| ຫວຽດນາມ - ໄທ ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ ພາກຕາເວັນອອກສຽງເໜືອຂອງໄທມີສູນຫວຽດນາມສຶກສາແຫ່ງໃໝ່ |
ກິດຈະກຳດັ່ງກ່າວຈັດຂຶ້ນຢູ່ສູນ VT Namnueng, ແຂວງອຸດອນທານີ, ຫ່າງຈາກນະຄອນຫຼວງບາງກອກໄປທາງທິດຕາເວັນອອກສ່ຽງເໜືອຫຼາຍກວ່າ 500 ກິໂລແມັດ, ໃນຂອບເຂດບັນດາກິດຈະກຳຂານຮັບວັນວັດທະນະທຳຫວຽດນາມ ປີ 2026.
ເຂົ້າຮ່ວມໂຄງການມີທ່ານ ຟ້າມ ຫວຽດ ຮຸ່ງ, ເອກອັກຄະລັດຖະທູດຫວຽດນາມປະຈຳໄທ; ທ່ານ ດິງ ຮວ່າງ ລິງ, ກົງສຸນໃຫຍ່ຫວຽດນາມປະຈຳຂອນແກ່ນ; ທ່ານ ໂຮ່ ວັນ ເລິມ, ປະທານສະມາຄົມຊາວຫວຽດນາມທົ່ວປະເທດໄທ (ສະມາຄົມໃຫຍ່), ປະທານສະມາຄົມນັກທຸລະກິດໄທ - ຫວຽດນາມທົ່ວປະເທດໄທ; ທ່ານ ເລືອງ ຊວນ ຮວ່າ, ກຳມະການຄະນະກຳມາທິການສູນກາງແນວໂຮມປິຕຸພູມຫວຽດນາມ, ປະທານສະມາຄົມຊາວຫວຽດນາມແຂວງອຸດອນທານີ; ພ້ອມດ້ວຍຊາວຫວຽດນາມທີ່ອາໄສຢູ່ໄທຫຼາຍຮ້ອຍຄົນ.
ທາງຝ່າຍໄທມີທ່ານ Chaiwat Chuenkosum, ຜູ້ວ່າລາຊະການແຂວງອຸດອນທານີ, ເຂົ້າຮ່ວມ.
ກ່າວຄຳປາໄສໃນງານ, ທ່ານ ໂຮ່ ວັນ ເລິມ, ປະທານສະມາຄົມຊາວຫວຽດນາມທົ່ວປະເທດໄທ, ຢືນຢັນວ່າ ເຖິງແມ່ນຈະດຳລົງຊີວິດຢູ່ໄກບ້ານເກີດເມືອງນອນ, ແຕ່ຊາວຫວຽດນາມທຸກຄົນຍັງຄົງມີຄວາມຮັກຕໍ່ປະເທດຊາດ, ຄວາມພາກພູມໃຈໃນຊາດ ແລະ ຄວາມປາຖະໜາທີ່ຈະຮັກສາບັນດາຄຸນຄ່າວັດທະນະທຳອັນເປັນມູນເຊື້ອ.
![]() |
| ຄະນະຈັດງານມອບລາງວັນການປະກວດ “ສຽງເພງຊາວຫວຽດນາມແດນໄກ - ສາຍໃຍຮັກບ້ານເກີດ”. |
ຕາມທ່ານ ໂຮ່ ວັນ ເລິມ ແລ້ວ, ການປະກວດທັງ 3 ລາຍການ ເຖິງວ່າຈະມີຮູບແບບການສະແດງອອກທີ່ແຕກຕ່າງກັນ ແຕ່ລ້ວນມຸ່ງໄປສູ່ເປົ້າໝາຍດຽວກັນ ຄື ການອະນຸລັກເອກະລັກວັດທະນະທຳຫວຽດນາມ, ເຊື່ອມສານຄົນຫວຽດນາມຫຼາຍຮຸ່ນທີ່ອາໄສຢູ່ຕ່າງປະເທດ ແລະ ເຜີຍແຜ່ຄວາມຮັກຕໍ່ບ້ານເກີດເມືອງນອນ.
ທ່ານເຫັນວ່າ ຄຸນຄ່າຂອງໂຄງການບໍ່ພຽງແຕ່ສະແດງອອກຜ່ານບັນດາລາງວັນທີ່ໄດ້ມອບໃຫ້ເທົ່ານັ້ນ, ແຕ່ຍັງຢູ່ທີ່ການຕອບຮັບຢ່າງກະຕືລືລົ້ນ, ນ້ຳໃຈສາມັກຄີ ແລະ ຄວາມຮັກຂອງພີ່ນ້ອງຊາວຫວຽດນາມທີ່ມີຕໍ່ບ້ານເກີດ. ບົດຂຽນ, ອາຫານ ຫຼື ບົດເພງແຕ່ລະບົດ ລ້ວນເປັນວິທີໜຶ່ງໃນການສະແດງຄວາມຮັກຊາດ, ເຊື່ອມໂຍງຄວາມຊົງຈຳກ່ຽວກັບຮາກເຫງົ້າເຂົ້າກັບຊີວິດປັດຈຸບັນຂອງຊາວຫວຽດນາມຫຼາຍຮຸ່ນຢູ່ໄທ.
ປະທານສະມາຄົມໃຫຍ່ສະແດງຄວາມເຊື່ອໝັ້ນວ່າ ບັນດາກິດຈະກຳວັດທະນະທຳເຊັ່ນນີ້ຈະສືບຕໍ່ເຊື່ອມສານຊຸມຊົນ, ຊຸກຍູ້ໃຫ້ພີ່ນ້ອງຮັກສາເອກະລັກຂອງຊາດ ແລະ ປະກອບສ່ວນເຂົ້າໃນສາຍພົວພັນມິດຕະພາບຫວຽດນາມ - ໄທ.
ທາງຝ່າຍອຳນາດການປົກຄອງທ້ອງຖິ່ນ, ທ່ານ Nattapong Khamwongpin, ຮອງຜູ້ວ່າລາຊະການແຂວງອຸດອນທານີ, ຢືນຢັນວ່າ ແຂວງອຸດອນທານີ ແລະ ຫວຽດນາມ ມີສາຍພົວພັນອັນດີງາມ ແລະ ຜູກພັນກັນມາເປັນເວລາຍາວນານ.
ທ່ານຕີລາຄາວ່າ ຊຸມຊົນຊາວໄທເຊື້ອສາຍຫວຽດນາມເປັນພາກສ່ວນສຳຄັນ, ມີຫຼາຍການປະກອບສ່ວນເຂົ້າໃນການພັດທະນາອັນຈະເລີນຮຸ່ງເຮືອງຂອງແຂວງອຸດອນທານີ, ພ້ອມທັງມີບົດບາດເປັນຂົວເຊື່ອມລະຫວ່າງປະຊາຊົນສອງປະເທດ.
ຕາມທ່ານ Nattapong Khamwongpin ແລ້ວ, ພິທີມອບລາງວັນເປັນໂອກາດໃຫ້ແຕ່ລະຄົນສະແດງພອນສະຫວັນດ້ານດົນຕີ, ຄວາມຮູ້ດ້ານວັດທະນະທຳ ແລະ ຄວາມຮັກຕໍ່ບ້ານເກີດ, ຮາກເຫງົ້າຂອງຕົນ ເຖິງແມ່ນຈະດຳລົງຊີວິດຢູ່ໄກປະເທດຊາດ. ທ່ານຕີລາຄາສູງຕໍ່ບັນດາຫົວໜ່ວຍຈັດງານ, ພ້ອມທັງເຫັນວ່າ ໂຄງການໄດ້ປະກອບສ່ວນປູກຝັງສາຍພົວພັນມິດຕະພາບລະຫວ່າງປະຊາຊົນໄທ ແລະ ຫວຽດນາມ.
ຈາກສຽງເພງເຖິງລົດຊາດອາຫານບ້ານເກີດ
ໃນໂຄງການ, ຄະນະຈັດງານໄດ້ປະກາດຜົນ ແລະ ມອບລາງວັນການປະກວດ 3 ລາຍການ ປະກອບມີ “ພາສາຫວຽດນາມໃນຫົວໃຈຂອງຂ້ອຍ” ຈັດໂດຍສະມາຄົມຊາວຫວຽດນາມທົ່ວປະເທດໄທ; “ສຽງເພງຊາວຫວຽດນາມແດນໄກ - ສາຍໃຍຮັກບ້ານເກີດ” ຈັດໂດຍສະມາຄົມນັກທຸລະກິດໄທ - ຫວຽດນາມທົ່ວປະເທດໄທ ແລະ “ລົດຊາດຫວຽດນາມ” ຈັດໂດຍສະມາຄົມຊາວຫວຽດນາມແຂວງອຸດອນທານີ.
ໃນພິທີມອບລາງວັນການປະກວດຂຽນບົດຄວາມ “ພາສາຫວຽດນາມໃນຫົວໃຈຂອງຂ້ອຍ”, ບັນດາຜູ້ແທນໄດ້ຮັບຟັງຄວາມຮູ້ສຶກຂອງຜູ້ເຂົ້າປະກວດ ແລະ ຜູ້ໄດ້ຮັບລາງວັນຈຳນວນໜຶ່ງ, ຜ່ານນັ້ນເຂົ້າໃຈຕື່ມອີກເຖິງຄວາມຮັກທີ່ຊຸມຊົນຊາວຫວຽດນາມແດນໄກມີຕໍ່ພາສາແມ່ຂອງຕົນ.
ສິ່ງທີ່ໜ້າສົນໃຈແມ່ນ ການປະກວດ “ສຽງເພງຊາວຫວຽດນາມແດນໄກ - ສາຍໃຍຮັກບ້ານເກີດ” ດຶງດູດຜູ້ເຂົ້າປະກວດເກືອບ 50 ຄົນ, ຕັ້ງແຕ່ເດັກນ້ອຍອາຍຸ 5 ປີ ຈົນເຖິງຜູ້ສູງອາຍຸເກືອບ 80 ປີ. ຜູ້ເຂົ້າປະກວດໄດ້ນຳສະເໜີບົດເພງຫຼາຍບົດທີ່ສັນລະເສີນບ້ານເກີດ, ປະເທດຊາດ ແລະ ປະທານໂຮ່ຈີມິນ.
ທ່ານ ເລ ມິງ ຕວັນ, ສິລະປິນດີເດັ່ນ ແລະ ຫົວໜ້າຄະນະກຳມະການຕັດສິນການປະກວດ, ໃຫ້ຄຳເຫັນວ່າ ບັນດາລາຍການສະແດງມີຮູບແບບຫຼາກຫຼາຍ, ສະທ້ອນເອກະລັກຂອງຊາດຢ່າງເດັ່ນຊັດ ແລະ ຖ່າຍທອດຄວາມຮັກອັນເລິກເຊິ່ງຂອງພີ່ນ້ອງຊາວຫວຽດນາມແດນໄກທີ່ມີຕໍ່ບ້ານເກີດ. ໃນນັ້ນ, ມີຫຼາຍບົດເພງທີ່ມີທ່ວງທຳນອງອັນອົງອາດກ້າຫານ, ສະທ້ອນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ທ່ານ ເລ ມິງ ຕວັນ, ສິລະປິນດີເດັ່ນ, ຕີລາຄາວ່າ ການປະກວດມີຄວາມໝາຍໃນໂອກາດທີ່ຫວຽດນາມ ແລະ ໄທ ລະນຶກ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດ, ພ້ອມທັງຂານຮັບວັນວັດທະນະທຳຫວຽດນາມ.
ຕາມທ່ານແລ້ວ, ເຖິງແມ່ນວ່າຜູ້ເຂົ້າປະກວດຈະເປັນນັກຮ້ອງສະໝັກຫຼິ້ນ, ແຕ່ຫຼາຍການສະແດງກໍຍັງສ້າງຄວາມປະທັບໃຈຢ່າງເລິກເຊິ່ງ. ໂດຍສະເພາະ, ການປະກວດດຶງດູດເດັກນ້ອຍ ແລະ ຊາວຫວຽດນາມແດນໄກທີ່ສູງອາຍຸເຂົ້າຮ່ວມເປັນຈຳນວນຫຼາຍ, ສະແດງໃຫ້ເຫັນເຖິງພະລັງການແຜ່ຂະຫຍາຍຂອງດົນຕີພື້ນເມືອງໃນຊຸມຊົນ.
ບາງລາຍການສະແດງໄດ້ສະແດງເຕັກນິກການຮ້ອງເພງທີ່ດີ, ມີການກະກຽມຢ່າງພິຖີພິຖັນທັງດ້ານຈັງຫວະ, ລະດັບສຽງ, ຄວາມດັງເບົາຂອງສຽງ, ເນື້ອໃນບົດເພງ ແລະ ເຄື່ອງແຕ່ງກາຍໃນການສະແດງ.
ຂະນະດຽວກັນ, ການປະກວດອາຫານ “ລົດຊາດຫວຽດນາມ” ໄດ້ຈັດຂຶ້ນຢູ່ Vietnam Town ໂດຍມີຫຼາຍສິບຄອບຄົວຊາວຫວຽດນາມແດນໄກເຂົ້າຮ່ວມ.
ບັນດາຄອບຄົວໄດ້ນຳເອົາອາຫານຫວຽດນາມຫຼາກຫຼາຍຊະນິດມາສະແດງ, ແນະນຳຄວາມອຸດົມສົມບູນ ແລະ ຫຼາກຫຼາຍຂອງອາຫານບ້ານເກີດໃຫ້ແກ່ຊຸມຊົນຊາວຫວຽດນາມ ແລະ ເພື່ອນມິດຊາວໄທ.
ຕາມການຕີລາຄາຂອງຄະນະຈັດງານ, ການປະກວດໄດ້ຮັບການກະກຽມຢ່າງພິຖີພິຖັນ, ຕັ້ງແຕ່ການຮັກສາລົດຊາດດັ້ງເດີມໃນອາຫານແຕ່ລະຈານ ຈົນເຖິງການປະດັບປະດາບັນດາຮ້ານຄ້າ ແລະ ບູດສະແດງດ້ວຍທຸງ ແລະ ດອກໄມ້ ພາຍໃນບໍລິເວນ Vietnam Town.
ຜ່ານກິດຈະກຳນີ້, ອາຫານທີ່ຄຸ້ນເຄີຍໄດ້ກາຍເປັນສື່ກາງໃນການແນະນຳວັດທະນະທຳຫວຽດນາມ, ພ້ອມທັງສ້າງໂອກາດໃຫ້ບັນດາຄອບຄົວຊາວຫວຽດນາມແດນໄກໄດ້ພົບປະ, ແລກປ່ຽນ ແລະ ຮ່ວມກັນຮັກສາຮີດຄອງການດຳລົງຊີວິດອັນເປັນມູນເຊື້ອ.
ນອກຈາກພິທີປະກາດຜົນ ແລະ ມອບລາງວັນແລ້ວ, ໂຄງການຍັງມີບັນດາລາຍການສິລະປະການສະແດງໂດຍນັກຮ້ອງທີ່ມາຈາກຫວຽດນາມ ແລະ ບັນດາຄະນະສິລະປະຂອງຊາວຫວຽດນາມແດນໄກ, ສ້າງບັນຍາກາດທີ່ຄຶກຄື້ນ ແລະ ໃກ້ຊິດລະຫວ່າງຜູ້ເຂົ້າຮ່ວມ.
ເຊື່ອມສານຄົນຫຼາຍຮຸ່ນ, ປູກຝັງສາຍພົວພັນມິດຕະພາບ
ພິທີມອບລາງວັນການປະກວດທັງ 3 ລາຍການ ເປັນສ່ວນໜຶ່ງຂອງຊຸດກິດຈະກຳວັນວັດທະນະທຳຫວຽດນາມຢູ່ແຂວງອຸດອນທານີ, ດຶງດູດຄວາມສົນໃຈ ແລະ ການຕອບຮັບຈາກຊຸມຊົນຊາວຫວຽດນາມຢູ່ໄທ.
ໂຄງການໄດ້ຮັບການເຂົ້າຮ່ວມ ແລະ ປະສານສົມທົບຈາກສະຖານທູດຫວຽດນາມປະຈຳໄທ, ສະຖານກົງສຸນໃຫຍ່ຫວຽດນາມປະຈຳຂອນແກ່ນ, ສະມາຄົມຊາວຫວຽດນາມທົ່ວປະເທດໄທ, ສະມາຄົມຊາວຫວຽດນາມແຂວງອຸດອນທານີ ແລະ ສະມາຄົມນັກທຸລະກິດໄທ - ຫວຽດນາມທົ່ວປະເທດໄທ.
ບັນດາກິດຈະກຳໄດ້ຈັດຂຶ້ນໃນໂອກາດລະນຶກ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ - ໄທ (1976-2026), ຂານຮັບວັນວັດທະນະທຳຫວຽດນາມ (24 ພະຈິກ) ແລະ ວັນມະຫາສາມັກຄີທົ່ວປວງຊົນ (18 ພະຈິກ).
ຜ່ານສຽງເພງ, ບັນດາບົດຂຽນເປັນພາສາຫວຽດນາມ ແລະ ອາຫານພື້ນເມືອງ, ໂຄງການໄດ້ສ້າງໂອກາດເພີ່ມເຕີມໃຫ້ຊາວຫວຽດນາມແດນໄກຫຼາຍຮຸ່ນໄດ້ຮຽນຮູ້ ແລະ ຮັກສາເອກະລັກວັດທະນະທຳຂອງຊາດ, ພ້ອມທັງແນະນຳພາບລັກຂອງປະເທດ ແລະ ປະຊາຊົນຫວຽດນາມໃຫ້ແກ່ເພື່ອນມິດຊາວໄທ.
ຍສໝ - ວັນທີ 30/10, ຢູ່ບາງກອກ (ໄທ), ຜົນງານວັນນະຄະດີສອງເລື່ອງຄື “ຂອບໃຈຜູ້ໃຫຍ່” ແລະ “ກາເຟກັບໂທນີ” ໄດ້ເປີດຕົວຕໍ່ຜູ້ອ່ານຜ່ານສະບັບແປເປັນພາສາໄທ, ປະກອບສ່ວນຊຸກຍູ້ການແລກປ່ຽນວັນນະຄະດີ ແລະ ເສີມສ້າງຄວາມເຂົ້າໃຈດ້ານວັດທະນະທຳລະຫວ່າງປະຊາຊົນສອງປະເທດ ເນື່ອງໃນໂອກາດລະນຶກຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຫວຽດນາມ - ໄທ. |
ຍສໝ - ວັນທີ 7 ພະຈິກ, ທີ່ຊຽງໃໝ່ (ປະເທດໄທ), ຜູ້ຕາງໜ້າບັນດາທ້ອງຖິ່ນຂອງຫວຽດນາມ ໄດ້ແບ່ງປັນຜົນສຳເລັດດ້ານການຮ່ວມມື ແລະ ສະເໜີບັນດາໂຄງການເຊື່ອມໂຍງໃໝ່ ໃນກອງປະຊຸມຮ່ວມຄັ້ງທີ XV ລະຫວ່າງສະມາຄົມມິດຕະພາບຫວຽດນາມ - ໄທ ແລະ ສະມາຄົມມິດຕະພາບໄທ - ຫວຽດນາມ, ໂດຍສຸມໃສ່ຂົງເຂດການສຶກສາ, ການຝຶກອົບຮົມ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. |
ຄຳສີ
