ສອງສະມາຄົມມິດຕະພາບຫວຽດນາມ - ບຣາຊິນ ກະກຽມຂໍ້ຕົກລົງການຮ່ວມມືໄລຍະ 5 ປີ

15:19 | 20/11/2026

ຍສໝ - ສະມາຄົມມິດຕະພາບ ແລະ ການຮ່ວມມືຫວຽດນາມ - ບຣາຊິນ ແລະ ສະມາຄົມມິດຕະພາບ ບຣາຊິນ - ຫວຽດນາມ (ABRAVIET) ໄດ້ເຫັນດີຮ່ວມກັນຈັດຕັ້ງຄະນະເຮັດວຽກ ເພື່ອກະກຽມລົງນາມໃນບົດບັນທຶກຄວາມເຂົ້າໃຈດ້ານການຮ່ວມມືສຳລັບ 5 ປີຕໍ່ໜ້າ. ທັງສອງຝ່າຍຍັງມຸ່ງໄປສູ່ການເຊື່ອມໂຍງບັນດາທ້ອງຖິ່ນຜະລິດກາເຟ, ວິສາຫະກິດ ແລະ ຂະຫຍາຍການແລກປ່ຽນລະຫວ່າງປະຊາຊົນ.

ເອກອັກຄະລັດຖະທູດຫວຽດນາມ ຊຸກຍູ້ການຂະຫຍາຍການຮ່ວມມືດ້ານເຕັກໂນໂລຊີຢູ່ບຣາຊິນ ຫວຽດນາມ - ບຣາຊິນ ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ເຕັກໂນໂລຊີ

ຄະນະຜູ້ແທນຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະມາຄົມມິດຕະພາບ ແລະ ການຮ່ວມມືຫວຽດນາມ - ບຣາຊິນ ຫາກໍ່ໄດ້ດຳເນີນການຢ້ຽມຢາມ ແລະ ເຮັດວຽກຢູ່ ບຣາຊິນ. ໃນຄະນະມີບັນດາຮອງປະທານສະມາຄົມ ປະກອບມີ ພົນຕີ ຮວ່າງ ກົງ ຟຸ້ງ; ທ່ານ ຫງວຽນ ຊວນ ຮຸ່ງ, ປະທານກຸ່ມບໍລິສັດກາເຟອານທ໋າຍ; ທ່ານນາງ ເຈິ່ນ ທິ ອຽ໊ນ, ຮັກສາການຮອງຫົວໜ້າຄະນະອາເມລິກາ - ໂອເຊອານີ (ສະຫະພັນບັນດາອົງການມິດຕະພາບຫວຽດນາມ) ພ້ອມດ້ວຍສະມາຊິກຄົນອື່ນໆ.

ຢູ່ນະຄອນຫຼວງ Brasília, ຄະນະຜູ້ແທນໄດ້ເຮັດວຽກກັບສະມາຄົມມິດຕະພາບ ບຣາຊິນ - ຫວຽດນາມ (ABRAVIET). ສອງສະມາຄົມໄດ້ເຫັນດີຮ່ວມກັນຈັດຕັ້ງຄະນະເຮັດວຽກ ເພື່ອສຶກສາຄວາມຕ້ອງການຮ່ວມມື, ກຳນົດບັນດາຂົງເຂດບຸລິມະສິດ ແລະ ປະສານງານຮ່ວມກັນຮ່າງບົດບັນທຶກຄວາມເຂົ້າໃຈດ້ານການຮ່ວມມືໃນ 5 ປີຕໍ່ໜ້າ, ມຸ່ງໄປສູ່ການສ້າງຂອບການຮ່ວມມືຢ່າງເປັນທາງການລະຫວ່າງສອງອົງການ.

ສອງສະມາຄົມມິດຕະພາບຫວຽດນາມ - ບຣາຊິນ ກະກຽມຂໍ້ຕົກລົງການຮ່ວມມືໄລຍະ 5 ປີ
ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະມາຄົມມິດຕະພາບ ແລະ ການຮ່ວມມືຫວຽດນາມ - ບຣາຊິນ ເຮັດວຽກກັບສະມາຄົມມິດຕະພາບບຣາຊິນ - ຫວຽດນາມ.

ບັນດາເນື້ອໃນທີ່ສອງຝ່າຍໄດ້ປຶກສາຫາລືກັນ ປະກອບມີ ການເຊື່ອມໂຍງທາງການຄ້າ, ການຮ່ວມມືດ້ານກະສິກຳ, ວິທະຍາສາດ, ເຕັກໂນໂລຊີເຄິ່ງອັດຕະໂນມັດ ພ້ອມທັງບັນດາໂຄງການແລກປ່ຽນດ້ານວັດທະນະທຳ, ສິລະປະ ແລະ ກິລາ.

ກ່ອນໜ້ານັ້ນ, ສອງສະມາຄົມໄດ້ປະສານງານຈັດຕັ້ງຫຼາຍກິດຈະກຳແລກປ່ຽນລະຫວ່າງປະຊາຊົນ, ໃນນັ້ນມີການສົ່ງເສີມການແລກປ່ຽນພາສາ, ຈັດພິມວັດຈະນານຸກົມພາສາປອກຕຸຍການ - ຫວຽດນາມ ສະບັບທຳອິດ; ຈັດການແລກປ່ຽນວັດທະນະທຳໃນໂອກາດທີ່ນາຍົກລັດຖະມົນຕີຫວຽດນາມໄປຢ້ຽມຢາມ ບຣາຊິນ ໃນປີ 2023 ແລະ ບັນດາໂຄງການແລກປ່ຽນສິລະປະ, ກິລາຢູ່ຫວຽດນາມ.

ໃນຂົງເຂດຄົ້ນຄວ້ານະໂຍບາຍການຕ່າງປະເທດ, FUNAG, ອົງການທີ່ຂຶ້ນກັບກະຊວງການຕ່າງປະເທດ ບຣາຊິນ, ໄດ້ເຫັນດີປະສານງານກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ ເພື່ອທົບທວນ, ສຶກສາການລົງນາມຄືນໃໝ່ໃນບົດບັນທຶກຄວາມເຂົ້າໃຈດ້ານການຮ່ວມມືທີ່ໝົດອາຍຸໃນປີ 2023.

ທັງສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບການສ້າງແຜນການຮ່ວມມືຢ່າງເປັນຮູບປະທຳ ໃຫ້ສອດຄ່ອງກັບຄວາມຕ້ອງການ ແລະ ຄວາມສາມາດຂອງແຕ່ລະອົງການ.

ສະເໜີຈັດສັບປະດາກາເຟຫວຽດນາມ - ບຣາຊິນ ປະຈຳປີ

ໃນການເຮັດວຽກກັບກຸ່ມສະມາຊິກສະພາມິດຕະພາບ ບຣາຊິນ - ຫວຽດນາມ, ຄະນະຜູ້ແທນຫວຽດນາມໄດ້ສະເໜີໃຫ້ສ້າງສາຍພົວພັນເມືອງແຮກສ່ຽວລະຫວ່າງບັນດາທ້ອງຖິ່ນທີ່ມີທ່າແຮງດ້ານການຜະລິດ ແລະ ປຸງແຕ່ງກາເຟຂອງສອງປະເທດ.

ສອງສະມາຄົມມິດຕະພາບຫວຽດນາມ - ບຣາຊິນ ກະກຽມຂໍ້ຕົກລົງການຮ່ວມມືໄລຍະ 5 ປີ
ຄະນະຜູ້ແທນເຮັດວຽກໄດ້ພົບປະ ແລະ ແລກປ່ຽນກັບກຸ່ມສະມາຊິກສະພາມິດຕະພາບບຣາຊິນ - ຫວຽດນາມ.

ຝ່າຍ ບຣາຊິນ ໄດ້ສະແດງການສະໜັບສະໜູນຂໍ້ສະເໜີດັ່ງກ່າວ, ພ້ອມທັງເຫັນດີຕໍ່ການສ້າງໂຄງການ “ສັບປະດາກາເຟຫວຽດນາມ - Brazil” ປະຈຳປີ ແລະ ສຶກສາກົນໄກການປະສານງານເພື່ອປົກປ້ອງຜົນປະໂຫຍດຮ່ວມຂອງຂະແໜງສົ່ງອອກກາເຟຂອງສອງປະເທດ.

ກຸ່ມສະມາຊິກສະພາມິດຕະພາບ ບຣາຊິນ - ຫວຽດນາມ ຍັງສະໜັບສະໜູນການນຳໃຊ້ຊ່ອງທາງການຕ່າງປະເທດປະຊາຊົນ ເພື່ອເຊື່ອມໂຍງວິສາຫະກິດ, ສົ່ງເສີມການຮ່ວມມືທາງການຄ້າ ແລະ ສ້າງສາຍພົວພັນລະຫວ່າງບັນດາທ້ອງຖິ່ນທີ່ມີລັກສະນະຄ້າຍຄືກັນດ້ານຂະແໜງອາຊີບ ແລະ ເປົ້າໝາຍການພັດທະນາ.

ກຸ່ມສະມາຊິກສະພາໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມເດີນທາງ ແລະ ສະໜັບສະໜູນບັນດາກິດຈະກຳຂອງອົງການປະຊາຊົນ ແລະ ອົງການລັດຖະສະພາຂອງສອງປະເທດ.

ຢູ່ São Paulo, ຄະນະຜູ້ແທນໄດ້ເຮັດວຽກກັບຫໍການຄ້າ ແລະ ອຸດສາຫະກຳ ບຣາຊິນ - ຫວຽດນາມ. ສະມາຄົມມິດຕະພາບ ແລະ ການຮ່ວມມືຫວຽດນາມ - ບຣາຊິນ ໄດ້ສະເໜີໃຫ້ປະສານງານຈັດບັນດາໂຄງການເຊື່ອມໂຍງວິສາຫະກິດ, ແລກປ່ຽນຄະນະຜູ້ແທນເພື່ອສຶກສາຕະຫຼາດ, ຜ່ານນັ້ນສ້າງໂອກາດເພີ່ມເຕີມໃຫ້ແກ່ການຮ່ວມມືທາງການຄ້າລະຫວ່າງສອງປະເທດ.

ຫໍການຄ້າ ແລະ ອຸດສາຫະກຳ ບຣາຊິນ - ຫວຽດນາມ ໄດ້ຮັບການສ້າງຕັ້ງໃນປີ 2024 ຕາມມະຕິຂອງ ABRAVIET, ໂດຍມີເປົ້າໝາຍສະໜອງຂໍ້ມູນ ແລະ ເຊື່ອມໂຍງບັນດາວິສາຫະກິດ ບຣາຊິນ ທີ່ສົນໃຈຕະຫຼາດຫວຽດນາມ.

ໃນຂອບເຂດການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນຍັງໄດ້ເຮັດວຽກກັບພັກຄອມມູນິດ ບຣາຊິນ (PCdoB), ແລກປ່ຽນກ່ຽວກັບການຮ່ວມມືດ້ານວັດທະນະທຳ, ການສຶກສາ, ສາທາລະນະສຸກ ແລະ ຄວາມເປັນໄປໄດ້ໃນການຈັດບັນດາໂຄງການແລກປ່ຽນນັກຮຽນ, ນັກສຶກສາ. PCdoB ຄາດວ່າຈະສົ່ງຄະນະຜູ້ນຳໄປຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມໃນຕົ້ນປີ 2027.

ນອກຈາກນັ້ນ, ຄະນະຜູ້ແທນຍັງໄດ້ພົບປະກັບອົງການຮ່ວມມື ບຣາຊິນ (ABC) ເພື່ອສຶກສາຄວາມເປັນໄປໄດ້ໃນການຮ່ວມມືດ້ານການຊ່ວຍເຫຼືອພັດທະນາແບບຍືນຍົງ; ເຮັດວຽກກັບສະຖານທູດຫວຽດນາມ ແລະ ບັນດາອົງການຜູ້ຕາງໜ້າຫວຽດນາມປະຈຳ ບຣາຊິນ, ແລກປ່ຽນກ່ຽວກັບສະພາບການຮ່ວມມືສອງຝ່າຍ ແລະ ບັນດາກິດຈະກຳການຕ່າງປະເທດປະຊາຊົນ.

ຜ່ານບັນດາການເຮັດວຽກດັ່ງກ່າວ, ບັນດາອົງການມິດຕະພາບຂອງສອງປະເທດໄດ້ກຳນົດທິດທາງການປະສານງານທີ່ເປັນຮູບປະທຳເພີ່ມເຕີມ, ນັບແຕ່ການສ້າງຂອບການຮ່ວມມືໄລຍະຍາວ ຈົນເຖິງການເຊື່ອມໂຍງທ້ອງຖິ່ນ, ວິສາຫະກິດ ແລະ ການຈັດຕັ້ງບັນດາໂຄງການແລກປ່ຽນລະຫວ່າງປະຊາຊົນ.

ຍ້ອງຍໍບົດບາດຂອງທູດບຣາຊິນ ໃນການຮັດແໜ້ນມິດຕະພາບກັບຫວຽດນາມ ຍ້ອງຍໍບົດບາດຂອງທູດບຣາຊິນ ໃນການຮັດແໜ້ນມິດຕະພາບກັບຫວຽດນາມ
ຍສໝ - ຫຼຽນໄຊມິດຕະພາບ ເຊິ່ງເປັນລາງວັນອັນສູງສົ່ງຂອງລັດຫວຽດນາມ ໄດ້ຖືກມອບໃຫ້ທ່ານ Marco Farani, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດສະຫະພັນບຣາຊິນ ປະຈຳຫວຽດນາມ, ໃນວັນທີ 2 ກໍລະກົດ. ການມອບຫຼຽນໄຊຄັ້ງນີ້ເປັນການເຊີດຊູຄວາມທຸ່ມເທ ແລະ ການປະກອບສ່ວນຂອງທ່ານໃນການພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືຫວຽດນາມ - ບຣາຊິນ.
ການຄ້າຫວຽດນາມ - ບຣາຊິນ ບັນລຸ 4,22 ຕື້ USD ໃນ 6 ເດືອນຕົ້ນປີ 2026 ການຄ້າຫວຽດນາມ - ບຣາຊິນ ບັນລຸ 4,22 ຕື້ USD ໃນ 6 ເດືອນຕົ້ນປີ 2026
ຍສໝ - ໃນ 6 ເດືອນຕົ້ນປີ 2026, ມູນຄ່າການຄ້າສອງຝ່າຍຫວຽດນາມ - ບຣາຊິນ ບັນລຸປະມານ 4,22 ຕື້ USD, ເພີ່ມຂຶ້ນ 16,8% ເມື່ອທຽບກັບໄລຍະດຽວກັນຂອງປີ 2025. ຕົວເລກດັ່ງກ່າວໄດ້ຮັບການເຜີຍແຜ່ໃນກອງປະຊຸມໂຕະມົນທີ່ສະຖານທູດຫວຽດນາມປະຈຳບຣາຊິນຈັດຂຶ້ນ, ເພື່ອທົບທວນການຮ່ວມມືທາງເສດຖະກິດ, ແລກປ່ຽນໂອກາດທາງຕະຫຼາດ ແລະ ຊອກຫາທິດທາງຂະຫຍາຍການຮ່ວມມືໃນໄລຍະຕໍ່ໜ້າ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ