ຫວຽດນາມ - ອາແຊກໄບຊານ ກຳນົດ 5 ຂົງເຂດຈຸດສຸມການຮ່ວມມືໃນໄລຍະໃໝ່

14:29 | 23/11/2026

ຍສໝ​ - ພາຍຫຼັງການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານ Ilham Aliyev, ປະທານາທິບໍດີອາແຊກໄບຊານ, ແຕ່ວັນທີ 20-21 ພະຈິກ, ສອງປະເທດໄດ້ເຫັນດີເລັ່ງສຳເລັດແຜນດຳເນີນງານເພື່ອຜັນຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດ, ໂດຍສຸມໃສ່ 5 ຂົງເຂດບຸລິມະສິດ, ໃນນັ້ນມີການຄ້າ, ການລົງທຶນ, ພະລັງງານ, ການຂົນສົ່ງ ແລະ ການແລກປ່ຽນລະຫວ່າງປະຊາຊົນ. ພ້ອມກັນນັ້ນ, ຫວຽດນາມຍັງຢືນຢັນຄວາມພ້ອມໃນການເປັນຂົວເຊື່ອມເພື່ອຊ່ວຍອາແຊກໄບຊານພັດທະນາສາຍພົວພັນກັບອາຊຽນ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.

ສະມາຄົມມິດຕະພາບ ຫວຽດນາມ - ອາແຊກໄບຊານ ໄດ້ຈັດຕັ້ງການພົບປະໃນທ້າຍປີ ຫວຽດນາມ - ອາແຊກໄບຊານ ເສີມສ້າງການເຊື່ອມໂຍງຜ່ານວົງການຮູບເງົາ

ຕາມທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລ້ວ, ການຢ້ຽມຢາມຂອງທ່ານ Ilham Aliyev, ປະທານາທິບໍດີອາແຊກໄບຊານ ແລະ ພັນລະຍາ ໄດ້ດຳເນີນຂຶ້ນຕາມຄຳເຊີນຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ພັນລະຍາ. ນີ້ແມ່ນການຢ້ຽມຢາມຫວຽດນາມຢ່າງເປັນທາງການຄັ້ງທີສອງຂອງທ່ານ Ilham Aliyev, ຫຼັງຈາກການຢ້ຽມຢາມໃນປີ 2014.

ການຢ້ຽມຢາມຄັ້ງນີ້ດຳເນີນຂຶ້ນໃນສະພາບທີ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ອາແຊກໄບຊານ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ພາຍຫຼັງສອງປະເທດໄດ້ສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດ ໃນໂອກາດການຢ້ຽມຢາມອາແຊກໄບຊານຂັ້ນລັດຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່, ໃນເດືອນພຶດສະພາ 2025.

ຫວຽດນາມ - ອາແຊກໄບຊານ ກຳນົດ 5 ຂົງເຂດຈຸດສຸມການຮ່ວມມືໃນໄລຍະໃໝ່
ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໃຫ້ສຳພາດຕໍ່ສື່ມວນຊົນ.

ຕາມທ່ານນາງ ຮອງລັດຖະມົນຕີ ເລ ທິ ທູ ຮັ່ງ ແລ້ວ, ກິດຈະກຳການຕ່າງປະເທດຄັ້ງນີ້ສະແດງເຖິງການໃຫ້ຄວາມສຳຄັນຂອງການນຳສອງປະເທດຕໍ່ສາຍພົວພັນສອງຝ່າຍ, ພ້ອມທັງສ້າງເງື່ອນໄຂໃນການຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ມຸ່ງໄປສູ່ການລະນຶກ 35 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ - ອາແຊກໄບຊານ ໃນປີ 2027.

ເລັ່ງສຳເລັດແຜນດຳເນີນງານເພື່ອຜັນຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດ

ໃນຂອບເຂດການຢ້ຽມຢາມ, ທ່ານ Ilham Aliyev, ປະທານາທິບໍດີອາແຊກໄບຊານ, ໄດ້ເຈລະຈາກັບທ່ານ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ; ເຂົ້າພົບປະທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ແລະ ທ່ານ ເຈິ່ນ ແທງ ເໝິ໊ນ, ປະທານສະພາແຫ່ງຊາດ.

ໃນບັນດາການພົບປະ, ການນຳສອງປະເທດໄດ້ແລກປ່ຽນກ່ຽວກັບມາດຕະການເສີມສ້າງຄວາມໄວ້ວາງໃຈທາງການເມືອງ, ຂະຫຍາຍການຮ່ວມມືສອງຝ່າຍ ແລະ ປະສານສົມທົບກັນໃນບັນດາເວທີສາກົນ ແລະ ພາກພື້ນ.

ຜົນສຳເລັດທີ່ໂດດເດັ່ນແມ່ນການທີ່ການນຳທັງສອງໄດ້ຮັບຮອງຖະແຫຼງການຮ່ວມໃນວັນທີ 21 ພະຈິກ, ໂດຍກຳນົດທິດທາງການຮ່ວມມືເພື່ອເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຫວຽດນາມ - ອາແຊກໄບຊານ ເລິກເຊິ່ງຍິ່ງຂຶ້ນ.

ຖະແຫຼງການຮ່ວມໄດ້ຢືນຢັນຄືນບັນດາຫຼັກການພື້ນຖານຂອງສາຍພົວພັນສອງປະເທດ, ປະກອບມີ ການເຄົາລົບເອກະລາດ, ອະທິປະໄຕ, ບູລະນະພາບແຫ່ງດິນແດນ, ການປະຕິບັດຕາມກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.

ສອງຝ່າຍເຫັນດີເລັ່ງສຳເລັດ ແລະ ຮັບຮອງແຜນດຳເນີນງານເພື່ອຜັນຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດ; ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ, ການປຶກສາຫາລືລະຫວ່າງສອງກະຊວງການຕ່າງປະເທດ, ພ້ອມທັງຂະຫຍາຍການຮ່ວມມືລະຫວ່າງສອງພັກ ແລະ ສອງສະພາແຫ່ງຊາດ.

ໃນນັ້ນ, ການຮ່ວມມືລະຫວ່າງລັດຖະສະພາຖືກຄາດຫວັງວ່າຈະປະກອບສ່ວນປັບປຸງຂອບກົດໝາຍ ແລະ ຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງສອງຝ່າຍ.

ຫວຽດນາມ ແລະ ອາແຊກໄບຊານ ຍັງໄດ້ເຫັນດີສືບຕໍ່ປະສານສົມທົບກັນຢູ່ສະຫະປະຊາຊາດ, ຂະບວນການບໍ່ຝັກໃຝ່ຝ່າຍໃດ ແລະ ກອງປະຊຸມວ່າດ້ວຍການປະສານການປະຕິບັດ ແລະ ມາດຕະການສ້າງຄວາມໄວ້ວາງໃຈໃນອາຊີ (CICA).

ດ້ານເສດຖະກິດ, ສອງປະເທດເຫັນດີພັດທະນາການຄ້າ ແລະ ການລົງທຶນໃຫ້ສົມກັບລະດັບສາຍພົວພັນຄູ່ຮ່ວມຍຸດທະສາດ, ສືບຕໍ່ສົ່ງເສີມຈຸດແຂງອັນເປັນມູນເຊື້ອໃນຂົງເຂດນ້ຳມັນ ແລະ ອາຍແກັສ ພ້ອມທັງຊອກຫາໂອກາດຮ່ວມມືດ້ານພະລັງງານສະອາດ ແລະ ພະລັງງານທົດແທນ.

ສິ່ງທີ່ໜ້າສົນໃຈແມ່ນ ໃນໂອກາດການຢ້ຽມຢາມ, ສອງຝ່າຍໄດ້ແລກປ່ຽນເອກະສານຮ່ວມມືລະຫວ່າງກະຊວງພະລັງງານອາແຊກໄບຊານ ແລະ ວິສາຫະກິດຫວຽດນາມ ກ່ຽວກັບການປະເມີນ, ພັດທະນາ ແລະ ຜັນຂະຫຍາຍບັນດາໂຄງການໄຟຟ້າແສງຕາເວັນ ແລະ ໄຟຟ້າພະລັງງານລົມຢູ່ອາແຊກໄບຊານ.

ເອກະສານຮ່ວມມືລະຫວ່າງສຳນັກງານປະມຸກລັດຂອງສອງປະເທດ ແລະ ໃນຂົງເຂດປ້ອງກັນ ແລະ ດັບເພີງ, ກູ້ໄພ ແລະ ກູ້ຊີບ ກໍໄດ້ຖືກແລກປ່ຽນໃນໂອກາດນີ້ເຊັ່ນດຽວກັນ.

ທ່ານນາງ ຮອງລັດຖະມົນຕີ ເລ ທິ ທູ ຮັ່ງ ໃຫ້ຮູ້ວ່າ ຫວຽດນາມຖືອາແຊກໄບຊານເປັນຄູ່ຮ່ວມມືສຳຄັນໃນພາກພື້ນຄາວຄາຊັດໃຕ້ ແລະ ເຂດທະເລກາສປີ, ພ້ອມທັງມີຄວາມພ້ອມໃນການຊ່ວຍເຊື່ອມຕໍ່ອາແຊກໄບຊານກັບອາຊຽນ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.

5 ບຸລິມະສິດການຮ່ວມມື ຈາກການຄ້າ, ພະລັງງານ ເຖິງການແລກປ່ຽນລະຫວ່າງປະຊາຊົນ

ເພື່ອຜັນຂະຫຍາຍບັນດາຜົນສຳເລັດທີ່ໄດ້ຮັບ, ທ່ານນາງ ຮອງລັດຖະມົນຕີ ເລ ທິ ທູ ຮັ່ງ ໄດ້ກຳນົດວ່າ ໜ້າທີ່ສະເພາະໜ້າແມ່ນສຳເລັດແຜນດຳເນີນງານ, ສົ່ງເສີມບັນດາກົນໄກການຮ່ວມມືທີ່ມີຢູ່ ແລະ ສຸມໃສ່ 5 ຈຸດສຸມສຳຄັນ.

ຈຸດສຸມທຳອິດແມ່ນການເສີມສ້າງຄວາມໄວ້ວາງໃຈທາງການເມືອງ ແລະ ພັດທະນາການຮ່ວມມືຜ່ານບັນດາຊ່ອງທາງ. ສອງຝ່າຍຈະສືບຕໍ່ແລກປ່ຽນຄະນະຜູ້ແທນ, ຮັກສາການພົບປະຂັ້ນສູງ, ຂະຫຍາຍການຮ່ວມມືລະຫວ່າງບັນດາອົງການພັກ, ສະພາແຫ່ງຊາດ, ລັດຖະບານ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.

ພັກຄອມມູນິດຫວຽດນາມ ແລະ ພັກອາແຊກໄບຊານໃໝ່ ຈະຍູ້ແຮງການຮ່ວມມື, ແລກປ່ຽນບົດຮຽນປະສົບການດ້ານການສ້າງພັກ ແລະ ສຶກສາຮູບແບບການແລກປ່ຽນທິດສະດີທີ່ເໝາະສົມ. ກະຊວງການຕ່າງປະເທດຂອງສອງປະເທດຈະສືບຕໍ່ສົ່ງເສີມບົດບາດໃນການໃຫ້ຄຳປຶກສາ, ປະສານງານ ແລະ ຕິດຕາມການປະຕິບັດບັນດາຂໍ້ຕົກລົງ.

ຈຸດສຸມທີສອງແມ່ນການສ້າງຄວາມປ່ຽນແປງທີ່ເປັນຮູບປະທຳໃນດ້ານການຄ້າ ແລະ ການລົງທຶນ.

ສອງຝ່າຍຈະສົ່ງເສີມບົດບາດຂອງຄະນະກຳມາທິການຮ່ວມລັດຖະບານ, ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ເຫັນດີໃນກອງປະຊຸມຄັ້ງທີສາມ, ພ້ອມທັງປັບປຸງຂອບກົດໝາຍໃຫ້ສົມບູນ ເພື່ອສ້າງຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ.

ໃນໄລຍະສະເພາະໜ້າ, ການຮ່ວມມືອາດສາມາດສຸມໃສ່ການເຊື່ອມຕໍ່ວິສາຫະກິດ, ຊ່ວຍເຫຼືອການເຂົ້າເຖິງຕະຫຼາດສຳລັບຜະລິດຕະພັນກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ, ພ້ອມທັງຜັນຂະຫຍາຍບັນດາໂຄງການລົງທຶນທີ່ມີຄວາມເປັນໄປໄດ້.

ຖະແຫຼງການຮ່ວມຍັງໄດ້ກ່າວເຖິງທິດທາງການຊ່ວຍເຫຼືອບັນດາໂຄງການລົງທຶນຂອງວິສາຫະກິດຫວຽດນາມຢູ່ອາແຊກໄບຊານ, ໃນນັ້ນມີຂົງເຂດພະລັງງານທົດແທນ.

ຈຸດສຸມທີສາມແມ່ນສືບຕໍ່ພັດທະນາການຮ່ວມມືດ້ານນ້ຳມັນ ແລະ ອາຍແກັສ, ພ້ອມທັງຂະຫຍາຍໄປສູ່ພະລັງງານສະອາດ.

ສອງປະເທດສາມາດນຳໃຊ້ປະສົບການການຮ່ວມມືໃນຂົງເຂດສຳຫຼວດ, ຂຸດຄົ້ນນ້ຳມັນ ແລະ ອາຍແກັສ, ການບໍລິການດ້ານເຕັກນິກ ແລະ ການຝຶກອົບຮົມບຸກຄະລາກອນ. ນອກຈາກນັ້ນ, ສອງຝ່າຍຈະສືບຕໍ່ພິຈາລະນາຄວາມເປັນໄປໄດ້ໃນການສ້າງຂໍ້ຕົກລົງໄລຍະຍາວກ່ຽວກັບການສະໜອງນ້ຳມັນດິບ ແລະ ອາຍແກັສທຳມະຊາດເຫຼວ (LNG).

ສຳລັບພະລັງງານທົດແທນ, ບັນດາເອກະສານຮ່ວມມືດ້ານໄຟຟ້າແສງຕາເວັນ ແລະ ໄຟຟ້າພະລັງງານລົມ ທີ່ໄດ້ແລກປ່ຽນໃນການຢ້ຽມຢາມຄັ້ງນີ້ ເປັນພື້ນຖານໃຫ້ວິສາຫະກິດສອງປະເທດສຶກສາ ແລະ ຜັນຂະຫຍາຍບັນດາໂຄງການລົງທຶນ, ປະກອບສ່ວນເຂົ້າໃນເປົ້າໝາຍຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ການເຕີບໂຕສີຂຽວ.

ຈຸດສຸມທີສີ່ແມ່ນພັດທະນາການເຊື່ອມຕໍ່ດ້ານການຂົນສົ່ງ ແລະ ໂລຈິສຕິກ.

ຕາມທ່ານນາງ ຮອງລັດຖະມົນຕີ ເລ ທິ ທູ ຮັ່ງ ແລ້ວ, ການຮ່ວມມືນຳໃຊ້ເສັ້ນທາງຂົນສົ່ງສາກົນຂ້າມທະເລກາສປີ ອາດສາມາດສ້າງທາງເລືອກເພີ່ມເຕີມໃຫ້ສິນຄ້າຫວຽດນາມເຂົ້າເຖິງພາກພື້ນຄາວຄາຊັດໃຕ້ ແລະ ຕະຫຼາດເອີຣົບ.

ໃນທິດທາງກົງກັນຂ້າມ, ຫວຽດນາມສາມາດມີບົດບາດເປັນຂົວເຊື່ອມ, ຊ່ວຍເຫຼືອວິສາຫະກິດອາແຊກໄບຊານເຂົ້າເຖິງຕະຫຼາດອາຊຽນ.

ສອງປະເທດຍັງໄດ້ເຫັນດີຊຸກຍູ້ໃຫ້ບັນດາອົງການທີ່ມີໜ້າທີ່ ແລະ ສາຍການບິນ ເລັ່ງລັດການເປີດເສັ້ນທາງບິນກົງ. ການສ້າງຕັ້ງເສັ້ນທາງບິນດັ່ງກ່າວຖືກຄາດຫວັງວ່າຈະສ້າງຄວາມສະດວກໃຫ້ແກ່ການເດີນທາງ, ການສົ່ງເສີມການລົງທຶນ, ການພັດທະນາການທ່ອງທ່ຽວ ແລະ ການແລກປ່ຽນລະຫວ່າງປະຊາຊົນ.

ຈຸດສຸມທີຫ້າແມ່ນຂະຫຍາຍການຮ່ວມມືລະຫວ່າງບັນດາອົງການ, ທ້ອງຖິ່ນ ແລະ ປະຊາຊົນຂອງສອງປະເທດ.

ໃນຂົງເຂດປ້ອງກັນຊາດ ແລະ ຄວາມໝັ້ນຄົງ, ຫວຽດນາມ ແລະ ອາແຊກໄບຊານ ສາມາດຍູ້ແຮງການແລກປ່ຽນຄະນະຜູ້ແທນ, ການຝຶກອົບຮົມວິຊາຊີບ ແລະ ການແລກປ່ຽນປະສົບການປ້ອງກັນ ແລະ ຕ້ານອາຊະຍາກຳຂ້າມຊາດ.

ດ້ານການສຶກສາ ແລະ ວິທະຍາສາດ, ສອງຝ່າຍມຸ່ງໄປສູ່ການພັດທະນາບັນດາໂຄງການແລກປ່ຽນນັກສຶກສາ, ອາຈານ, ພິຈາລະນາການມອບທຶນການສຶກສາ ແລະ ດຳເນີນບັນດາໂຄງການຄົ້ນຄວ້າຮ່ວມກັນ.

ນອກຈາກນັ້ນ, ບັນດາກິດຈະກຳວັນວັດທະນະທຳ, ການຮ່ວມມືດ້ານທ່ອງທ່ຽວ ແລະ ການສ້າງສາຍພົວພັນເມືອງແຮກສ່ຽວລະຫວ່າງບັນດາທ້ອງຖິ່ນ ໄດ້ຖືກກຳນົດເປັນບັນດາທິດທາງການຜັນຂະຫຍາຍທີ່ເໝາະສົມ ໃນໂອກາດສອງປະເທດລະນຶກ 35 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດ ໃນປີ 2027.

ຜ່ານບັນດາໂຄງການເຫຼົ່ານີ້, ປະຊາຊົນ, ໂດຍສະເພາະຄົນຮຸ່ນໜຸ່ມຂອງຫວຽດນາມ ແລະ ອາແຊກໄບຊານ, ຈະມີໂອກາດເພີ່ມຂຶ້ນໃນການແລກປ່ຽນ, ຮຽນຮູ້ວັດທະນະທຳ ແລະ ເຂົ້າຮ່ວມໂດຍກົງໃນບັນດາກິດຈະກຳຮ່ວມມືສອງຝ່າຍ.

ທ່ານນາງ ຮອງລັດຖະມົນຕີ ເລ ທິ ທູ ຮັ່ງ ເນັ້ນໜັກວ່າ ໜ້າທີ່ສຳຄັນພາຍຫຼັງການຢ້ຽມຢາມແມ່ນການຫັນບັນດາບຸລິມະສິດທີ່ໄດ້ເຫັນດີຮ່ວມກັນໃຫ້ເປັນໂຄງການ ແລະ ໜ້າວຽກຂອງແຕ່ລະກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ.

ຕາມທ່ານນາງ ຮອງລັດຖະມົນຕີ ແລ້ວ, ຜົນສຳເລັດຂອງການພັດທະນາສາຍພົວພັນຄູ່ຮ່ວມຍຸດທະສາດໃນໄລຍະຕໍ່ໄປ ຈຳເປັນຕ້ອງສະແດງອອກຜ່ານບັນດາໂຄງການຮ່ວມມືທີ່ໄດ້ຜັນຂະຫຍາຍ, ບັນດາຕະຫຼາດໃໝ່ທີ່ວິສາຫະກິດສອງປະເທດເຂົ້າເຖິງ ແລະ ໂອກາດດ້ານການສຶກສາ, ການເດີນທາງ ແລະ ການຮ່ວມມືສຳລັບປະຊາຊົນຫວຽດນາມ ແລະ ອາແຊກໄບຊານ.

ສະມາຄົມມິດຕະພາບ ຫວຽດນາມ - ອາແຊກໄບຊານ ໄດ້ຈັດຕັ້ງການພົບປະໃນທ້າຍປີ ສະມາຄົມມິດຕະພາບ ຫວຽດນາມ - ອາແຊກໄບຊານ ໄດ້ຈັດຕັ້ງການພົບປະໃນທ້າຍປີ
ຍສໝ - ສະມາຄົມ​ມິດຕະພາບ ​ຫວຽດນາມ - ອາແຊກໄບຊານ ​ໄດ້​ສົມທົບ​ກັບ​ສະຖານທູດ ອາແຊກໄບຊານ ປະຈຳ ​ຫວຽດນາມ ຈັດ​ຕັ້ງ​ການ​ພົບ​ປະ​ໃນ​ທ້າຍ​ປີ, ຫວນ​ຄືນ​ຄືນ​ປະຫວັດສາດ​ການ​ພົວພັນ​ມິດຕະພາບ​​ລະຫວ່າງ 2 ປະ​ເທດ. ເຫດການດັ່ງກ່າວໄດ້ດຳເນີນເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງການເດີນທາງຄັ້ງປະຫວັດສາດຂອງທ່ານປະທານ ໂຮ່ຈີມິນ ໄປຢ້ຽມຢາມ ນະຄອນຫຼວງ ບາກູ (1959-2024) ແລະ ສະເຫຼີມສະຫຼອງ 41 ປີແຫ່ງການເດີນທາງຂອງທ່ານຜູ້ນຳ Azerbaijan Heydar Aliyev ມາຢ້ຽມຢາມ ຫວຽດນາມ (1983-2024).
ຫວຽດນາມ - ອາແຊກໄບຊານ ເສີມສ້າງການເຊື່ອມໂຍງຜ່ານວົງການຮູບເງົາ ຫວຽດນາມ - ອາແຊກໄບຊານ ເສີມສ້າງການເຊື່ອມໂຍງຜ່ານວົງການຮູບເງົາ
ຍສໝ - ວັນທີ 2 ສິງຫາ, ທີ່ນະຄອນຫຼວງ Baku (ອາແຊກໄບຊານ), ຄະນະຜູ້ແທນຈາກສະຖາບັນຮູບເງົາ ຫວຽດນາມ ໄດ້ເຂົ້າຮ່ວມກິດຈະກຳສະຫຼອງວັນຮູບເງົາ ອາແຊກໄບຊານ, ແນະນຳຜົນງານຄລາສສິກຂອງຮູບເງົາປະຕິວັດ ຫວຽດນາມ ແລະ ແລກປ່ຽນກ່ຽວກັບແນວໂນ້ມການຮ່ວມມືລະຫວ່າງອົງການດ້ານຮູບເງົາຂອງສອງປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ