ປະທານ ໄກສອນ ພົມວິຫານ - ເພື່ອນຜູ້ທີ່ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ

15:57 | 15/12/2020

ປະທານໄກສອນ ພົມວິຫານ ແມ່ນເພື່ອນຜູ້ຍິ່ງໃຫຍ່, ສະໜິດສະໜົມຂອງປະຊາຊົນຫວຽດນາມ, ແມ່ນສະຫາຍເພື່ອນຮ່ວມກົມກອງທີ່ສະໜິດຕິດພັນກັບພັກກອມມູນິດຫວຽດນາມ, ເພີ່ມພູນຄູນສ້າງໃຫ້ແກ່ນໍ້າໃຈສາມັກຄີແບບພິເສດລາວ-ຫວຽດນາມ ໃຫ້ນັບມື້ນັບຂຽວສົດງົດງາມ, ແຕກດອກອອກຜົນຢ່າງສຸດຈິດສຸດໃຈ. 

ປະທານ ໄກສອນ ພ ມວ ຫານ ເພ ອນຜ ທ ຍ ງໃຫຍ ຂອງປະຊາຊ ນ ຫວຽດນາມ ສປປ.ລາວ: ເຂົ້ານາຫລາຍພັນເຮັກຕາທັງເມືອງວິລະບູລີ, ເຊໂປນ, ຈຳພອນ, ສອງຄອນ, ໄກສອນ ພົມວິຫານ ແລະອື່ນໆ ຖືກນໍ້າຖ້ວມ
ປະທານ ໄກສອນ ພ ມວ ຫານ ເພ ອນຜ ທ ຍ ງໃຫຍ ຂອງປະຊາຊ ນ ຫວຽດນາມ ສື່ມວນຊົນສາກົນຍ້ອງຍໍຊົມເຊີຍ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 130 ປີ (19/5/1890 – 19/5/2020)
ປະທານ ໄກສອນ ພ ມວ ຫານ ເພ ອນຜ ທ ຍ ງໃຫຍ ຂອງປະຊາຊ ນ ຫວຽດນາມ
ປະທານໄກສອນ ພົມວິຫານ ແລະ ປະທານໂຮ່ຈີມິນ

ປະທານ ໄກສອນ ພົມວິຫານ ເກີດວັນທີ 13 ທັນວາ 1920, ຢູ່ບ້ານ ນາເຊັງ, ເມືອງ ຄັນທະບູລີ, ປັດຈຸບັນແມ່ນນະຄອນ ໄກສອນ ພົມວິຫານ, ແຂວງ ສະຫວັດສະເຂດ - ພາກກາງລາວ. ເມື່ອ 15 ປີ, ເພິ່ນໄດ້ອອກຈາກບ້ານເກີດເມືອງນອນ ໄປຍັງ ຫວຽດນາມ ເສັງເຂົ້າໂຮງຮຽນ ເບືອຍ, ປັດຈຸບັນແມ່ນໂຮງຮຽນມັດຖະຍົມຕອນປາຍ ຈູວັນອານ ຮ່າໂນ້ຍ.

ປະທານ ໄກສອນ ພົມວິຫານ ແມ່ນຜູ້ທີ່ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນ, ພ້ອມກັບປະທານໂຮ່ຈີມິນ ສ້າງພື້ນຖານ, ເພີ່ມພູນຄູນສ້າງ ນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ ກາຍເປັນການພົວພັນທີ່ເປັນແບບຢ່າງ, ສັດຊື່ບໍລິສຸດ, ໃສແຈ້ງທີ່ຫາຍາກໃນໂລກ.

ໃນຕະຫຼອດຊີວິດເຄື່ອນໄຫວການປະຕິວັດຂອງຕົນ, ປະທານ ໄກສອນ ພົມວິຫານ ຍາມໃດກໍ່ສະຫງວນອາລົມຈິດພິເສດ, ຄວາມເຄົາລົບນັບຖື ແລະຄວາມໄວ້ເນື້ອເຊື່ອໃຈຢ່າງເດັດຂາດຕໍ່ປະທານ ໂຮ່ຈີມິນ ແລະບັນດາເພື່ອນມິດສະຫາຍຫວຽດນາມ, ນັ້ນແມ່ນໜຶ່ງໃນບັນດາພື້ນຖານໝັ້ນຄົງເຂັ້ມແຂງເພື່ອໃຫ້ສອງພັກ ແລະປະຊາຊົນສອງປະເທດຫວຽດນາມ ແລະລາວ ຍາມໃດກໍ່ ຄຽງບ່າຄຽງໄຫຼ່ໜູນຊ່ວຍເຊິ່ງກັນ ແລະກັນໃນຕະຫຼອດໄລຍະປະຫວັດສາດ.

ພາຍຫຼັງສອງປະເທດລາວ ແລະຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນໃນ ປີ 1975, ການພົວພັນລະຫວ່າງສອງປະເທດກ້າວເຂົ້າສູ່ໄລຍະໃໝ່. ໃນບົດກ່າວຄວາມເຫັນຄຳນັບຊົມເຊີຍກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກກອມມູນິດຫວຽດນາມ, ປະທານ ໄກສອນ ພົມວິຫານ ຢັ້ງຢືນວ່າ: “ປະຫວັດສາດການປະຕິວັດໃນໂລກ, ມີຫຼາຍແບບຢ່າງກ້ຽວກັບນ້ຳໃຈສກຳມະຊີບ, ສາກົນ, ແຕ່ບໍ່ທັນມີບ່ອນໃດ, ທີ່ມີສາຍພົວພັນສາມັກຄີສູ້ຮົບແບບພິເສດ, ຍາວນານ ແລະຮອບດ້ານຄືສາຍພົວພັນລາວ-ຫວຽດນາມ. ສາຍພົວພັນນັ້ນໄດ້ກາຍເປັນສາຍພົວພັນແບບພິເສດ, ບໍລິສຸດຜຸດຜ່ອງ, ທີ່ຫາຍາກ ແລະນັບມື້ນັບໄດ້ຮັບການປັບປຸງ, ພັດທະນາຢ່າງໝັ້ນຄົງເຂັ້ມແຂງ. ພວກຂ້າພະເຈົ້າໝັ້ນໝາຍຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລາວ-ຫວຽດນາມໃຫ້ນັບມື້ນັບຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.

ປະທານ ໄກສອນ ພ ມວ ຫານ ເພ ອນຜ ທ ຍ ງໃຫຍ ຂອງປະຊາຊ ນ ຫວຽດນາມ
ລາວ-ຫວຽດນາມ, ຫວຽດນາມ-ລາວ ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​, ຮ່​ວມ​ສາຍ​ພູຫລວງ, ​ຮ່ວມ​ແມ່​ນ້ຳ, ການ​ພົວ​ພັນ​ສະ​ໜິດ​ສະ​ໜົມ ​ຖານ​ອ້າຍ​ນ້ອງ ​ລະ​ຫວ່າງ​ສອງ​ຊາດ​ ໄດ້​ຮັບ​ການ​ສ້າງ​ຕັ້ງ ແລະ ເພີ່ມ​ພູນ​ຄູນ​ສ້າງ​ ໃນ​ປະ​ຫວັດ​ສາດ ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ ປະ​ເທ​ດ​ຊາດ. ພາບ: TTXVN

ລາວ-ຫວຽດນາມ, ຫວຽດນາມ-ລາວ ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​, ຮ່​ວມ​ສາຍ​ພູຫລວງ, ​ຮ່ວມ​ແມ່​ນ້ຳ, ການ​ພົວ​ພັນ​ສະ​ໜິດ​ສະ​ໜົມ ​ຖານ​ອ້າຍ​ນ້ອງ ​ລະ​ຫວ່າງ​ສອງ​ຊາດ​ ໄດ້​ຮັບ​ການ​ສ້າງ​ຕັ້ງ ແລະ ເພີ່ມ​ພູນ​ຄູນ​ສ້າງ​ ໃນ​ປະ​ຫວັດ​ສາດ ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ ປະ​ເທ​ດ​ຊາດ. ການ​ພົວ​ພັນ​ມູນ​ເຊື້ອ​ອັນ​ດີ​ງາມ, ຄວາມ​ສະ​ໜິດ​ຕິ​ດ​ພັນ​ ຈິດ​ໜຶ່ງ​ໃຈ​ດຽວ​ ລະ​ຫວ່າງ ​ປະ​ຊາ​ຊົນ​ ສອງ​ປະ​ເທດ ລາວ-ຫວຽດ​ນາມ, ຫວຽດນາມ - ລາວ, ໂດຍ​ປະ​ທານ​ໂຮ່​ຈິມິງ ແລະ ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ເປັນ​ຜູ້ກໍ່​ຕັ້ງ, ການນໍາຮຸ່ນ​ຕ່າງໆ ແລະ ປະ​ຊາ​ຊົນ​ສອ​ງ​ປະ​ເທດ ​ເພີ່​ມ​ພູນ​ຄູນ​ສ້າງ. ນີ້​ແມ່ນ​ຊັບ​ສົມ​ບັດ ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ຊາດ, ເໝາະ​ສົມ​ກັບ​ກົດ​ເກນ​ ພັດ​ທະ​ນາ​ລວມ​ ຂອງ​ສອງ​ປະ​ເທດ ​ໃນ​ໄລ​ຍະ​ທາງ​ ແຫ່ງ​ການ​ພັດ​ທະ​ນາ ​ປະ​ເທດ​ຊາດ ​ວັດ​​ທະ​ນາ​ຖາ​ວອນ​, ປະ​ຊາ​ຊົນ​ອີ່ມໜຳ​ສຳ​ລານ ແລະ ມີ​ຄວາມ​ຜາ​ສຸກ.

ປະທານ ໄກສອນ ພ ມວ ຫານ ເພ ອນຜ ທ ຍ ງໃຫຍ ຂອງປະຊາຊ ນ ຫວຽດນາມ ຄະນະຜູ້ແທນວິທະຍາຄານປ້ອງກັນ ຊາດກອງ ທັບປະຊາຊົນຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກນຳວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ສປປ. ລາວ)

ຍສໝ - ວັນທີ 7 ມັງກອນນີ້, ທີ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນວິທະຍາຄານປ້ອງກັນ ຊາດກອງ ທັບປະຊາຊົນຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກນຳວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ສປປ. ລາວ).

ປະທານ ໄກສອນ ພ ມວ ຫານ ເພ ອນຜ ທ ຍ ງໃຫຍ ຂອງປະຊາຊ ນ ຫວຽດນາມ ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ

ຍສໝ - ຕອນບ່າຍວັນທີ 19 ກັນຍານີ້, ທີ່ສຳນັກງານໃຫຍ່ກະຊວງການຕ່າງປະເທດ, ທ່ານຟ້າມບິ່ງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ບັນດາການນຳພັກ ແລະ ລັດຖະບານ ຫວຽດນາມ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ ຂອງທ່ານປະທານປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ໃຫ້ທ່ານເອກອັກຄະລັດຖະທູດລາວປະຈຳ ຫວຽດນາມ ທ່ານ ທອງສະຫວັນ ພົມວິຫານ, ໃນໂອກາດໃກ້ຈະສິ້ນສຸດອາຍຸປະຈຳການ ແລະ ...

ປະທານ ໄກສອນ ພ ມວ ຫານ ເພ ອນຜ ທ ຍ ງໃຫຍ ຂອງປະຊາຊ ນ ຫວຽດນາມ ຜັນຂະຫຍາຍມະຕິ ກມສພ ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ

ສະພາວິທະຍາສາດສັງ ຄົມແຫ່ງຊາດສົມທົບກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ)ໄດ້ຈັດຕັ້ງກອງປະຊຸມຜັນຂະ ຫຍາຍມະຕິຂອງກົມການ ເມືອງສູນກາງພັກສະບັບເລກທີ 058/ກມສພ ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານແລະ ມະຕິສະບັບເລກທີ 063/ກມສພ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນພົມວິຫານ ຂຶ້ນໃນວັນທີ 27 ມີນານີ້ ທີ່ ສມປຊ.

ໄຊພອນ

ເຫດການ
302 Found

Found

The document has moved here.