ຄະນະຜູ້ແທນຫວຽດນາມ ປະຈໍາ ສະຫະປະຊາຊາດໄດ້ສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນຄົບຮອບ 53 ປີ

13:50 | 09/08/2020

ຍສໝ - ວັນທີ 7 ສິງຫາ, ຄະນະຜູ້ແທນຫວຽດນາມ ປະຈຳ ສະຫະປະຊາຊາດ (ສປຊ) - ໃນຖານະບົດບາດເປັນປະທານອາຊຽນ ຢູ່ ນິວຢອກ - ໄດ້ຈັດພິທີສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). (8 ສິງຫາ 1967 - 8 ສິງຫາ 2020).    

ຄະນະຜ ແທນຫວຽດນາມ ປະຈ າ ສະຫະປະຊາຊາດໄດ ສະເຫ ມສະຫ ອງວ ນສ າງຕ ງອາຊຽນຄ ບຮອບ 53 ປ Helvetas ຫວຽດນາມ ໄດ້ຈັດກອງປະຊຸມເພື່ອສະໜັບສະໜູນ ພໍ່ແມ່ປະຊາຊົນແຂວງ ລ່າວກາຍ ໃນການຜະລິດຊາ ແລະ ການພັດທະນາເປັນຢາ
ຄະນະຜ ແທນຫວຽດນາມ ປະຈ າ ສະຫະປະຊາຊາດໄດ ສະເຫ ມສະຫ ອງວ ນສ າງຕ ງອາຊຽນຄ ບຮອບ 53 ປ ຫວຽດນາມ - ແບນຊິກ ຮ່ວມມືໃນຂົງເຂດສັງຄົມຊົນນະບົດບັນລຸໄດ້ໝາກຜົນດີຫຼາຍຢ່າງ
ຄະນະຜ ແທນຫວຽດນາມ ປະຈ າ ສະຫະປະຊາຊາດໄດ ສະເຫ ມສະຫ ອງວ ນສ າງຕ ງອາຊຽນຄ ບຮອບ 53 ປ

ຄະນະຜູ້ແທນຫວຽດນາມ ປະຈໍາ ສະຫະປະຊາຊາດໄດ້ສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນຄົບຮອບ 53 ປີ.

ຕາງໜ້າບັນດາປະເທດອາຊຽນ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກູວ, ຫົວໜ້າຄະນະຜູ້ຕາງໜ້າ ຖາວອນຂອງຫວຽດນາມປະຈຳ ສະຫະປະຊາຊາດ ໄດ້ເນັ້ນໜັກ ວ່າອາຊຽນໄດ້ຮັບການສ້າງຕັ້ງ ແລະພັດທະນາຢ່າງແຮງໃນໄລຍະ 53 ປີທີ່ຜ່ານມາ. ບັນດາຜົນສຳ ເລັດດັ່ງກ່າວບໍ່ພຽງແຕ່ຍ້ອນຄວາມມານະພະຍາຍາມຂອງປະຊາຊົນອາຊຽນເທົ່ານັ້ນ, ຫາກຍັງແມ່ນການພົວພັນຢ່າງສະໜິດສະໜົມ ກັບບັນດາປະເທດຄູ່ຮ່ວມມື, ເພື່ອນມິດໃນທົ່ວໂລກ ແລະສະຫະປະຊາຊາດອີກດ້ວຍ.

ຕາງໜ້າບັນດາປະເທດອາຊຽນ, ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມຂອບອົກຂອບໃຈຕໍ່ບັນດາປະເທດສະມາຊິກສະຫະປະຊາຊາດ ແລະ ໃຫ້ຄຳໝັ້ນສັນຍາ ຈະພ້ອມກັບບັນດາປະເທດອື່ນໆໃນການຊຸກຍູ້ການພັດທະນາການພົວພັນອາຊຽນ - ສປຊ ໃນຕໍ່ ໜ້າໃນດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະສັງຄົມ.

ສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອວັນທີ 8 ສິງຫາປີ 1967 ດ້ວຍ 5 ປະເທດສະມາຊິກໃນເບື້ອງຕົ້ນ ແລະ ຄ່ອຍໆພັດທະນາເປັນອົງການຮ່ວມມືຮອບດ້ານ, ແໜ້ນແຟ້ນ ລວມມີ 10 ປະເທດສະມາຊິກ.

ນັບແຕ່ໄດ້ເຂົ້າເປັນສະມາຊິກອາຊຽນຢ່າງເປັນທາງການ ແລະ ກາຍເປັນສະມາຊິກທີ 7 ຂອງອົງການນີ້ເມື່ອປີ 1995, ຫວຽດນາມ ໄດ້ເຊື່ອມຕົວຢ່າງໄວວາ ແລະ ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ແລະ ຜົນສຳເລັດຂອງອາຊຽນ ໃນປະຈຸບັນ.ຫວຽດນາມ ມີການປະກອບສ່ວນສຳຄັນຫຼາຍຢ່າງ ເຂົ້າໃນການກຳນົດເປົ້າໝາຍ, ທິດທາງການພັດທະນາ ແລະ ສ້າງບັນດານະໂຍບາຍຊີ້ຂາດໃຫ່ຍຂອງອາຊຽນຄື: ວິໄສທັດອາຊຽນ 2020 ແລະ ບັນດາແຜນການຜັນຂະຫຍາຍວິໄສທັດ, ກົດບັດອາຊຽນ, ແຜນການສັງລວມກ່ຽວກັບການເຊື່ອມຕໍ່ອາຊຽນ 2025.

ໃນຖານະເປັນປະທານອາຊຽນ 2020, ຫວຽດນາມ ໄດ້ນຳພາອາຊຽນ ຜັນຂະຫຍາຍຫຼາຍມາດຕະການຮັບມືກັບໂລກລະບາດໂຄວິດ-19 ເພື່ອຮັກສາສຸຂະພາບຂອງປະຊາຊົນ, ຫລຸດຜ່ອນບັນດາການກະທົບທີ່ຫຍໍ້ທໍ້ຕໍ່ເສດຖະກິດ, ຜັນຂະຫຍາຍແຜນການຟື້ນຟູຮອບດ້ານ ເພື່ອບືນຕົວຂຶ້ນ. ດ້ວຍທິດນຳທີ່ວ່າ “ຈິນຕະນາການປະຊາຄົມ, ການກະທຳຂອງປະຊາຄົມ”, ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກອາຊຽນ ພ້ອມກັນສ້າງປະຊາຄົມອາຊຽນແຫ່ງຄວາມສາມັກຄີ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ປະຫວັດສາດ 53 ປີແຫ່ງການຄົງຕົວ, ຂະຫຍາຍຕົວຂອງອາຊຽນ ໄດ້ພິສູດໃຫ້ເຫັນ ກ່ຽວກັບອາຊຽນທີ່ມີຄວາມສາມັກຄີ, ເອກະພາບ, ຮ່ວມສຳພັນຢ່າງແໜ້ນແຟ້ນ, ຮູ້ຕິດພັນຜົນປະໂຫຍດຂອງຊາດ, ຂອງພາກພື້ນ ຈະຮັກສາບົດບາດໃຈກາງໄດ້. ວິວັດການດັ່ງກ່າວມີບັນດາການປະກອບສ່ວນທີ່ມີປະສິດທິຜົນຂອງຫວຽດນາມ-ປະເທດສະມາຊິກທີ່ມີຄວາມຮັບຜິດຊອບຕໍ່ພາກພື້ນ ແລະ ສາກົນ.

ຄະນະຜ ແທນຫວຽດນາມ ປະຈ າ ສະຫະປະຊາຊາດໄດ ສະເຫ ມສະຫ ອງວ ນສ າງຕ ງອາຊຽນຄ ບຮອບ 53 ປ ຄະນະຜູ້ແທນຫວຽດນາມ ໄປເຂົ້າຮ່ວມພິທີມິດຕິງ ແລະບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ປະຕິບັດໜ້າທີ່ສາກົນຊ່ວຍລາວ ຄົບຮອບ

ໂດຍໄດ້ຮັບຄໍາເຊີນຈາກທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ, ທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ໄປເຂົ້າຮ່ວມພິທີມິດຕິງ ແລະບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ປະຕິບັດໜ້າທີ່ສາກົນຊ່ວຍລາວ ຄົບຮອບ 70 ປີ ໃນລະຫວ່າງວັນທີ 25 – 26 ທັນວາ ຢູ່ ສປປ.ລາວ.

ຄະນະຜ ແທນຫວຽດນາມ ປະຈ າ ສະຫະປະຊາຊາດໄດ ສະເຫ ມສະຫ ອງວ ນສ າງຕ ງອາຊຽນຄ ບຮອບ 53 ປ ຄະນະທູດທະຫານຕ່າງປະເທດ ປະຈໍາ ສສ ຫວຽດນາມ ຢ້ຽມຢາມງານວາງສະແດງ-ງານຕະຫຼາດນັດ ຫວຽດບັ໊ກ ປີ 2019

ຍສໝ - ຕອນເຊົ້າວັນທີ 23 ທັນວາ 2019, ຄະນະທູດທະຫານຕ່າງປະເທດ ປະຈໍາ ສສ ຫວຽດນາມ ໄດ້ໄປຢ້ຽມຢາມງານວາງສະແດງ “ຜົນງານກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ກໍ່ສ້າງກໍາລັງປະກອບອາວຸດປະຊາຊົນ” ແລະງານຕະຫຼາດນັດ ຫວຽດບັ໊ກ ປີ 2019.

ຄະນະຜ ແທນຫວຽດນາມ ປະຈ າ ສະຫະປະຊາຊາດໄດ ສະເຫ ມສະຫ ອງວ ນສ າງຕ ງອາຊຽນຄ ບຮອບ 53 ປ ປະຊາຊົນລາວ 53 ຄົນຢູ່ແຂວງກ່ອນຕຸ່ມ ໄດ້ຮັບສັນຊາດຫວຽດນາມ

ຍສໝ - ວັນທີ 16 ທັນວານີ້, ພະແນກຍຸຕິທຳ ແຂວງ ກ່ອນຕຸ່ມ ໄດ້ປະກາດ ແລະ ມອບຄຳຕັດສິນຂອງປະທານປະເທດໃນການໃຫ້ສັນຊາດຫວຽດນາມແກ່ພົນລະເມືອງລາວ 15 ຄົນທີ່ອົບພະຍົບຢ່າງອິດສະຫຼະ ແລະ ແຕ່ງງານໂດຍນອກສົມລົດກັບຄົນຫວຽດນາມ ຢູ່ຊາຍແດນຫວຽດນາມ - ລາວ.

ໄຊພອນ

ເຫດການ
302 Found

Found

The document has moved here.