ດ່ານັ້ງ ເປີດການເຄື່ອນໄຫວທ່ອງທ່ຽວຕອນກາງຄືນຄືນໃໝ່

13:00 | 26/03/2021

ນະຄອນ ດ່ານັ້ງ ມີຫາດຊາຍທະເລທີສວຍງາມຫຼາຍແຫ່ງ. ຍ້ອນເຫດນັ້ນ, ເລື່ອງຈັດຕັ້ງການທ່ອງທ່ຽວບັນເທິງຕອນກາງຄືນຢູ່ຫາດຊາຍທະເລ ມິ້ອານ, ຕາແວງ ມິ້ອານ, ເມືອງ ຫງູແຮ່ງເຊີນ ຈະສ້າງຈຸດພົ້ນເດັ່ນໃຫ້ແກ່ດ່ານັ້ງ ໃນຕອນກາງຄືນ.

ດ ານ ງ ເປ ດການເຄ ອນໄຫວທ ອງທ ຽວຕອນກາງຄ ນຄ ນໃໝ ນະຄອນດ່ານັ້ງ ສືບຕໍ່ຜ່ອນຜັນບັນດາມາດຕະການປ້ອງກັນ COVID – 19
ດ ານ ງ ເປ ດການເຄ ອນໄຫວທ ອງທ ຽວຕອນກາງຄ ນຄ ນໃໝ ຄະນະກຳມະການປະຊາຊົນເມືອງຮ່ວາງຊາ, ນະຄອນດ່ານັ້ງ ສສ.ຫວຽດນາມ ຄັດຄ້ານເລື່ອງຈີນ ຖະແຫຼງສ້າງຕັ້ງ ເມືອງຊີຊາ ແລະ ເມືອງໜານຊາ

ການທ່ອງທ່ຽວຢູ່ພາຍໃນປະເທດຫວຽດນາມ ພວມໄດ້ເປີດເຄື່ອນໄຫວຄືນໃໝ່ ພາຍຫຼັງຖືກຜົນກະທົບຈາກໂລກລະບາດໂຄວິດ-19 ເປັນເວລາດົນນານ. ນະຄອນ ດ່ານັ້ງ ໄດ້ຕັ້ງໜ້າຜັນຂະຫຍາຍລາຍການ “Danang by night” ເພື່ອດຶງດູດນັກທ່ອງທ່ຽວ. ນະຄອນ ດ່ານັ້ງ ມີຫາດຊາຍທະເລທີສວຍງາມຫຼາຍແຫ່ງ. ຍ້ອນເຫດນັ້ນ, ເລື່ອງຈັດຕັ້ງການທ່ອງທ່ຽວບັນເທິງຕອນກາງຄືນຢູ່ຫາດຊາຍທະເລ ມິ້ອານ, ຕາແວງ ມິ້ອານ, ເມືອງ ຫງູແຮ່ງເຊີນ ຈະສ້າງຈຸດພົ້ນເດັ່ນໃຫ້ແກ່ດ່ານັ້ງ ໃນຕອນກາງຄືນ.

ດ ານ ງ ເປ ດການເຄ ອນໄຫວທ ອງທ ຽວຕອນກາງຄ ນຄ ນໃໝ
ລາຍການ “Danang by night” ມີການເຄື່ອນໄຫວຫຼາຍຢ່າງທີ່ດູດດື່ມ. (ພາບ: Ilove Asia tour)

ທ້າຍປີ 2019, ໂດຍປະຕິບັດການຊີ້ນຳຂອງນາຍົກລັດຖະມົນຕີ, ນະຄອນ ດ່ານັ້ງ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວພັດທະນາເສດຖະກິດຕອນກາງຄືນ ເພື່ອຮັບໃຊ້ນັກທ່ອງທ່ຽວ, ແຕ່ຍ້ອນໂຄງການນັ້ນບໍ່ສາມາດປະຕິບັດໄດ້ຍ້ອນຜົນກະທົບຂອງໂລກລະບາດໂຄວິດ-19. ຄາດວ່າ, ປີນີ້ໄດ້ເລີ່ມເຄື່ອນໄຫວຄືນໃໝ່, ໃນຕໍ່ໜ້າແມ່ນສຸມໃສ່ຟື້ນຟູການທ່ອງທ່ຽວຢູ່ພາຍໃນປະເທດ.

ທ່ານ ກາວຈິ໊ຢຸງ, ປະທານສະຫະສະມາຄົມທ່ອງທ່ຽວນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ: “ຄາດວ່າ, ປະຊາຄົມວິສາຫະກິດສົມທົບກັບພະແນກທ່ອງທ່ຽວນະຄອນ ດ່ານັ້ງ ສຸມໃສ່ 3 ກຸ່ມຜະລິດຕະພັນຄື: ທີ 1 ແມ່ນຈັດການໄປທ່ອງທ່ຽວ ບ່ານ່າ ຕອນກາງຄືນ; ທີ 2 ແມ່ນລາຍການທ່ອງທ່ຽວໄປ ດ່ານັ້ງ ຕອນກາງຄືນ. ລາຍການທ່ອງທ່ຽວນີ້ ພວກຂ້າພະເຈົ້າພວມແລກປ່ຽນກັບອົງການຄຸມຄອງລັດເພື່ອເລືອກເອົາຈຸດພົ້ນເດັ່ນໃຫ້ແກ່ລາຍການນີ້. ທີ 3 ແມ່ນປ່ຽນແປງໃໝ່ເນື້ອໃນລາຍການທ່ອງທ່ຽວບົນແມ່ນ້ຳດ້ວຍເຮືອ, ມີຈຸດເປັນເອກະລັກສະເພາກວ່າ. ພ້ອມກັບປະຊາຄົມວິສາຫະກິດ, ບັນດາຫົວໜ່ວຍຈົ່ງສະໜອງການບໍລິການໂດຍໄວ ເພື່ອສ້າງເປັນບັນດາຜະລິດຕະພັນທ່ອງທ່ຽວ ນຳເຂົ້າຂຸດຄົ້ນໃນໂອກາດວັນບຸນ 30 ເມສາ ແລະ 01 ພຶດສະພາ 2021”.

ລາຍການ “Danang by night” ມີການເຄື່ອນໄຫວຫຼາຍຢ່າງທີ່ດູດດື່ມຄື: ສະແດງໄຢສິລະປະດ້ວຍຫົວຂໍ້ “ແມ່ນນ້ຳແສງສະຫວ່າງ” ຢູ່ 2 ຝັ່ງແມ່ນ້ຳ ຮ່ານ; ລາຍການເຄື່ອນໄຫວຕອນກາງຄືນຢູ່ຖະໜົນທ່ອງທ່ຽວ ອານເຖື້ອງ; ເຂດອາຫານການກິນ ດ່ານັ້ງ… ລາຍການດັ່ງກ່າວ ໄດ້ຈັດທົດລອງເປັນເວລາ 3 ປີ, ນັບແຕ່ປີ 2021 ຮອດປີ 2023, ຄາດວ່າຈະເລີ່ມເປີດຕົວໃນໂອກາດວັນທີ 30 ເມສາ 2021.

ດ ານ ງ ເປ ດການເຄ ອນໄຫວທ ອງທ ຽວຕອນກາງຄ ນຄ ນໃໝ ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽວ​ສາ​ກົນ St. Petersburg - ຫວຽດ​ນາມ ຄັ້ງ​ທີ 2

ຍ​ສ​ໝ - ເຂົ້າ​ຮ່ວມ​ເຫດ​ການ​ມີ​ທ່ານ ຫງວຽນ​ເລ​ຟຸກ ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ ຫວຽດ​ນາມ, ທ່ານ Demyan O. Smilevets ຫົວ​ໜ້າ​ຫ້ອງ​ການ​ຮ່ວມ​ມື​ສາ​ກົນ​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ​ສະ​ຫະ​ພັນ​ລັດ​ເຊຍ, ທ່ານ​ນາງ Nana M. Gvichia ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ St. Petersburg, ທ່ານ Vyacheslav G. Kalganov ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຕ່າງ​ປະ​ເທດ St. Petersburg, ພ້ອມ​ກັບ​ຜູ້​ຕາງໆ​ທີ່​ມາ​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ​ການ​ທ່ອ​ງ​ທ່ຽວ ...

ດ ານ ງ ເປ ດການເຄ ອນໄຫວທ ອງທ ຽວຕອນກາງຄ ນຄ ນໃໝ ຫວຽດ​ນາມ - ລາວ - ກ​ຳ​ປູ​ເຈຍ ສືບ​ຕໍ່​ປະ​ຕິ​ບັດ​ຮູບ​ແບບ “ສາມ​ປະ​ເທດ​ມີ​ຈຸດ​ນັດ​ພົບ​ດຽວ​ກັນ”

ຍ​ສ​ໝ - ແຜນ​ການພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ສາມ​ລ່ຽມ​ພັດ​ທະ​ນາ CLV ໄດ້​ຮັບ​ການ​ສ້າງ​ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ ຈະ​ປະ​ກອບ​ສ່ວນ​ເຊື່ອມ​ຕໍ່​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ທ່ອງ​ທ່ຽວ​ຂອງ​ສາມ​ປະ​ເທດ, ສ້າງ​ບັນ​ດາ​ສາຍ​ກາ​ນ​ທ່ອງ​ທ່ຽວ, ເຊື່ອມ​ໂຍງ​ບັນ​ດາ​ຈຸດ​ນັດ​ພົບ, ສ້າງ​ການ​ແຜ່ຂະ​ຫ​ຍາຍ, ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ - ສັງ​ຄົມ​ຢູ່​ເຂດນີ້ ແລະ ຈາກ​ນັ້ນ​ເປີດ​ກ້​ວາງ​ໄປ​ສູ່​ບັນ​ດາ​ທ້ອງ​ຖິ່ນ​ໃນ​ຂອບ​ເຂດ​ສາມ​ປະ​ເທດ

ດ ານ ງ ເປ ດການເຄ ອນໄຫວທ ອງທ ຽວຕອນກາງຄ ນຄ ນໃໝ ​ແຜນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລວມ ຂອງ 3 ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ

ຍ​ສ​ໝ - ແຜນການນີ້ແມ່ນເອກະສານຍຸດທະສາດຂອງເຂດ ທີ່ກ່ຽວຂ້ອງເຖິງການພັດທະນາການທ່ອງທ່ຽວຢູ່ 13 ແຂວງ ໃນເຂດສາມລຽມພັດທະນາ CLV, ລວມມີ 4 ແຂວງຂອງກຳປູເຈຍ, 4 ແຂວງຂອງລາວ ແລະ 5 ແຂວງຂອງຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.