ລາວ: ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

17:06 | 12/11/2020

ປັດຈຸບັນ, ທົ່ວປະເທດສູນຈໍາກັດ ບໍລິເວນທີ່ຍັງເປີດ ຢູ່ມີທັງໝົດ 36 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.692 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 11 ພະຈິກ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 71.020 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ, ສ່ວນຜູ້ຕິດເຊື້ອເບີ 24 ຍັງຄົງພັກຮັກສາ ຢູ່ໂຮງໝໍມິດຕະພາບ.

ລາວ ຍ ງບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ 7718 ເປັນ 71 ມື້ຕິດຕໍ່ກັນ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໃໝ່ໃນຊຸມຊົນ
ລາວ ຍ ງບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ 7718 ສະເໜີຮ່າງກົດໝາຍ ວ່າດ້ວຍການຮ່ວມມື ລະຫວ່າງປະເທດ ທາງອາຍາ ສະບັບສ້າງໃໝ່
ລາວ ຍ ງບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ 7718
ພາບປະກອບ

ໃນວັນທີ 12 ພະຈິກ 2020 ຢູ່ ກະຊວງສາທາລະນະສຸກ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດ ຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງຂອງວັນທີ 11 ພະຈິກ 2020 ໄດ້ເກັບຕົວຢ່າງມາກວດ ວິເຄາະ ທັງໝົດ 478 ຄົນ, ໃນນັ້ນ ມີ 07 ຕົວຢ່າງ ຈາກບຸກຄົນທົ່ວໄປມີອາການ, 151 ຕົວຢ່າງ ຈາກບຸກຄົນທົ່ວໄປບໍ່ມີອາການ, 101 ຕົວຢ່າງ ຈາກແຮງງານ ລາວມາແຕ່ໄທ, ແຮງງານຈີນ ບໍ່ມີອາການ 175 ຕົວຢ່າງ ແລະ ແຮງງານຫວຽດນາມ ບໍ່ມີອາການ 44 ຕົວຢ່າງ ແລະ ຜົນກວດ ວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.

ປັດຈຸບັນ, ທົ່ວປະເທດສູນຈໍາກັດ ບໍລິເວນທີ່ຍັງເປີດ ຢູ່ມີທັງໝົດ 36 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.692 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 11 ພະຈິກ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 71.020 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ, ສ່ວນຜູ້ຕິດເຊື້ອເບີ 24 ຍັງຄົງພັກຮັກສາ ຢູ່ໂຮງໝໍມິດຕະພາບ.

ທ່ານ ດຣ.ນາງ ລັດສະໝີ ວົງຄຳຊາວ ກ່າວຕື່ມວ່າ: ສະພາບການລະບາດ ຂອງພະຍາດ COVID-19 ໃນທົ່ວໂລກ ຍັງສືບຕໍ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ເຮັດໃຫ້ມີລາຍງານຜູ້ຕິດເຊື້ອ ແລະ ຜູ້ເສຍຊີ ວິດ ເປັນຈຳນວນຫລວງຫລາຍ. ອີງໃສ່ສະພາບດັ່ງກ່າວ, ຈຶ່ງຂໍຮຽກຮ້ອງມາຍັງ ທຸກພາກສ່ວນ ໃນສັງຄົມ ເອົາໃຈໃສ່ປະຕິບັດ ຕາມແຈ້ງການຂອງຫ້ອງວ່າ ການສຳນັກງານ ນາຍົກລັດຖະມົນຕີ ຢ່າງຖືກຕ້ອງ ເຄັ່ງຄັດ, ສືບຕໍ່ປະຕິບັດ ການດຳລົງ ຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ, ປະຕິບັດມາດຕະ ການປ້ອງກັນການ ຕິດເຊື້ອຢ່າງເຂັ້ມງວດ ເພື່ອສະກັດກັ້ນ ແລະ ຫລຸດຜ່ອນການລະບາດ ຂອງພະຍາດ COVID-19 ໃນປະເທດຂອງພວກເຮົາ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ ແລະ ຂໍໃຫ້ບັນດາທ່ານຕິດຕາມຂ່າວ ຈາກພາກປົກກະຕິ ຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ. ລາຍລະ ອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານຍັງສາມາດ ຕິດຕາມໄດ້ຈາກເວັບໄຊ www.covid- 19.gov.la ແລະ ເຟດບຸກ ຂອງສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ.

ລາວ ຍ ງບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ 7718 ດ້ຽນບຽນ - ຫຼວງພະບາງ: ຕີລາຄາຜົນການປະຕິບັດວຽກງານສົມທົບກັນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ດ່ານຊາຍແດນ

ຍສໝ - ສອງຝ່າຍຈະເພີ່ມທະວີການໂຄສະນາເຖິງປະຊາຊົນເພື່ອປະຕິບັດສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນ; ບັນດາເອກະສານຂໍ້ຕົກລົງ ເຊິ່ງ ສອງຝ່າຍໄດ້ລົງນາມຢ່າງເຂັ້ມງວດ, ກໍ່ສ້າງ ຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພ້ອມກັນພັດທະນາ.

ລາວ ຍ ງບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ 7718 ສະມາຄົມໄທ-ລາວ ເພື່ອມິດຕະພາບ ມອບອຸປະກອນການແພດ ໃຫ້ລັດຖະບານລາວ ປ້ອງກັນການແຜ່ລະບາດຂອງ ໂຄວິດ-19

ໃນໄລຍະຜ່ານມາ, ໜ່ວຍງານພາກລັດ ແລະ ພາກເອກະຊົນຂອງໄທ ກໍໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການປ້ອງກັນ ແລະ ບັນເທົາຜົນກະທົບ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ ໂດຍໄດ້ມອບອຸປະກອນທາງການແພດ ແລະ ເງິນຊ່ວຍເຫລືອ ລວມມູນຄ່າຫລາຍກວ່າ 7 ລ້ານບາດ.

ລາວ ຍ ງບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ 7718 ເປັນ 70 ມືຕິດຕໍ່ກັນ ທີ່ ຫວຽດນາມ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກໃນຊຸມຊົນ

ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ທັງໝົດ 1.226 ຄົນ. ຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີ 1.087 ຄົນ, ຜູ້ເສຍຊີວິດ 35 ຄົນ.

kpl.gov.la

ເຫດການ
302 Found

Found

The document has moved here.