ສື່​ມວນ​ຊົນສາກົນສືບຕໍ່ຍ້ອງຍໍຊົມເຊີຍຜົນສໍາເລັດຂອງຫວຽດນາມໃນວຽກງານຄວບຄຸມໂລກລະບາດໂຄວິດ - 19

ສື່​ມວນ​ຊົນສາກົນສືບຕໍ່ຍ້ອງຍໍຊົມເຊີຍຜົນສໍາເລັດຂອງຫວຽດນາມໃນວຽກງານຄວບຄຸມໂລກລະບາດໂຄວິດ - 19

18:45 | 24/04/2020

ຍສໝ - ຫວຽດນາມຍາມໃດກໍເປີດອົກເປີດໃຈ, ມີຄວາມໂປ່ງໃສໃນວິກິດການ ໂລກລະບາດ ໂຄວິດ - 19 ແລະ ໃຫ້ການໜູນຊ່ວຍອຸປະກອນການແພດແກ່ຫຼາຍປະເທດໃນໂລກ. 

ສ ມວນ ຊ ນສາກ ນສ ບຕ ຍ ອງຍ ຊ ມເຊ ຍຜ ນສ າເລ ດຂອງຫວຽດນາມໃນວຽກງານຄວບຄ ມໂລກລະບາດໂຄວ ດ 19 ຫວຽດນາມປະຕິເສດທັດສະນະທີ່ຜິດພາດຂອງຈີນຕໍ່ບັນຫາທະເລຕາເວັນອອກ
ສ ມວນ ຊ ນສາກ ນສ ບຕ ຍ ອງຍ ຊ ມເຊ ຍຜ ນສ າເລ ດຂອງຫວຽດນາມໃນວຽກງານຄວບຄ ມໂລກລະບາດໂຄວ ດ 19 ສະມາຄົມຊາວຫວຽດນາມ Löbau-Zittau ຕັດຫຍິບຜ້າອັດປາກ 7,000 ອັນ ເພື່ອສະໜັບສະໜູນ ປະຊາຊົນປະເທດ ເຢຍລະມັນໃນການປ້ອງກັນການລະບາດຂອງພະຍາດ ໂຄວິດ - 19
ສ ມວນ ຊ ນສາກ ນສ ບຕ ຍ ອງຍ ຊ ມເຊ ຍຜ ນສ າເລ ດຂອງຫວຽດນາມໃນວຽກງານຄວບຄ ມໂລກລະບາດໂຄວ ດ 19
ພາບປະກອບ

ສື່ມວນຊົນ ລັດເຊຍ ມີບົດຂຽນດ້ວຍຫົວຂໍ້ວ່າ: “ຫວຽດນາມ ປະເທດປະທານ ອາຊຽນໄດ້ຍູ້ໂລກລະບາດໂຄວິດ 19 ໃຫ້ຖອຍໄປ”; ບົດຂຽນໄດ້ ຍ້ອງຍໍບັນດາມາດຕະການແຍກຫ່າງສັງຄົມ ຊື່ງລັດຖະບານຫວຽດນາມໄດ້ປະຕິບັດ ຢ່າງຂ້ຽວຂາດ ເພື່ອຄວບຄຸມໂລກລະບາດ.ໃນ 6 ມື້ ຜ່ານມາ ຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດ 19 ລາຍໃຫມ່, ຍອດຈຳນວນຜູ້ຕິດເຊື້ອ ຍັງຄົງແມ່ນຕົວເລກ 268 ຄົນ,ໃນນັ້ນມີ 222 ຄົນໄດ້ຮັບການປິ່ນປົວຫາຍດີ ແລະບໍ່ມີກໍລະນີໃດເສຍຊີວິດ.

ເມື່ອບໍ່ດົນມານີ້, ໃນບົດຂຽນທີ່ໄດ້ເອົາລົງໃນເວັບໄຊ Handelsblatt, ບົດຂຽນໄດ້ຄັດສະເໜີຄໍາເຫັນຂອງບັນດານັກເສດຖະກິດທີ່ໃຫ້ຂໍ້ສັງເກດວ່າ ໃນຂະນະທີ່ບັນດາປະເທດອາຊີ ຕົກເຂົ້າສູ່ສະພາບຊຸດໂຊມເກືອບທັງໝົດນັ້ນ, ຫວຽດນາມຍັງສາມາດບັນລຸລະດັບການເຕີບໂຕທີ່ເປັນໜ້າຊື່ນຊົມ. ໃນເອກະສານຄາດຄະເນປະຈໍາປີທີ່ໄດ້ປະກາດໃນເດືອນ ເມສານີ້, ທັງກອງທຶນເງິນຕາສາກົນ (IMF) ແລະທະນາຄານພັດທະນາ ອາຊີ (ADB) ລ້ວນແຕ່ ໃຫ້ຂໍ້ສັງເກດວ່າ ໃນປີ 2020 ຫວຽດນາມຈະບັນລຸໄດ້ລະດັບເຕີບໂຕສູງທີ່ສຸດໃນຈຳນວນບັນດາພື້ນຖານເສດຖະກິດຢູ່ອາຊີຕາເວັນອອກສ່ຽງໃຕ້, ຊໍ້າບໍ່ໜໍາແມ່ນຈະລື່ນກາຍຈີນ ແລະອິນເດຍ, ເຊິ່ງເປັນສອງປະເທດທີ່ຢາກສວມບົດບາດເປັນກໍາລັງໜູນເຕີບໂຕຂອງອາຊີມາແຕ່ດົນນານແລ້ວ.

ຜ່ານໂລກລະບາດໂຄວິດ - 19, ບໍ່ພຽງແຕ່ຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກ ແລະລັດ ໄດ້ຍົກສູງຂຶ້ນເທ່ົານັ້ນຫາກຄວາມເຊື່ອໝັ້ນ, ຄວາມເຄົາລົບນັບຖືຂອງປະຊາຊົນ ແລະປະຊາຄົມສາກົນທີ່ມີຕໍ່ຂະແໜງສາທາລະນະສຸກຫວຽດນາມ ກໍໄດ້ຍົກສູງຂຶ້ນຢ່າງເຫັນໄດ້ຊັດ”. ນີ້ແມ່ນຄໍາຢັ້ງຢືນຂອງທ່ານນາງຮອງປະທານປະເທດຫວຽດນາມດັ້ງທິງອັກທິ້ງ ໃນການໄປຢ້ຽມຢາມ, ລະດົມກໍາລັງໃຈຂະແໜງສາທາລະນະສຸກ ແລະ ຊົມເຊີຍຫົວໜ່ວຍດີເດັ່ນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນຕອນເຊົ້າວັນທີ 24 ເມສາຢູ່ຮ່າໂນ້ຍ.

ກະກຽມກ້າວເຂົ້າສູ່ການປ້ອງກັນ ແລະສະກັດກັ້ນໂລກລະບາດໃນໄລຍະຈະມາເຖິງ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ເຊື່ອໝັ້ນວ່າຂະແໜງສາທາລະນະສຸກຈະສືບຕໍ່ຕັ້ງໜ້າປິ່ນປົວໃຫ້ບັນດາກໍລະນີຕິດເຊື້ອພະຍາດທີ່ຍັງເຫຼືອ; ຕິດຕາມບັນດາກໍລະນີພວມ ແລະກໍາລັງຈະແຍກຕົວໃນໄລຍະຈະມາເຖິງ ເມື່ອຫວຽດນາມຕ້ອນຮັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ນັກສຶກສາກັບມາປະເທດ; ບັນດານັກຊ່ຽວຊານຂອງບັນດາປະເທດຕ່າງໆທີ່ມາເຮັດວຽກຢູ່ຫວຽດນາມ...

ໄລ່ຮອດຕອນເຊົ້າວັນທີ 23 ເມສາ, ພໍດີຄົບຮອບ 1 ອາທິດ ຕິດຕໍ່ກັນ ທີ່ຫວຽດນາມຢັ້ງຢືນວ່າ ບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ.ຍອດຈຳນວນຜູ້ຕິດເຊື້ອພະຍາດ ຍັງຄົງແມ່ນ 268 ຄົນຄືເກົ່າ, ໃນນັ້ນມີຜູ້ຕິດເຊື້ອໄດ້ປະກາດ ປິ່ນປົວຫາຍດີເປັນປົກກະຕິແມ່ນ 223 ຄົນ ແລະ ຍັງເຫຼືອພຽງ 45 ຄົນເທົ່ານັ້ນ ທີ່ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ. ນີ້ກໍ່ແມ່ນໝາກຜົນພາຍຫຼັງ 3 ອາທິດຈຸດສູງ ທີ່ໄດ້ປະຕິບັດການແຍກຫ່າງໃນສັງຄົມ.

ໄລ່ຮອດຕອນເຊົ້າວັນທີ 23 ເມສາ, ຕາມເວລາຫວຽດນາມ, ໃນທົ່ວໂລກໄດ້ມີຜູ້ຕິດໂລກລະບາດໂຄວິດ - 19 ຈໍານວນ 2.631.025 ຄົນ, ໃນນັ້ນຈໍານວນຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວ ໄດ້ຂຶ້ນເຖິງເກືອບ 184.000 ກໍລະນີ. ຈໍານວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໃນທົ່ວໂລກແມ່ນ 716.811 ຄົນ ແລະ ຍັງເຫຼືອ 56.678 ຄົນພວມຢູ່ໃນສະພາບອັນຕະລາຍ.

ສ ມວນ ຊ ນສາກ ນສ ບຕ ຍ ອງຍ ຊ ມເຊ ຍຜ ນສ າເລ ດຂອງຫວຽດນາມໃນວຽກງານຄວບຄ ມໂລກລະບາດໂຄວ ດ 19 ຫວຽດນາມປະຕິເສດທັດສະນະທີ່ຜິດພາດຂອງຈີນຕໍ່ບັນຫາທະເລຕາເວັນອອກ
ສ ມວນ ຊ ນສາກ ນສ ບຕ ຍ ອງຍ ຊ ມເຊ ຍຜ ນສ າເລ ດຂອງຫວຽດນາມໃນວຽກງານຄວບຄ ມໂລກລະບາດໂຄວ ດ 19 ສະຖານທູດຫວຽດນາມປະຈຳ ຍີ່ປຸ່ນ ມອບໝີ່ສໍາເລັດຮູບ 100 ແກດ ໃຫ້ແກ່ພົນລະເມືອງຫວຽດນາມ ຢູ່ Fukushima ທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກວ່າ COVID-19
ສ ມວນ ຊ ນສາກ ນສ ບຕ ຍ ອງຍ ຊ ມເຊ ຍຜ ນສ າເລ ດຂອງຫວຽດນາມໃນວຽກງານຄວບຄ ມໂລກລະບາດໂຄວ ດ 19 ສະມາຄົມຊາວຫວຽດນາມ Löbau-Zittau ຕັດຫຍິບຜ້າອັດປາກ 7,000 ອັນ ເພື່ອສະໜັບສະໜູນ ປະຊາຊົນປະເທດ ເຢຍລະມັນໃນການປ້ອງກັນການລະບາດຂອງພະຍາດ ໂຄວິດ - 19

ໄຊພອນ

ເຫດການ
302 Found

Found

The document has moved here.