຍຍົກລະດັບອຸປະກອນການແພດທີ່ມີມູນຄ່າ 100.000 ໂດລາສະຫະລັດໃຫ້ສູນສຸກເສີນການແພດ ສາທາລະນະຫວຽດນາມ ສັງກັດກົມສາທາລະນະສຸກສໍາຮອງ, ກະຊວງສາທາລະນະສຸກ. ທ່ານ Andrew Jeffries ຜູ້ອໍານວຍການແຫ່ງຊາດ ADB ປະຈໍາ ຫວຽດນາມ ໄດ້ເນັ້ນໜັກວ່າ: “ພວກຂ້າພະເຈົ້າຕີລາຄາສູງບັນດາການເຄື່ອນໄຫວຮັບມືກັບພະຍາດໂຄວິດ-19 ຢ່າງວ່ອງໄວຂອງລັັດຖະບານຫວຽດນາມ".

ກ່ອນໜ້ານັ້ນ, ໃນວັນທີ 13 ເມສາ 2020, ADB ໄດ້ຕົກລົງເພີ່ມບ້ວງເງິນໜູນຊ່ວຍການຮັບມືກັບໂລກລະບາດ Covid – 19 ຂຶ້ນທົບ 3 ເທົ່າ ເປັນຈຳນວນເງິນເຖິງ 20 ຕື້ USD ແລະ ຮັບຮອງເອົາບັນດາມາດຕະການຫຼຸດຜ່ອນການເຄື່ອນໄຫວ ເພື່ອແນໃສ່ສະໜອງການໜູນຊ່ວຍຢ່າງໄວວາ ແລະ ມີໄຫວພິບກ່ວາເກົ່າ. ກ່ອນໜ້ານັ້ນໃນວັນທີ 18 ມີນາ, ADB ໄດ້ປະກາດບ້ວງເງິນໜູຊ່ວຍທີ່ມີມູນຄ່າ 6,5 ຕື້ USD ເພື່ອຊ່ວຍໃຫ້ບັນດາປະເທດສະມາຊິກພວມພັດທະນາຂອງ ADB ທີ່ປະເຊີນໜ້າກັບບັນດາຜົນກະທົບອັນຮ້າຍແຮງເສດຖະກິດມະຫາພາກທີ່ເກີດຍ້ອນໂລກລະບາດ Covid -19. ບ້ວງເງິນໜູນຊ່ວຍໃໝ່ນີ້ມີມູນຄ່າ 13,5 ຕື້ USD, ໃນນັ້ນມີເງິນ 2,5 ຕື້ USDແມ່ນທຶນກູ້ຢຶມບຸລິມະສິດ ແລະ ຊ່ວຍເຫຼືອລ້າ, ລວມມີການສ້າງກອງທຶນຮັບມືກັບໂລກລະບາດ Covid -19 ໃນຂອບເຂດກອງທຶນໜູນຊ່ວຍຕ້ານວິກິດການຕາມຮອບວຽນ ຂອງ ADB, ດ້ວຍຈຸດສຸມຢ່າງລະອຽດແມ່ນໃຫ້ສຳລັບຄົນທຸກຍາກ ແລະ ຜູ້ມີຄວາມສ່ຽງສູງກ່ວາໝູ່.

ວັນທີ 09 ທັນວາ, ສະພາຄຸນສົມບັດການແພດຂອງກະຊວງສາທາລະນະສຸກຫວຽດນາມ ຈະຈັດກອງປະຊຸມຄັ້ງສຸດທ້າຍ ເພື່ອພິຈາລະນາ, ອະນຸມັດຜ່ານການທົດລອງວັກຊິນກັນໂຄວິດ-19 ໃສ່ຄົນ ຢູ່ຫວຽດນາມ ໃນວັນທີ 17 ທັນວາ ຈະມາເຖິງ. ວັກຊິນກັນໂຄວິດ-19 ຂອງບໍລິສັດ Nanogen ມີຊື່ວ່າ Nanocovac.ໃນໄລຍະ 1 ຈະດຳເນີນການທົດລອງວັກຊິນກັນໂຄວິດ-19 ໃສ່ຄົນ. ໄລຍະ 2 ຄາດວ່າຈະດຳເນີນໃນເດືອນ ມີນາ 2021 ດ້ວຍຈຳນວນຜູ້ເຂົ້າຮ່ວມທົດລອງຕ່ຳສຸດແມ່ນ 400 ຄົນ. ບົນພື້ນຖານໝາກຜົນຂອງໄລຍະ 2, ຫົວໜ່ວຍທີ່ກ່ຽວຂ້ອງຈະດຳເນີນໄລຍະ 3. ກະຊວງສາທາລະນະສຸກ ຫວຽດນາມ ຄາດຄະເນວ່າ ຈະສົມທົບກັບ 3 ປະເທດ ບັງກະລາເທດ, ອິນເດຍ ແລະ ອິນໂດເນເຊຍ ເພື່ອທົດລອງໄລຍະ 3 ຂອງວັກຊິນດັ່ງກ່າວ ຍ້ອນວ່າແມ່ນບັນດາປະເທດມີໂລກລະບາດໂຄວິດ-19 ແຜ່ລະບາດຢ່າງຮ້າຍແຮງໃນຊຸມຊົນ.

ຜ ອ ານວຍການແຫ ງຊາດ adb ປະຈ າ ຫວຽດນາມ ພວກຂ າພະເຈ າຕ ລາຄາສ ງບ ນດາການເຄ ອນໄຫວຮ ບມ ກ ບພະຍາດໂຄວ ດ 19 ຢ າງວ ອງໄວຂອງລ ດຖະບານຫວຽດນາມ ກູບາ ສະເຫຼີມສະຫຼອງ 60 ປີ ແຫ່ງການພົວພັນທາງການທູດກັບຫວຽດນາມ

ຍ​ສ​ໝ - ທ່ານນາຍົກລັດຖະມົນຕີກູບາ Manuel Marrero Cruz ໄດ້ທົບທວນຄືນການພັດທະນາຢ່າງຕໍ່ເນື່ອງຂອງສາຍພົວພັນສອງຝ່າຍໃນຫລາຍປີຜ່ານມາ ດ້ວຍການຢ້ຽມຢາມຂອງບັນດາການນຳຂັ້ນສູງ, ກໍ່ຄືເລື່ອງ ຫວຽດ​ນາມ​ເປັນ​ຄູ່​ຮ່ວມມ​ື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ທີສອງ ແລະ ນັກ​ລົງ​ທຶນ​ໃຫຍ່​ທີ່​ສຸດ​ຂອງ ກູ​ບາ ຢູ່​ພາກ​ພື້ນອາຊີ - ໂອເຊຍເນຍ.

ຜ ອ ານວຍການແຫ ງຊາດ adb ປະຈ າ ຫວຽດນາມ ພວກຂ າພະເຈ າຕ ລາຄາສ ງບ ນດາການເຄ ອນໄຫວຮ ບມ ກ ບພະຍາດໂຄວ ດ 19 ຢ າງວ ອງໄວຂອງລ ດຖະບານຫວຽດນາມ 11 ບັນ​ຫາຈະ​ໄດ້ຈັດຕັ້ງປະຕິບັດ​ໃນ​ຂໍ້​ລິ​ເລີ່ມ​ລວມຂັ້ນຕອນທີ 8 ຂອງຍຫວຽດນາມ - ຍີ່ປຸ່ນ

ຍ​ສ​ໝ - ທ່ານຮອງລັດຖະມົນຕີກະຊວງແຜນການແລະການລົງທຶນເຈິ່ນ​ຢຸຍ​ດົງ ຢືນຢັນວ່າຂໍ້ລິເລີ່ມຮ່ວມມືລະ​ຫວ່າງຫວຽດນາມ - ຍີ່ປຸ່ນແມ່ນຮູບແບບການຮ່ວມມືພິເສດ ແລະ ມີປະສິດທິຜົນທີ່ສຸດລະຫວ່າງຫວຽດນາມ ແລະ ຍີ່ປຸ່ນໃນການ​ປະ​ຕິ​ບັດ​ມາ​ເປັນ 17 ປີ.

ຜ ອ ານວຍການແຫ ງຊາດ adb ປະຈ າ ຫວຽດນາມ ພວກຂ າພະເຈ າຕ ລາຄາສ ງບ ນດາການເຄ ອນໄຫວຮ ບມ ກ ບພະຍາດໂຄວ ດ 19 ຢ າງວ ອງໄວຂອງລ ດຖະບານຫວຽດນາມ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ EU ປະຈຳ ຫວຽດນາມ

​ຍ​ສ​ໝ - ການ​ຕ້ອນ​ຮັບໄດ້ດຳເນີນໃນຕອນບ່າຍວັນທີ 10 ທັນວາ, ທີ່ ສຳນັກງານລັດຖະບານ, ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງການພົວພັນຫວຽດນາມ - ອີຢູ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.