ຄວາມມານະພະຍາຍາມຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020

17:21 | 10/09/2020

ຍສໝ - ວັນທີ 10 ກັນຍາ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 53 (AMM 53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ເຂົ້າສູ່ມື້ເຮັດວຽກທີ 2 ດ້ວຍບັນດາເນື້ອໃນທີ່ສຳຄັນຫຼາຍຢ່າງ.

ຄວາມມານະພະຍາຍາມຂອງຫວຽດນາມ ໃນຖານະເປ ນປະທານອາຊຽນ 2020 ອາຊຽນ ໄດ້ແກ້ໄຂຢ່າງໝັ້ນຄົງການຂັດແຍ້ງກັນ ໃນທະເລຕາເວັນອອກໂດຍກົດໝາຍສາກົນ
ຄວາມມານະພະຍາຍາມຂອງຫວຽດນາມ ໃນຖານະເປ ນປະທານອາຊຽນ 2020 ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ​ຄັ້ງ​ທີ 36: ສື່ມວນຊົນສາກົນຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020

ຕາມນັ້ນແລ້ວ, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ຈະເຂົ້າຮ່ວມ ແລະ ປຶກສາຫາລື ຢູ່: ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ອາເມລິກາ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ການາດາ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ອົດສະຕາລີ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ນິວຊີແລນ, ການໂອ້ລົມສົນທະນາ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດອາຊຽນກັບບັນດາຜູ້ຕາງໜ້າຄະນະກຳມະການ ລະຫວ່າງ ລັດຖະບານ ບັນດາປະເທດອາຊຽນກ່ຽວກັບສິດທິມະນຸດ (AICHR), ການໂອ້ລົມສົນທະນາ ຂັ້ນລັດຖະມົນຕີອາຊຽນ ກ່ຽວກັບການເພີ່ມທະວີບົດບາດຂອງແມ່ຍິງຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງແບບຍືນຍົງ.

ຄວາມມານະພະຍາຍາມຂອງຫວຽດນາມ ໃນຖານະເປ ນປະທານອາຊຽນ 2020
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 53. (ພາບ: TTXVN)

ການໂອ້ລົມສົນທະນາລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ແລະ ບັນດາຜູ້ຕາງໜ້າຂອງຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ກ່ຽວກັບສິດທິມະນຸດ (AICHR) ໄດ້ຮັບຮອງເອົາແຜນການວຽກງານ AICHR 2021-2025, ລາຍການເຄື່ອນໄຫວບູຣິມະສິດຂອງ AICHR 2021. ບັນດາລັດຖະມົນຕີ ກໍ່ຈະໄດ້ຈົດບັນທຶກບົດລາຍງານການປະຕິບັດງານປະຈຳປີຂອງ AICHR 2020.

ການໂອ້ລົມສົນທະນາຂັ້ນລັດຖະມົນຕີ ອາຊຽນກ່ຽວກັບການເພີ່ມທະວີບົດບາດຂອງແມ່ຍິງຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງແບບຍືນຍົງໄດ້ສືບທອດຜົນສຳເລັດຂອງກອງປະຊຸມສຸດຍອດອາຊຽນພິເສດຄັ້ງທີ 36 ກ່ຽວກັບແມ່ຍິງ. ນີ້ແມ່ນຄວາມມານະພະຍາຍາມຂອງຫວຽດນາມ ໃນບົດບາດເປັນປະທານອາຊຽນ ແນໃສ່ຊຸກຍູ້ການຮ່ວມມືເພື່ອຍົກສູງບົດບາດຂອງແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ໃນອາຊຽນກັບບັນດາຄູ່່ຮ່ວມມື, ຜັນຂະຫຍາຍມະຕິຕົກລົງເລກທີ 1325 ວ່າດ້ວຍແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ຂອງ ສະພາຄວາມໝັ້ນຄົງ ສປຊ ຢ່າງແທດຈິງ ເນື່ອງໃນໂອກາດສະເຫຼີມຫຼອງ 20 ປີແຫ່ງວັນຮັບຮອງເອົາມະຕິຕົກລົງນີ້.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 53 (AMM 53) ແລະ ກອງປະຊຸມທີ່ກ່ຽວຂ້ອງ ໄດ້ຈັດຂື້ນແຕ່ວັນທີ 9-12 ກັນຍາ 2020 ໃນຮູບແບບຖ່າຍທອດສົດ ໂດຍມີການເຂົ້າຮ່ວມຂອງ27 ຄະນະຜູ້ແທນທີ່ມາຈາກ 4 ທະວີບ. ຄາດວ່າໃນຂອບເຂດກອງປະຊຸມ, ເອກະສານ ຈຳນວນ 40 ສະບັບຈະໄດ້ທົບທວນ, ບັນທຶກ ແລະ ຮັບຮອງເອົາ. ໃນໂອກາດນີ້, ບັນດາລັດຖະມົນຕີ ຈະຮັບຮອງເອົາແຜນການໃໝ່ຈຳນວນໜຶ່ງ ສຳລັບໄລຍະປີ 2021-2025 ກັບບັນດາຄູ່ຮ່ວມມື.

ຄວາມມານະພະຍາຍາມຂອງຫວຽດນາມ ໃນຖານະເປ ນປະທານອາຊຽນ 2020 ລັດຖະມົນຕີການຕ່າງປະເທດ ບັນດາປະເທດອາຊຽນ ຕັ້ງຄວາມຫວັງຕໍ່ກອງປະຊຸມ AMM 53

ຍ​ສ​ໝ - ຄາດ​ວ່າ ຈະ​ມີ​ເອ​ກະ​ສານ 40 ສະ​ບັບ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ, ຮັບ​ຮອງເອົາ​ຢູ່​ບັນ​ດາ​ກອງ​ປະ​ຊຸມ. ໃນ​ນັ້ນ, ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ ຖະ​ແຫຼງ​ການ​ຮ່ວມ​ຂອງກອງ​ປະ​ຊຸມ AMM – 53, ແຜນ​ການ​ກະ​ທຳ​ຮ່າ​ໂນ້ຍ 2 ຂອງ ARF…

ຄວາມມານະພະຍາຍາມຂອງຫວຽດນາມ ໃນຖານະເປ ນປະທານອາຊຽນ 2020 AIPA 41: ປະເທດຟິລິບປິນ ໄດ້ຕີລາຄາສູງຄວາມອາດສາມາດໃນການນຳພາຂອງຫວຽດນາມ

ຍສໝ - ທ່ານຮອງປະທານສະພາຕໍ່າ ປະເທດຟີລິບປິນ ໄດ້ຕີລາຄາວ່າ: ໃນຖານະຕຳແໜ່ງເປັນປະທານ AIPA 2020, ສະພາແຫ່ງຊາດຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມອາດສາມາດຂອງຕົນ ໃນການນຳພາບັນດາລັດຖະສະພາສະມາຊິກຂອງ AIPA ທີ່ໄດ້ປະເຊີນໜ້າກັບວິກິດການ COVID-19.

ຄວາມມານະພະຍາຍາມຂອງຫວຽດນາມ ໃນຖານະເປ ນປະທານອາຊຽນ 2020 ຫວຽດນາມ - ອາຊຽນ: 25 ປີຜ່ານມາ ແລະ ເສັ້ນທາງໃນຕໍ່ໜ້າ

ຍສໝ - ຕອນເຊົ້າວັນທີ 19 ສິງຫາ, ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສຳມະນາສາກົນທາງອອນລາຍດ້ວຍຫົວຂໍ້ວ່າ “ຫວຽດນາມ - ອາຊຽນ: 25 ປີຜ່ານມາ ແລະ ເສັ້ນທາງໃນຕໍ່ໜ້າ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.