ຫວຽດນາມ - ອາຊຽນ: 25 ປີຜ່ານມາ ແລະ ເສັ້ນທາງໃນຕໍ່ໜ້າ

07:34 | 21/08/2020

ຍສໝ - ຕອນເຊົ້າວັນທີ 19 ສິງຫາ, ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສຳມະນາສາກົນທາງອອນລາຍດ້ວຍຫົວຂໍ້ວ່າ “ຫວຽດນາມ - ອາຊຽນ: 25 ປີຜ່ານມາ ແລະ ເສັ້ນທາງໃນຕໍ່ໜ້າ”.

ຫວຽດນາມ ອາຊຽນ 25 ປ ຜ ານມາ ແລະ ເສ ນທາງໃນຕ ໜ າ ເອກອັກຄະລັດຖະທູດລາວ ຕີລາຄາສູງການປະກອບສ່ວນຂອງຫວຽດນາມ ເຂົ້າໃນບັນດາເປົ້າໝາຍ, ຂໍ້ລິເລີ່ມ ແລະ ໂຄງການຮ່ວມມືໃນ ອາຊຽນ
ຫວຽດນາມ ອາຊຽນ 25 ປ ຜ ານມາ ແລະ ເສ ນທາງໃນຕ ໜ າ ຫວຽດນາມ ເຂົ້າຮ່ວມພິທີເປີດກອງປະຊຸມກຸ່ມປຶກສາຫາລື AIPA ຄັ້ງທີ 11

ເຂົ້າຮ່ວມກອງປະຊຸມສຳມະນາຫວຽດນາມ - ອາຊຽນ ດັ່ງກ່າວມີການເຂົ້າຮ່ວມຂອງບັນດາການນຳກະຊວງ ແລະ ຂະແໜງການ; ເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາປະເທດອາຊຽນ ແລະ ຄູ່ຮ່ວມມື, ສະມາຊິກຂອງຄະນະກຳມາທິການແຫ່ງຊາດອາຊຽນປີ 2020, ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຜູ້ຊ່ຽວຊານ, ນັກຮຽນຮູ້ ແລະ ສຳນັກໜັງສືພິມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກວ່າ, ໃນໄລຍະ 25 ປີທີ່ຜ່ານມາ ຫວຽດນາມໄດ້ຕິດພັນກັບອາຊຽນ ແລະ ອາຊຽນໄດ້ກາຍເປັນຄອບຄົວທີ່ຫວຽດນາມ ມີກຽດທີ່ໄດ້ເປັນສະມາຊິກ.

ຫວຽດນາມ ອາຊຽນ 25 ປ ຜ ານມາ ແລະ ເສ ນທາງໃນຕ ໜ າ

ບັນຍາກາດທີກອງປະຊຸມ. (ພາບ: baoquocte)

ໃນໄລຍະ 25 ປີທີ່ຜ່ານມາ, ຫວຽດນາມ ມີຄວາມພາກພູມໃຈທີ່ໄດ້ເຂົ້າຮ່ວມໃນບັນດາເປົ້າໝາຍ ພັດທະນາທີ່ມີຄວາມໝາຍຂອງອາຊຽນ, ສົ່ງເສີມ ແລະ ສະຫລຸບເປົ້າໝາຍໃນການສ້າງປະຊາຄົມອາຊຽນ, ສ້າງກົດບັດອາຊຽນ ຈົນເຖິງເສີມຂະຫຍາຍບົດບາດເປັນໃຈກາງ ແລະ ຖານະບົດບາດສາກົນຂອງອາຊຽນ... ການເຂົ້າຮ່ວມອາຊຽນ ກໍ່ແມ່ນການເລີ່ມຕົ້ນທີ່ດີໃນການເປີດປະຕູເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນຢ່າງກວ້າງຂວາງຂອງຫວຽດນາມ ຈົນເຖິງປະຈຸບັນ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເນັ້ນໜັກວ່າ: "ພວກເຮົາສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນຂອງບັນດາປະເທດສະມາຊິກຂອງອາຊຽນຕະຫຼອດໄລຍະທີ່ຜ່ານມາ. ອາຊຽນ ກຳລັງນອນໃນຈຸດເວລາຂອງວິວັດການປະຕິບັດວິໄສທັດປະຊາຄົມ 2025 ດ້ວຍບັນດາຄວາມສະດວກໂດຍພື້ນຖານ, ແຕ່ຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ. ສິ່ງດັ່ງກ່າວ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຕ້ອງການມີຄວາມຕັດສິນໃຈດ້ານການເມືອງ ແລະ ຄວາມພະຍາຍາມທີ່ເຂັ້ມແຂງກວ່າເກົ່າ, ສະແດງບົດບາດເປັນໃຈກາງ ແລະ ຄຸນຄ່າຂອງອາຊຽນໃນສະພາບການໃໝ່.

ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ ໃຫ້ຮູ້ວ່າ ອາຊຽນຍາມໃດກໍ່ຖືເປັນສຳຄັນ ໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ, ແລະ ແມ່ນກອບການຮ່ວມມືຕິດພັນກັບສະພາບແວດລ້ອມແຫ່ງຄວາມໝັ້ນຄົງ ແລະ ການພັດທະນາຂອງຫວຽດນາມ. ໃນຖານະທີ່ເປັນປະທານປ່ຽນຜຽນກັນຂອງອາຊຽນໃນປີ 2020, ຫວຽດນາມ ພວມເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບບັນດາປະເທດສະມາຊິກ ເພື່ອຊຸກຍູ້ປະຊາຄົມອາຊຽນທີ່ສະໜິດຕິດພັນ ແລະ ເປັນເຈົ້າການຮັບມືກັບສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກຕ່າງໆເພື່ອພັດທະນາພ້ອມກັນແບບຍືນຍົງ.

ການພັດທະນາໃນອະນາຄົດຂອງບັນດາປະເທດສະມາຊິກ, ໃນນັ້ນມີຫວຽດນາມ ແມ່ນໄດ້ຕິດພັນກັບອາຊຽນ. ພວກເຮົາຕ້ອງການມີຄວາມຮັບຜິດຊອບ ແລະ ຄວາມເອົາໃຈໃສ່ໃນການສົ່ງເສີມປະຊາຄົມອາຊຽນທີ່ເປັນເອກະພາບ, ເຂັ້ມແຂງໃນພາກພື້ນ ແລະ ໃນທົ່ວໂລກ.

ຫວຽດນາມ ອາຊຽນ 25 ປ ຜ ານມາ ແລະ ເສ ນທາງໃນຕ ໜ າ ຫວຽດນາມ ສ້າງຕັ້ງຫ້ອງການປະສານງານຊາຍແດນ ເພື່ອສະກັດກັ້ນອາຊະຍາກຳຂ້າມຊາດ

ຍສໝ - ໃນວັນທີ 18 ສິງຫາ ຢູ່ເມືອງກ່າວບັງ (ຫວຽດນາມ), ຫ້ອງການປະສານງານຂ້າມຊາຍແດນທີ 20 (BLO) ຢູ່ຫວຽດນາມ ໄດ້ຮັບການປະສານສົມທົບໂດຍອົງການປ້ອງກັນ ແລະ ຕ້ານອາຊະຍາກຳຢາເສບຕິດຂອງສະຫະປະຊາຊາດ (UNODC) ແລະ ກົມຕຳຫຼວດສືບສວນອາຊະຍາກຳຢາເສບຕິດ (ກະຊວງຕຳຫຼວດ) ແລະ ກົມຕຳຫຼວດເມືອງກ່າວບັງ ໄດ້ສະເໜີຕົວຢ່າງເປັນທາງການ.

ຫວຽດນາມ ອາຊຽນ 25 ປ ຜ ານມາ ແລະ ເສ ນທາງໃນຕ ໜ າ VIFA ອວຍພອນສະຖານກົງສຸນໃຫຍ່ອິນເດຍ ປະຈຳ ນະຄອນໂຮ່ຈີມິນ ໃນໂອກາດວັນສະຖາປະນາປະເທດອິນເດຍຄົບຮອບ 74 ປີ

ຍສໝ - ເນື່ອງໃນໂອກາດວັນສະຖາປະນາສາທາລະນະລັດອິນເດຍຄົບຮອບ 74 ປີ (15 ສິງຫາ 1947 - 15 ສິງຫາ 2020), ທ່ານ ຮວີ່ງແທງເລີບ ປະທານ VIFA ປາດຖະໜາວ່າຜ່ານ ທ່ານ ຫົວໜ້າກົງສຸນໃຫຍ່ Madan Mohan Sethi ຂໍອວຍພອນໄຊອັນປະເສີດ ໄປຍັງ ປະຊາຊົນອິນເດຍ.

ຫວຽດນາມ ອາຊຽນ 25 ປ ຜ ານມາ ແລະ ເສ ນທາງໃນຕ ໜ າ ສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການຕຳຫຼວດປະຊາຊົນຫວຽດນາມ ຄົບຮອບ 75 ປີ ຢູ່ ສປປ.ລາວ

ຍສໝ - ໃນວັນທີ່ 18 ສິງຫາ ຢູ່ ນະຄອນຫຼວງວຽງຈັນ ປະເທດລາວ, ສະຖານທູດຫວຽດນາມ ແລະ ອົງການຕາງໜ້າກະຊວງຕຳຫຼວດຫວຽດນາມ ປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນຫວຽດນາມ ວັນທີ 19 ສິງຫາ 1945 - ວັນທີ 19 ສິງຫາ 2020 ແລະ ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.