ຂ່າວດີ ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຕົວເລກສະສົມຍັງຢູ່ 19 ຄົນ

16:30 | 09/05/2020

ຄະນະ​ສະ​ເພາະ​ກິດປ້ອງ​ກັນ, ຄວບ​ຄຸມ ​ແລະ ​ແກ້​ໄຂ​ການ​ລະບາດ​ ຂອງ​ພະຍາດ​ໂຄ ວິດ-19 ຢືນຢັນວ່າ​ ມາ​ຮອດ​ໃນ​ວັນ​ທີ 8 ພຶດສະພາ 2020  ສປປ ລາວ ຍັງບໍ່​ພົບ​ຜູ້ຕິດ​ເຊື້ອ​ໄວຣັດ​ໂຄ​ວິດ-19 ​ເພີ່ມ​ຂຶ້ນ ຕິດ​ຕໍ່​ກັນ​ແລ້ວ 26 ມື້. ຄະນະ​ທີ່ມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວ ມີເຖິງ 27.569 ຄົນ ແລະ ເສຍຊີວິດ 2.069 ຄົນ. ສະເພາະກຸ່ມປະເທດອາຊຽນ ເຫັນວ່າຍັງມີບາງປະເທດ ທີ່ມີອັດຕາ ການຕິດເຊື້ອ​ໃໝ່ ​ໃນ​ວັນ​ທີ 7 ພຶດສະພາ ສູງ​ເຖິງ 741 ຄົນ​ ​ແລະ ເສຍຊີວິດ 62 ຄົນ. 

ຂ າວດ ສປປ ລາວ ຍ ງບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ຕ ວເລກສະສ ມຍ ງຢ 19 ຄ ນ ເພີ່ມທະວີການຮ່ວມມື ລະຫວ່າງ ອົງ​ການ WHO ແລະ ທະ​ນາ​ຄານ​ລົງ​ທຶນ ເອີ​ຣົບ ເພື່ອສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19
ຂ າວດ ສປປ ລາວ ຍ ງບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ຕ ວເລກສະສ ມຍ ງຢ 19 ຄ ນ

ສປປ. ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໄວຣັດ ​ໂຄ​ວິດ​-19 ​ເພີ່ມ​ຂຶ້ນ ນັບ​ເປັນ​ເວລາ 16 ມື້​ຕິດຕໍ່​ກັນ

ຂ າວດ ສປປ ລາວ ຍ ງບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ຕ ວເລກສະສ ມຍ ງຢ 19 ຄ ນ
ຂ່າວດີ ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຕົວເລກສະສົມຍັງຢູ່ 19 ຄົນ

ທ່ານ ພູທອນ ​ເມືອງ​ປາກ ຮອງ​ລັດຖະມົນຕີ​ ກະຊວງ​ສາທາລະນະ​ສຸກ​ ລາຍ​ງານ​ໃຫ້​ຮູ້ວ່າ: ​ໃນ​ວັນ​ທີ 7 ພຶດສະພາ ໄດ້ເກັບຕົວຢ່າງມາກວດທັງໝົດ 129 ຄົນ, ກໍລະນີສົງໄສ 12 ຄົນ, ​ໃນ​ນັ້ນ​ຢູ່ນະຄອນຫລວງວຽງຈັນ 1 ຄົນ, ຫລວງພະບາງ 9 ຄົນ, ສະຫວັນນະເຂດ 2 ຄົນ ແລະ ຜູ້ຕິດເຊື້ອທີ່ອອກໂຮງໝໍ ແລ້ວກັບມາກວດຄືນ 2 ຄົນ ແມ່ນຜູ້ທີ່ປິ່ນປົວຫາຍດີຢູ່ໂຮງໝໍ ແຂວງຫລວງພະບາງ (ກໍລະນີ 5 ແລະ ກໍລະນີ 8) ພາຍຫລັງຕິດຕາມຄົບກຳນົດ 14 ວັນແລ້ວມາກວດຄືນ, ແຮງງານລາວ ທີ່ກັບມາຈາກປະເທດໄທ 105 ຄົນ, ​ເຊິ່ງຜົນ​ກວດ​ທັງໝົດ 129 ຄົນ​ແມ່ນບໍ່ພົບເຊື້ອໃໝ່, ໝາຍຄວາມວ່າໃນວັນທີ 8 ພຶດສະພາ 202ບໍ່ມີກໍລະນີໃໝ່, ນັບແຕ່ເດືອນມັງກອນ ຮອດວັນທີ 8 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 2.733 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ.

ປັດຈຸບັນ ມີຜູ້ນອນຕິດຕາມ ຢູ່ໂຮງໝໍມິດຕະພາບ 10 ຄົນລວມທັງກໍລະນີ 14 ທີ່ເອົາກັບຄືນມາ ນອນຕິດຕາມອາການຢູ່ໂຮງໝໍ, ທັງໝົດເຫັນວ່າມີອາການເບົາບາງ, ໄດ້ເກັບຕົວຢ່າງມາກວດຄືນ ເຫັນວ່າ 6 ຄົນບໍ່ພົບເຊື້ອ ແລະ ມື້ນີ້ຈະໄດ້ເກັບຕົວຢ່າງ ມາກວດ ເປັນຄັ້ງທີ່ 2 ຖ້າບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນ 24 ຊົ່ວໂມງ ຈະພິຈາລະນາໃຫ້ອອກໂຮງໝໍ ໄປຈໍາກັດບໍລິເວນຢູ່ເຮືອນອີກ 14 ວັນ.

ທ່ານ ພູທອນ ​ເມືອງ​ປາກ ຍັງ​​ໃຫ້​ຮູ້​ອີກ​ວ່າ: ໃນໄລຍະຜ່ອນຜັນ ບາງມາດຕະການ ແຕ່ນີ້ເຖິງ ວັນທີ 17 ພຶດສະພາ ຄະນະສະເພາະກິດ ຈະໄດ້ເອົາໃຈໃສ່ເຝົ້າ ລະວັງຢ່າງເຂັ້ມງວດ ຕໍ່ຜູ້ທີ່ຈະເດີນ ທາງເຂົ້າມາ ສປປ ລາວ ໂດຍການກວດວິເຄາະ ຫາເຊື້ອພະຍາດທຸກຄົນ ເພື່ອບໍ່ໃຫ້ນໍາເຊື້ອເຂົ້າມາປະເທດ ​ເຊິ່ງຜູ້ທີ່ມີຜົນກວດວິເຄາະ​ເປັນບວກ ຈະໄດ້ເຂົ້ານອນຕິດຕາມຢູ່ໂຮງໝໍ ເພື່ອບໍ່ໃຫ້ມີຄວາມສ່ຽງທີ່ຈະແຜ່ ກະຈາຍເຊື້ອອອກໄປຕິດໃສ່ຜູ້ອື່ນ ສ່ວນຜູ້ທີ່ມີຜົນກວດວິເຄາະ​ເປັນລົບ ຈະໄດຈຳກັດບໍລິເວນຢູ່ສູນ ຂອງແຕ່ລະແຂວງ ຈົນຄົບກຳນົດ 14 ວັນ.

ພ້ອມ​ນີ້​, ທ່ານຮອງ​ລັດຖະມົນ​ຕີ ກະຊວງ​ສາທາລະນະ​ສຸກ ຍັງຮຽກຮ້ອງ​​ໃຫ້ພໍ່ແມ່ ປະຊາຊົນ ບັນດາເຜົ່າ ທີ່ຢູ່ພາຍໃນປະເທດ ຕ້ອງໄດ້ເອົາໃຈໃສ່ ປະຕິບັດ ມາດຕະການປ້ອງກັນ ການຕິດເຊື້ອຕາມແຈ້ງການ ແລະ ຄຳແນະນຳຕ່າງໆ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ເພື່ອຊ່ວຍສະໜັບສະໜູນມາດ ຕະການຄວບຄຸມແກ້ໄຂການ ລະບາດຂອງພະຍາດ ໂຄ​ວິດ-19 ນີ້ ໃຫ້ມີປະສິດທິຜົນ ເພື່ອຈະໄດ້ກຳນົດມາດຕະການ ຜ່ອນຜັນສືບຕໍ່ໄປອີກ ຫລັງຈາກວັນທີ 17 ພຶດສະພາ 2020. ໂດຍສະເພາະ ການປະຕິບັດມາດ ຕະການປ້ອງກັນ ການຕິດເຊື້ອຂອງມວນຊົນ ເປັນຕົ້ນການລ້າງມື ດ້ວຍນໍ້າສະອາດ ແລະ ສະບູ ຫລື ໃຊ້ເຈວລ້າງມື ຂ້າເຊື້ອດ້ວຍເຫລົ້າ 70% ຂື້ນໄປ, ການປະຕິບັດ ໄລຍະຫ່າງ, ການໃສ່ຜ້າປິດປາກ-ດັງ, ເວລາອອກຈາກບ້ານ ຫລື ຢູ່ສະຖານທີ່ບໍລິການຕ່າງໆ.

ຂ າວດ ສປປ ລາວ ຍ ງບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ຕ ວເລກສະສ ມຍ ງຢ 19 ຄ ນ ສື່​ມວນ​ຊົນສາກົນສືບຕໍ່ຍ້ອງຍໍຊົມເຊີຍຜົນສໍາເລັດຂອງຫວຽດນາມໃນວຽກງານຄວບຄຸມໂລກລະບາດໂຄວິດ - 19

ຍສໝ - ຫວຽດນາມຍາມໃດກໍເປີດອົກເປີດໃຈ, ມີຄວາມໂປ່ງໃສໃນວິກິດການ ໂລກລະບາດ ໂຄວິດ - 19 ແລະ ໃຫ້ການໜູນຊ່ວຍອຸປະກອນການແພດແກ່ຫຼາຍປະເທດໃນໂລກ.

ຂ າວດ ສປປ ລາວ ຍ ງບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ຕ ວເລກສະສ ມຍ ງຢ 19 ຄ ນ ກອງບັນຊາການທະຫານແຂວງກວາງບິ່ງ (ຫວຽດນາມ) ໄດ້ມອບເຄື່ອງອຸປະກອນການແພດໃຫ້ແກ່ແຂວງຄຳມ່ວນເພື່ອຕ້ານການລະບາດຂອງພະຍາດ Covid - 19

ຍສໝ​ - ເມື່ອບໍ່ດົນມານີ້, ທີ່ດ່ານສາກົນນາເພົ້າ ແຂວງຄຳມ່ວນ ແລະ ດ່ານຈາຫລໍ ແຂວງກວາງບິ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນພິທີມອບຮັບເຄື່ອງອຸປະກອນການແພດ ເພື່ອຊ່ວຍເຫຼືອກອງບັນຊາການທະຫານ ແຂວງຄຳມ່ວນ ໃນການປ້ອງກັນ ແລະ ຕ້ານພະຍາດ Covid-19.

ຂ າວດ ສປປ ລາວ ຍ ງບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ຕ ວເລກສະສ ມຍ ງຢ 19 ຄ ນ ສະມາຄົມຊາວຫວຽດນາມ Löbau-Zittau ຕັດຫຍິບຜ້າອັດປາກ 7,000 ອັນ ເພື່ອສະໜັບສະໜູນ ປະຊາຊົນປະເທດ ເຢຍລະມັນໃນການປ້ອງກັນການລະບາດຂອງພະຍາດ ໂຄວິດ - 19

ຍສໝ - ວັນທີ 23 ເມສາ, ປະທານສະມາຄົມຫວຽດນາມ Löbau-Zittau ໃຫ້ຮູ້ວ່າ, ພາຍໃນເວລາເກືອບໜຶ່ງເດືອນຂອງການເປີດຕົວ, ສະມາຄົມໄດ້ຕັດຫຍິບຜ້າອັດປາກ 7,000 ອັນ ເພື່ອສະໜັບສະໜູນ ປະຊາຊົນປະເທດ ເຢຍລະມັນ ໃນການປ້ອງກັນການລະບາດຂອງພະຍາດ ໂຄວິດ - 19.

ຂປລ

ເຫດການ
302 Found

Found

The document has moved here.