| Monsoon Wind ເປີດທິດທາງໃໝ່ໃນການເຊື່ອມໂຍງພະລັງງານຫວຽດນາມ - ລາວ ສອງບ້ານຫວຽດນາມ - ລາວ ລົງນາມສ້າງສາຍສຳພັນບ້ານແຮກສ່ຽວ |
![]() |
| ຄະນະຜູ້ແທນ ແລະ ນັກສຶກສາລາວ ໄປຖະຫວາຍທູບທຽນຢູ່ຫໍເທບທິດາໂຍ່ຍຮວາ. (ພາບ: ມິງດຶກ) |
ລາຊະທິດາລາວທີ່ຊາວຫວຽດນາມລະນຶກເຖິງ
“ກ່ອນໜ້ານີ້, ຂ້າພະເຈົ້າບໍ່ຮູ້ວ່າຢູ່ຫວຽດນາມມີຫໍບູຊາແຫ່ງໜຶ່ງທີ່ມີປະຫວັດສາດປະມານ 500 ປີ, ເປັນສະຖານທີ່ບູຊາລາຊະທິດາຂອງລາວ. ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈ ແລະ ພາກພູມໃຈຫຼາຍ ເມື່ອຮູ້ວ່າປະຊາຊົນຫວຽດນາມໄດ້ຮັກສາຫໍບູຊາແຫ່ງນີ້ ແລະ ລະນຶກເຖິງລາຊະທິດາສືບຕໍ່ກັນມາຫຼາຍຮຸ່ນຄົນ. ສິ່ງນີ້ສະແດງໃຫ້ເຫັນວ່າ ຄວາມຜູກພັນລະຫວ່າງປະຊາຊົນສອງປະເທດມີມາແຕ່ດົນນານແລ້ວ”, ທ້າວ ມີໄຊ ວັນພະຈິດ ແບ່ງປັນພາຍຫຼັງການຢ້ຽມຊົມຫໍເທບທິດາໂຍ່ຍຮວາ ທີ່ແຂວງນິງບິ່ງ ໃນວັນທີ 22/11.
ທ້າວ ມີໄຊ (ອາຍຸ 23 ປີ), ນັກສຶກສາປະລິນຍາໂທຮຸ່ນທີ 26 ຢູ່ສະຖາບັນການທູດຫວຽດນາມ, ເປັນໜຶ່ງໃນນັກສຶກສາລາວ 38 ຄົນທີ່ເຂົ້າຮ່ວມໂຄງການແລກປ່ຽນ, ຢ້ຽມຢາມ ແລະ ສຶກສາປະຫວັດສາດ ໂດຍສະມາຄົມມິດຕະພາບຫວຽດນາມ - ລາວ ປະສານງານກັບສະຫະພັນບັນດາອົງການມິດຕະພາບແຂວງນິງບິ່ງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງຈັດຂຶ້ນ. ຄະນະໄດ້ອອກເດີນທາງຈາກຮ່າໂນ້ຍໃນເວລາ 6 ໂມງເຊົ້າ. ເມື່ອເດີນທາງຮອດນິງບິ່ງ, ມີນັກສຶກສາລາວອີກ 5 ຄົນທີ່ກຳລັງຮຽນຢູ່ມະຫາວິທະຍາໄລຮວາລື ເຂົ້າຮ່ວມກິດຈະກຳນຳ.
![]() |
| ທ້າວ ມີໄຊ ວັນພະຈິດ - ນັກສຶກສາລາວ ທີ່ກຳລັງສຶກສາລະດັບປະລິນຍາໂທ ຮຸ່ນທີ 26 ຢູ່ສະຖາບັນການທູດຫວຽດນາມ. (ພາບ: ຜູ້ໃຫ້ສຳພາດສະໜອງ) |
ໃນສອງສະຖານທີ່ຢ້ຽມຢາມຂອງໂຄງການ, ນອກຈາກວັດບ໋າຍດິ໊ງແລ້ວ, ຫໍເທບທິດາໂຍ່ຍຮວາ ຍັງເປັນສະຖານທີ່ທີ່ນັກສຶກສາໄດ້ຮຽນຮູ້ເລື່ອງລາວຂອງລາຊະທິດາລາວພະອົງໜຶ່ງ ທີ່ປະຊາຊົນຫວຽດນາມໄດ້ບູຊາ ແລະ ລະນຶກເຖິງສືບຕໍ່ກັນມາຫຼາຍຮຸ່ນຄົນ.
ກ່ອນການເດີນທາງ, ທ້າວ ມີໄຊ ເຄີຍໄດ້ຍິນກ່ຽວກັບຫໍບູຊາແຫ່ງນີ້ ຜ່ານຂໍ້ມູນກ່ຽວກັບການຢ້ຽມຢາມຂອງພັນລະຍາຜູ້ນຳສອງປະເທດ ຫວຽດນາມ - ລາວ ໃນເດືອນ 1/2026, ແຕ່ຍັງບໍ່ມີໂອກາດໄປສຶກສາດ້ວຍຕົນເອງ. ໃນຄັ້ງນີ້, ລາວພ້ອມກັບສະມາຊິກຄະນະໄດ້ໄປຖະຫວາຍທູບທຽນ, ຮັບຟັງການແນະນຳກ່ຽວກັບລາຊະທິດາ ແລະ ບັນດາຮ່ອງຮອຍທາງປະຫວັດສາດທີ່ຍັງຖືກຮັກສາໄວ້ຢູ່ສະຖານທີ່ແຫ່ງນີ້.
“ຖ້າມີໂອກາດ, ຂ້າພະເຈົ້າຈະຊວນໝູ່ເພື່ອນ ແລະ ພາຄອບຄົວມາຢ້ຽມຊົມທີ່ນີ້. ຂ້າພະເຈົ້າຫວັງວ່າ ຈະມີຊາວໜຸ່ມລາວຫຼາຍຄົນຂຶ້ນໄດ້ຮູ້ຈັກຫໍບູຊາແຫ່ງນີ້, ເພາະນີ້ແມ່ນສະຖານທີ່ທີ່ຊ່ວຍໃຫ້ພວກເຮົາເຂົ້າໃຈຕື່ມກ່ຽວກັບປະຫວັດສາດ ແລະ ມິດຕະພາບອັນຍາວນານລະຫວ່າງສອງປະເທດ ຫວຽດນາມ - ລາວ”, ທ້າວ ມີໄຊ ກ່າວ.
ຫໍເທບທິດາທີ່ເຊື່ອມໂຍງປະຊາຊົນສອງປະເທດ
ຫໍເທບທິດາໂຍ່ຍຮວາ ຫຼື ເອີ້ນອີກຊື່ໜຶ່ງວ່າ ຫໍເທື້ອງຖາຍເຊີນ, ຕັ້ງຢູ່ເນີນພູເດິ່ນ, ໃນເຂດໜ່ວຍຊຸມຊົນໄທເຊີນ, ເມືອງໄຕເຮວລື, ແຂວງນິງບິ່ງ. ຢູ່ທີ່ນີ້, ຄະນະນັກສຶກສາລາວໄດ້ຮັບຟັງຕຳນານທີ່ສືບທອດມາແຕ່ສະຕະວັດທີ XV, ໃນສະໄໝກະສັດເລແທ໊ງຕົງ. ຕາມນັ້ນແລ້ວ, ລາຊະທິດາລາວພະອົງໜຶ່ງໄດ້ນຳຂະບວນຊ້າງໄປຊ່ວຍອານາຈັກດ້າຍຫວຽດຝຶກຊ້າງເສິກ. ໃນລະຫວ່າງເດີນທາງກັບຄືນປະເທດ, ພະອົງໄດ້ປະຊວນ ແລະ ສິ້ນພະຊົນຢູ່ດິນແດນນິງບິ່ງໃນປັດຈຸບັນ. ເພື່ອລະນຶກເຖິງຄຸນງາມຄວາມດີຂອງລາຊະທິດາ, ລາຊະສຳນັກດ້າຍຫວຽດຈຶ່ງໄດ້ຈັດພິທີຝັງພະສົບ ແລະ ສ້າງຫໍບູຊາຂຶ້ນຢູ່ທີ່ນີ້.
ປັດຈຸບັນ, ຢູ່ສະຖານທີ່ປະຫວັດສາດແຫ່ງນີ້ ຍັງມີເຂດສຸສານ, ຮູບພະສາທິດລັກຂອງລາຊະທິດາທີ່ແກະສະຫຼັກເທິງໄມ້, ພ້ອມດ້ວຍພະລາຊະສານແຕ່ງຕັ້ງ ແລະ ເຄື່ອງບູຊາເກົ່າແກ່. ໃນປີ 2007, ຫໍບູຊາແຫ່ງນີ້ໄດ້ຮັບການຮັບຮອງເປັນຮ່ອງຮອຍປະຫວັດສາດຂັ້ນແຂວງ. ໃນການຢ້ຽມຢາມ, ບັນດານັກສຶກສາໄດ້ໄປຖະຫວາຍທູບທຽນຢູ່ສະຖານທີ່ບູຊາລາຊະທິດາ ແລະ ສຶກສາບັນດາຮ່ອງຮອຍທາງປະຫວັດສາດທີ່ປະຊາຊົນທ້ອງຖິ່ນໄດ້ອະນຸລັກໄວ້ຫຼາຍຮຸ່ນຄົນ.
ທຸກໆປີ, ໃນວັນທີ 3/3 ຕາມປະຕິທີນຈັນທະຄະຕິ, ປະຊາຊົນຖາຍເຊີນຈັດພິທີໄຫວ້ລາຊະທິດາໂຍ່ຍຮວາ. ກ່ອນວັນຈັດພິທີ, ປະຊາຊົນຮ່ວມກັນອະນາໄມບໍລິເວນຫໍບູຊາ, ກະກຽມເຄື່ອງຖວາຍ, ຈັດຕຽມຂັ້ນຕອນພິທີບູຊາ ແລະ ກິດຈະກຳວັດທະນະທຳພື້ນເມືອງ. ຕະຫຼອດຫຼາຍປີຜ່ານມາ, ພິທີໄຫວ້ລາຊະທິດາໂຍ່ຍຮວາ ຍັງມີນັກສຶກສາລາວຈາກມະຫາວິທະຍາໄລຮວາລືເຂົ້າຮ່ວມ. ນັກສຶກສາລາວພ້ອມກັບປະຊາຊົນທ້ອງຖິ່ນໄດ້ໄປຖະຫວາຍທູບທຽນເຖິງລາຊະທິດາ, ແລກປ່ຽນສິລະປະວັນນະຄະດີ ຜ່ານບັນດາທ່າຟ້ອນ ແລະ ບົດເພງຈຳປາທີ່ສະທ້ອນເອກະລັກຂອງບ້ານເກີດເມືອງນອນ.
ດ້ວຍເຫດນັ້ນ, ຫໍເທບທິດາແຫ່ງນີ້ຈຶ່ງບໍ່ພຽງແຕ່ເປັນສະຖານທີ່ທີ່ປະຊາຊົນຖາຍເຊີນສືບທອດການບູຊາລາຊະທິດາເທົ່ານັ້ນ, ແຕ່ຍັງເປັນສະຖານທີ່ພົບປະ ແລະ ແລກປ່ຽນວັດທະນະທຳກັບຊາວໜຸ່ມຈາກລາວ. ຜ່ານບັນດາລະດູການຈັດພິທີ, ເລື່ອງລາວຂອງເຈົ້າຍິງໂຍ່ຍຮວາຍັງຄົງຖືກເລົ່າສືບຕໍ່ໃຫ້ນັກສຶກສາທີ່ເດີນທາງມາຈາກບ້ານເກີດຂອງພະອົງໄດ້ຮັບຟັງ.
![]() |
| ທ່ານ ດິງ ກົງ ສີ, ຮອງຫົວໜ້າຄະນະກຳມາທິການປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ ຂອງສະພາແຫ່ງຊາດ, ເລຂາໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ, ກ່າວຄຳປາໄສໃນພິທີຕ້ອນຮັບຄະນະຜູ້ແທນ. (ພາບ: ມິງດຶກ) |
ຕາມທ່ານ ດິງ ກົງ ສີ, ຮອງຫົວໜ້າຄະນະກຳມາທິການປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ ຂອງສະພາແຫ່ງຊາດ, ເລຂາໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ຫົວໜ້າຄະນະ ແລ້ວ, ຫໍເທບທິດາໂຍ່ຍຮວາແມ່ນຂີດໝາຍຮ່ອງຮອຍທາງປະຫວັດສາດທີ່ບັນທຶກຄວາມຜູກພັນ ແລະ ການຊ່ວຍເຫຼືອເກື້ອກູນກັນລະຫວ່າງສອງຊາດ ນັບແຕ່ຫຼາຍສະຕະວັດກ່ອນ. ນີ້ກໍແມ່ນເຫດຜົນທີ່ສະມາຄົມເລືອກຫໍບູຊາແຫ່ງນີ້ເປັນໜຶ່ງໃນສອງສະຖານທີ່ຢ້ຽມຢາມ, ເພື່ອຊ່ວຍໃຫ້ນັກສຶກສາລາວເຂົ້າໃຈຕື່ມກ່ຽວກັບປະຫວັດສາດ ແລະ ບັນດາຄຸນຄ່າທີ່ໄດ້ເຊື່ອມສາຍໃຍປະຊາຊົນສອງປະເທດຜ່ານຫຼາຍຮຸ່ນຄົນ.
ທ່ານ ດິງ ກົງ ສີ ເຫັນວ່າ ຄຽງຄູ່ກັບການຮ່ວມມືລະຫວ່າງສອງພັກ, ສອງລັດ, ສອງລັດຖະບານ ແລະ ບັນດາອົງການນິຕິບັນຍັດ, ວຽກງານການຕ່າງປະເທດປະຊາຊົນມີບົດບາດສຳຄັນໃນການເສີມສ້າງຄວາມເຂົ້າໃຈ ແລະ ຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ. ສະມາຄົມມິດຕະພາບຫວຽດນາມ - ລາວ ກຳນົດວ່າ ການສຶກສາອົບຮົມປະເພນີມິດຕະພາບໃຫ້ແກ່ຄົນຮຸ່ນໃໝ່, ການຈັດກິດຈະກຳແລກປ່ຽນ ແລະ ການເຊື່ອມໂຍງບັນດາອົງການ ແລະ ບຸກຄົນຂອງສອງປະເທດ ແມ່ນບັນດາໜ້າທີ່ຈຸດສຸມ.
ໃນການພົບປະກັບການນຳແຂວງນິງບິ່ງ, ທ່ານ ດິງ ກົງ ສີ ໄດ້ສະເໜີໃຫ້ສະມາຄົມມິດຕະພາບຫວຽດນາມ - ລາວ ເພີ່ມທະວີການປະສານງານກັບແຂວງໃນວຽກງານໂຄສະນາ ແລະ ສຶກສາອົບຮົມປະເພນີສາມັກຄີພິເສດຫວຽດນາມ - ລາວ, ໂດຍສະເພາະສຳລັບຄົນຮຸ່ນໃໝ່.
ເນື້ອໃນໜຶ່ງທີ່ທ່ານເນັ້ນໜັກແມ່ນ ການປະສານງານໃນການຄົ້ນຄວ້າ, ອະນຸລັກ ແລະ ສົ່ງເສີມຄຸນຄ່າທາງປະຫວັດສາດ ແລະ ວັດທະນະທຳຂອງຫໍເທບທິດາໂຍ່ຍຮວາ. ໃນນັ້ນ, ສະມາຄົມປາດຖະໜາທີ່ຈະຮ່ວມກັບບັນດາອົງການທີ່ກ່ຽວຂ້ອງ ແລະ ຝ່າຍລາວ ສືບຕໍ່ຄົ້ນຄວ້າເອກະສານ, ເຮັດໃຫ້ແຈ້ງຕື່ມກ່ຽວກັບພະລາຊະປະຫວັດ, ພາລະກິດ ແລະ ຄຸນງາມຄວາມດີຂອງລາຊະທິດາ; ພ້ອມທັງສຶກສາຄວາມເປັນໄປໄດ້ໃນການພັດທະນາຫໍບູຊາແຫ່ງນີ້ໃຫ້ກາຍເປັນສະຖານທີ່ດ້ານວັດທະນະທຳ, ປະຫວັດສາດ ແລະ ການທ່ອງທ່ຽວມິດຕະພາບຫວຽດນາມ - ລາວ.
ທ່ານຍັງໄດ້ສະເໜີໃຫ້ສົ່ງເສີມບົດບາດເປັນຂົວເຊື່ອມຂອງສະມາຄົມ ໃນການເຊື່ອມໂຍງບັນດາອົງການມິດຕະພາບ, ສະຖາບັນການສຶກສາ, ວິສາຫະກິດ ແລະ ອົງການສັງຄົມຂອງແຂວງນິງບິ່ງ ກັບບັນດາຄູ່ຮ່ວມມືລາວ; ຈັດບັນດາໂຄງການແລກປ່ຽນດ້ານວັດທະນະທຳ, ກິລາ, ການທ່ອງທ່ຽວ ແລະ ການແລກປ່ຽນປະສົບການ. ໂດຍພິເສດ, ທ່ານ ດິງ ກົງ ສີ ໄດ້ສະເໜີໃຫ້ເອົາໃຈໃສ່ເຊື່ອມໂຍງ ແລະ ສົ່ງເສີມບົດບາດຂອງຊຸມຊົນນັກສຶກສາລາວທີ່ເຄີຍ ແລະ ກຳລັງສຶກສາຢູ່ຫວຽດນາມ, ໂດຍສະເພາະຜູ້ທີ່ເຄີຍສຶກສາ ແລະ ດຳລົງຊີວິດຢູ່ນິງບິ່ງ, ເພື່ອໃຫ້ພວກເຂົາສືບຕໍ່ກາຍເປັນທູດມິດຕະພາບ, ປະກອບສ່ວນບຳລຸງສ້າງຄວາມຜູກພັນລະຫວ່າງສອງຊາດ.
ຍສໝ - ວັນທີ 15 ພະຈິກ, ໃນຂອບເຂດກອງສຳມະນາແລກປ່ຽນບົດຮຽນຄັ້ງທີ XIII ລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ, ຄະນະຜູ້ແທນສອງປະເທດໄດ້ໄປວາງພວງມາລາ ແລະ ຖວາຍທູບທຽນລະນຶກເຖິງປະທານໂຮ່ຈີມິນ ແລະ ບັນດາວິລະຊົນນັກຮົບພລີຊີບ ຢູ່ສຸສານນັກຮົບພລີຊີບຫວຽດນາມ - ລາວ (ຕາແສງແອງເຊີນ) ແລະ ເຂດມໍລະດົກແຫ່ງຊາດພິເສດກິມລຽນ, ແຂວງເງະອານ. |
ຍສໝ - ວັນທີ 16 ພະຈິກ, ຢູ່ນະຄອນຫຼວງພະນົມເປັນ (ກຳປູເຈຍ), ໃນຂອບເຂດກອງປະຊຸມສຸດຍອດປະເທດໃຊ້ພາສາຝຣັ່ງ ຄັ້ງທີ 20, ທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ ໄດ້ຮ່ວມຮັບປະທານອາຫານເຊົ້າ ແລະ ປຶກສາຫາລືວຽກງານກັບທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດລາວ ແລະ ທ່ານ ຮຸນ ແຊນ, ປະທານພັກປະຊາຊົນກຳປູເຈຍ, ປະທານວຸດທິສະພາກຳປູເຈຍ. ຜູ້ນຳທັງສາມທ່ານໄດ້ແລກປ່ຽນກ່ຽວກັບສາຍພົວພັນການຮ່ວມມືລະຫວ່າງສາມພັກ, ສາມປະເທດ ແລະ ເຫັນດີເປັນເອກະພາບກ່ຽວກັບທິດທາງການປະສານງານໃນໄລຍະຕໍ່ໜ້າ. |
ມິງດຶກ


