ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ໃຫ້​ຂໍ້​ສັງ​ເກດ​ວ່າ ຫວຽດນາມ ນຳພາອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື

17:00 | 12/12/2020

ຍ​ສ​ໝ - ທ່ານ Dato Lim Jock Hoi ໄດ້​ເນັ້ນ​ໜັກ​ວ່າ ເໜືອ​ກ່​ວາ​ສິ່ງ​ໃດ​ໝົດ, ອາ​ຊຽນ​ຕ້ອງ​ຮັກ​ສາ​ຄວາມ​ສາ​ມັກ​ຄີ, ຄວາມໄຫວ​ພິ​ບ ແລະ ຄວາມ​ຕັດ​ສິນ​ໃຈ​ໃນ​ການ​ຊຸກ​ຍູ້​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025 ແລະ ການ​ຜັນ​ຂະ​ຫຍາຍ​ແຜນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຢ່າງ​ຮອບ​ດ້ານ - ສິ່ງນີ້​ແມ່ນ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ ​ຂອງ​ພາກ​ພື້ນໃນ​ອະ​ນາ​ຄົດ.

ADMM+ ສືບ​ຕໍ່​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ສຳ​ລັບ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ
ຫວຽດ​ນາມ ມອບ​ຕຳ​ແໜ່ງ​ປະ​ທານ CPR​ ໃຫ້​ແກ່ ບ​ຣູ​ໄນ
ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ໃຫ້​ຂໍ້​ສັງ​ເກດ​ວ່າ ຫວຽດນາມ ນຳພາອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື
ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi (ພາບ: TTXVN)

ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ໄດ້ຕີລາຄາສູງຕໍ່ບົດບາດການເປັນ “ແບບຢ່າງ” ຂອງຫວຽດນາມ ດ້ວຍຖານະເປັນປະທານ ອາຊຽນ ໃນປີ 2020 ເຊິ່ງແມ່ນປີທີ່ເຕັມໄປດ້ວຍສິ່ງທ້າທາຍ. ທ່ານ Dato Lim Jock Hoi ຖື​ວ່າ, ເຖິງວ່າ​ຕ້ອງ​ຮັບ​ມື​ກັບບັນ​ດາ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ໄພ​ທຳ​ມະ​ຊາດ​ກໍ່​ຕາມ, ແຕ່ ຫວຽດ​ນາມ​ໄດ້​ສະ​ແດງ​ໃຫ້​ເຫັນ​ລະ​ດັບ​ການ​ນຳ​ພາ​ຢ່າງ​ແຮງ ໃນ​ການ​ນຳ​ພາ​ພາກ​ພື້ນ​ສະ​ໜິດ​ຕິດ​ພັນ ແລ​ະ ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍນີ້, ພ້ອມ​ທັງ​ຖື​ບົດ​ບາ​ເປັນ​ໃຈ​ກາງ​ຂອງ​ອາ​ຊຽນ ແລະ ຄວາມ​ເອົາ​ໃຈ​ໃສ່​ເຖິງ​ປະ​ຊາ​ຊົນ​ຢູ່​ແຖວ​ໜ້າ.

ທ່ານເລຂາທິການໃຫຍ່ Dato Lim Jock Hoi ເນັ້ນໜັກວ່າ ຫົວເລື່ອງຂອງປີປະທານ ອາຊຽນ 2020 ຂອງຫວຽດນາມ ທີ່ວ່າ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ທັງມີລັກສະນະສະຖານະການ, ທັງມີຄວາມເໝາະສົມທີ່ສຸດເມື່ອປະເຊີນໜ້າກັບໂລກລະບາດໂຄວິດ-19. ເພື່ອແກ້ໄຂສິ່ງທ້າທາຍນີ້, ຫວຽດນາມ ໄດ້ “ສູມແຫຼ່ງກຳລັງລວມທັງດ້ານເຈດຈຳນົງ ແລະ ແຫຼ່ງກຳລັງລວມ” ຂອງທັງພາກພື້ນໄດ້ສຳເລັດ, ພິເສດແມ່ນຫັນການຮັບມືຂອງ ອາຊຽນ ຕໍ່ໂລກລະບາດໃຫ້ຄົບຊຸດ.

ທ່ານເລຂາທິການໃຫຍ່ ອາຊຽນ ຖືວ່າ: ການເກີດຄວາມຂາ​ດ​ສະ​ຖຽນ​ລະ​ພາບ ທາງດ້ານພູມສາດຍຸດທະສາດນັ້ນ, ບົດບາດປະທານຂອງ ຫວຽດນາມ ກໍ່ຊ່ວຍເພີ່ມທະວີການພົວພັນມິດຕະພາບ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດສະມາຊິກ ກໍ່ຄືກັບບັນດາຄູ່ຮ່ວມມືຢູ່ພາຍນອກຂອງ ອາຊຽນ ໃຫ້ເລິກເຊິ່ງຂຶ້ນຕື່ມ.

ທ່ານ ເລຂາທິການໃຫຍ່ ອາຊຽນ ກໍ່​ຢັ້ງ​ຢືນ​ວ່າ ເລື່ອ​ງ​ລົງ​ນາມ​ສັນ​ຍາ ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ (RCEP) ພາຍຫຼັງ​ການ​ເຈ​ລະ​ຈາ​ມາ​ເປັນ 8 ປີ ກັບ​ອາ​ຊຽນແມ່ນ​ສິ່ງ​ພິ​ສູດ​ໃຫ້​ເຫັນ​ກຳ​ລັງ​ແຮງ​ໃນ​ບົດ​ບາດ​ນຳ​ພາ​ຂອງ​ພາກ​ພື້ນ ໃນ​ການ​ຊຸກ​ຍູ້​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ເປີດ, ຮອບ​ດ້ານ ແລະ ອີງ​ໃສ່​ບັນ​ດາຫຼັກ​ການ.

ສຸດ​ທ້າຍ​, ທ່ານ Dato Lim Jock Hoi ໄດ້​ເນັ້ນ​ໜັກ​ວ່າ ເໜືອ​ກ່​ວາ​ສິ່ງ​ໃດ​ໝົດ, ອາ​ຊຽນ​ຕ້ອງ​ຮັກ​ສາ​ຄວາມ​ສາ​ມັກ​ຄີ, ຄວາມໄຫວ​ພິ​ບ ແລະ ຄວາມ​ຕັດ​ສິນ​ໃຈ​ໃນ​ການ​ຊຸກ​ຍູ້​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025 ແລະ ການ​ຜັນ​ຂະ​ຫຍາຍ​ແຜນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຢ່າງ​ຮອບ​ດ້ານ - ສິ່ງນີ້​ແມ່ນ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ ​ຂອງ​ພາກ​ພື້ນໃນ​ອະ​ນາ​ຄົດ.

ຄະນະຜູ້ແທນຫວຽດນາມ ເປັນປະທານກອງປະຊຸມສະຫຼຸບ ຂອງຄະນະກຳມະການອາຊຽນທີ່ນິວຢອກ

ຍສໝ - ຫວຽດນາມ ໄດ້ຊຸກຍູ້ກອງປະຊຸມໃຫຍ່ໄດ້ສຳເລັດຜົນ ເພື່ອຮັບຮອງເອົາມະຕິກ່ຽວກັບການຮ່ວມມືສະຫະປະຊາຊາດ - ອາຊຽນ ດ້ວຍຈຳນວນຜູ້ສະໜັບສະໜູນ ເປັນ 120 ປະເທດສະມາຊິກສະຫະປະຊາຊາດ.

“ອາຊຽນ ໃນໃຈຂອງພວກເຮົາ” - ຫົວຂໍ້ໃໝ່ໃນງານວາງສະແດງຮູບພາບ ແລະ ຮູບເງົາທີ່ແຂວງບິ່ງເຟືອກ ສສ.ຫວຽດນາມ

ຍສໝ - ຈຸດປະສົງຂອງງານວາງສະແດງຮູບພາບ ແລະ ຮູບເງົາ ໃນຄັ້ງນີ້ແມ່ນເພື່ອນຳມາສູ່ປະຊາຊົນຫວຽດນາມເວົ້າລວມ ແລະຊາວບິ່ງເຟືອກເວົ້າສະເພາະກ່ຽວກັບຄວາມງາມຂອງປະເທດ ແລະ ຜູ້ຄົນໃນປະຊາຄົມອາຊຽນ. ພ້ອມດຽວກັນນັ້ນກໍ່ເວົ້າເຖິງການປົກປັກຮັກສາສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ບັນດາຊົນເຜົ່າໃນຊຸມຊົນອາຊຽນ.

ຫວຽດນາມ ໄດ້ປະຕິບັດບັນດາຂໍ້ລິເລີ່ມທີ່ສຳຄັນເພື່ອຊຸກຍູ້ການຮ່ວມມືໃນການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ ພາຍໃນພາກພື້ນ

ຍສໝ - ຫວ່າງມໍ່ໆນີ້, ກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ (AMMTC 14) ຄັ້ງທີ 14 ໄດ້ຈັດຂື້ນເພື່ອປະຕິບັດພັນທະ ແລະຄວາມຮັບຜິດຊອບຂອງຫວຽດນາມໃນອາຊຽນ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງປີປະທານໝູນວຽນອາຊຽນ 2020 ຂອງຫວຽດນາມ; ຢັ້ງຢືນບົດບາດ ແລະຄວາມຮັບຜິດຊອບສາກົນ, ຄຳໝັ້ນສັນຍາດ້ານການເມືອງຢ່າງເຂັ້ມແຂງ ແລະ ເປັນເຈົ້າການ, ມີການເຄື່ອນໄຫວຢ່າງຕັ້ງໜ້າຂອງຫວຽດນາມໃນການຮ່ວມມືສາກົນກ່ຽວກັບການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.