ຄະນະຜູ້ແທນຫວຽດນາມ ໄປເຂົ້າຮ່ວມພິທີມິດຕິງ ແລະບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ປະຕິບັດໜ້າທີ່ສາກົນຊ່ວຍລາວ ຄົບຮອບ

11:47 | 26/12/2019

ໂດຍໄດ້ຮັບຄໍາເຊີນຈາກທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ, ທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ໄປເຂົ້າຮ່ວມພິທີມິດຕິງ ແລະບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ປະຕິບັດໜ້າທີ່ສາກົນຊ່ວຍລາວ ຄົບຮອບ 70 ປີ ໃນລະຫວ່າງວັນທີ 25 – 26 ທັນວາ ຢູ່ ສປປ.ລາວ.

ຄະນະຜູ້ແທນຫວຽດນາມ ໄປເຂົ້າຮ່ວມພິທີມິດຕິງ ແລະບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ປະຕິບັດໜ້າທີ່ສາກົນຊ່ວຍລາວ ຄົບຮອບ

ທ່ານພົນເອກ ໂງຊວນລິກ ແລະທ່ານພົນເອກ ຈັນສະໝອນ ຈັນຍາລາດ. (ພາບ: vietnamnet.vn)

ເລື່ອງເຂົ້າຮ່ວມພິທີມິດຕິງຂອງຄະນະຜູ້ແທນຫວຽດນາມໄດ້ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຕໍ່ກັບການປະກອບສ່ວນ, ການເສຍສະຫຼະຂອງທະຫານອາສາສະໝັກ ແລະຊ່ຽວຊານການທະຫານຫວຽດນາມ ທີ່ໄດ້ຊ່ວຍເຫຼືອລາວ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະປັບປຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະກອງທັບສອງປະເທດໃຫ້ຍິ່ງໆຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: https://la.qdnd.vn)

ເຫດການ
302 Found

Found

The document has moved here.