ຄະນະຜູ້ແທນວິທະຍາຄານປ້ອງກັນ ຊາດກອງ ທັບປະຊາຊົນຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກນຳວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ສປປ. ລາວ)

07:38 | 10/01/2020

ຍສໝ - ວັນທີ 7 ມັງກອນນີ້, ທີ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນວິທະຍາຄານປ້ອງກັນ ຊາດກອງ ທັບປະຊາຊົນຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກນຳວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ສປປ. ລາວ).

ໃນວັນທີ 7 ມັງກອນ 2020 ນີ້, ຄະນະນຳວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ເຊິ່ງນຳໂດຍ ທ່ານ ພົນຕີ ຄຳຫຼ້າ ພັນໄຊຍະສຸກ, ກຳມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງຄະນະນຳວິທະຍາຄານປ້ອງກັນຊາດ ພ້ອມດ້ວຍຄະນະໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວິທະຍາຄານປ້ອງກັນຊາດກອງທັບປະຊາຊົນ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ແລະ ຮ່ວມເຮັດວຽກຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ. ວິທະຍາຄານປ້ອງກັນຊາດກອງທັບປະຊາຊົນ ຫວຽດນາມ ເຊິ່ງນຳໂດຍ ທ່ານ ພົນຈັດຕະວາຮອງ ສາດສະດາຈານ, ປະລິນຍາເອກ ຟານແອງຫວຽດ, ຮອງອຳນວຍການວິທະຍາຄານປ້ອງກັນຊາດ ກອງທັບປະຊາຊົນຫວຽດນາມ.

ຄະນະຜູ້ແທນວິທະຍາຄານປ້ອງກັນ ຊາດກອງ ທັບປະຊາຊົນຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກນຳວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ສປປ. ລາວ)

ທ່ານ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ແລະ ທ່ານ ພົນຈັດຕະວາ ຟານແອງຫວຽດ ໃນການຕ້ອນຮັບ. (ພາບ: hvlq.vn)

ທ່ານ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ, ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ຮ່ວມເຮັດວຽກໃນຄັ້ງນີ້ເຊິ່ງຍັງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜັນສາຍພົວພັນການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ- ລາວ ທີ່ມີການຮ່ວມມືກັນມາແຕ່ດົນນານ, ໃຫ້ມີການຂະຫຍາຍຕົວ ແລະ ມີປະສິດທິຜົນສູງໃນການຮ່ວມມືເຊິ່ງກັນ ແລະ ກັນໃຫ້ ແຕກດອກອອກຜົນ ຂຶ້ນເລື້ອຍໆ.

ພ້ອມດຽວກັນນີ້, ກໍໄດ້ກ່າວອວຍພອນ ແລະ ກ່າວຂອບໃຈຕໍ່ຄະນະຜູ້ແທນວິທະຍາຄານປ້ອງກັນຊາດ ສສ ຫວຽດນາມ ທີ່ໄດ້ມາຢ້ຽມຢາມ, ແລກປ່ຽນບົດຮຽນຢູ່ ສປປ ລາວ ເວົ້າລວມ, ເວົ້າສະເພາະກໍແມ່ນ ກັບວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ເຊິ່ງມັນສະແດງໃຫ້ເຫັນເຖິງສາຍພົວພັນການຮ່ວມມືອັນແໜ້ນແຟ້ນ, ທັງຍັງເປັນການປະກອບສ່ວນອັນສຳຄັນ, ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຊ່ວຍເຫຼືອແບບພິເສດໃນຕໍ່ໜ້າຂອງສອງຊາດ - ສອງກອງທັບ ລາວ-ຫວຽດນາມ ໃຫ້ເກີດດອກອອກຜົນຂຶ້ນເລື້ອຍໆ.

(ຄຳຮຸ່ງ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.