ນັກສຶກສາລາວເຂົ້າຮ່ວມພິທີກຳທາງພຸດທະສາສະໜາຕາມປະເພນີຢູ່ນະຄອນດ່ານັງ

ນັກສຶກສາລາວເຂົ້າຮ່ວມພິທີກຳທາງພຸດທະສາສະໜາຕາມປະເພນີຢູ່ນະຄອນດ່ານັງ

ຍສໝ - ເພື່ອຂານຮັບວັນວັດທະນະທຳຫວຽດນາມ 24/11, ນັກສຶກສາລາວຈຳນວນຫຼາຍທີ່ກຳລັງຮ່ຳຮຽນຢູ່ນະຄອນດ່ານັງ ໄດ້ໄປວັດຕາມບ້າວ ເພື່ອຖວາຍທູບທຽນ, ໄຫວ້ພະ, ເຂົ້າຮ່ວມພິທີກຳຂອງພຸດທະສາສະໜາເຖຣະວາດ ແລະ ຮ່ວມສະແດງຄວາມຍິນດີເນື່ອງໃນບຸນກະຖິນຄັ້ງໃຫຍ່, ຜ່ານນັ້ນໄດ້ຮຽນຮູ້ເຖິງຄວາມຄ້າຍຄືກັນໃນວິຖີຊີວິດທາງວັດທະນະທຳ ແລະ ຄວາມເຊື່ອຖືຂອງປະຊາຊົນຫວຽດນາມ ແລະ ລາວ.

ຫວຽດນາມ - ຝຣັ່ງ ສະເໜີປ່ຽນໃໝ່ການຮ່ວມມືລະຫວ່າງທ້ອງຖິ່ນໃຫ້ສອດຄ່ອງກັບຮູບແບບການປົກຄອງໃໝ່

ຫວຽດນາມ - ຝຣັ່ງ ສະເໜີປ່ຽນໃໝ່ການຮ່ວມມືລະຫວ່າງທ້ອງຖິ່ນໃຫ້ສອດຄ່ອງກັບຮູບແບບການປົກຄອງໃໝ່

ຍສໝ - ວັນທີ 23/11, ຢູ່ວຸດທິສະພາຝຣັ່ງ, ທ່ານ ຈິ້ງ ດຶກ ຫາຍ, ເອກອັກຄະລັດຖະທູດຫວຽດນາມປະຈຳຝຣັ່ງ ໄດ້ສະເໜີໃຫ້ປ່ຽນໃໝ່ວິທີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ ໃຫ້ສອດຄ່ອງກັບບັນດາການປ່ຽນແປງໃນການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນຢູ່ຫວຽດນາມ. ກອງປະຊຸມຮ່ວມມືລະຫວ່າງທ້ອງຖິ່ນ ຝຣັ່ງ - ຫວຽດນາມ ຄັ້ງທີ 13 ຄາດວ່າຈະຈັດຂຶ້ນຢູ່ຝຣັ່ງ ໃນປີ 2027.

ບັງກະລາເທດຫວັງໃຫ້ຫວຽດນາມສະໜັບສະໜູນການເຂົ້າຮ່ວມ RCEP ແລະ ຂະຫຍາຍການຮ່ວມມືກັບອາຊຽນ

ບັງກະລາເທດຫວັງໃຫ້ຫວຽດນາມສະໜັບສະໜູນການເຂົ້າຮ່ວມ RCEP ແລະ ຂະຫຍາຍການຮ່ວມມືກັບອາຊຽນ

ຍສ​ໝ - ວັນທີ 24/11, ຢູ່ນະຄອນຫຼວງທາກາ, ທ່ານ Mirza Fakhrul Islam Alamgir, ປະທານປະເທດບັງກະລາເທດ ໄດ້ສະແດງຄວາມປາຖະໜາໃຫ້ຫວຽດນາມສະໜັບສະໜູນບັງກະລາເທດເຂົ້າຮ່ວມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP), ກາຍເປັນຄູ່ເຈລະຈາສະເພາະຂົງເຂດຂອງອາຊຽນ, ພ້ອມທັງສ້າງເງື່ອນໄຂໃຫ້ຂະຫຍາຍການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ.

ນາຍົກລັດຖະມົນຕີລາວ ສະເຫຼີມໄຊ ກົມມະສິດ ຈະຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 27-28/11

ນາຍົກລັດຖະມົນຕີລາວ ສະເຫຼີມໄຊ ກົມມະສິດ ຈະຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 27-28/11

ຍສໝ - ໂດຍຕອບຮັບຄຳເຊີນຂອງທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີລາວ ພ້ອມດ້ວຍພັນລະຍາ ຈະຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 27-28/11, ພ້ອມທັງເຂົ້າຮ່ວມກອງປະຊຸມສຸດຍອດ 2 ຄັ້ງ ກ່ຽວກັບການຮ່ວມມືລະດັບພາກພື້ນແມ່ນ້ຳຂອງ. ນີ້ແມ່ນການຢ້ຽມຢາມຫວຽດນາມຄັ້ງທຳອິດຂອງທ່ານ ໃນຖານະນາຍົກລັດຖະມົນຕີລາວ.

ເອກອັກຄະລັດຖະທູດອິນໂດເນເຊຍສະເໜີຈັດສັບປະດາວັດທະນະທຳປະຈຳປີລະຫວ່າງສອງປະເທດ

ເອກອັກຄະລັດຖະທູດອິນໂດເນເຊຍສະເໜີຈັດສັບປະດາວັດທະນະທຳປະຈຳປີລະຫວ່າງສອງປະເທດ

ຍສໝ - ເນື່ອງໃນໂອກາດວັນວັດທະນະທຳຫວຽດນາມ 24/11, ທ່ານ Adam M. Tugio, ເອກອັກຄະລັດຖະທູດອິນໂດເນເຊຍປະຈຳຫວຽດນາມ ໄດ້ສະເໜີໃຫ້ຈັດສັບປະດາວັດທະນະທຳປະຈຳປີ ໂດຍຜັດປ່ຽນກັນຈັດຢູ່ສອງປະເທດ, ຂະຫຍາຍໂຄງການທຶນການສຶກສາ, ການແລກປ່ຽນສິລະປະ ແລະ ການຮ່ວມມືດ້ານອຸດສາຫະກຳສ້າງສັນ, ແນໃສ່ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນໂດເນເຊຍ ໃກ້ຊິດກັບປະຊາຊົນຫຼາຍຂຶ້ນ.

ສິລະປິນ 6 ຄົນຈາກຟີລິບປິນແນະນຳສິລະປະຮ່ວມສະໄໝຢູ່ຮ່າໂນ້ຍ

ສິລະປິນ 6 ຄົນຈາກຟີລິບປິນແນະນຳສິລະປະຮ່ວມສະໄໝຢູ່ຮ່າໂນ້ຍ

ຍສໝ - ຕອນບ່າຍວັນທີ 23/11, ຢູ່ຮ່າໂນ້ຍ, ສະຖານທູດຟີລິບປິນປະຈຳຫວຽດນາມ ໄດ້ເປີດງານວາງສະແດງສິລະປະຮ່ວມສະໄໝ “Expressions of Friendship” ໂດຍມີສິລະປິນຟີລິບປິນ 6 ຄົນເຂົ້າຮ່ວມ, ແນະນຳບັນດາຜົນງານກ່ຽວກັບວັດທະນະທຳ, ຜູ້ຄົນ ແລະ ທຳມະຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ - ຟີລິບປິນ.

ອົດສະຕຣາລີຈັດສັນເງິນ 98,3 ລ້ານ AUD ເພື່ອຊ່ວຍເຫຼືອການພັດທະນາຫວຽດນາມ ໃນປີ 2026-2027

ອົດສະຕຣາລີຈັດສັນເງິນ 98,3 ລ້ານ AUD ເພື່ອຊ່ວຍເຫຼືອການພັດທະນາຫວຽດນາມ ໃນປີ 2026-2027

ຍສໝ - ວັນທີ 23/11, ຢູ່ຮ່າໂນ້ຍ, ອົດສະຕຣາລີໄດ້ປະກາດເພີ່ມຍອດລວມການຊ່ວຍເຫຼືອດ້ານການພັດທະນາທີ່ຄາດວ່າຈະຈັດສັນໃຫ້ຫວຽດນາມໃນປີງົບປະມານ 2026-2027 ຂຶ້ນເປັນ 98,3 ລ້ານ AUD, ເພີ່ມຂຶ້ນ 1,7 ລ້ານ AUD ທຽບໃສ່ປີກ່ອນ. ແຫຼ່ງທຶນດັ່ງກ່າວຈະສຸມໃສ່ການພັດທະນາເສດຖະກິດ, ນະວັດຕະກຳ, ການຝຶກອົບຮົມຊັບພະຍາກອນມະນຸດ, ການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາທີ່ທົ່ວເຖິງ.

ຟົດຟື້ນວັນວັດທະນະທຳຫວຽດນາມ 2026 ຢູ່ ມາເລເຊຍ

ຟົດຟື້ນວັນວັດທະນະທຳຫວຽດນາມ 2026 ຢູ່ ມາເລເຊຍ

ຍສໝ - ຕອນເຊົ້າວັນທີ 22/11, ຢູ່ ກົວລາລຳເປີ, ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ມາເລເຊຍ ໄດ້ຈັດຕັ້ງວັນວັດທະນະທຳຫວຽດນາມ 2026 ຢູ່ ມາເລເຊຍ ເພື່ອຕອບສະໜອງວັນວັດທະນະທຳຫວຽດນາມ (24/11) ແລະ ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ (18/11).

ໂຄສະນາຍອດຍິ່ງຂອງອາຫານ ແລະ ວັດທະນະທຳຫວຽດນາມ ຢູ່ ເວເນຊູເອລາ

ໂຄສະນາຍອດຍິ່ງຂອງອາຫານ ແລະ ວັດທະນະທຳຫວຽດນາມ ຢູ່ ເວເນຊູເອລາ

ຍສໝ - ເພື່ອຕອບສະໜອງວັນວັດທະນະທຳຫວຽດນາມ 24/11 ແລະ ຂໍ້ລິເລີ່ມ "ວັນວັດທະນະທຳອາຫານຫວຽດນາມ", ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ເວເນຊູເອລາ ໄດ້ຈັດງານພົບປະແລກປ່ຽນວັດທະນະທຳ, ແນະນຳອາຫານພື້ນເມືອງຫຼາຍເຍື່ອງ ພ້ອມດ້ວຍບັນດາຜະລິດຕະພັນເຄື່ອງເທດຂອງຫວຽດນາມ ໃຫ້ແກ່ເພື່ອນມິດປະເທດເຈົ້າພາບ ແລະ ສາກົນ.

80 ຄົນເຂົ້າຮ່ວມການປະກວດສິລະປະຂຽນອັກສອນເກົາຫຼີ ຢູ່ພະລາຊະວັງເຫວ້

80 ຄົນເຂົ້າຮ່ວມການປະກວດສິລະປະຂຽນອັກສອນເກົາຫຼີ ຢູ່ພະລາຊະວັງເຫວ້

ຍສໝ - ວັນທີ 22/11, ຢູ່ພະລາຊະວັງເຫວ້, ນັກຮຽນ, ນັກສຶກສາ ແລະ ຜູ້ທີ່ມັກຮັກວັດທະນະທຳເກົາຫຼີ ຈຳນວນ 80 ຄົນ ໄດ້ເຂົ້າຮ່ວມການປະກວດສິລະປະຂຽນອັກສອນເກົາຫຼີ. ກິດຈະກຳນີ້ເຊື່ອມໂຍງສິລະປະການຂຽນອັກສອນກັບມໍລະດົກບົດກະວີຂອງຫວຽດນາມ - ສ.ເກົາຫຼີ, ປະກອບສ່ວນເພີ່ມທະວີການແລກປ່ຽນວັດທະນະທຳ ແລະ ສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.

ຫວຽດນາມ - ລາວ ມຸ່ງສູ່ໂຄງການຮ່ວມມືດ້ານກິລາ ໄລຍະ 2026-2030

ຫວຽດນາມ - ລາວ ມຸ່ງສູ່ໂຄງການຮ່ວມມືດ້ານກິລາ ໄລຍະ 2026-2030

ຍສໝ - ວັນທີ 22/11, ຢູ່ນະຄອນໂຮ່ຈີມິນ, ຄະນະນຳຂະແໜງກິລາຫວຽດນາມ ແລະ ລາວ ໄດ້ເຫັນດີຮ່ວມກັນກ່ຽວກັບທິດທາງການສ້າງໂຄງການຮ່ວມມືໄລຍະ 2026-2030, ໂດຍສຸມໃສ່ການຝຶກອົບຮົມນັກກິລາ, ຄູຝຶກ ແລະ ກຳມະການຕັດສິນ, ການພັດທະນາກິລາລະດັບສູງ ແລະ ການແລກປ່ຽນປະສົບການດ້ານການຄຸ້ມຄອງ ແລະ ນຳໃຊ້ສະໜາມ ແລະ ສິ່ງກໍ່ສ້າງດ້ານກິລາ.

ອາຫານຫວຽດນາມເຊື່ອມໂຍງມິດສະຫາຍສາກົນຢູ່ເວເນຊູເອລາ

ອາຫານຫວຽດນາມເຊື່ອມໂຍງມິດສະຫາຍສາກົນຢູ່ເວເນຊູເອລາ

ຍສໝ - ວັນທີ 21/11, ຢູ່ນະຄອນຫຼວງກາຣາກັສ (ເວເນຊູເອລາ), ງານວັນວັດທະນະທຳອາຫານຫວຽດນາມ ປີ 2026 ໄດ້ແນະນຳອາຫານພື້ນເມືອງ, ຜະລິດຕະພັນທີ່ເປັນເອກະລັກ ແລະ ສີສັນທາງວັດທະນະທຳຂອງຫວຽດນາມ ໃຫ້ແກ່ມິດສະຫາຍສາກົນ, ພ້ອມທັງເປີດໂອກາດໃນການເຊື່ອມໂຍງທາງການຄ້າລະຫວ່າງວິສາຫະກິດຂອງສອງປະເທດ.

ຄ່ຳຄືນສິລະປະຢູ່ລາວ ເຊື່ອມສານຊຸມຊົນຊາວຫວຽດນາມ, ເຜີຍແຜ່ມິດຕະພາບຫວຽດນາມ - ລາວ

ຄ່ຳຄືນສິລະປະຢູ່ລາວ ເຊື່ອມສານຊຸມຊົນຊາວຫວຽດນາມ, ເຜີຍແຜ່ມິດຕະພາບຫວຽດນາມ - ລາວ

ຍສໝ - ຕອນຄ່ຳວັນທີ 21 ພະຈິກ, ຢູ່ນະຄອນຫຼວງວຽງຈັນ (ລາວ), ໂຄງການສິລະປະ “ເຊື່ອມສານຊຸມຊົນ, ສານສາຍໃຍມິດຕະພາບຫວຽດນາມ - ລາວ” ໄດ້ນຳສະເໜີບັນດາລາຍການຮ້ອງເພງ, ຟ້ອນ ແລະ ດົນຕີ ກ່ຽວກັບບ້ານເກີດ, ປະເທດຊາດ ແລະ ນ້ຳໃຈສາມັກຄີລະຫວ່າງສອງຊົນຊາດ. ກິດຈະກຳນີ້ໄດ້ສ້າງໂອກາດໃຫ້ຊຸມຊົນຊາວຫວຽດນາມຢູ່ລາວໄດ້ພົບປະ, ຫວນຄືນສູ່ຮາກເຫງົ້າຂອງຕົນ, ພ້ອມທັງແນະນຳວັດທະນະທຳຫວຽດນາມໃຫ້ແກ່ປະຊາຊົນລາວ.

ການປະກວດວັດທະນະທຳ 3 ລາຍການ ເຊື່ອມສານຊຸມຊົນຊາວຫວຽດນາມຢູ່ໄທ

ການປະກວດວັດທະນະທຳ 3 ລາຍການ ເຊື່ອມສານຊຸມຊົນຊາວຫວຽດນາມຢູ່ໄທ

ຍສໝ - ຕອນຄ່ຳວັນທີ 21 ພະຈິກ, ຢູ່ແຂວງອຸດອນທານີ (ໄທ), ຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດຫຼາຍຮ້ອຍຄົນໄດ້ເຂົ້າຮ່ວມພິທີມອບລາງວັນການປະກວດ 3 ລາຍການ ກ່ຽວກັບພາສາຫວຽດນາມ, ການຮ້ອງເພງ ແລະ ອາຫານພື້ນເມືອງ. ໂດຍມີຜູ້ເຂົ້າປະກວດຮ້ອງເພງເກືອບ 50 ຄົນ ອາຍຸຕັ້ງແຕ່ 5 ປີ ເຖິງເກືອບ 80 ປີ ແລະ ຫຼາຍສິບຄອບຄົວເຂົ້າຮ່ວມການປະກວດອາຫານ, ໂຄງການໄດ້ປະກອບສ່ວນອະນຸລັກເອກະລັກວັດທະນະທຳຫວຽດນາມ ແລະ ປູກຝັງສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.

ຫວຽດນາມ - ອາແຊກໄບຊານ ກຳນົດ 5 ຂົງເຂດຈຸດສຸມການຮ່ວມມືໃນໄລຍະໃໝ່

ຫວຽດນາມ - ອາແຊກໄບຊານ ກຳນົດ 5 ຂົງເຂດຈຸດສຸມການຮ່ວມມືໃນໄລຍະໃໝ່

ຍສໝ​ - ພາຍຫຼັງການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານ Ilham Aliyev, ປະທານາທິບໍດີອາແຊກໄບຊານ, ແຕ່ວັນທີ 20-21 ພະຈິກ, ສອງປະເທດໄດ້ເຫັນດີເລັ່ງສຳເລັດແຜນດຳເນີນງານເພື່ອຜັນຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດ, ໂດຍສຸມໃສ່ 5 ຂົງເຂດບຸລິມະສິດ, ໃນນັ້ນມີການຄ້າ, ການລົງທຶນ, ພະລັງງານ, ການຂົນສົ່ງ ແລະ ການແລກປ່ຽນລະຫວ່າງປະຊາຊົນ. ພ້ອມກັນນັ້ນ, ຫວຽດນາມຍັງຢືນຢັນຄວາມພ້ອມໃນການເປັນຂົວເຊື່ອມເພື່ອຊ່ວຍອາແຊກໄບຊານພັດທະນາສາຍພົວພັນກັບອາຊຽນ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.

ວິສາຫະກິດຫວຽດນາມ - ມາເລເຊຍ ລົງນາມໃນຂໍ້ຕົກລົງຮ່ວມມື ໃນງານວັນວັດທະນະທຳຫວຽດນາມ 2026

ວິສາຫະກິດຫວຽດນາມ - ມາເລເຊຍ ລົງນາມໃນຂໍ້ຕົກລົງຮ່ວມມື ໃນງານວັນວັດທະນະທຳຫວຽດນາມ 2026

ຍສໝ - ວັນທີ 22 ພະຈິກ, ຢູ່ມາເລເຊຍ, ມີວິສາຫະກິດ, ອົງການ ແລະ ສະມາຄົມທຸລະກິດຫວຽດນາມ - ມາເລເຊຍ ຫຼາຍກວ່າ 40 ແຫ່ງ ເຂົ້າຮ່ວມໂຄງການເຊື່ອມຕໍ່ວິສາຫະກິດ ທີ່ຈັດຂຶ້ນໂດຍສະຖານທູດຫວຽດນາມ. ຈຸດເດັ່ນຂອງງານແມ່ນພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈຮ່ວມມື ລະຫວ່າງຍີ່ຫໍ້ Nón Lá ຂອງ Green Farms (ຫວຽດນາມ) ແລະ EMC Group (ມາເລເຊຍ), ເປີດໂອກາດການຮ່ວມມືທາງທຸລະກິດລະຫວ່າງສອງຝ່າຍ.

ນັກສຶກສາລາວໂດຍມີຄວາມຮູ້ສຶກຕື້ນຕັນໃຈເມື່ອໄດ້ຢ້ຽມຊົມຫໍເທບທິດາໂຍ່ຍຮວາ ຢູ່ຫວຽດນາມ

ນັກສຶກສາລາວໂດຍມີຄວາມຮູ້ສຶກຕື້ນຕັນໃຈເມື່ອໄດ້ຢ້ຽມຊົມຫໍເທບທິດາໂຍ່ຍຮວາ ຢູ່ຫວຽດນາມ

ຍສໝ - ໃນການໄປຢ້ຽມຊົມຫໍເທບທິດາໂຍ່ຍຮວາ ທີ່ແຂວງນິງບິ່ງເປັນຄັ້ງທຳອິດ, ທ້າວ ມີໄຊ ວັນພະຈິດ, ນັກສຶກສາລາວທີ່ກຳລັງສຶກສາຢູ່ສະຖາບັນການທູດຫວຽດນາມ, ຮູ້ສຶກຕື້ນຕັນໃຈເມື່ອຮູ້ວ່າ ປະຊາຊົນຫວຽດນາມໄດ້ອະນຸລັກ ແລະ ລະນຶກເຖິງລາຊະທິດາຈາກປະເທດບ້ານເກີດຂອງຕົນມາຫຼາຍສະຕະວັດ. ລາວຕ້ອງການນຳເລື່ອງລາວນີ້ໄປເລົ່າໃຫ້ຄອບຄົວ ແລະ ໝູ່ເພື່ອນຢູ່ລາວຟັງ.

ນະຄອນໂຮ່ຈີມິນສະເໜີ 3 ທິດທາງຮ່ວມມືການລົງທຶນກັບສິງກະໂປ

ນະຄອນໂຮ່ຈີມິນສະເໜີ 3 ທິດທາງຮ່ວມມືການລົງທຶນກັບສິງກະໂປ

ຍສໝ - ມາຮອດເດືອນ 9/2026, ສິງກະໂປເປັນຜູ້ນຳດ້ານຍອດເງິນລົງທຶນຢູ່ນະຄອນໂຮ່ຈີມິນ ດ້ວຍ 2.815 ໂຄງການທີ່ຍັງມີຜົນບັງຄັບໃຊ້, ມີຍອດທຶນຈົດທະບຽນຫຼາຍກວ່າ 25,28 ຕື້ໂດລາສະຫະລັດ. ບົນພື້ນຖານດັ່ງກ່າວ, ນະຄອນໄດ້ສະເໜີ 3 ທິດທາງຮ່ວມມືສຳຄັນ ກ່ຽວກັບໂຄງລ່າງ ແລະ ໂລຈິສຕິກ, ເຕັກໂນໂລຊີຊັ້ນສູງ ແລະ ການເຊື່ອມໂຍງທາງການເງິນ ເພື່ອດຶງດູດບັນດາໂຄງການລົງທຶນທີ່ມີຄຸນນະພາບສູງ.

ຫວຽດນາມ - ໂຣມານີ ລົງນາມ 2 ຂໍ້ຕົກລົງຮ່ວມມືດ້ານອຸດສາຫະກຳ ແລະ ການຝຶກອົບຮົມ

ຫວຽດນາມ - ໂຣມານີ ລົງນາມ 2 ຂໍ້ຕົກລົງຮ່ວມມືດ້ານອຸດສາຫະກຳ ແລະ ການຝຶກອົບຮົມ

ຍສໝ - ວັນທີ 19/11, ຢູ່ແຂວງຝູເຖາະ, ງານວັນວັດທະນະທຳ ແລະ ການຄ້າ ໂຣມານີ - ຫວຽດນາມ 2026 ໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈດ້ານການຮ່ວມມື 2 ສະບັບ, ໂດຍມຸ່ງໄປສູ່ການພັດທະນາເຂດອຸດສາຫະກຳຫວຽດນາມ - ໂຣມານີ ແລະ ການສ້າງຕັ້ງວິທະຍາໄລເຕັກນິກຫຼາຍສາຂາຫວຽດນາມ - ໂຣມານີ. ງານດັ່ງກ່າວຍັງມີຫຼາຍກິດຈະກຳແລກປ່ຽນວັດທະນະທຳ, ເຊື່ອມໂຍງວິສາຫະກິດ ແລະ ໂຄສະນາສັກກະຍະພາບການຮ່ວມມືລະຫວ່າງສອງປະເທດ.

6 ປະເທດແມ່ນ້ຳຂອງ - ລ້ານຊ້າງ ເຫັນດີແລກປ່ຽນຂໍ້ມູນຢູ່ 24 ສະຖານີອຸທົກກະສາດ

6 ປະເທດແມ່ນ້ຳຂອງ - ລ້ານຊ້າງ ເຫັນດີແລກປ່ຽນຂໍ້ມູນຢູ່ 24 ສະຖານີອຸທົກກະສາດ

ຍສໝ - ວັນທີ 19/11, ທີ່ຮ່າໂນ້ຍ, 6 ປະເທດແມ່ນ້ຳຂອງ - ລ້ານຊ້າງ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການແລກປ່ຽນຂໍ້ມູນອຸທົກກະສາດແບບທັນເວລາຢູ່ 24 ສະຖານີສຳຄັນ, ໃນນັ້ນ ຫວຽດນາມມີ 2 ສະຖານີ ຄື ເຕິນເຈົາ ແລະ ເຈົາດົກ. ຂໍ້ຕົກລົງນີ້ປະກອບສ່ວນຍົກລະດັບຄວາມສາມາດໃນການຄາດຄະເນ, ເຕືອນໄພທຳມະຊາດ ແລະ ຄຸ້ມຄອງແຫຼ່ງນ້ຳຢ່າງຍືນຍົງທົ່ວລຸ່ມນ້ຳ.

ສອງສະມາຄົມມິດຕະພາບຫວຽດນາມ - ບຣາຊິນ ກະກຽມຂໍ້ຕົກລົງການຮ່ວມມືໄລຍະ 5 ປີ

ສອງສະມາຄົມມິດຕະພາບຫວຽດນາມ - ບຣາຊິນ ກະກຽມຂໍ້ຕົກລົງການຮ່ວມມືໄລຍະ 5 ປີ

ຍສໝ - ສະມາຄົມມິດຕະພາບ ແລະ ການຮ່ວມມືຫວຽດນາມ - ບຣາຊິນ ແລະ ສະມາຄົມມິດຕະພາບ ບຣາຊິນ - ຫວຽດນາມ (ABRAVIET) ໄດ້ເຫັນດີຮ່ວມກັນຈັດຕັ້ງຄະນະເຮັດວຽກ ເພື່ອກະກຽມລົງນາມໃນບົດບັນທຶກຄວາມເຂົ້າໃຈດ້ານການຮ່ວມມືສຳລັບ 5 ປີຕໍ່ໜ້າ. ທັງສອງຝ່າຍຍັງມຸ່ງໄປສູ່ການເຊື່ອມໂຍງບັນດາທ້ອງຖິ່ນຜະລິດກາເຟ, ວິສາຫະກິດ ແລະ ຂະຫຍາຍການແລກປ່ຽນລະຫວ່າງປະຊາຊົນ.

ຫວຽດນາມ - ຕວັກກີ ຮ່ວມມືດ້ານການກວດສອບບັນຊີດິຈິຕອນ

ຫວຽດນາມ - ຕວັກກີ ຮ່ວມມືດ້ານການກວດສອບບັນຊີດິຈິຕອນ

ຍສໝ - ວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ, ອົງການກວດສອບບັນຊີແຫ່ງລັດຫວຽດນາມ ແລະ ສານກວດສອບບັນຊີຕວັກກີ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື, ໂດຍສຸມໃສ່ການແລກປ່ຽນປະສົບການ, ການຝຶກອົບຮົມບຸກຄະລາກອນ ແລະ ການນຳໃຊ້ປັນຍາປະດິດ, ຂໍ້ມູນຂະໜາດໃຫຍ່ ເພື່ອຍົກສູງຄຸນນະພາບການດຳເນີນງານກວດສອບບັນຊີ.

ຫວຽດນາມສະເໜີການຮ່ວມມືດ້ານ AI ກັບ Karnataka

ຫວຽດນາມສະເໜີການຮ່ວມມືດ້ານ AI ກັບ Karnataka

ຍສໝ - ວັນທີ 18 ພະຈິກ, ຢູ່ອິນເດຍ, ທ່ານ ຈິ້ງ ມິງ ແມ້ງ, ເອກອັກຄະລັດຖະທູດຫວຽດນາມ ໄດ້ພົບປະກັບທ່ານ D.K. Shivakumar, ຫົວໜ້າລັດຖະບານລັດ Karnataka, ເພື່ອແລກປ່ຽນກ່ຽວກັບການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການລົງທຶນ. ສອງຝ່າຍໄດ້ຮັບການປະເມີນວ່າມີທ່າແຮງການຮ່ວມມືຫຼາຍໃນຂົງເຂດປັນຍາປະດິດ (AI), ເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຊີດິຈິຕອນ ແລະ ການຄົ້ນຄວ້າ, ພັດທະນາ.

ຫວຽດນາມ - ສະວິດ ຂະຫຍາຍການຮ່ວມມືດ້ານວິທະຍາສາດ ແລະ ການສຶກສາ

ຫວຽດນາມ - ສະວິດ ຂະຫຍາຍການຮ່ວມມືດ້ານວິທະຍາສາດ ແລະ ການສຶກສາ

ຍສໝ - ວັນທີ 17 ພະຈິກ, ຢູ່ຮ່າໂນ້ຍ, ກອງສຳມະນາສາກົນ “55 ປີແຫ່ງການພົວພັນຫວຽດນາມ - ສະວິດ: ມິດຕະພາບ, ການຮ່ວມມື, ຄວາມຈະເລີນຮຸ່ງເຮືອງ” ໄດ້ຈັດຂຶ້ນເພື່ອປະເມີນຜົນການຮ່ວມມືສອງຝ່າຍ, ພ້ອມທັງສະເໜີທິດທາງໃໝ່ໃນຂົງເຂດເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ, ການສຶກສາ ແລະ ການຕ່າງປະເທດປະຊາຊົນ.

ຫວຽດນາມ - ຊູແອດ ຂະຫຍາຍການຮ່ວມມືດ້ານສາທາລະນະສຸກ

ຫວຽດນາມ - ຊູແອດ ຂະຫຍາຍການຮ່ວມມືດ້ານສາທາລະນະສຸກ

ຍສໝ - ແຕ່ວັນທີ 16-18 ພະຈິກ, ອາທິດສາທາລະນະສຸກຫວຽດນາມ - ຊູແອດ 2026 ໄດ້ຈັດຂຶ້ນຢູ່ແຂວງບັກນິງ, ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ. ໃນໂອກາດນີ້, ຫວຽດນາມໄດ້ສະເໜີສ້າງແຜນງານຮ່ວມມືດ້ານສາທາລະນະສຸກສອງຝ່າຍ ໄລຍະ 2027-2030, ໂດຍສຸມໃສ່ການຄົ້ນຄວ້າວິທະຍາສາດ, ການຖ່າຍທອດເຕັກໂນໂລຊີ, ການພັດທະນາສາທາລະນະສຸກດິຈິຕອນ ແລະ ການຍົກສູງຄຸນນະພາບການດູແລສຸຂະພາບ.

ຫວຽດນາມສະເໜີ 8 ຂົງເຂດຮ່ວມມືກັບອາຟຣິກາໃຕ້

ຫວຽດນາມສະເໜີ 8 ຂົງເຂດຮ່ວມມືກັບອາຟຣິກາໃຕ້

ຍສໝ - ວັນທີ 17 ພະຈິກ, ຢູ່ແຂວງ KwaZulu-Natal (ອາຟຣິກາໃຕ້), ທ່ານ ຫງວຽນ ຈ້ອງ ກຽນ, ເອກອັກຄະລັດຖະທູດຫວຽດນາມປະຈຳອາຟຣິກາໃຕ້ ໄດ້ສະເໜີ 8 ຂົງເຂດຮ່ວມມືບຸລິມະສິດ, ໃນນັ້ນມີການຄ້າ, ການຂົນສົ່ງທາງທະເລ, ລະບົບຕ່ອງໂສ້ການສະໜອງ ແລະ ພະລັງງານທົດແທນ, ແນໃສ່ຂະຫຍາຍການດຳເນີນງານຂອງວິສາຫະກິດຫວຽດນາມຢູ່ອາຟຣິກາໃຕ້ ແລະ ຕະຫຼາດໃນພາກພື້ນອາຟຣິກາຕອນໃຕ້.

ສອງບ້ານຫວຽດນາມ - ລາວ ລົງນາມສ້າງສາຍສຳພັນບ້ານແຮກສ່ຽວ

ສອງບ້ານຫວຽດນາມ - ລາວ ລົງນາມສ້າງສາຍສຳພັນບ້ານແຮກສ່ຽວ

ຍສໝ - ວັນທີ 18 ພະຈິກ, ຢູ່ບ້ານຊັ່ງເຈິນ, ຕາແສງມີ້ລີ້, ແຂວງເງະອານ ໄດ້ຈັດພິທີລົງນາມສ້າງສາຍສຳພັນ “ບ້ານ - ບ້ານ” ລະຫວ່າງບ້ານຊັ່ງເຈິນ ແລະ ບ້ານກ້າງກໍ່, ຕາແສງເຢືອງ, ເມືອງມ່ວງກວັ້ນ, ແຂວງຫົວພັນ (ລາວ). ກິດຈະກຳດັ່ງກ່າວແນໃສ່ເພີ່ມທະວີຄວາມສາມັກຄີ, ການປະສານສົມທົບໃນການປົກປັກຮັກສາຊາຍແດນ ແລະ ຊ່ວຍເຫຼືອປະຊາຊົນສອງຝ່າຍໃຫ້ພັດທະນາໄປພ້ອມກັນ.

Monsoon Wind ເປີດທິດທາງໃໝ່ໃນການເຊື່ອມໂຍງພະລັງງານຫວຽດນາມ - ລາວ

Monsoon Wind ເປີດທິດທາງໃໝ່ໃນການເຊື່ອມໂຍງພະລັງງານຫວຽດນາມ - ລາວ

ຍສໝ - ການເປີດກວ້າງຂອງຫວຽດນາມຕໍ່ການນຳເຂົ້າໄຟຟ້າ ໄດ້ປະກອບສ່ວນຊ່ວຍໃຫ້ໂຄງການໄຟຟ້າພະລັງງານລົມ Monsoon Wind ຈາກແນວຄິດກາຍເປັນຄວາມຈິງ. ໂຄງການນີ້ບໍ່ພຽງແຕ່ສ້າງແຫຼ່ງໄຟຟ້າເພື່ອສົ່ງອອກເທົ່ານັ້ນ, ແຕ່ຍັງນຳມາເຊິ່ງປະສົບການດ້ານນະໂຍບາຍ, ໂຄງລ່າງພື້ນຖານ ແລະ ການພັດທະນາຊັບພະຍາກອນມະນຸດໃຫ້ແກ່ລາວ, ເປີດທ່າແຮງໃໝ່ໃນການຮ່ວມມືດ້ານພະລັງງານລະຫວ່າງສອງປະເທດ.

ຫວຽດນາມ - ສ.ເກົາຫຼີ ຊອກຫາໂອກາດຮ່ວມຜະລິດ ແລະ ຈັດຈຳໜ່າຍຮູບເງົາໃນຕະຫຼາດສາກົນ

ຫວຽດນາມ - ສ.ເກົາຫຼີ ຊອກຫາໂອກາດຮ່ວມຜະລິດ ແລະ ຈັດຈຳໜ່າຍຮູບເງົາໃນຕະຫຼາດສາກົນ

ຍສໝ - ການຮ່ວມລົງທຶນ, ຮ່ວມຜະລິດຮູບເງົາ, ຝຶກອົບຮົມບຸກຄະລາກອນ ແລະ ຂະຫຍາຍຕະຫຼາດຈັດຈຳໜ່າຍ ແມ່ນບັນດາທິດທາງຮ່ວມມືທີ່ໄດ້ສະເໜີໃນເວທີປາໄສຮ່ວມມືເສດຖະກິດ ສ.ເກົາຫຼີ - ຫວຽດນາມ, ຈັດຂຶ້ນໃນຕອນບ່າຍວັນທີ 19/11 ທີ່ນະຄອນໂຮ່ຈີມິນ. ບັນດາຜູ້ແທນໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການເຊື່ອມໂຍງວິສາຫະກິດຮູບເງົາຂອງສອງປະເທດ ນັບແຕ່ໄລຍະພັດທະນາໂຄງການ.

ພາກຕາເວັນອອກສຽງເໜືອຂອງໄທມີສູນຫວຽດນາມສຶກສາແຫ່ງໃໝ່

ພາກຕາເວັນອອກສຽງເໜືອຂອງໄທມີສູນຫວຽດນາມສຶກສາແຫ່ງໃໝ່

ຍສໝ - ວັນທີ 14 ພະຈິກ, ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Khon Kaen (ໄທ) ໄດ້ປະສານສົມທົບກັບວິທະຍາໄລນັກວິຊາການອາຊີ (CAS) ຈັດພິທີເປີດສູນຫວຽດນາມສຶກສາແຫ່ງທີ 3 ໃນພາກຕາເວັນອອກສຽງເໜືອຂອງໄທ, ປະກອບສ່ວນຂະຫຍາຍການຮ່ວມມືດ້ານການສຶກສາ, ການແລກປ່ຽນວັດທະນະທຳ ແລະ ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ.

|< < 1 2 3 4 5 > >|