| ຫວຽດນາມ - ສ.ເກົາຫຼີ ຂະຫຍາຍການຮ່ວມມືດ້ານເຕັກໂນໂລຊີຜ່ານ INNOBIZ ຫວຽດນາມ - ສ.ເກົາຫຼີ ເປີດກວ້າງການຮ່ວມມືດ້ານ AI ແລະ ເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ |
ເວທີປາໄສດັ່ງກ່າວຈັດຂຶ້ນໂດຍຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ປະສານງານກັບສະຖານກົງສຸນໃຫຍ່ ສ.ເກົາຫຼີ ປະຈຳນະຄອນ, ພາຍໃຕ້ຫົວຂໍ້ “ຍຸດທະສາດຮ່ວມມື ແລະ ພັດທະນາຜ່ານອຸດສາຫະກຳຮູບເງົາ”.
ງານດັ່ງກ່າວໄດ້ດຶງດູດຜູ້ແທນເກືອບ 100 ຄົນ, ລວມມີຕົວແທນບັນດາອົງການຄຸ້ມຄອງ, ອົງການຮູບເງົາ, ຜູ້ຊ່ຽວຊານ, ຜູ້ກຳກັບຮູບເງົາ, ຜູ້ຜະລິດ ແລະ ວິສາຫະກິດຈາກຫວຽດນາມ ແລະ ສ.ເກົາຫຼີ.
![]() |
| ທ່ານ ຫງວຽນ ແມ້ງ ເກື່ອງ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ກ່າວຄຳປາໄສໃນເວທີປາໄສ. |
ເຊື່ອມໂຍງແຫຼ່ງຊັບພະຍາກອນເພື່ອພັດທະນາອຸດສາຫະກຳຮູບເງົາ
ກ່າວຄຳປາໄສໃນເວທີປາໄສ, ທ່ານ ຫງວຽນ ແມ້ງ ເກື່ອງ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ ນະຄອນໄດ້ກຳນົດອຸດສາຫະກຳວັດທະນະທຳເປັນຂົງເຂດເສດຖະກິດສຳຄັນ, ໃນນັ້ນ ອຸດສາຫະກຳຮູບເງົາຖືກຄາດຫວັງວ່າຈະປະກອບສ່ວນດຶງດູດການລົງທຶນ, ພັດທະນາຊັບພະຍາກອນມະນຸດ, ການທ່ອງທ່ຽວ ແລະ ໂຄສະນາພາບລັກຂອງນະຄອນ.
ພາຍຫຼັງການລວມເຂົ້າກັບແຂວງບິ່ງເຢືອງ ແລະ ແຂວງບ່າເຣ້ຍ - ຫວຸງເຕົ່າ, ນະຄອນມີເງື່ອນໄຂເພີ່ມເຕີມຫຼາຍດ້ານໃນການພັດທະນາກິດຈະກຳຜະລິດຮູບເງົາ ຍ້ອນມີລະບົບສະຖານທີ່ຖ່າຍທຳທີ່ຫຼາກຫຼາຍ, ນັບແຕ່ທະເລ, ປ່າໄມ້, ພູເຂົາ, ແມ່ນ້ຳລຳເຊ ຈົນເຖິງບັນດາສິ່ງປຸກສ້າງທາງສະຖາປັດຕະຍະກຳ ແລະ ພື້ນທີ່ຕົວເມືອງທັນສະໄໝ.
ຂໍ້ໄດ້ປຽບເຫຼົ່ານີ້ສ້າງໂອກາດໃນການພັດທະນາສະຕູດິໂອຖ່າຍທຳຮູບເງົາ, ບໍລິການສະໜັບສະໜູນການຜະລິດ ແລະ ດຶງດູດຄະນະຖ່າຍທຳຮູບເງົາທັງພາຍໃນ ແລະ ຕ່າງປະເທດ.
ໂດຍສະເພາະ, ພາຍຫຼັງເຂົ້າຮ່ວມເຄືອຂ່າຍນະຄອນສ້າງສັນຂອງ UNESCO ໃນຂົງເຂດຮູບເງົາ ປີ 2025, ນະຄອນໂຮ່ຈີມິນກຳລັງດຳເນີນບັນດາຄຳໝັ້ນສັນຍາໄລຍະ 2026-2030, ໂດຍສຸມໃສ່ການຝຶກອົບຮົມບຸກຄະລາກອນ, ພັດທະນາພື້ນທີ່ສ້າງສັນ ແລະ ຈັດງານມະຫະກຳຮູບເງົານານາຊາດ.
ທ່ານ ຫງວຽນ ແມ້ງ ເກື່ອງ ຢືນຢັນວ່າ ນະຄອນຈະສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນ, ເຊື່ອມໂຍງວິສາຫະກິດ ແລະ ບັນດາອົງການຮູບເງົາຫວຽດນາມ - ສ.ເກົາຫຼີ, ຜ່ານນັ້ນສ້າງເງື່ອນໄຂໃຫ້ຮ່ວມມືຜະລິດຮູບເງົາ, ແລກປ່ຽນຜູ້ຊ່ຽວຊານ, ນຳໃຊ້ເຕັກໂນໂລຊີ ແລະ ຂະຫຍາຍກິດຈະກຳຈັດຈຳໜ່າຍຮູບເງົາ.
ຝ່າຍ ສ.ເກົາຫຼີ, ທ່ານ Kwon Tae-han, ຮອງກົງສຸນໃຫຍ່ ສ.ເກົາຫຼີ ປະຈຳນະຄອນໂຮ່ຈີມິນ, ເຫັນວ່າ ວິສາຫະກິດຮູບເງົາຂອງສອງປະເທດສາມາດຮ່ວມມືກັນໄດ້ນັບແຕ່ຂັ້ນຕອນຊອກຫາເລື່ອງລາວ, ຄົ້ນພົບຜູ້ມີພອນສະຫວັນ, ສ້າງບົດຮູບເງົາ ຈົນເຖິງການລະດົມທຶນ, ການຜະລິດ ແລະ ນຳຜົນງານອອກສູ່ຕະຫຼາດສາກົນ.
ເພື່ອໃຫ້ບັນດາໂຄງການຮ່ວມມືສາມາດດຳເນີນໄດ້ຢ່າງສະດວກ, ທ່ານໄດ້ສະເໜີໃຫ້ສອງຝ່າຍກຳນົດຂະບວນການຮ່ວມຜະລິດ ແລະ ຫຼັກການແບ່ງປັນຜົນກຳໄລໃຫ້ຊັດເຈນ, ພ້ອມທັງໃຫ້ຄວາມສຳຄັນຕໍ່ການປົກປ້ອງລິຂະສິດ, ຫຼຸດຜ່ອນຂັ້ນຕອນການອອກໃບອະນຸຍາດຖ່າຍທຳຮູບເງົາ ແລະ ສະໜັບສະໜູນການເຂົ້າເຖິງສະຖານທີ່ຖ່າຍທຳ.
ສະເໜີສ້າງໜ່ວຍງານປະສານງານລະດັບຊາດ ເພື່ອສະໜັບສະໜູນການສົ່ງອອກຮູບເງົາຫວຽດນາມ
ຈາກປະສົບການພັດທະນາອຸດສາຫະກຳຮູບເງົາຂອງ ສ.ເກົາຫຼີ, ທ່ານ ໂດ໊ ເລັ້ງ ຮຸ່ງ ຕູ໊, ປະທານສະມາຄົມຮູບເງົາຫວຽດນາມ, ໄດ້ສະເໜີໃຫ້ສ້າງໜ່ວຍງານປະສານງານລະດັບຊາດ ເພື່ອສົ່ງເສີມການສົ່ງອອກຮູບເງົາ.
ໜ່ວຍງານນີ້ມີໜ້າທີ່ຊ່ວຍເຫຼືອວິສາຫະກິດໃນການເຂົ້າເຖິງຂໍ້ມູນຕະຫຼາດ, ເຂົ້າຮ່ວມຕະຫຼາດຊື້ຂາຍຮູບເງົານານາຊາດ, ໂຄສະນາຜົນງານ ແລະ ຊອກຫາຄູ່ຮ່ວມມືທີ່ຈະຊື້ລິຂະສິດ.
ຕາມທ່ານ ໂດ໊ ເລັ້ງ ຮຸ່ງ ຕູ໊ ແລ້ວ, ກິດຈະກຳສົ່ງອອກຮູບເງົາຄວນຖືກຈັດໃຫ້ຢູ່ໃນຍຸດທະສາດພັດທະນາອຸດສາຫະກຳວັດທະນະທຳ, ໂດຍເຊື່ອມໂຍງກັບເປົ້າໝາຍໂຄສະນາພາບລັກຂອງປະເທດ.
ເພື່ອເຂົ້າເຖິງຕະຫຼາດສາກົນຢ່າງມີປະສິດທິຜົນ, ບັນດາຜູ້ຜະລິດຈຳເປັນຕ້ອງສຶກສາຄວາມນິຍົມຂອງຜູ້ຊົມ, ເລືອກຕະຫຼາດເປົ້າໝາຍນັບແຕ່ໄລຍະພັດທະນາບົດຮູບເງົາ ແລະ ປະສານງານກັບວິສາຫະກິດທີ່ຊ່ຽວຊານດ້ານການຄ້າລິຂະສິດ ເພື່ອສ້າງແຜນການຈັດຈຳໜ່າຍ.
ເມື່ອເຂົ້າຮ່ວມບັນດາງານມະຫະກຳຮູບເງົານານາຊາດ, ຄະນະຖ່າຍທຳຮູບເງົາຈຳເປັນຕ້ອງກະກຽມບັນຊີລາຍຊື່ຜົນງານທີ່ສະເໜີຂາຍ, ເອກະສານໂຄງການ, ເອກະສານໂຄສະນາເປັນພາສາຕ່າງປະເທດ ແລະ ບຸກຄະລາກອນທີ່ມີຄວາມຊຳນານສະເພາະດ້ານ ເພື່ອເຈລະຈາກັບນັກລົງທຶນ ແລະ ໜ່ວຍງານຈັດຈຳໜ່າຍ.
ທ່ານເຫັນວ່າ ການຮ່ວມມືກັບ ສ.ເກົາຫຼີ ດ້ານເງິນທຶນ, ເຕັກໂນໂລຊີ, ຂັ້ນຕອນຫຼັງການຖ່າຍທຳ ແລະ ບຸກຄະລາກອນສ້າງສັນ ສາມາດສ້າງເງື່ອນໄຂເພີ່ມເຕີມໃຫ້ບັນດາເລື່ອງລາວທີ່ມີເອກະລັກຫວຽດນາມເຂົ້າເຖິງຜູ້ຊົມຈຳນວນຫຼວງຫຼາຍທົ່ວໂລກ.
ໃນມຸມມອງດ້ານການພັດທະນາຕະຫຼາດ, ທ່ານ Yun Ha, ຫົວໜ້າຝ່າຍນະໂຍບາຍຂອງສະພາຮູບເງົາ ສ.ເກົາຫຼີ (KOFIC), ປະເມີນວ່າ ຮູບເງົາພາຍໃນປະເທດກຳລັງປະກອບສ່ວນເຂົ້າໃນການເຕີບໂຕຂອງລາຍຮັບຈາກການຂາຍປີ້ໂຮງຮູບເງົາຢູ່ຫວຽດນາມ.
ສຳລັບຕະຫຼາດ ສ.ເກົາຫຼີ, ທ່ານໃຫ້ຮູ້ວ່າ ຂະບວນການຟື້ນຕົວພາຍຫຼັງການລະບາດໃຫຍ່ດຳເນີນໄປຢ່າງຊັກຊ້າ, ສ່ວນໜຶ່ງຍ້ອນແຫຼ່ງທຶນສຸມໃສ່ບັນດາບໍລິສັດຮູບເງົາຂະໜາດໃຫຍ່ ແລະ ກອງທຶນລົງທຶນ, ໃນຂະນະທີ່ພຶດຕິກຳການບັນເທີງຂອງຜູ້ຊົມມີການປ່ຽນແປງຫຼາຍຢ່າງ.
ເຖິງແມ່ນວ່າຮູບເງົາບາງເລື່ອງທີ່ໄດ້ຮັບຄວາມນິຍົມສູງໄດ້ຊ່ວຍໃຫ້ລາຍຮັບຈາກການຂາຍປີ້ໂຮງຮູບເງົາເພີ່ມຂຶ້ນອີກຄັ້ງ, ແຕ່ຄວາມສາມາດໃນການຟື້ນຕົວຢ່າງຍືນຍົງຂອງຕະຫຼາດຍັງຂຶ້ນກັບການຮັກສາແຫຼ່ງສະໜອງຮູບເງົາທີ່ຫຼາກຫຼາຍ ແລະ ມີຄວາມດຶງດູດພຽງພໍໃຫ້ຜູ້ຊົມເຂົ້າໂຮງຮູບເງົາ.
ຜ່ານເວທີປາໄສຄັ້ງນີ້, ບັນດາຜູ້ແທນຫວຽດນາມ ແລະ ສ.ເກົາຫຼີ ໄດ້ແລກປ່ຽນບັນດາທິດທາງຮ່ວມມືທີ່ເປັນຮູບປະທຳໃນດ້ານການລົງທຶນ, ການຜະລິດ, ການຝຶກອົບຮົມ ແລະ ການຈັດຈຳໜ່າຍຮູບເງົາ, ສ້າງໂອກາດເພີ່ມເຕີມໃນການເຊື່ອມໂຍງວິສາຫະກິດ ແລະ ພັດທະນາຕະຫຼາດຮູບເງົາຂອງສອງປະເທດ.
ຍສໝ - ວັນທີ 29/10, ທີ່ຮ່າໂນ້ຍ, ເວທີປາໄສປັນຍາປະດິດ (AI) ແລະ ເຕັກໂນໂລຊີດິຈິຕອນ ຫວຽດນາມ - ສ.ເກົາຫຼີ 2026 ໄດ້ສຸມໃສ່ຊຸກຍູ້ການຮ່ວມມືດ້ານການຄົ້ນຄວ້າ, ພັດທະນາປັນຍາປະດິດ (AI), ໂຄງລ່າງພື້ນຖານຂໍ້ມູນ, ເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ ແລະ ການຝຶກອົບຮົມຊັບພະຍາກອນມະນຸດ, ມຸ່ງໄປສູ່ການເປັນເຈົ້າຂອງເຕັກໂນໂລຊີ, ການນຳຜະລິດຕະພັນອອກສູ່ຕະຫຼາດໃນເຊີງການຄ້າ ແລະ ການຂະຫຍາຍຕະຫຼາດ. |
ຍສໝ - ວັນທີ 5 ພະຈິກ, ທີ່ນະຄອນບູຊານ (ສ.ເກົາຫຼີ), ບັນດາວິສາຫະກິດສິນໃນນ້ຳຫວຽດນາມ ແລະ ສ.ເກົາຫຼີ ໄດ້ພົບປະ, ຊອກຫາໂອກາດຮ່ວມມືດ້ານແຫຼ່ງວັດຖຸດິບ, ເຕັກໂນໂລຊີປຸງແຕ່ງຂັ້ນເລິກ, ການຈຳໜ່າຍ ແລະ ການຂະຫຍາຍຕະຫຼາດສົ່ງອອກ. |
ມິງດຶກ
