ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ​ຄັ້ງ​ທີ 36: ສື່ມວນຊົນສາກົນຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020

06:30 | 29/06/2020

ຍສໝ - ເຖິງວ່າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ຫວຽດນາມ ຍັງໄດ້ປະຕິບັດບົດບາດເປັນປະທານອາຊຽນ ໃນໄລຍະ 6 ເດືອນຜ່ານມາໄດ້ເປັນຢ່າງດີ, ນຳພາບັນດາປະເທດອາຊຽນ ພ້ອມກັນຕ້ານຄືນໂລກລະບາດໂຄວິດ-19 ກໍຄືການເຄື່ອນໄຫວອື່ນໆອີກ. ພ້ອມກັນນັ້ນ, ຫວຽດນາມ ໄດ້ຈັດບັນດາກອງປະຊຸມກັບບັນດາຄູ່ຮ່ວມມືນອກພາກພື້ນ ແລະ ຄູ່ເຈລະຈາ, ກໍ່ຄືກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ສຳເລັດເປັນຢ່າງດີ.

ກອງ ປະ ຊ ມ ສ ດຍອດ ອາ ຊຽນ ຄ ງ ທ 36 ສ ມວນຊ ນສາກ ນຕ ລາຄາສ ງບ ດບາດຂອງຫວຽດນາມ ໃນຖານະເປ ນປະທານອາຊຽນ 2020 ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ໂຊວຽດ
ກອງ ປະ ຊ ມ ສ ດຍອດ ອາ ຊຽນ ຄ ງ ທ 36 ສ ມວນຊ ນສາກ ນຕ ລາຄາສ ງບ ດບາດຂອງຫວຽດນາມ ໃນຖານະເປ ນປະທານອາຊຽນ 2020 ທ່ານຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ຫງວຽນວັນແທ່ງ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມມິດຕະພາບຫວຽດນາມ - ລັດເຊຍ

ໃນຂອບເຂດບັນດາລາຍການຂອງປີປະທານອາຊຽນ 2020, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ຖືກດຳເນີນໃນວັນທີ 26 ມິຖຸນາ ທາງອອນລາຍ ແລະ ບັນລຸໄດ້ຜົນສຳເລັດຢ່າງຈົບງາມ. ໃນຖານະບົດບາດເປັນປະທານອາຊຽນ 2020, ຫວຽດນາມ ໄດ້ອອກຖະແຫຼງການຂອງປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36.

ກອງ ປະ ຊ ມ ສ ດຍອດ ອາ ຊຽນ ຄ ງ ທ 36 ສ ມວນຊ ນສາກ ນຕ ລາຄາສ ງບ ດບາດຂອງຫວຽດນາມ ໃນຖານະເປ ນປະທານອາຊຽນ 2020
ຫາງສຽງສາກົນຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020.(ພາບ:baochinhphu.vn)

ຕາມ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີການຕ່າງປະເທດລາວ, ຫົວໜ້າ SOM ASEAN ລາວແລ້ວ, ເລື່ອງຕ້ອງເຮັດແນວໃດເພື່ອຟື້ນຟູເສດຖະກິດ - ສັງຄົມພາຍຫຼັງໂລກລະບາດໂຄວິດ-19 ຢູ່ພາກພື້ນຄືນໃໝ່ນັ້ນແມ່ນສຳຄັນທີ່ສຸດ. ນີ້ແມ່ນບັນຫາເຊິ່ງຫວຽດນາມ ດ້ວຍຖານະບົດບາດເປັນປະທານອາຊຽນ ຈະສືບຕໍ່ນຳພາ, ປະສານງານໃຫ້ເປັນຢ່າງດີ. ທ່ານ ທອງຜ່ານ ສະຫວັນເພັດ ກໍ່ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງຫວຽດນາມ, ອາຊຽນ ຈະສືບຕໍ່ກ້າວເດີນໄປທາງໜ້າ ແລະ ປະຕິບັດສຳເລັດບັນດາຂໍ້ລິເລີ່ມ ແລະ ບັນດາຂໍ້ຕົກລົງທີ່ໄດ້ວາງອອກ.ໃນ 6 ເດືອນຍັງເຫຼືອຂອງປີ 2020 ນີ້, ລາວ ຫວັງວ່າ ຫວຽດນາມ ຈະສືບຕໍ່ຊຸກຍູ້ການເພີ່ມທະວີຄວາມສະໜິດຕິດພັນ ແລະ ເຂັ້ມແຂງໃນອາຊຽນ, ພິເສດແມ່ນປະຕິບັດບັນດາບຸລິມະສິດທີ່ແຕກຕ່າງກັນເຊິ່ງຫວຽດນາມ ໄດ້ກະກຽມໄວ້, ລວມທັງການຊຸກຍູ້ ແລະ ປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ; ຊຸກຍູ້ການສ້າງປະຊາຄົມອາຊຽນ ກໍຄືໃນການພົວພັນກັບບັນດາຄູ່ຮ່ວມມືພາຍນອກ.

ທ່ານ Igor Driesmans ເອກອັກຄະລັດຖະທູດ ສະຫະພາບ ເອີລົບ (EU) ປະຈຳ ອາຊຽນ ໄດ້ຕີລາຄາວ່າ ຫວຽດນາມ ໄດ້ຜ່ານຜ່າບັນດາສິ່ງທ້າທາຍ “ທີ່ບໍ່ເຄີຍມີມາກ່ອນ” ຢ່າງແທ້ຈິງ ເພື່ອຈັດຕັ້ງ ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ໃນວັນທີ 26 ມິຖຸນາ ສຳເລັດຜົນ. ທ່ານ Driesmans ໄດ້ເນັ້ນໜັກວ່າ ນີ້ແມ່ນຄັ້ງທຳອິດໃນໄລຍະເວລາກ່ວາ 50 ປີຜ່ານມາ, ບັນດາການນຳອາຊຽນໄດ້ພົບປະ ແລະ ແລກປ່ຽນກັນຜ່ານຮູບການທາງອອນລາຍ.ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ, ກອງປະຊຸມສຸດຍອດຢ່າງເປັນທາງການທຳອິດໂດຍຫວຽດນາມ ຈັດຕັ້ງຂຶ້ນໃນຖານະເປັນປະທານອາຊຽນ 2020 ບັນລຸໄດ້ບາງໝາກຜົນທີ່ສຳຄັນ.

ທ່ານນາງ Jessica Wau, ຮອງຫົວໜ້າຜູ້ຮັບຜິດຊອບການຄົ້ນຄວ້າອາຊຽນ ຂຶ້ນກັບສະຖາບັນບັນດາບັນຫາສາກົນສິງກະໂປ (SIIA) ໄດ້ຢັ້ງຢືນກ່ຽວກັບບົດບາດຂອງຫວຽດນາມ ໃນປີປະທານອາຊຽນ 2020 ວ່າ, ວິທີແກ້ໄຂປະທັບໃຈສຳລັບພະຍາດໂຄວິດ-19, ເປີດປະຕູພື້ນຖານເສດຖະກິດໄວພໍສົມຄວນນັ້ນ, ໄດ້ນຳມາໃຫ້ຫວຽດນາມ ຄວາມສາມາດໜູນຊ່ວຍບັນດາປະເທດອື່ນ, ໃນນັ້ນມີບັນດາປະເທດອາຊຽນ.

ກອງ ປະ ຊ ມ ສ ດຍອດ ອາ ຊຽນ ຄ ງ ທ 36 ສ ມວນຊ ນສາກ ນຕ ລາຄາສ ງບ ດບາດຂອງຫວຽດນາມ ໃນຖານະເປ ນປະທານອາຊຽນ 2020
ທ່ານ Igor Driesmans ເອກອັກຄະລັດຖະທູດ ສະຫະພາບ ເອີລົບ (EU) ປະຈຳ ອາຊຽນ.(ພາບ: TTXVN)

ໜັງສືພິມ Nikkei Review ຂອງ ຍີ່ປຸ່ນ ມີບົດຂຽນທີ່ວ່າ “ຫວຽດນາມ ພວມຊີ້ໃຫ້ເຫັນບັນດາຄຸນຄ່ານຳພາໃໝ່ຂອງອາຊຽນ”, ແລະ ໄດ້ເຕື້ອງເຖິງບົດບາດຫາກໍ່ພົ້ນເດັ່ນຂອງຫວຽດນາມ. ຫວຽດນາມ ພວມກາຍເປັນ “ເຈົ້າພາທາງ” ເພື່ອຍົກອອກບັນດາການປຶກສາຫາລືກ່ຽວກັບບັນດາບັນຫາທີ່ຮ້ອນເຮັ່ງຂອງພາກພື້ນຄື: ບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ຫຼື ບັນດາການຂັດແຍ້ງກັນທາງດ້ານການຄ້າລະຫວ່າງບັນດາປະເທດໃຫຍ່ທີ່ມີຜົນກະທົບເຖິງພາກພື້ນ.

ໝາກຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະກ່ອນໜ້ານັ້ນສອງເດືອນແມ່ນກອງປະຊຸມສຸດຍອດພິເສດອາຊຽນ ແລະກອງປະຊຸມສຸດຍອດພິເສດອາຊຽນ+3 ກ່ຽວກັບການຮັບມືກັບພະຍາດໂຄວິດ-19, ໄດ້ສ້າງຂີດໝາຍໃຫ້ຫວຽດນາມ ດ້ວຍບົດບາດເປັນປະທານອາຊຽນ. ຫວຽດນາມ ໄດ້ສະແດງ ແລະເສີມຂະຫຍາຍບົດບາດຢ່າງຕັ້ງໜ້າ, ເປັນເຈົ້າການຂອງປະເທດປະທານອາຊຽນ 2020 ມີຄວາມຮັບຜິດຊອບໃນການຊັກຈູງອາຊຽນຮັບມືກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ, ປະກອບສ່ວນຊຸກຍູ້ຄວາມສາມັກຄີ, ເຫັນດີເປັນເອກະພາບຂອງອາຊຽນ. ນີ້ກໍ່ແມ່ນຄວາມສະດວກເພື່ອໃຫ້ຫວຽດນາມ ປະຕິບັດສໍາເລັດເຄິ່ງອາຍຸການປະທານທີ່ຍັງເຫຼືອໃນປີ 2020 ນີ້, ບໍ່ວ່າອາຊຽນ ຈະປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍກໍ່ຕາມ.

ກອງ ປະ ຊ ມ ສ ດຍອດ ອາ ຊຽນ ຄ ງ ທ 36 ສ ມວນຊ ນສາກ ນຕ ລາຄາສ ງບ ດບາດຂອງຫວຽດນາມ ໃນຖານະເປ ນປະທານອາຊຽນ 2020 ເພີ່ມທະວີຮ່ວມມືດ້ານເຕັກໂນໂລຊີຂ່າວສານ ລະຫວ່າງຫວຽດນາມ-ການາດາ

ຍສໝ - ໃນວັນທີ 24 ເດືອນມິຖຸນາ, ທ່ານເຟມີ ໂອໂລຣຸນໂຕບາ ຜູ້ອຳນວຍການ ສະພາການຄ້າ ການາດາ-ຫວຽດນາມ ກ່າວເນັ້ນວ່າ ສະເພາະ ຂົງເຂດເຕັກໂນໂລຊີ, ຫວຽດນາມ ແລະ ການາດາ ໄດ້ມີຄວາມບົ່ມຊ້ອນ ໃນການຮ່ວມມື ບົນພື້ນຖານສາມເສົາຄ້ຳ.

ກອງ ປະ ຊ ມ ສ ດຍອດ ອາ ຊຽນ ຄ ງ ທ 36 ສ ມວນຊ ນສາກ ນຕ ລາຄາສ ງບ ດບາດຂອງຫວຽດນາມ ໃນຖານະເປ ນປະທານອາຊຽນ 2020 ທ່ານຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ຫງວຽນວັນແທ່ງ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມມິດຕະພາບຫວຽດນາມ - ລັດເຊຍ

ຍສໝ - ວັນທີ 25 ມິຖຸນາ, ທີ່ຮ່າໂນ້ຍ, ກະຊວງຕຳຫຼວດ ແລະ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດພິທີປະກາດການສ້າງຕັ້ງ ແລະ ກອງປະຊຸມໃຫຍ່ຄັ້ງທຳອິດ, ອາຍຸການ 2020-2025 ສາຂາສະມາຄົມມິດຕະພາບຫວຽດນາມ - ລັດເຊຍ.

ກອງ ປະ ຊ ມ ສ ດຍອດ ອາ ຊຽນ ຄ ງ ທ 36 ສ ມວນຊ ນສາກ ນຕ ລາຄາສ ງບ ດບາດຂອງຫວຽດນາມ ໃນຖານະເປ ນປະທານອາຊຽນ 2020 ນັກທຸລະກິດຫວຽດນາມມອບຜ້າອັດປາກ 300.000 ອັນ ໃຫ້ແກ່ປະຊາຊົນເຢຍລະມັນ

ຍສໝ - ເມື່ອການລະບາດຂອງ ພະຍາດ Covid-19 ເກີດຂື້ນຢູ່ຫວຽດນາມ, ເພື່ອຕອບສະໜອງຄຳຮຽກຮ້ອງຂອງລັດຖະບານ, ເພິ່ນໄດ້ປະກອບສ່ວນ 2 ຕື້ດົ່ງເພື່ອພ້ອມກັບປະຊາຊົນຫວຽດນາມຕໍ່ສູ້ກັບການລະບາດຂອງພະຍາດ Covid-19. ເປັນແບບຢ່າງຂອງຄວາມໃຈບຸນຂອງເພິ່ນໄດ້ຮັບການຍອມຮັບຈາກຜູ້ນຳ ແລະ ປະຊາຊົນຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.