ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ: ຫວຽດນາມ ເຄົາລົບຄວາມສາມັກຄີ ແລະການໜູນຊ່ວຍອັນລໍ້າຄ່າຈາກບັນດາປະເທດສະມາຊິກອາຊຽນ

12:43 | 13/11/2020

ຍສໝ -  ໃນຕອນເຊົ້າວັນທີ 12 ພະຈິກ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ຮ່າໂນ້ຍ ຜ່ານລະບົບທາງໄກດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດສະມາຊິກອາຊຽນ.

ທ ານ ຫງວຽນຝ ຈ ອງ ເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫວຽດນາມ ເຄ າລ ບຄວາມສາມ ກຄ ແລະການໜ ນຊ ວຍອ ນລ າຄ າຈາກບ ນດາປະເທດສະມາຊ ກອາຊຽນ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ມີ​ການ​ເຮັດ​ວຽກ​ກັບທ່ານຮອງນາຍົກລັດຖະມົນຕີ ສະຫະພັນລັດເຊຍ D.N. Chernushenko
ທ ານ ຫງວຽນຝ ຈ ອງ ເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫວຽດນາມ ເຄ າລ ບຄວາມສາມ ກຄ ແລະການໜ ນຊ ວຍອ ນລ າຄ າຈາກບ ນດາປະເທດສະມາຊ ກອາຊຽນ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ Konstantin Vnukov
ທ ານ ຫງວຽນຝ ຈ ອງ ເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫວຽດນາມ ເຄ າລ ບຄວາມສາມ ກຄ ແລະການໜ ນຊ ວຍອ ນລ າຄ າຈາກບ ນດາປະເທດສະມາຊ ກອາຊຽນ
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ.ພາບ:NLĐ

ກ່າວຄຳເຫັນໄຂກອງປະຊຸມສຸດຍອດອາຊຽນຄັ້ງທີ 37, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ຢັ້ງຢືນວ່າ: ດ້ວຍບົດບາດເປັນປະທານອາຊຽນໃນປີ 2020, ບົນຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື”, ຫວຽດນາມ ເຄົາລົບຄວາມສາມັກຄີ, ການສະໜັບສະໜູນ ແລະການໜູນຊ່ວຍອັນລໍ້າຄ່າຈາກບັນດາປະເທດສະມາຊິກ, ບັນດາຄູ່ຮ່ວມມື ແລະເພື່ອນມິດຂອງອາຊຽນ ເພື່ອປະຊາຄົມອາຊຽນໝັ້ນແກ່ນຜ່ານຜ່າບັນດາສິ່ງທ້າທາຍ, ຮັກສາທ່າຮ່ວມສໍາພັນ, ສ້າງປະຊາຄົມ ແລະປັບປຸງບົດບາດເປັນໃຈກາງຂອງອາຊຽນ, ສ້າງພາກພື້ນອາຊີຕາເວັນອອກສ່ຽງໃຕ້ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື, ເປັນກາງ ແລະສະຖຽນລະພາບ. ພຽງແຕ່ຜ່ານການຮ່ວມມື, ຄວາມໄວ້ເນື້ອເຊື່ອໃຈ ແລະຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວ, ອາຊຽນ ແລະໂລກຈຶ່ງສາມາດພ້ອມກັນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຟື້ນຟູການເຕີບໂຕຂອງເສດຖະກິດ, ຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງໄດ້.

ທ ານ ຫງວຽນຝ ຈ ອງ ເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫວຽດນາມ ເຄ າລ ບຄວາມສາມ ກຄ ແລະການໜ ນຊ ວຍອ ນລ າຄ າຈາກບ ນດາປະເທດສະມາຊ ກອາຊຽນ
ປະຊຸມຄົບຄະນະກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37- ພາບ: baoquocte.vn

ນອກຈາກນັ້ນ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ກໍ່ໄດ້ຕີລາຄາສູງບົດບາດນຳໜ້າ, ແກ່ນສານຂອງ ອາຊຽນ ໃນໄລຍະເກີດໂລກລະບາດໂຄວິດ-19, ພ້ອມທັງ ກໍ່ຢືນຢັນວ່າ ອາຊຽນ ໄດ້ປະສົບຜົນສຳເລັດໃນວຽກງານຮັກສາບັນດາການເຄື່ອນໄຫວ, ຮັກສາບົດບາດ, ທີ່ຕັ້ງຂອງຕົນເປັນປົກກະຕິ. ບັນດາຄູ່ຮ່ວມມືສືບຕໍ່ຖືເປັນສຳຄັນ ແລະ ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ. ທ່ານ ຫງວຽນຝູຈ້ອງ ໄດ້ຊີ້ແຈ້ງວ່າ: “ກຳນົດທີ່ຕັ້ງເໝາະສົມໃຫ້ ອາຊຽນ ຢູ່ໃນໂລກພາຍຫລັງະຍາດໂຄວິດ-19 ແມ່ນບັນຫາໃຫຍ່. ຄວາມປາດຖະໜາ ແລະ ເຈດຈຳນົງຢ່າງແຮງ ໃນການຮັກສາພາກພື້ນສັນຕິພາບ, ສະຖຽນລະພາບ, ສາມັກຄີ ແລະ ເປັນເອກະພາບ ບົນພື້ນຖານກົດໝາຍສາກົນ, ໄດ້ ແລະ ຄວນສືບຕໍ່ກາຍເປັນຄຸນຄ່າຫຼັກແຫຼ່ງຂອງ ອາຊຽນ ແລະ ປະຊາຄົມ ອາຊຽນ. ໃນສະພາບການໃໝ່, ບັນດາປະເທດ ອາຊຽນ ຄວນສະແດງໃຫ້ເຫັນຄຸນນະທາດ, ຕັ້ງໜ້າສົມທົບກັນ ເພື່ອຫັນບັນດາຂໍ້ລິເລີ່ມ ແລະ ແຜນການຟື້ນຟູໃຫ້ປະກົດຜົນເປັນຈິງ”.

ໃນຂອບເຂດບັນດາການເຄື່ອນໄຫວຂອງກອງປະຊຸມສຸດຍອດອາຊຽນ 37 ຈະດຳເນີນພິທີປະກາດໝາກຜົນປີ ອາຊຽນ 2020 ຢ່າງເປັນທາງການ, ກອງປະຊຸມສຸດຍອດລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ພິທີປະກາດການສ້າງສູນ ອາຊຽນ ກ່ຽວກັບບັນດາກໍລະນີດ້ານສາທາລະນະສຸກສຸກເສີນ ແລະ ໂລກລະບາດທີ່ຫາກໍ່ເກີດຂຶ້ນໃໝ່.

ທ ານ ຫງວຽນຝ ຈ ອງ ເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫວຽດນາມ ເຄ າລ ບຄວາມສາມ ກຄ ແລະການໜ ນຊ ວຍອ ນລ າຄ າຈາກບ ນດາປະເທດສະມາຊ ກອາຊຽນ ສາກົນໄດ້ຕີລາຄາສູງ ບົດບາດເປັນປະທານອາຊຽນ 2020 ຂອງຫວຽດນາມ

ອາ​ຊຽນ ໄດ້​ຮັບ​ການ​ກຳ​ເນີດແຕ່​ປີ 1967 ແລະ ປາດຖະ​ໜາ ​ຢາກ​ສ້າງ​ສະ​ຫະ​ສະ​ມາ​ຄົມ ​​ທີ່​ເຕົ້າ​ໂຮມ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທັງ​ໝົດ ​ເພື່ອ​ມຸ່ງ​ໄປ​ເຖິງ​ພາກ​ພື້ນ ​ສັນ​ຕິ​ພາບ-ເສ​ລີ-ວັດ​ທະ​ນາ​ຖາ​ວອນ.

ທ ານ ຫງວຽນຝ ຈ ອງ ເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫວຽດນາມ ເຄ າລ ບຄວາມສາມ ກຄ ແລະການໜ ນຊ ວຍອ ນລ າຄ າຈາກບ ນດາປະເທດສະມາຊ ກອາຊຽນ ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ ຢູ່ ສຸສານປະທານໂຮ່ຈີມິນ

ຍສໝ - ຕອນເຊົ້າວັນທີ 12 ພະຈິກ, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ ຢູ່ ສຸສານປະທານໂຮ່ຈີມິນ.

ທ ານ ຫງວຽນຝ ຈ ອງ ເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫວຽດນາມ ເຄ າລ ບຄວາມສາມ ກຄ ແລະການໜ ນຊ ວຍອ ນລ າຄ າຈາກບ ນດາປະເທດສະມາຊ ກອາຊຽນ ລາວ: ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ປັດຈຸບັນ, ທົ່ວປະເທດສູນຈໍາກັດ ບໍລິເວນທີ່ຍັງເປີດ ຢູ່ມີທັງໝົດ 36 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.692 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 11 ພະຈິກ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 71.020 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ, ສ່ວນຜູ້ຕິດເຊື້ອເບີ 24 ຍັງຄົງພັກຮັກສາ ຢູ່ໂຮງໝໍມິດຕະພາບ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.