ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຊາວ​ໜຸ່ມ ຫວຽດ​ນາມ - ອິດ​ສະ​ລາ​ແອັນ

13:09 | 27/03/2021

ຍ​ສ​ໝ - ທີ່​ການ​ແລ​ກ​ປ່ຽນ, ທ່ານ ຫງວຽນ​ແອັງ​ຕວັນ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ໄດ້ ແລະ ພວມ​ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ງານ​ອັນ​ດີ​ງາມ​ໃນຫຼາຍ​ຂົງ​ເຂດ​ຄື​ກະ​ສິ​ກຳ, ຊົນ​ລະ​ປະ​ທານ, ອະ​ນຸ​ລັກ​ແຫຼ່ງ​ນ້ຳ, ການ​ສຶກ​ສາ, ການ​ຄ້າ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ… ປີ 2023, ສອງ​ປະ​ເທດ​ຈະ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກາ​ນ​ພົວ​ພັນ​ທາງ​ກາ​ນ​ທູດ​ຢ່າງ​ເປັນ​ທາງ​ການ​ຂອງ​ທັງ​ສອງ​ປະ​ເທດ ຫວຽດ​ນາມ - ອິດ​ສະ​ລາ​ແອັນ.

ຊ ກ ຍ ການ ພ ວ ພ ນ ຮ ວມ ມ ຊາວ ໜ ມ ຫວຽດ ນາມ ອ ດ ສະ ລາ ແອ ນ ອາ​ເລືອຍ - ເມືອງ​ເຂດ​ພູ​ດອຍ​ທຳ​ອິດ​ຂອງ ຫວຽດ​ນາມ ເຂົ້າ​ຮ່ວມ​ໂຄງ​ການ​ຕົວ​ເມືອງຫຼຸດ​ຜ່ອນ​​ການ​ນຳ​ໃຊ້​ຢາງປ​ຼາດ​ສ​ຕິກ ຂອງ WWF
ຊ ກ ຍ ການ ພ ວ ພ ນ ຮ ວມ ມ ຊາວ ໜ ມ ຫວຽດ ນາມ ອ ດ ສະ ລາ ແອ ນ ສະ​ຖາ​ນ​ທູດ ຫວຽດ​ນາມ ປະ​ຈຳ ເວ​ເນ​ຊູ​ເອ​ລາ ໄປ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ລັດ Guarico
ຊ ກ ຍ ການ ພ ວ ພ ນ ຮ ວມ ມ ຊາວ ໜ ມ ຫວຽດ ນາມ ອ ດ ສະ ລາ ແອ ນ
ການ​ແລກ​ປ່ຽນລະ​ຫ່​ວາງ​ສອງ​ຝ່າຍ (ພາບ: tienphong.vn)

ຫວ່າງ​ແລ້ວນີ້, ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​​ແອງຕວັນ ກຳ​ມະ​ການ​ສູນ​ກາງ​ພັກ, ເລ​ຂາ​ຜູ້​ທີ​ໜຶ່ງຂອງ ສູນ​ກາງ​ພັກ, ປະ​ທານ​ສູນ​ກາງ​ສະ​ຫະ​ພັນ​ຊາວ​ໜຸ່ມຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອ​ນ​ຮັບ​ທ່ານ Nadav Eshcar. ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ ອິດ​ສະ​ລາ​ແອັນ​ ປະ​ຈຳ ຫວຽດ​ນາມ. ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ ແລະ ສະ​ຖານ​ທູດ ອິດ​ສະ​ລາ​ແອັນ​ປະ​ຈຳ ຫວຽດ​ນາມ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຊາວ​ໜຸ່ມ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໃນ​ນັ້ນ​ມີ​ການ​ເຊື່ອມ​ຕໍ່​ແລ​ກ​ປ່ຽນ​ການ​ຮ່ວມ​ມື​ດ້ານ​ວີ​ຊາ​ສະ​ເພາະ, ຊາວ​ໜຸ່ມ, ນັກ​ສຶກ​ສາ​ກ່ຽວ​ກັບ​ການ Startup, ປະ​ດິດ​ຄິດ​ສ້າງ, ກະ​ສິ​ກຳ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ, ພູມ​ປັນ​ຍາ​ທຽມ, ເສດ​ຖະ​ກິດ​ດີ​ຈີ​ຕອນ.

ທີ່​ການ​ແລ​ກ​ປ່ຽນ, ທ່ານ ຫງວຽນ​ແອັງ​ຕວັນ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ໄດ້ ແລະ ພວມ​ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ງານ​ອັນ​ດີ​ງາມ​ໃນຫຼາຍ​ຂົງ​ເຂດ​ຄື​ກະ​ສິ​ກຳ, ຊົນ​ລະ​ປະ​ທານ, ອະ​ນຸ​ລັກ​ແຫຼ່ງ​ນ້ຳ, ການ​ສຶກ​ສາ, ການ​ຄ້າ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ… ປີ 2023, ສອງ​ປະ​ເທດ​ຈະ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກາ​ນ​ພົວ​ພັນ​ທາງ​ກາ​ນ​ທູດ​ຢ່າງ​ເປັນ​ທາງ​ການ​ຂອງ​ທັງ​ສອງ​ປະ​ເທດ ຫວຽດ​ນາມ - ອິດ​ສະ​ລາ​ແອັນ.

ທ່ານ ຫງວຽນ​ແອັງ​ຕວັນ ໄດ້​ສະ​ແດ​ງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ສະ​ຖານ​ທູດ ອິດ​ສະ​ລາ​ແອັນ ​ທີ່​ໄດ້​ສະ​ໜັບ​ສະ​ໜູນ, ໜູນ​ຊ່ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະ​ຫວ່າງ​ຊາວ​ໜຸ່ມ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ໃນ​ການ​ເຊີນ​ບັນ​ດາ​ຜູ້​ແທນ​ຊາວ​ໜຸ່ມ, ນັກ​ສຶກ​ສາ ຫວຽດ​ນາມ ໄປ​ຢ້ຽມ​ຢາມ, ຮ່ຳ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ Statup, ພັດ​ທະ​ນາ​ກະ​ສິ​ກຳທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ​ຢູ່​ອິດ​ສະ​ລາ​ແອັນ, ໜູນ​ຊ່ວຍ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ, ສູນ​ກາງ​ສະ​ຫະ​ພັນ ຫວຽດ​ນາມ​ຈັດ​ຕັ້ງ​ບັນ​ດາ​ການ​ແຂ່ງ​ຂັນ​ Statup ໃຫ້​ແກ່​ຊາວ​ໜຸ່ມ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Nadav Eshcar ຖື​ວ່າ ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ສອງ​ປະ​ເທດ ຫວຽດ​ນາມ - ອິດ​ສະ​ລ​າ​ແອັນ ໄດ້​ສ້າງ​ຕັ້ງ​ພົນ​ພື້ນ​ຖານ​ຢ່າງ​ໝັ້ນ​ແກ່ນ​ແຕ່​ດົນ​ນານ​ມາ​ແລ້ວ. ພ້ອມ​ທັງ​ຢັ້ງ​ຢືນ​ວ່າ ອິດ​ສະ​ລ​າ​ແອັນ ຍາມ​ໃດ​ກໍ່​ກ​ຽມ​ພ້ອມ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ເວົ້າ​ລວມ ແລະ ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ເວົ້າ​ສະ​ເພາະ.

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຊາວ​ໜຸ່ມ​ສອງ​ປະ​ເທດ. ໃນ​ນັ້ນ, ໄດ້​ປະ​ຕິ​ບັດ​ໂຄງ​ການ​ແລ​ກ​ປ່ຽນ​ພົວ​ພັນ, ແລ​ກ​ປ່ຽນ​ຄະ​ນະ​ການ​ນຳ​ໜຸ່ມ​ລະ​ຫວ່າງ​ສອງ​ປະ​ເທດ.

ຊ ກ ຍ ການ ພ ວ ພ ນ ຮ ວມ ມ ຊາວ ໜ ມ ຫວຽດ ນາມ ອ ດ ສະ ລາ ແອ ນ ຫວຽດ​ນາມ ຕີ​ລາ​ຄາ​ສູງ ແລະ ສະ​ໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ປະ​ຕິ​ບັດ​ການ​ຮັກ​ສາສັນ​ຕິ​ພາບ​ຢູ່ ຊູ​ດັງ​ໃຕ້

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ດັ້ງ​ດິ່ງ​ກຸ໊ຍ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ະ​ຫະ​ປະ​ຊາ​ຊາດ ໄດ້​ຕີ​ລາ​ຄາ​ສູງ ບັນ​ດາ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງ​ໜ້າ ກ່ຽວ​ກັບ​ການ​ເມືອງ - ຄວາມ​ໝັ້ນ​ຄົງ ຢູ່ ປະ​ເທດ​ຊູ​ດັງ​ໃຕ້ ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ໃນ​ນັ້ນ UNMISS ໄດ້​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ບັນ​ດາ​ຄວາມ​ຄືບ​ໜ້າ​ດັ່ງ​ກ່າວ.

ຊ ກ ຍ ການ ພ ວ ພ ນ ຮ ວມ ມ ຊາວ ໜ ມ ຫວຽດ ນາມ ອ ດ ສະ ລາ ແອ ນ ສະ​ຖາ​ນ​ທູດ ຫວຽດ​ນາມ ປະ​ຈຳ ເວ​ເນ​ຊູ​ເອ​ລາ ໄປ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ລັດ Guarico

ຍ​ສ​ໝ - ຫວ່າງ​ແລ້ວນີ້​, ​ທ່ານ ເລ​ວຽດ​ຢ​ວຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເວ​ເນ​ຊູ​ເອ​ລາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ໄດ້​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ລັດ Guarico, ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ບັນ​ດາ​ໂຄງ​ການ​ຜະ​ລິດ​ກະ​ສິ​ກຳ ແລະ ຊຸກ​ຍູ້​ບັນ​ດາ​ຂໍ້​ລິ​ເລີ່ມ​ຮ່ວມ​ມື​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຕ່າງ​ໆ.

ຊ ກ ຍ ການ ພ ວ ພ ນ ຮ ວມ ມ ຊາວ ໜ ມ ຫວຽດ ນາມ ອ ດ ສະ ລາ ແອ ນ ຫວຽດ​ນາມ​ ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແນ​ໃສ່​​ສ້າງພື້ນ​ຖານສັນ​ຕິ​ພາບ​ ລະ​ຫວ່າງ ອິດ​ສະ​ລາ​ແອັນ ແລະ ປາ​ແລັດ​ສະ​ຕິນ

ຜູ້ຕາງໜ້າຫວຽດນາມ ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມຈັດກອງປະຊຸມສາກົນຂອງ ທ່ານປະທານາທິບໍດີ Mahmoud Abbas ແລະ ທຸກຄວາມມານະພະຍາຍາມເພື່ອມຸ່ງໄປສູ່ພື້ນຖານສັນຕິພາບຢ່າງຮອບດ້ານ, ສະເໝີພາບ ແລະ ຍາວນານ ລະຫວ່າງ ອິດສະລາແອັນ ແລະ ປາແລັດສະຕິນ ເຊິ່ງເໝາະສົມກັບກົດໝາຍສາກົນ ແລະ ບັນດາມະຕິຂອງ ສປຊ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.